ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຂະຫຍາຍການພົວພັນທາງການທູດ ເພື່ອຂໍຄວາມຊ່ວຍເຫລືອຈາກຕ່າງປະເທດ ຫລາຍຂຶ້ນ


ກອງປະຊຸມຂອງຄູ່ຮ່ວມພັດທະນາແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນພາຍໃຕ້ການອຸປະຖໍາຂອງອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ ໃນປີ 2019
ກອງປະຊຸມຂອງຄູ່ຮ່ວມພັດທະນາແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນພາຍໃຕ້ການອຸປະຖໍາຂອງອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ ໃນປີ 2019

ລັດຖະບານລາວຕັ້ງໜ້າເສີມຂະຫຍາຍການພົວພັນທາງການທູດເພື່ອຂໍຄວາມຊ່ວຍເຫລືອຈາກຕ່າງປະເທດຫລາຍຂຶ້ນເພາະວ່າ ນາໆຊາດ ໃຫ້ການຊ່ວຍເຫລືອລາວຫຼຸດລົງຢ່າງຕໍ່ເນື່ອງ ໃນ 5 ປີທີ່ຜ່ານມາ, ຊົງລິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.


ທ່ານສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດຖະແຫລງວ່າ ການເສີມຂະຫຍາຍການພົວພັນທາງການທູດກັບຕ່າງປະເທດໃຫ້ໄດ້ຢ່າງກວ້າງຂວາງຫລາຍຂຶ້ນ ເປັນເປົ້າໝາຍສຳຄັນທີ່ສຸດໃນນະໂຍບາຍການຕ່າງປະເທດໃນໄລຍະໃໝ່ຂອງລັດຖະບານລາວ ກໍຄື ແຕ່ປີ 2021-2025, ດ້ວຍຫວັງວ່າ ການເສີມຂະຫຍາຍການພົວພັນທາງການທູດດັ່ງກ່າວ ຈະເຮັດໃຫ້ສະຖານະ ແລະບົດບາດຂອງ ສປປ ລາວ ໂດດເດັ່ນຂຶ້ນໃນເວທີສາກົນ ທັງຍັງມີໂອກາດທີ່ຈະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດເພີ້ມຂຶ້ນອີກດ້ວຍ ໂດຍແນໃສ່ການພັດທະນາແບບຍືນຍົງ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກການສະພາບດ້ອຍພັດທະນາຢ່າງແທ້ຈິງພາຍໃນປີ 2030 ດັ່ງທີ່ທ່ານສະເຫລີມໄຊ ໄດ້ໃຫ້ການຢືນຢັນວ່າ:

“ວຽກງານການຕ່າງປະເທດຂອງ ສປປລາວ ພວກເຮົາແມ່ນ 1 ໃນບູລິມະສິດອັນດັບ 1 ຂອງພັກ ແລະລັດຖະ ບານ, ບົນຫລັກການຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫຼາຍລະດັບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ລວມທັງເພື່ອຂົນຂວາຍ ແລະຍາດແຍ່ງການຊ່ວຍເຫລືອ, ການຮ່ວມມືໃນທຸກດ້ານລວມທັງວິທະຍາສາດ ແລະເຕັກໂນໂລຈີ ທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດ - ສັງຄົມພວກເຮົາ ແນໃສ່ນໍາພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2020-2030. "

ປັດຈຸບັນ ສປປລາວ ມີສາຍພົວພັນທາງການທູດກັບ 143 ປະເທດ, ໂດຍມີສະຖານທູດປະຈຳຢູ່ 26 ປະເທດ, ມີສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ, ກົງສຸນກິຕິມະສັກໃນ 17 ປະເທດ, ພົວພັນຮ່ວມມືກັບພັກການເມືອງໃນຕ່າງປະເທດ 140 ພັກ, ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ ແລະຍົກເວັ້ນວີຊາການທູດກັບ 37 ປະເທດ ທັງຍັງໄດ້ຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງ 11 ປະເທດອີກດ້ວຍ.

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ກ່າວວ່ານາໆ ຊາດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໂດຍມີສາເຫດສໍາຄັນ ມາຈາກບັນຫາການໃຊ້ຈ່າຍເງິນຊ່ວຍເຫລືອຢ່າງບໍ່ມີປະສິດທິພາບຂອງລັດຖະບານລາວ ຈຶ່ງເຮັດໃຫ້ນາໆຊາດ ໄດ້ພາກັນຫຼຸດການຊ່ວຍເຫຼືອລົງ ໂດຍມີເງື່ອນໄຂວ່າຈະເພີ້ມການຊ່ວຍເຫຼືອແກ່ ສປປ ລາວ ກໍຕໍ່ເມື່ອວ່າ ລັດຖະບານລາວໄດ້ປັບປຸງການໃຊ້ຈ່າຍເງິນທີ່ໄດ້ຮັບການຊ່ວຍເຫຼືອນັ້ນ ຢ່າງມີປະສິດທິພາບຕາມທີ່ໄດ້ຕົກລົງກັບນາໆ ຊາດຢ່າງແທ້ຈິງເທົ່ານັ້ນ.

ອົງການ UNDP ໄດ້ຕົກລົງໃຫ້ເງິນຊ່ວຍເຫລືອແກ່ລັດຖະບານລາວໃນມູນຄ່າ 426 ລ້ານໂດລາ ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາຊົນນະບົດ ເພື່ອຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນຊ່ວງປີ 2016-2020 ແຕ່ກໍປະກົດວ່າ ການຊ່ວຍເຫລືອບໍ່ໄດ້ເປັນໄປຕາມຂໍ້ຕົກລົງດັ່ງກ່າວ ທັງໄດ້ປັບຫຼຸດການຊ່ວຍເຫລືອລົງມາເປັນ 291 ລ້ານໂດລາອີກດ້ວຍ ຍ້ອນວ່າລັດຖະບານລາວ ບໍ່ໄດ້ດໍາເນີນການປັບປຸງ ການໃຊ້ຈ່າຍເງິນທຶນຊ່ວຍໃຫ້ມີປະສິດທິພາບຕາມເງື່ອນໄຂທີ່ UNDP ກຳນົດໄວ້ນັ້ນເອງ.

ທາງດ້ານຜູ້ຊ່ຽວຊານຂອງທະນາຄານໂລກປະຈຳລາວ ຢືນຢັນວ່າ ລັດຖະບານລາວ ຍັງຈະຕ້ອງປະເຊີນກັບສະພາບການເປັນໜີ້ພາກລັດເພີ້ມຂຶ້ນ ໂດຍມີສາເຫດມາຈາກການກູ້ຢືມເງິນທັງພາຍໃນ ແລະຕ່າງປະເທດ ເພື່ອມານຳໃຊ້ເຂົ້າໃນການດຸ່ນດ່ຽງດ້ານງົບປະມານ ລາຍຈ່າຍທີ່ສູງກ່ວາລາຍຮັບ ຊຶ່ງເຫັນໄດ້ໃນປີ 2016 ທີ່ ໜີ້ສິນຂອງລັດຖະບານລາວມີມູນຄ່າເກີນກວ່າ 60 ເປີເຊັນ ຂອງຍອດລວມຜະລິດຕະພັນພາຍໃນ (GDP), ທັງຍັງໄດ້ເພີ່ມຂຶ້ນເປັນ 68 ເປີເຊັນຂອງ GDP ໃນປີ 2019 ແລະຄາດວ່າຈະເພີ່ມຂຶ້ນເຖິງ 70 ເປີເຊັນ ຂອງ GDP ໃນປີ 2020 ນີ້. ໝາຍຄວາມວ່າໜີ້ຂອງລັດຖະບານລາວໄດ້ເພີ່ມຂຶ້ນຈາກ 9,550 ລ້ານໂດລາ ໃນປີ 2016 ມາເປັນ 13,491 ລ້ານໂດລາ ໃນປີ 2019, ແລະຈະເພີ່ມຂຶ້ນເປັນຫຼາຍກ່ວາ 13,890 ລ້ານໂດລາ ໃນປີ 2020 ທັງກໍຍັງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວຫລຸດລົງເຫລືອເທົ່າກັບການ ນຳ ເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນເທົ່ານັ້ນອີກດ້ວຍ.

XS
SM
MD
LG