ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄງການ​ຟາມ​ກັງ​ຫັນ​ລົມ ໃນເຂດພາກ​ໃຕ້ຂອງລາວ ເພື່ອ​ສົ່ງ​ກະ​ແສ​ໄຟ​ຟ້າ​ໄປ​ຂາຍ​ໃຫ້​ຫວຽດ​ນາມ


 ທີ່​ເຫັນ​ຢູ່ນີ້ ແມ່ນກັງ​ຫັນ​ລົມ​ພວມ​ປິ່ນ ເວ​ລາ​ຕ້ອງ​ລົມ ທີ່​ຟາມ​ກັງ​ຫັນ​ລົມ Saddleback Ridge ໃນ​ເມືອງ Carthage ລັດ Maine ວັນ​ທີ 19 ມີ​ນາ ປີ 2019. (ຄ້າຍ​ຄື​ກັບ​ທີ່​ລາວ​ຈະ​ສ້າງ​ຢູ່​ພາກ​ໃຕ້)
ທີ່​ເຫັນ​ຢູ່ນີ້ ແມ່ນກັງ​ຫັນ​ລົມ​ພວມ​ປິ່ນ ເວ​ລາ​ຕ້ອງ​ລົມ ທີ່​ຟາມ​ກັງ​ຫັນ​ລົມ Saddleback Ridge ໃນ​ເມືອງ Carthage ລັດ Maine ວັນ​ທີ 19 ມີ​ນາ ປີ 2019. (ຄ້າຍ​ຄື​ກັບ​ທີ່​ລາວ​ຈະ​ສ້າງ​ຢູ່​ພາກ​ໃຕ້)

ເພື່ອໃຫ້ບັນລຸເປົ້າໝາຍໃນການສະໜອງໄຟຟ້າ ໃຫ້ແກ່ບັນດາປະເທດ ໃນຂົງເຂດອາຊຽນນັ້ນ ລາວຍັງໄດ້ມີໂຄງການໄຟຟ້າພະລັງງານລົມແຫ່ງທໍາອິດ ທີ່ກໍາລັງເລີ້ມການພັດທະນາໃນປີນີ້ ເພື່ອສົ່ງໄຟຟ້າ ໄປຂາຍແກ່ຫວຽດນາມ ໃນ 25 ປີຂ້າງໜ້າ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລາວນອກຈາກເປັນປະເທດທີ່ມີແມ່ນໍ້າລໍາເຊ ທີ່ເໝາະສົມແກ່ການສ້າງເຂື່ອນໄຟຟ້ານໍ້າຕົກແລ້ວ ກໍຍັງມີພື້ນທີ່ເໝາະສົມແກ່ການຜະລິດພະລັງງານສໍາຮອງ ຫລືພະລັງງານສະອາດ ເຊັ່ນພະລັງງານຈາກລົມອີກດ້ວຍ. ເມື່ອເທົ່າໃດເດືອນຜ່ານມານີ້ໄດ້ມີການເຊັນສັນຍາກໍ່ສ້າງໂຄງການຜະລິດພະລັງງານໄຟຟ້າຈາກລົມຢູ່ທີ່ ເມືອງດັກຈຶງ ແຂວງເຊກອງ ແລະເມືອງສັນໄຊ ແຂວງອັດຕະປື, ຊຶ່ງເປັນເຂດສາມຫລ່ຽມພັດທະນາເສດຖະກິດ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ. ໂຄງການນີ້ເປັນໂຄງການ​ຟາມ​ລົມ​ເທິງ​ຝັ່ງ ແລະເປັນການລົງທຶນຂະໜາດໃຫຍ່ໃນລາວ ເພື່ອສົ່ງກະແສໄຟຟ້າໄປຂາຍໃຫ້ຫວຽດນາມ. ມັນຈະເປັນຟາມລົມເທິງຝັ່ງ
ທີ່ໃຫຍ່ທີ່ສຸດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ໂຄງການນີ້ຍັງ​ຖືວ່າເປັນ "ໂຄງການ​ແລກປ່ຽນ​ໄຟຟ້າ​ຂ້າມ​ຊາຍ​ແດນ​ອັນທຳ​ອິດ ​ຈາກ​ການ​ຜະລິດ​ພະລັງ ງານທີ່ມາຈາກ​ລົມ" ໃນ​ຂົງເຂດນີ້.

ໂຄງການຜະລິດພະລັງງານ ທີ່ມີມູນຄ່າປະມານ 1 ພັນ 5 ຮ້ອຍລ້ານໂດລານີ້ເປັນການລົງທຶນຮ່ວມກັນ ລະຫວ່າງບໍລິດສັດພະລັງງານທົດແທນຂອງໄທ BCPG Pcl. (BCPG.BK) ທີ່ຖືຮຸ້ນ 45 ເປີເຊັນ ແລະບໍລິສັດ Impact Wind Investment ທີ່ສະໜັບສະໜູນໂດຍບໍລິສັດ Mitsubishi ຂອງຍີ່ປຸ່ນ ຖືຮຸ້ນ 55 ເປີເຊັນ ຊຶ່ງທັງສອງບໍລິສັດໄດ້ເຊັນສັນຍາ 25 ປີ ກັບບໍລິສັດໄຟຟ້າຫວຽດນາມ ຫລື EVN ວ່າ ຈະສະໜອງກະແສໄຟຟ້າຜ່ານສາຍສົ່ງ 500 ກິໂລໂວນ ຈາກພາກໃຕ້ຂອງລາວ ໄປແຂວງກວາງນາມໃນຫວຽດນາມ ໃນທ້າຍປີ 2025, ອີງຕາມອົງການຂ່າວຣອຍເຕີ້ສ໌. ທາງບໍລິສັດ BCPG ຂອງໄທ ກໍໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ການກໍ່ສ້າງໂຄງການລົມມໍລະສຸມນີ້ ຈະເລີ່ມຂຶ້ນ ໃນປີ 2022 ນີ້ເອງ.

ເມື່ອຖາມເຖິງໂຄງການດັ່ງກ່າວ ພະນັກງານຂັ້ນສູງຂອງບໍລິສັດໄຟຟ້າລາວ ທີ່ນະຄອນຫລວງວຽງຈັນ ກໍໃຫ້ຄໍາເຫັນກ່ຽວກັບໂຄງການດັ່ງກ່າວ ແມ່ນກໍາລັງຢູ່ໃນຂັ້ນກະກຽມການພັດທະນາ ຊຶ່ງທ່ານກ່າວວ່າ:

“ກໍາລັງຈະເຮັດໂຄງການ ຊິສົ່ງໄຟໄປຫວຽດຢູ່ ຍັງເປັນແຜນຢູ່ ບໍ່ບໍ່ ບໍ່ທັນໄດ້ເຮັດ.”

ທ່ານກ່າວອີກວ່າ ຂະແໜງໄຟຟ້າກວມເອົາເສດຖະກິດສ່ວນໃຫຍ່ຂອງລາວ ແຕ່ແນວໃດກໍຕາມ, ໄຟຟ້ານ້ຳຕົກສ່ວນໃຫຍ່ຜະລິດໄຟຟ້າໃນລະດູຝົນ. ໂດຍ​ໂຄງ ການຟາມ​ລົມນີ້ ​ຈະ​ເຮັດ​ໃຫ້​ປະ​ເທດ​ມີ​ການ​ໄຫຼ​ວຽນ​ຂອງ​ໄຟຟ້າ​ຢ່າງ​ສະໝໍ່າສະເໝີ​ຕະຫຼອດ​ປີ ​ເນື່ອງ​ຈາກ​ວ່າ ​ກັງ​ຫັນ​ລົມ​ຈະ​ຜະລິດ​ໄຟຟ້າ​ໄດ້​ສູງ​ສຸດ​ ໃນ​ລະດູ​ແລ້ງ. ສະນັ້ນໂຄງການ​ດັ່ງກ່າວ ຈະ​ເສີມ​ຂະຫຍາຍ​ແຫຼ່ງຜະລິດ​ພະລັງງານ​ສຳຮອງ​ຂອງ​ລາວໄດ້​.

Video Related to Laos First Wind Power Project in Under Development
please wait

No media source currently available

0:00 0:02:48 0:00

ໂຄງການທີ່ວ່ານີ້ຕັ້ງຢູ່ພູພຽງທີ່ສູງ 1,100 ຫາ 1,500 ແມັດ ໃນເຂດພາກໃຕ້ຂອງລາວລຽບຕາມເສັ້ນທາງດ່ວນທີ່ເຊື່ອມຕໍ່ຈັງຫວັດອຸບົນຣາຊະທານີຂອງໄທ ຫາ ດານັງຂອງຫວຽດນາມ. ​ເຂດຕັ້ງໂຄງການ​ດັ່ງກ່າວ ​ນອນຢູ່​ໃນ​ເຂດ​ທີ່​ດ້ອຍ​ພັດທະນາ​ແຫ່ງນຶ່ງຂອງລາວ ທີ່ຕັ້ງ​ຢູ່​ລະຫວ່າງກາງ​ ໄທ, ລາວ, ຫວຽດນາມ​ແລະ ກຳປູ​ເຈຍ. ​ໂຄງການ​ພະລັງງານ​ລົມ​ມໍ​ລະ​ສຸມ ​ຈະ​ສ້າງ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາ​ຄົມ​ທ້ອງ​ຖິ່ນ​ໃນ​ຂົງ​ເຂດ​ທາງ​ດ້ານ​ເສດຖະກິດ​ ໂດຍ​ຜ່ານ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ແລະ​ສິ່ງ​ແວດ​ລ້ອມ​ດ້ວຍ​ພະລັງງານ​ສະອາດ. ນອກຈາກ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ເສດຖະກິດ ໂຄງການນີ້ຍັງ​ແນ​ໃສ່​ສະກັດກັ້ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດອີກດ້ວຍ, ອີງຕາມສະມາຄົມ Asia Wind Energy Association ຊຶ່ງເປັນສະມາຄົມສົ່ງເສີມການຜະລິດໄຟຟ້າຈາກພະລັງງານລົມ ທີ່ຕັ້ງຢູ່ສິງກະໂປ.

ແຕ່ຢ່າງໃດກໍຕາມ ເມື່ອຖາມວ່າ ການຜະລິດໄຟຟ້າຈາກລົມໄດ້ນີ້ ຈະຊ່ວຍຫລຸດ ຄ່າໄຟ້ຟ້າໃນລາວລົງໄດ້ບໍ່ນັ້ນ ເຈົ້າໜ້າທີ່ຂັ້ນສູງໃນບໍລິສັດໄຟຟ້າລາວທ່ານນັ້ນ ກໍຕອບວ່າ:

“ໂອ້ຄືຊິຍາກຢູ່ ລົດລົງ ມັນບໍ່ລົດດອກ ເງິນແຮງເພີ້ 20 ເປີເຊັນ 30 ເປີເຊັນ ມັນຊິລົດໄດ້ແນວໃດ”.

ສະຫລຸບແລ້ວ, ເມື່ອສົມທົບກັບພະລັງງານໄຟຟ້ານໍ້າຕົກ, ໂຄງການພະລັງງານ ໄຟຟ້າຈາກລົມທີ່ວ່ານີ້ ຈະຊ່ວຍໃຫ້ລາວ ສາມາດຜະລິດພະລັງງານທົດແທນເພື່ອສະໜອງໃຫ້ແກ່ບັນດາປະເທດອາຊຽນອື່ນໆໄດ້ ຢ່າງສະເໝີພາບຕະຫຼອດປີ, ຊຶ່ງຈະຊ່ວຍໃຫ້ລາວ ບັນລຸເປົ້າໝາຍໃນການເປັນ “ໝໍ້ໄຟແຫ່ງເອ​ເຊຍ” ແລະແນ​ໃສ່ສະກັດກັ້ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດອີກດ້ວຍ.

XS
SM
MD
LG