ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ​ລາວ​ທີ່​ລົງ​ຂ່າວ ໃນສື່​ສັງ​ຄົມ​ອອນ​ລາຍ ​ຖືກ​ຄຸກ 5 ປີ ຍ້ອນເຜີຍ​ແຜ່ ຂໍ້​ບົກ​ຜ່ອງ ຂອງ​ລັດ​ຖະ​ບານ ​ໃນ​ການ​ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ


ພາບ​ຖ່າຍ​ຈາກວີ​ດິ​ໂອທີ່​ເອົາ​ລົງ​ໃນ Facebook ໃນ​ວັນ​ທີ 12 ກັນ​ຍາ 2019 ສະ​ແດງ​ໃຫ້​ເຫັ​ນ​ຮູບ​ຂອງນາງຮວຍ​ເຮືອງ ໄຊ​ຍະ​ບູ​ລີ ຫລື ນາງໝູ​ນ້ອຍ ໝ້ວຍ (ພາບ​ຖ່າຍ​ໂດຍ Pete Cobus, ນັກ​ຂ່າວ ວີໂອ​ເອ)
ພາບ​ຖ່າຍ​ຈາກວີ​ດິ​ໂອທີ່​ເອົາ​ລົງ​ໃນ Facebook ໃນ​ວັນ​ທີ 12 ກັນ​ຍາ 2019 ສະ​ແດງ​ໃຫ້​ເຫັ​ນ​ຮູບ​ຂອງນາງຮວຍ​ເຮືອງ ໄຊ​ຍະ​ບູ​ລີ ຫລື ນາງໝູ​ນ້ອຍ ໝ້ວຍ (ພາບ​ຖ່າຍ​ໂດຍ Pete Cobus, ນັກ​ຂ່າວ ວີໂອ​ເອ)

ຄົນ​ລາວ​ທີ່​ລົງ​ຂ່າວໃນ​ສື່​ສັງ​ຄົມ​ອອນ​ລາຍຄົນ​ນຶ່ງ ອາ​ຍຸ 30 ປີ ​ຖືກ​ຈຳ​ຄຸກ 5 ປີ ຍ້ອນ​ຕັ້ງ​ຄຳ​ຖາມ​ຕໍ່​ການ​ຕອບສະ​ໜອງ​ການ​ຊ່ວຍ​ເຫລືອ​ທີ່ບໍ່​ພຽງ​ພໍຂອງ​ລັດ​ຖະ​ບານ ຕໍ່​ໄພ​ນ້ຳ​ຖ້ວມ​ທີ່ອັນ​ຕະ​ລາຍຮ້າຍ​ແຮງ​ຢູ່​ໃນພາກ​ໃຕ້​ຂອງ​ລາວ​ໃນ​ລະ​ດູໃບ​ໄມ້​ຫລົ່ນ​ປີ​ນີ້.

ໃນ​ເດືອນກັນ​ຍາຜ່ານ​ມາ, ລົມ​ພາຍຸ​ລະ​ດູ​ຮ້ອນ ໂພ​ດຸ​ລ ແລະພາ​ຍຸ​ຄວາມກົດດັນ ອາ​ກາດ​ຕ່ຳ ຄາ​ຈິ​ກິ ໄດ້​ນຳ​ເອົາ​ຝົນຕົກ​ໜັກຢູ່ໃນ​ລະ​ດັບແຮງປະ​ມານ 40 ຊັງ​ຕີ​ແມັດ​ ມາ​ຖອກ​ໃສ່​ທົ່ວທັງ 6 ແຂວງ​ພາກໃຕ້​ຂອງ​ລາວ ຊຶ່ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ 19 ຄົນ​ເສຍ​ຊີ​ວິດ ແລະ​ເຮັດ​ໃຫ້​ປະ​ມານ 1 ແສນ​ຄົນຕ້ອງ​ໄດ້​ອົບ​ພະ​ຍົບ​ຫລົບ​ໜີຈາກ​ບ້ານ​ເຮືອນ​ໄປ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ກຸ່ມ​ອາ​ຊຽນ ແລະ ອົງ​ການ​ດ້ານ​ບັນ​ເທົາ​ທຸກ ຈາກ​ໄພ​ພິ​ບັດຕ່າງໆ.

ໜັງ​ສື​ພິມ Vientiane Times ໄດ້​ລາຍ​ງານ​ວ່າ ​ມີ​ຜູ້​ເສຍ​ຊີ​ວິດ 28 ຄົນ ແລະ​ອົງ​ການ​ຂ່າວ​ສາ​ກົນລາຍ​ງານ​ວ່າ ໄພ​ນ້ຳ​ຖ້ວມ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ໂຮງ​ໝໍ ແລະ​ໂຮງ​ຮຽນ​ທັງ​ຫລາຍ​ຖືກ​ທຳ​ລາຍ ແລະ​ເຮັດ​ໃຫ້​ຫົນ​ທາງຫລາຍ​ຮ້ອຍ​ເສັ້ນເປ່​ເພ ແລະ ​ຂົວ​ເກືອບ​ຮອດ 100 ຫັກ​ພັງ.

ອົງ​ການ​ນັກ​ຂ່າວບໍ່​ມີ​ພົມ​ແດນ ຫລື Reporters Without Borders (RSF) ທີ່​ຕັ້ງ​ຢູ່​ນະ​ຄອນ​ຫລວງ​ປາ​ຣີ ເວົ້າ​ວ່າ ຜູ້​ລົງ​ຂ່າວ​ຜ່ານ​ທາງວີ​ດິ​ໂອທີ່​ເຜີຍ​ແຜ່ອອກ ທາງ​ອິ​ນເຕີ​ແນັດ, ​ນາງຮວຍ​ເຮືອງ ໄຊ​ຍະ​ບູ​ລີ ທີ່​ມີ​ຊື່​ຢູ່​ໃນ​ທາງ​ອອນ​ລາຍ​ວ່າ ນາງໝູ​ນ້ອຍ ໝ້ວຍ ໄດ້​ເອົາ​ວີ​ດິ​ໂອສາກ​ນຶ່ງ​ລົງ​ໃນ​ Facebook ໃນ​ວັນ​ທີ 12 ກັນ​ຍາ ຊຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຕໍ່​ສິ່ງ​ທີ່​ນາງເວົ້າ​ວ່າ​ເປັນ​ການ​ເມີນ​ເສີຍ​ຂອງ​ລັດ​ຖະ​ບານ​ໃນ​ດ້ານ​ສະ​ໜອງ​ການ​ຊ່ວຍ​ເຫລືອ​ດ້ານ​ໄພ​ພິ​ບັດຢູ່​ໃນ​ແຂວງ​ຈຳ​ປາ​ສັກ​ທີ່​ນາງ​ເກີດ​ຢູ່ ແລະແຂວງ​ສາ​ລະ​ວັນ.

ມາຮອດ​ວັນ​ພະ​ຫັດ​ວານນີ້ ວີ​ດິ​ໂອ​ດັ່ງ​ກ່າວມີ​ຄົນ​ເບິ່ງ​ຫລາຍກວ່າ 172,000 ຄັ້ງ. ອົງການ RSF ​ໃນ​ວັນ​ອັງ​ຄານ​ຜ່ານ​ມາຮູ້​ວ່າ ນາງຮວຍ​ເຮືອງ ໄດ້​ຮັບ​ໂທດ​ເຖິງ​ຂັ້ນສູງ​ສຸດ​ແລ້ວ ແລະ​ໄດ້​ຖືກ​ຈຳ​ຄຸກ​ຍ້ອນ "ໂຄສະ​ນາຕໍ່​ຕ້ານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ," ແລະ “ພະ​ຍາ​ຍາມໂຄ່ນ​ລົ້ມ​ພັກ, ລັດ ແລະ​ລັດ​ຖະ​ບານ."

"ໂດຍໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ຄວາມຕ້ານ​ລັດ​ຖະ​ບານ, ນາງ​ໄດ້​ລະ​ເມີດມາດ​ຕາ 117 ຂອງ​ກົດ​ໝາຍ​ອາ​ຍາ. ສະ​ນັ້ນນາງອາດຈະຖືກລົງໂທດດ້ວຍການຖືກ​ຂັງ​ຄຸກແຕ່ 1 ປີຫາ 5 ປີ ແລະປັບໄໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ ຫລື 568 ໂດ​ລາ ຫາ 2,272 ໂດ​ລາ," ນັ້ນ​ຄື​ຄຳ​ເວົ້າ​ຂອງພັນ​ໂທ ໄພ​ຈິດ ທີ່​ກາວ​ຕໍ່ ພະ​ແນກ​ພາ​ສາ​ລາວ​ຂອງວີ​ໂອ​ເອ ໃນ​ເວ​ລາບໍ່​ດົນພໍ​ເທົ່າ​ໃດ ​ຫລັງ​ຈາກ​ມີ​ການ​ຈັບ​ກຸມ​ໃນ​ວັນ​ທີ 12 ກັນ​ຍານັ້ນ​ແລ້ວ.

ທ່ານ ໄພ​ຈິດ ຍັງ​ໄດ້​ຖະ​ແຫຼງ​ວ່າ ​ນາງ “ ໄດ້​ໃຫ້​ການ​ຮັບ​ສາ​ລະ​ພາບ​ວ່າໄດ້ທຳ ຄວາມຜິດຕາມທີ່ຖືກກ່າວຫາຈິງ ແລະ ໄດ້ໃຫ້ຂໍ້ມູນສຳຄັນທີ່ກ່ຽວກັບການພົວພັນ ກັບກຸ່ມຄົນບໍ່ດີທັງພາຍໃນ ແລະຕ່າງປະເທດ.”

"ໂດຍ​ການ​ກະ​ທຳ​ເປັນ​ກະ​ບອກ​ສຽງ​ໃຫ້​ແກ່​ເພື່ອນ​ຮ່ວມ​ຊາດ​ຂອງ​ນາງ ດ້ວຍ​ຄວາມ​ກ້າ​ຫານ ນາງ​ໝູ​ນ້ອຍ​ໝ້ວຍ ໄດ້​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ປະ​ເທ​ດ​ທີ່​ຂະ​ແໜງຂ່າ​ວສານຖືກ​ຄວບ​ຄຸມ​ຢ່າງ​ສິ້ນ​ເຊີງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ດາ​ນຽວ ແບ​ສ​ຕາດ (Daniel Bastard), ຫົວ​ໜ້າຝ່າຍ ເອ​ເຊຍ ປາ​ຊີ​ຟິກ​ຂອງ​ອົງ​ການ RSF, ທີ່​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຢູ​ໃນຂ່າວ​ເຕືອນ​ໄພ​ຂອງ​ອົງ​ການ RSF.

ທ່ານ​ເວົ້າ​ວ່າ "ການ​ລົງ​ໂທດ​ຢ່າງ​ໜັກ​ຕໍ່ນາງ ເປັນ​ການ​ເຕືອນທີ່​ໂຫດ​ຫ້ຽມ​ໃຫ້​ແກ່​ປະ​ຊາ​ຊົນ​ລາວໃນ​ທົ່ວ​ປະ​ເທດ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ເນື່ອງ​ຈາກວ່າ ການ​ກ່າວ​ຫາ​ໄດ້​ແກ່ນ​ສານ​ໃດໆ ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ນາງ​ໃນ​ທັນ​ທີ​ທັນ​ໃດ ແລະ​ໂດຍບໍ່​ມີ​ເງື່ອນ​ໄຂ.”

ອີງ​ຕາມທ່ານແບ​ສ​ຕາດ (Bastard), ນາງ​ຮວຍ​ເຮືອງ ໄດ້ເອົາ “ໃນ​ເມື່ອ​ກ່ອນນັ້ນ ໄດ້​ເອົາວີ​ດິ​ໂອ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ ແລະ​ການ​ທີ່ບໍ່​ໄດ້​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຢ່າງ​ພຽງ​ພໍ​ຂອງ​ລັດ​ຖະ​ບານຢູ່ໃນ​ແຂວງ​ອັດ​ຕະ​ປື, ຢູ່​ພາກ​ໃຕ້ ​ຂອງ​ລາວ​ ທີ່​ເກີດ​ຈາກ​ການ​ພັງ​ຂອງ​ເຂື່ອນ​ໄຟ​ຟ້າ​ແຫ່ງ​ນຶ່ງ​ໃນ​ເດືອນ​ກໍ​ລະ​ກົດ ປີ 2018 ນັ້ນ ລົງ​ໃນເຟັ​ສ​ບຸກ.”

ອົງ​ການ RSF ໄດ້​ພັນ​ລະ​ນາ​ກ່ຽວ​ກັບ​ລາວ​ວ່າ “ເປັນ​ຂຸມ​ດຳ​ໃນ​ເລື້ອງ​ຂ່າວ ແລະ​ການ​ໃຫ້ຂໍ້​ມູນ ຊຶ່ງ​ໃນ​ນັ້ນລະ​ບົບ​ຂອງ​ລັດ​ມີ​ການ​ຄວບ​ຄຸມ​ຢ່າງ​ສິ້ນ​ເຊີງ​ຕໍ່ຂະ​ແໜງ​ຂ່າວ​ສານ ແລະ​ມີ​ຄົນ​ໃນ​ຈຳ​ນວນ​ໜ້ອຍ​ທີ່​ມີ​ອິນ​ເຕີ​ແນັດ​ໃຊ້.”

ອົງ​ການ​ສາ​ກົນໃນ​ດ້າ​ນການ​ປົກ​ປ້ອງ​ເສ​ລີ​ພາບ​ໃນ​ການ​ອອກຂ່າວໄດ້​ຈັດ​ໃຫ້​ລາວ ເປັນ​ປະ​ເທດ​ທີ 171 ໃນ​ຈຳ​ນວນ 180 ປະ​ເທດ ຢູ່​ໃນ​ດັດ​ສະ​ນີ​ວັດ​ແທກ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວທົ່ວ​ໂລກ​ຂອງ​ອົງ​ການ​ດັ່ງ​ກ່າວ ປະ​ຈຳ​ປີ 2019 ນີ້. ​

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG