ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນລາວ ບໍ່ສາມາດສົ່ງງົວໄປຈີນ ສະນັ້ນຈຶ່ງພາກັນລັກລອບເອົາງົວ ເຂົ້າໄປໃນຫວຽດນາມແທນ


ຟາມລ້ຽງງົວແຫ່ງນຶ່ງໃນລາວ
ຟາມລ້ຽງງົວແຫ່ງນຶ່ງໃນລາວ

ຊາວກະສິກອນລາວ ຍັງບໍ່ສາມາດສົ່ງອອກງົວໄປຈີນໄດ້ ເພາະການລ້ຽງຍັງບໍ່ທັນໄດ້ມາດຕະຖານ ຕາມການກຳນົດຂອງຈີນ ຈຶ່ງຕ້ອງພາກັນໃຊ້ວິທີການລັກລອບລ້ຽງເພື່ອສົ່ງຂ້າມຊາຍແດນໄປຫວຽດນາມແທນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລ້ຽງງົວໃນລະບົບຟາມທີ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫຼາດຈີນ ພາຍໃຕ້ໂຄຕາທີ່ຈະນຳເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍຍັງບໍ່ສາມາດປະຕິບັດຕົວຈິງໄດ້ເລີຍ ເນື່ອງຈາກຊາວກະສິກອນລາວຂາດແຄນທັງໃນດ້ານເງິນທຶນ ດ້ານເທັກນິກ ການລ້ຽງທີ່ທັນສະໄໝ ແລະແມ່ນພັນງົວທີ່ໄດ້ມາດຕະຖານຕາມຕ້ອງການຂອງຈີນ ແຕ່ວ່າ ໃນທົ່ວປະເທດມີຟາມງົວເຖິງ 658 ແຫ່ງແລະມີງົວຫຼາຍກວ່າ 95,000 ໂຕທີ່ຕ້ອງ ການສົ່ງອອກໄປຕ່າງປະເທດໃນແຕ່ລະປີ ຈຶ່ງເຮັດໃຫ້ຊາວກະສິກອນລາວ ຕ້ອງແກ້ໄຂບັນຫາດັ່ງກ່າວດ້ວຍການສົ່ງອອກໄປຫວຽດນາມແທນ ແລະເຖິງແມ່ນວ່າ ທາງການຫວຽດນາມກຳນົດໃຫ້ຕ້ອງກັກກັນງົວໄວ້ທີ່ຊາຍແດນເປັນເວລາ 14 ວັນ ກ່ອນຈະສົ່ງງົວຈາກລາວ ເຂົ້າໄປຫວຽດນາມກໍຕາມ ແຕ່ການປະຕິບັດຕົວຈິງນັ້ນ ກໍຄືຊາວກະສິກອນລາວ ສາມາດຈູງງົວຂ້າມຊາຍແດນໄປສົ່ງມອບໃຫ້ກັບບັນດາພໍ່ຄ້າຫວຽດນາມໄດ້ຢ່າງງ່າຍດາຍ ເຖິງແມ່ນວ່າ ຈະຖືເປັນການລັກລອບໂດຍຜິດກົດໝາຍກໍຕາມ ແຕ່ກໍສາມາດປະຕິບັດໄດ້ຢ່າງເປັນປົກກະຕິຢູ່ທີ່ຊາຍແດນ ລາວ-ຫວຽດນາມເລື້ອຍມາ ດັ່ງທີ່ນັກທຸລະກິດລາວ ໄດ້ຍົກກໍລະນີທີ່ແຂວງຊຽງຂວາງວ່າ:

“ລັດວິສາຫະກິດການຄ້າຂາເຂົ້າ-ຂາອອກ ຂອງແຂວງຊຽງຂວາງ ເຊັນສັນຍາກັບບໍລິສັດຢູ່ຫວຽດນາມ ແຕ່ເພິ່ນໃຫ້ເຮົາເອົາສັດໄປັກັກຢູ່ໃນຊາຍແດນ 14 ມື້ ກວດ ກາສຸຂະພາບບໍ່ ກວດກາອີ່ສັງ ໝົດທຸກຢ່າງແລ້ວ ຈັ່ງໃຫ້ເອົາອອກ ມັນເປັນໄຟບໍ່ໄດ້ຖືວ່າມາດຕະຖານສູງ ແຕ່ຖ້າຫາກວ່າ ແມ່ນອັນຄືຄູ່ມືນີ້ຫລະ ແມ່ນປະຊາຊົນເຮົາຈູງຫັ້ນຫນະ ເວົ້າອັນເວົ້າສັບອັນທ້ອງຖິ່ນຫັ້ນແຫລະ ຈູງຂ້າມເວັ້ນອັນໄມ້ກາດຫັ້ນເດ້ ເວັ້ນໄປໜ້ອຍນຶ່ງ ໄປຮອດພຸ້ນປັ໊ບ ກະຕີກາປັ໊ບ ໃສ່ເປັນງົວ-ເປັນຄວາຍ ຂອງເພິ່ນໂລດຫັ້ນໜາ ມັນເປັນແນວນັ້ນ ພວກເຮົາກະໄດ້ເວົ້າແລ້ວວ່າ ທາງແຂວງແຂວງນີ້ສິເອົາ ແຕ່ມັນກະຍັງບໍ່ສາມາດຈະເປີດເປັນທາງການໄດ້.”

ໃນປັດຈຸບັນ ທົ່ວປະເທດລາວ ມິແມ່ພັນງົວມາດຕະຖານພຽງແຕ່ 20,000 ໂຕເທົ່ານັ້ນ ໃນຂະນະທີ່ການຈະຕອບສະໜອງໃຫ້ໄດ້ຕາມເງື່ອນໄຂ ແລະໂຄວຕາຂອງຈີນ ກໍຈະຕ້ອງມີແມ່ພັນງົວຫຼາຍກວ່າ 62,000 ໂຕຊຶ່ງເຮັດໃຫ້ຈະຕ້ອງນຳເຂົ້າແມ່ນພັນ ງົວຈາກຕ່າງປະເທດ ເກີນກວ່າ 42,000 ໂຕ ໃນປີ 2024 ເພື່ອທີ່ຈະເຮັດໃຫ້ສາ ມາດຕອບສະໜອງ ຕາມລະບົບໂຄຕາຂອງຈີນ ໃຫ້ໄດ້ໃນອີກບໍ່ເກີນ 3 ປີ ຕໍ່ໜ້າ ແຕ່ວ່າ ຈະປະຕິບັດໄດ້ຈິງຫຼືບໍ່ນັ້ນ ກໍຍັງເປັນບັນຫາແລະສຳລັບການຄ້າງົວ-ຄວາຍໂດຍຜິດກົດໝາຍຢູ່ເຂດຊາຍແດນລະຫວ່າງ ລາວກັບຫວຽດນາມ ກໍຍັງຈະດຳເນີນຕໍ່ໄປ ເຊັ່ນດຽວກັນກັບການລັກບອບສິນຄ້າປະເພດອື່ນໆທີ່ການຄວບຄຸມ ແລະກວດກາລະຫວ່າງ 2 ປະເທດຍັງບໍ່ມີການຈັດຕັ້ງປະຕິບັດຢ່າງແທ້ຈິງ ໃນນີ້ກໍລວມ ເຖິງການລັກລອບແລກເງິນນອກລະບົບທະນາຄານດ້ວຍ ດັ່ງທີ່ນັກທຸລະກິດລາວ ໄດ້ຍົກກໍລະນີທີ່ແຂວງເຊກອງ ວ່າ:

“ສັງຄົມມີຄວາມຕ້ອງການຫລາຍໃນແຂວງເຊກອງຄືສະກຸນເງິນດົ້ງ ອັນນີ້ກະເວົ້າກັນ ພວກເຮົາກະບໍ່ໄດ້ມີເດ້ ຮ້ານແລກປ່ຽນ ແຕ່ວ່າພວກເຮົາກະມີຄວາມຈຳເປັນ ພວກເຮົາຢູ່ໄກນະຄອນດາໜັງ ໃກ້ຫວຽດຫັ້ນແຫລະ ມີແຕ່ຮ້ອຍປາຍ ມັນຕ້ອງມີເວລາບໍ່ ສະບາຍບໍ່ ມີວຽກຈຳເປັນບໍ່ ໄປວຽກທາງການກະຕ້ອງໄດ້ຕ້ອງການເງິນດົ້ງ ແຕ່ທະນາຄານບໍ່ມີໃຫ້ ທະນາຄານບໍ່ໄດ້ອະນຸຍາດແຕກ ຄັນບໍ່ແຕກແລ້ວ ກະຕ້ອງໄດ້ໄປແຕກຢູ່ນອກ ອັນນີ້ກໍໄດ້ເວົ້າກັນວ່າ ຄັນແຕກນອກຜິດບໍ່ ຄັນໃນຫລັກ ການຜິດ ແຕ່ວ່າ ມັນພັດເງິນກີບກໍບໍ່ໄດ້ໄປຫວຽດ ຈຳເປັນໄດ້ໄປແຕກ ອັນນີ້ ກໍກຳລັງສະເໜີຢູ່ ເພິ່ນກະຍັງບໍ່ທັນມີຄຳຕອບ ທະນາຄານກະບໍ່ສາມາດ ເປີດຮ້ານແລກປ່ຽນເງິນດັ່ງຫັ້ນໜ່າ.”

ໃນປີ 2023 ລາວສົ່ງອອກສິນຄເາກະສິກຳໄປຕ່າງປະເທດ ໃນມູນຄ່າລວມເກີນກວ່າ 1,400 ລ້ານໂດລາ ຊຶ່ງເພີ້ມຂຶ້ນກວ່າ 4 ເປີເຊັນ ທຽບໃສ່ປີ 2022 ໃນນີ້ ກໍເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດໃນມູນຄ່າ 1,200 ລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ໃນມູນຄາລວມພຽງ 200 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າ ລາວຈະໄດ້ໂຄວຕາໃນການສົ່ງງົວໄປຈີນເຖິງ 5 ແສນໂຕຕໍ່ປີກໍຕາມ.

ທັງນີ້ ກະຊວງການຄ້າຈີນ ໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳລັບການນຳເຂົ້າງົວຈາກລາວ ຄືງົວ ຕ້ອງມີນ້ຳໜັກ 350 ກິໂລກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີ ຕ້ອງມາຈາກພື້ນທີ່ທີ່ປາດສະຈາກພະຍາດປາກເປື່ອຍລົງເຫຼັບ ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງນ້ອຍ 45 ວັນ ຕ້ອງລ້ຽງແຍກເພດ ໃນ 6 ເດືອນ ຈະຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂຶ້ນທະບຽນສັດ ກວດການຖືພາ ສັກຢາກັນ ພະ ຍາດປາກເປື່ອຍ 2 ເຂັມຈັດເກັບຕົວຢ່າງ ແລະວິໄຈພະຍາດເປັນປະຈຳ ຕິດຕາມການໃຊ້ອາຫານ ແລະການໃຊ້ຢາກັນພະຍາດ ຄວບຄຸມການເຄື່ອນຍ້າຍຢ່າງໄດ້ມາດຕະຖານສາກົນ ແລະຕ້ອງກັກໂຕ 30 ວັນກ່ອນທີ່ຈະສົ່ງໄປຈີນ ນອກຈາກນີ້ ການຜະລິດທີ່ມີຕົ້ນທຶນສູງ ແລະຂາດເທັກນິກການຜະລິດສະໄໝໃໝ່ ກໍຄືສາເຫດທີ່ເຮັດໃຫ້ສິນຄ້າຂອງລາວ ຍັງບໍ່ສາມາດແຂ່ງຂັນ ໃນຕ່າງປະເທດໄດ້ຢ່າງແທ້ຈິງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG