ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນລາວ ຕ້ອງການຈະນໍາເຂົ້າແມ່ພັນງົວຈາກຕ່າງປະເທດຫຼາຍກວ່າ 42,000 ໂຕໃນປີ 2024


ຟາມ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ.
ຟາມ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ.

ຊາວກະສິກອນລາວ ຕ້ອງການຈະນໍາເຂົ້າແມ່ພັນງົວຈາກຕ່າງປະເທດຫຼາຍກວ່າ 42,000 ໂຕໃນປີ 2024 ເພາະໃນທົ່ວປະເທດ ມີແມ່ພັນງົວທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຈີນພຽງ 20,000 ໂຕເທົ່ານັ້ນ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດສະພາການຄ້າອຸດສາຫະກໍາແຫ່ງຊາດລາວເປີດເຜີຍວ່າ ການລ້ຽງງົວໃນລະບົບຟາມທີ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫຼາດຈີນພາຍໃຕ້ລະບົບໂຄຕ້າທີ່ຈະນໍາເຂົ້າງົວຈາກລາວ 5 ແສນໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໃນພາກໂຕຈິງໄດ້ເລີຍ ເນື່ອງຈາກວ່າຊາວກະສິກອນລາວຂາດເຂີນທັງໃນດ້ານເງິນທຶນ, ດ້ານເທັກນິກການລ້ຽງທີ່ທັນສະໄໝ ແລະແມ່ພັນງົວທີ່ໄດ້ມາດຕະຖານຕາມຕ້ອງການຂອງຈີນ ເຊິ່ງໃນປັດຈຸ ບັນນີ້ ທົ່ວປະເທດມີແມ່ພັນງົວມາດຕະຖານພຽງແຕ່ 20,000 ໂຕເທົ່ານັ້ນ ໃນຂະນະທີ່ການຕອບສະໜອງໃຫ້ໄດ້ຕາມໂຄຕ້າຂອງຈີນ ຈະຕ້ອງມີແມ່ພັນງົວຫຼາຍກວ່າ 62,000 ໂຕ ຈຶ່ງເຮັດໃຫ້ຊາວກະສິກອນລາວ ຕ້ອງນໍາເຂົ້າແມ່ພັນງົວຈາກຕ່າງປະເທດເກີນກວ່າ 42,000 ໂຕໃນປີ 2024 ເພື່ອທີ່ຈະເຮັດໃຫ້ສາມາດຕອບສະໜອງຕາມລະບົບໂຄຕ້າຂອງຈີນໃຫ້ໄດ້ ໃນອີກບໍ່ເກີນ 3 ປີຕໍ່ໜ້າ, ແຕ່ວ່າຈະປະຕິບັດໄດ້ຈິງຫຼືບໍ່ນັ້ນ ກໍຍັງເປັນບັນຫາ, ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ງົວນີ້ ແມ່ນພວກເຮົາມີແມ່ພັນພຽງພໍ ສໍາລັບທີ່ຈະລ້ຽງພາຍໃນ, ແຕ່ວ່າຈະເປັນສິນຄ້າສົ່ງອອກຄືພວກເຮົາໄດ້ຮັບໂຄຕ້າຈາກ ສປ ຈີນ 5 ແສນໂຕນີ້ ພວກເຮົາຕ້ອງມີແນວພັນໃໝ່ ເຊິ່ງມີນໍ້າໜັກຢ່າງຕໍ່າແມ່ນ 350 ກິໂລຂຶ້ນໄປ, ຖ້າເຮົາຊິເອົາງົວລາດເຮົາໄປຂາຍນິ ບໍ່ໄດ້, ຈັງຊັ້ນມັນຈຸດເລີ້ມກະຄືວ່າ ຕ້ອງມີແນວພັນ. ປັດຈຸ ບັນນີ້ ພວກເຮົາມີແຕ່ 20,000 ແມ່, ແຕ່ວ່າຄວາມຕ້ອງການໂຕຈິງ 62,000 ແມ່ ເມື່ອມີແມ່ພັນຈຶ່ງຈະສາມາດມາລ້ຽງ ແລ້ວກະເປັນງົວລຸ້ນໃໝ່ອອກມາ.”

ສ່ວນ ທ່ານເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ຖະແຫຼງວ່າ ການທີ່ລັດຖະບານຈີນໄດ້ໃຫ້ໂຄຕ້າການນໍາເຂົ້າງົວຈາກລາວ 5 ແສນໂຕໃນແຕ່ລະປີນັ້ນບໍ່ໄດ້ໝາຍຄວາມວ່າ ຈີນຈະຕ້ອງນໍາເຂົ້າງົວຈາກລາວຮອດ 5 ແສນໂຕໃນການປະຕິບັດໂຕຈິງໄດ້ແນວໃດເລີຍ ເພາະໂຄຕ້າດັ່ງກ່າວເປັນການກໍານົດພຽງໃນຫຼັກການເທົ່ານັ້ນ ສ່ວນການນໍາເຂົ້າໂຕຈິງນັ້ນຈະຕ້ອງຂຶ້ນຢູ່ກັບລະດັບຄວາມຕ້ອງການໂຕຈິງຂອງຈີນເປັນສໍາຄັນ ໂດຍໃນປີ 2023 ທີ່ຜ່ານມາກໍປາກົດວ່າ ທາງການຈີນໄດ້ນໍາເຂົ້າງົວຈາກລາວພຽງແຕ່ 3,000 ໂຕ ໃນຂະນະທີ່ຄວາມສາມາດໃນການຜະລິດຂອງລາວມີສູງກວ່ານັ້ນ, ດັ່ງທີ່ ທ່ານເພັດ ໄດ້ຢືນຢັນວ່າ:

“ການລ້ຽງກໍເປັນຟາມ ໂດຍການນໍາໃຊ້ເທັກໂນໂລຈີທີ່ທັນສະໄໝ ເຊິ່ງມາຮອດປັດຈຸບັນມີຟາມລ້ຽງທັງໝົດ 2,252 ຟາມ ແລ້ວກະມີສັດລ້ຽງຢູ່ນັ້ນ 5 ລ້ານກວ່າໂຕ ແລະຟາມຄວາຍ 34 ຟາມ, ມີຄວາຍ 1,844 ໂຕ, ຟາມງົວກະ 658 ຟາມ ມີງົວ 95,433 ໂຕ, ແລ້ວກະຟາມໝູ 700 ຟາມ, ກໍມີໝູ 3 ແສນກວ່າໂຕ, ນອກນັ້ນຍັງມີຟາມແບ້, ຟາມໄກ່, ເປັດ, ນົກຕ່າງໆ.”

ໃນປີ 2023, ລາວສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດໃນມູນຄ່າລວມເກີນກວ່າ 1,400 ລ້ານໂດລາ, ເຊິ່ງເພີ້ມຂຶ້ນຫຼາຍກວ່າ 4 ເປີເຊັນທຽບໃສ່ປີ 2022, ໃນນີ້ ກໍເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດໃນມູນຄ່າເກີນກວ່າ 1,200 ລ້ານໂດລາ ແລະສົ່ງອອກສັດປີກ, ງົວ, ຄວາຍ, ໝູ, ແບ້ ແລະ ແກະ ໃນມູນຄ່າລວມພຽງ 200 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າ ລາວຈະໄດ້ໂຄຕ້າ ໃນການສົ່ງງົວໄປຈີນເຖິງ 5 ແສນໂຕຕໍ່ປີກໍຕາມ ແຕ່ດ້ວຍລະບົບການລ້ຽງງົວໃນລາວຍັງບໍ່ໄດ້ມາດຕະຖານ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນໄດ້ຕາມໂຄຕ້າດັ່ງກ່າວ.

ທັງນີ້, ກະຊວງການຄ້າຈີນໄດ້ກໍານົດ 12 ເງື່ອນໄຂດ້ວຍການນໍາເຂົ້າງົວຈາກລາວ ຄືງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງມາຈາກພື້ນທີ່ທີ່ປາສະຈາກພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງນ້ອຍ 45 ວັນ, ຕ້ອງລ້ຽງແຍກເພດໃນ 6 ເດືອນ, ຈະຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນີດ, ຕ້ອງຂຶ້ນທະບຽນສັດກວດການຖືພາ, ສັກຢາກັນພະຍາດປາກເປື່ອຍ 2 ເຂັມ, ຈັດເກັບໂຕຢ່າງ ແລະວິໄຈພະຍາດເປັນປະຈໍາ, ຕິດຕາມການໃຊ້ອາຫານ ແລະການໃຊ້ຢາກັນພະຍາດ, ຄວບຄຸມການເຄື່ອນຍ້າຍຢ່າງໄດ້ມາດຕະ ຖານສາກົນ ແລະຕ້ອງກັກສັດ 30 ມື້ກ່ອນທີ່ຈະສົ່ງໄປຈີນ.

ນອກຈາກນີ້, ການຜະລິດທີ່ມີຕົ້ນທຶນສູງ ແລະການຂາດເທັກນິກການຜະລິດສະ
ໄໝໃໝ່ກໍຄື ບັນຫາສໍາຄັນທີ່ເຮັດໃຫ້ສິນຄ້າຂອງລາວ ຍັງບໍ່ສາມາດແຂ່ງຂັນໃນຕ່າງປະເທດໄດ້ ທັງບໍ່ສາມາດຜະລິດທົດແທນການນໍາເຂົ້າຈາກຕ່າງປະເທດໄດ້ດ້ວຍແລ້ວ ຈຶ່ງເຮັດໃຫ້ລາວຍັງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງ
ຕໍ່ເນື່ອງ ໂດຍສະເພາະການຂາດດຸນການຄ້າຕໍ່ໄທທີ່ມີມູນຄ່າຫຼາຍກວ່າ 1​ ແສນລ້ານບາດ ໃນປີ 2023 ນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG