ສປປ ລາວ ໄດ້ຖືກເລືອກເປັນສະມາຊິກສະພາເສດຖະກິດ-ສັງຄົມຂອງຂອງອົງການສະຫະປະຊາຊາດ ຫລື ສປຊ ຄັ້ງທຳໃນປະຫວັດສາດໂດຍໄດ້ຮັບຄະແນນສຽງອັນຖ້ວມລົ້ນຈາກ 192 ປະເທດທີ່ເປັນສະມາຊິກຂອງ ສປຊ ດັ່ງທີ່ພະນະທ່ານອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດລາວປະຈຳ ສປຊ ໃຫ້ສຳພາດກັບວີໂອເອວ່າ:
ທ່ານອານຸພາບເວົ້າອີກວ່າ "ສະພາເສດຖະກິດ-ສັງຄົມເປັນກົນໄກທີ່ມີຄວາມສຳຄັນ, ເປັນກົນໄກທີ່ກຳນົດນະໂຍບາຍ ແລະໂຄງການພັດທະນາໃນຂອບເຂດທົ່ວໂລກໜີ້. ສະນັ້ນ ການເປັນຕົວເທນຂອງ ສປປ ລາວ ນີ້ຈະໄດ້ເຮັດພັນທະສາກົນ ຊຶ່ງເປັນໂອກາດທີ່ຈະເຮັດໃຫ້ເຮົາສາມາດປະກອບຄວາມຄິດຄວາມເຫັນ ຫລືວ່າສະເໜີ ອັນໃດທີ່ເປັນສິ່ງທ້າທາຍ ດ້ານການພັດທະນາໃນສະພາບປັດຈຸບັນ."
ທ່ານເວົ້າວ່າລາວເປັນປະເທດນ້ອຍພຽງປະເທດດຽວໃນຂົງເຂດເອເຊຍປາຊີຟິກທີ່ຖືກເລືອກຕັ້ງໃນຊຸດນີ້ໃຫ້ເປັນຕົວແທນຈາກກຸ່ມພາກພື້ນອາຊີ-ປາຊິຟິກຮ່ວມກັນກັບປະເທດທີ່ໃຫຍ່ກວ່າທີ່ລວມມີ ກາຕ້າ, ເກົາຫລີໃຕ້ ແລະຈີນ. ທ່ານກ່າວອີກວ່າ ການເລືອກຕັ້ງສະມາຊິກໃໝ່ຂອງສະພາເສດຖະກິດ-ສັງຄົມຂອງສະຫະປະຊາຊາດສຳລັບສົກປີ 2023-2025 ທີ່ລາວໄດ້ຖືກເລືອກໃຫ້ເປັນສະມາຊິກໃໝ່ພ້ອມກັບອີກ 17 ປະເທດໃນໂລກນັ້ນ ຈັດດຂຶ້ນໃນວັນທີ 10 ມິຖຸນາຜ່ານມາ ໂດຍສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະລາວກໍເປັນ 1 ໃນ 5 ປະເທດທີ່ໄດ້ຮັບຄະແນນສູງສຸດໃນບັນດາປະເທດທີ່ສະໝັກເຂົ້າເປັນສະມາຊິກສະພາທີ່ວ່ານີ້.
ສະພາເສດຖະກິດ-ສັງຄົມ ທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ ECOSOC ນັ້ນ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົດບັດ ສປຊ ໃນປີ 1945. 54 ປະເທດສະມາຊິກຂອງສະພາດັ່ງກ່າວ ແມ່ນແບ່ງອອກຕາມພາກພື້ນຄື: 14 ປະເທດສຳລັບ ພາກພື້ນອາຟຣິກາ, 11 ປະເທດສຳລັບພາກພື້ນເອຊເຊຍ-ປາຊິຟິກ, 10 ປະເທດ ສຳລັບພາກພື້ນ ອາເມຣິກາລາຕິນ ແລະຄາຣິບຽນ, 6 ປະເທດ ສຳລັບພາກພື້ນຢູໂຣບຕາເວັນອອກ, 13 ປະເທດສຳລັບພາກພື້ນຢູໂຣບຕາເວັນຕົກ ແລະອື່ນໆ.