ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລັງງານໄຟຟ້າໃນລາວ ບໍ່ພຽງພໍກັບ ຄວາມຕ້ອງການ


ສ່ວນນຶ່ງຂອງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ II ຊຶ່ງໄດ້ສໍາເລັດໄປແລ້ວ ແລະ ເລີ້ມຜະລິດໄຟຟ້າ ສົ່ງອອກຂາຍໃຫ້ໄທ ໃນເດືອນກັນຍາ ທີ່ຜ່ານມານີ້.
ສ່ວນນຶ່ງຂອງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ II ຊຶ່ງໄດ້ສໍາເລັດໄປແລ້ວ ແລະ ເລີ້ມຜະລິດໄຟຟ້າ ສົ່ງອອກຂາຍໃຫ້ໄທ ໃນເດືອນກັນຍາ ທີ່ຜ່ານມານີ້.

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ການຕອບສະໜອງພະລັງງານໄຟຟ້າ ຍັງບໍ່ສາມາດ ປະຕິບັດໄດ້ຢ່າງພຽງພໍ ກັບຄວາມຕ້ອງການພາຍໃນປະເທດ ເນື່ອງຈາກວ່າ ຕ້ອງໄດ້ຜະລິດ ເພື່ອສົ່ງອອກ ເປັນດ້ານຫລັກ.

ທ່ານສີຈາດ ບຸດສາກິດຕິລາດ ຮອງຫົວໜ້າກົມສົ່ງເສີມພັດທະນາພະລັງງານກະຊວງພະລັງ
ງານແລະບໍ່ແຮ່ຂອງລາວ ໄດ້ຖະແຫລງຍອມຮັບວ່າ ຄວາມຕ້ອງການຊົມໃຊ້ພະລັງງານໄຟ
ຟ້າພາຍໃນປະເທດລາວ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ລັດວິສາຫະກິດໄຟຟ້າລາວບໍ່ ສາມາດຕອບສະໜອງພະລັງງານໄຟຟ້າໄດ້ຢ່າງພຽງພໍກັບຄວາມຕ້ອງການທີ່ເປັນຈິງ ທັງນີ້
ກໍເນື່ອງຈາກວ່າ ໃນຂະນະທີ່ຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າພາຍໃນ ໄດ້ເພີ່ມຂຶ້ນ
ກວ່າ 20% ນັ້ນ ກໍປາກົດວ່າໃນພາກການຜະລິດພະລັງງານໄຟຟ້າຈາກເຂຶ່ອນຕ່າງໆໃນທົ່ວ
ປະເທດລາວ ໄດ້ລົດລົງເກີນກວ່າ 3% ອັນເປັນຜົນມາຈາກໄພແຫ້ງແລ້ງ ທີ່ເຮັດໃຫ້ປະລິ
ມານນໍ້າໃນເຂື່ອນຕ່າງໆນັ້ນ ມີລະດັບທີ່ຕໍ່າຫລາຍ ຈຶ່ງບໍ່ສາມາດທີ່ຈະຜະລິດພະລັງງານໄຟ ຟ້າໄດ້ ຢ່າງເຕັມກໍາລັງຄວາມສາມາດທີ່ເປັນຈິງ.

ສາຍສົ່ງກະແສໄຟຟ້າ ໄປຂາຍ ໃຫ້ໄທ
ສາຍສົ່ງກະແສໄຟຟ້າ ໄປຂາຍ ໃຫ້ໄທ

ນອກນີ້ ການທີ່ລັດຖະບານລາວມີນະໂຍບາຍສົ່ງເສີມໃຫ້ຕ່າງ ຊາດເຂົ້າມາລົງທຶນກໍ່ສ້າງເຂື່ອນຜະລິດພະລັງງານໄຟຟ້າເພື່ອ ສົ່ງອອກໄປຕ່າງປະເທດເປັນດ້ານຫລັກນັ້ນ ກໍເປັນອີກປັດໃຈ ນຶ່ງທີ່ເຮັດໃຫ້ການຕອບສະໜອງພະລັງງານໄຟຟ້າໄດ້ບໍ່ພຽງ ພໍກັບຄວາມຕ້ອງການພາຍໃນທີ່ເພີ່ມຂຶ້ນດັ່ງທີ່ ທ່ານສີຈາດ ໄດ້ໃຫ້ການອະທິບາຍເຖິງກໍລະນີຂອງໂຄງການເຂື່ອນນໍ້າ ເທີນ 2 ວ່າ:

“75 MVນີ້ຕັ້ງແຕ່ບໍ່ທັນກໍ່ສ້າງໂຄງການເຂື່ອນນໍ້າເທີນ
2 ນີ້ ເຮົາກະວ່າມັນຫລາຍ ທັງໄຟຟ້າລາວທັງກະຊວງອຸດສາຫະກໍາ ກະປະເມີນ
ວ່າມັນຫລາຍໂພດ ເຮົາບໍ່ມີບ່ອນສິເອົາແລ້ວ ເພາະວ່າໄຟຟ້ານີ້ກໍບໍ່ແມ່ນຈະເອົາ
ໄປເກັບຮັກສາໄວ້ໄດ້ ຖ້າມີແລ້ວ ມັນກໍຕ້ອງໄດ້ໃຊ້ ແຕ່ວ່າດຽວນີ້ມັນບໍ່ພໍແລ້ວ
ເພາະຄວາມຕ້ອງການພາຍໃນ ມັນເພີ່ມຂຶ້ນ ແລະດຽວນີ້ພວກເຮົາກໍກໍາລັງຢູ່ໃນ
ໄລຍະພັດທະນາ ເພາະວ່າດຽວນີ້ ພວກເຮົາຜະລິດເພື່ອເປັນສິນຄ້າສົ່ງອອກ
ສະນັ້ນ ການຜະລິດກະແນ່ນອນຫລະ ໃນເບື້ອງຕົ້ນນີ້ ມັນບໍ່ພຽງພໍ.”

ສໍາລັບໃນຕະຫລອດໄລຍະແຜນການປະຈໍາປີ 2010-2011 ນີ້ ລັດຖະບານລາວໄດ້ວາງ
ເປົ້າໝາຍທີ່ຈະສົ່ງເສີມການຜະລິດພະລັງງານໄຟຟ້າ ໃຫ້ໄດ້ບໍ່ໜ້ອຍກວ່າ 9,087.75
ລ້ານກິໂລວັດຕໍ່ຊົ່ວໂມງ ຫລືເພີ່ມຂຶ້ນ ຈາກໄລຍະແຜນການປະຈໍາປີ 2009-2010 ເຖິງ
25.57% ແລະຄິດເປັນມູນຄ່າພະລັງງານໄຟຟ້າໄດ້ຫລາຍກວ່າ 4,543 ຕື້ກີບ ຫລືປະມານ 560 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າລາວຈະຕ້ອງສົ່ງກະແສໄຟຟ້າ ໃຫ້ກັບການໄຟຟ້າຝ່າຍຜະ ລິດຂອງໄທ ຕາມສັນຍາຊື້-ຂາຍໃຫ້ໄດ້ໃນປະລິມານລວມເຖິງ 7,968.69 ລ້ານກິໂລວັດຕໍ່ ຊົ່ວໂມງ ຕະຫລອດໄລຍະແຜນການປີ 2010-2011 ນີ້ ແລະໃນຂະນະດຽວກັນ ຄວາມ ຕ້ອງການຊົມໃຊ້ພະລັງງານໄຟຟ້າພາຍໃນກໍເພີ່ມຂຶ້ນດ້ວຍແລ້ວ ຈຶ່ງເຮັດໃຫ້ລັດວິສາຫະກິດ ໄຟຟ້າລາວຈໍາເປັນຕ້ອງຊື້ກະແສໄຟຟ້າຄືນຈາກໄທ ໃນປະລິມານບໍ່ໜ້ອຍກວ່າ 581.47 ລ້ານກິໂລວັດຕໍ່ຊົ່ວໂມງ ຫລືຄິດເປັນມູນຄ່າການນໍາເຂົ້າເຖິງ 53 ລ້ານໂດລາ ພ້ອມທັງຍັງ ຈະຕ້ອງຊື້ກະແສໄຟຟ້າຈາກໂຄງການກໍ່ສ້າງເຂື່ອນຕ່າງໆຢູ່ໃນລາວອີກບໍ່ໜ້ອຍກວ່າ 758.39 ລ້ານກິໂລວັດຕໍ່ຊົ່ວໂມງ ຫລືຄິດເປັນມູນຄ່າຫລາຍກວ່າ 35 ລ້ານໂດລາອີກດ້ວຍ. ຊຶ່ງດ້ວຍ ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວຕ້ອງພະຍາຍາມຊຸກຍູ້ໂຄງການສ້າງເຂື່ອນ ຕ່າງໆຢູ່ໃນລາວໃຫ້ສໍາເລັດຕາມແຜນການທີ່ວາງເອົາໄວ້ ກໍຄືພາຍໃຕ້ເປົ້າໝາຍທີ່ຈະສົ່ງເສີມ ການກໍ່ສ້າງເຂື່ອນໃຫ້ໄດ້ ປີລະ 2 ໂຄງການ ເປັນຢ່າງໜ້ອຍນັ້ນເອງ.

XS
SM
MD
LG