ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິສາຫະກິດໄຟຟ້າລາວ ປະເຊີນກັບບັນຫາຂາດທຶນຫຼາຍຂຶ້ນ ເນື່ອງຈາກການຜະລິດໄຟຟ້າໃນປະເທດຫລຸດລົງ ເພາະໄພແຫ້ງແລ້ງ


ສຳນັກງານໃຫຍ່ຂອງບໍລິສັດລັດວິສາຫະກິດ ໄຟຟ້າລາວ ຫຼື EDL, ນະຄອນຫຼວງວຽງຈັນ
ສຳນັກງານໃຫຍ່ຂອງບໍລິສັດລັດວິສາຫະກິດ ໄຟຟ້າລາວ ຫຼື EDL, ນະຄອນຫຼວງວຽງຈັນ

ລັດວິສາຫະກິດໄຟຟ້າລາວ ປະເຊີນກັບບັນຫາຂາດທຶນຫຼາຍຂຶ້ນ ເນື່ອງຈາກການຜະລິດໄຟຟ້າໃນປະເທດຫລຸດລົງ ເພາະໄພແຫ້ງແລ້ງ ແລະເຮັດໃຫ້ຕ້ອງນຳເຂົ້າໄຟຟ້າຈາກໄທ ເພື່ອຕອບສະໜອງການຊົມໄຊ້ພາຍໃນ ຊຶ່ງຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ຜູ້ບໍລິຫານຂັ້ນສູງໃນລັດວິສາຫະກິດໄຟຟ້າລາວ (EDL) ເປີດເຜີຍວ່າ ໃນຊ່ວງ 6 ເດືອນຕົ້ນປີ 2023 ທີ່ຜ່ານມາ EDL ໄດ້ຊື້ໄຟຟ້າຈາກແຫຼ່ງໄຟ້ຟ້າຂອງບັນດາບໍລິ ສັດເອກະຊົນພາຍໃນ ແລະນຳເຂົ້າຈາກໄທ ຄິດເປັນມູນຄ່າລວມ 9,007.49 ຕື້ກີບ ຫາກແຕ່ໃນໄລຍະດຽວກັນນີ້ EDL ກໍມີລາຍໄດ້ຈາກການຈຳໜ່າຍໄຟຟ້າຄິດເປັນມູນຄ່າລວມ 8,187.58 ຕື້ກີບ ຈຶ່ງເຮັດໃຫ້ EDL ປະເຊີນກັບບັນຫາຂາດທຶນ ຄິດເປັນມູນຄ່າລວມ 819.91 ຕື້ກີບ ໃນຊ່ວງ 6 ເດືອນຕົ້ນປີ ທັງຍັງມີທ່າອ່ຽງທີ່ຈະຂາດທຶນເພີ້ມຂຶ້ນອີກໃນຊ່ວງ 6 ເດືອນ ທ້າຍປີ 2023 ນີ້ ເພາະວ່າ ໄພແຫ້ງ ແລ້ງໃນຊ່ວງຕົ້ນປີ ແລະໄພນ້ຳຖ້ວມໃນປັດຈຸບັນໄດ້ສົ່ງຜົນກະທົບເຮັດເຂື່ອນໄຟຟ້າຫຼາຍໂຄງການຢູ່ໃນລາວ ບໍ່ສາມາດຜະລິດໄຟຟ້າໄດ້ຕາມປົກກະຕິ ຫຼືຜະລິດໄຟຟ້າໄດ້ຫລຸດລົງ ແລະບໍ່ພຽງພໍກັບການຊົມໃຊ້ໄຟຟ້າພາຍໃນ ຈຶ່ງຕ້ອງນຳເຂົ້າຫຼືຊື້ຄືນຈາກການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຄິດເປັນມູນຄ່າລວມ 1,423.28 ຕື້ກີບ ໃນ 6 ເດືອນຕົ້ນປີ ແລະຍັງຈະນຳເຂົ້າເພີ້ມຂຶ້ນອີກໃນ 6 ເດືອນທ້າຍປີ 2023 ນີ້.

ສ່ວນນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ໃຫ້ທັດສະນະວ່າ ການລັກລອບຕັດໄມ້ຢ່າງຜິດກົດໝາຍທີ່ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ຄືສາເຫດສຳຄັນທີ່ເຮັດໃຫ້ເຂື່ອນຕ່າງໆໃນລາວ ສາມາດຜະລິດໄຟຟ້າໄດ້ຫລຸດລົງ ເພາະການລັກລອບຕັດໄມ້ ໄດ້ທຳລາຍປ່າຍອດນ້ຳທີ່ເປັນແຫລ່ງຕອບສະໜອງນ້ຳໃຫ້ກັບເຂື່ອນໄຟຟ້ານ້ຳຕົກດ້ວຍນັນເອງ ແລະບັນຫາດັ່ງກ່າວນີ້ ຍັງມີທ່າອ່ຽງຈະຮຸນແຮງຫຼາຍຂຶ້ນອີກ ເນື່ອງຈາກວ່າ ລາວຍັງບໍ່ມີແຜນແມ່ບົດວ່າດ້ວຍການອະນຸລັກປ່າຍອດນ້ຳ ຈຶ່ງຍັງບໍ່ມີການກຳນົດເຂດປ່າຍອດນ້ຳທີ່ຊັດເຈນນັ້ນເອງ ດັ່ງທີ່ນັກທຸ ລະກິດລາວ ໄດ້ໃຫ້ທັດສະນະວ່າ:

“ຢາກໃຫ້ມີແຜນແມ່ບົດລະອຽດໃນການກຳນົດເຂດຍອດນ້ຳ ແລະກໍຂໍໃຫ້ກຳນົດເປັນເຂດທີ່ສະຫງວນເດັດຂາດ ເພາະຜ່ານມານີ້ ໄທເຮົາກໍມີບົດຮຽນ ເຊັ່ນຕົວຢ່າງຢູ່ສາລະວັນ ກໍມີເຂື່ອນເຊເຊດ-1 ເຊເຊດ-2 ເຊເຊດ-3 ແຕ່ວ່າປ່າໄມ້ເຂດຍອດນ້ຳຖືກທຳລາຍ ເພາະສະນັ້ນ ບັນຫາກໍຄືວ່າ ຄັນຮອດຍາມແລ້ງແລ້ວ ໄທເຮົາບໍ່ສາມາດຜະລິດໄຟໄດ້ ບໍ່ມີນ້ຳ ເວລາດຽວກັນນີ້ ບາດຍາມຝົນນີ້ ນ້ຳຜັດຫຼາຍໂພດ ກະເລີຍບໍ່ໄດ້ຜະລິດໄຟ ຈຳເປັນໄດ້ຊື້ໄຟຈາກປະເທດໃກ້ຄຽວ ໂຕນີ້ເປັນຜົນພວງຈາກການຈັດສັນ ການຄຸ້ມຄອງ ການຟື້ນຟູ ທີ່ບໍ່ມີແຜນແມ່ບົດຢ່າງຮັດກຸມ.”

ທັງນີ້ ໂດຍ EDL ກໍຍັງຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດສຳຄັນມາຈາກການມີໜີ້ສິນຫຼາຍທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານງານມີປະສິດທິພາບຕ່ຳ ຈຶ່ງເຮັດໃຫ້ EDL ມີໜີ້ສິນສະສົມຄິດເປັນມູນຄ່າເກີນກວ່າ 2,500 ລ້ານໂດລາ ຊຶ່ງຈະຕ້ອງປັບຂຶ້ນຄ່າໄຟຟ້າ ໃນປະເທດ ຈຶ່ງຈະຫລຸດຜ່ອນບັນຫາຂາດທຶນໄດ້ຢ່າງເປັນຮູບປະທຳ ລວມເຖິງການເຈລະຈາກັບບັນດາຜູ້ລົງທຶນໃນໂຄງການເຂື່ອນຕ່າງໆ ເພື່ອຂໍໃຫ້ຍອມຮັບການຊຳຫລະລາຄາໄຟຟ້າດ້ວຍເງິນກີບໃນສັດສ່ວນບໍ່ຕ່ຳກວ່າ 30 ເປີເຊັນ ຂອງລາຄາໄຟຟ້າທັງໝົດທີ່ EDL ຊື້ຈາກທຸກໆໂຄງການເຂື່ອນໃນລາວ ຫາກບໍ່ສະນັ້ນແລ້ວ EDL ກໍຍັງຈະຕ້ອງປະເຊີນກັບບັນຫາຂາດທຶນເພີ້ມຂຶ້ນ ທັງຍັງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບບັນຫາຂາດດຸນການຊຳຫຼະບັນຊີເງິນຕາຕ່າງປະເທດເພີ້ມຂຶ້ນອີກດ້ວຍ ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບວ່າ:

“ສະພາພາຍໃນປະເທດກຳລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ຕໍ່ເນື່ອງໃນຊຸມປີຜ່ານມາ ແລະພວມຟື້ນຟູຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງຜ່ານມາ ບວກກັບຜົນກະທົບຈາກການຜັນແປຂອງສະພາບສາກົນ ແລະພາກພື້ນ ຍິ່ງສົ່ງຜົນກະທົບຕໍ່ລາວເຮົາຢ່າບຫລີກລ່ຽງບໍ່ໄດ້ ທັງຍັງຕ້ອງຊອກຫາເງິນຕາຕ່າງປະເທດ ເພື່ອຊຳຫລະໜີ້ສິນສາທາລະນະເພີ້ມສູງຂຶ້ນ ແລະເງິນຕາທີ່ໄດ້ຈາກການກູ້ຢືມ ແລະການລົງທຶນຂອງຕ່າງປະເທດໃນເມື່ອກ່ອນກະຫລຸດລົງ ຈຶ່ງເຮັດໃຫ້ພວກເຮົາເກີດສະພາບຂາດແຄນເງິນຕາຕ່າງປະເທດຫຼືວ່າຂາດດຸນຊຳຫຼະເງິນຕາຕ່າງປະເທດ.”

ການ​ຊື້-ຂາຍ​ຮຸ້ນ​ຂອງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ ຫລື EDL-GEN ໃນ​ຕະ​ຫລາດ​ຫລັກຊັບ
ການ​ຊື້-ຂາຍ​ຮຸ້ນ​ຂອງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ ຫລື EDL-GEN ໃນ​ຕະ​ຫລາດ​ຫລັກຊັບ

ນອກຈາກນີ້ EDL ກໍໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-GEN) ຂຶ້ນມາເພື່ອລະດົມເງິນທຶນທັງພາຍໃນແລະຕ່າງປະເທດ ນັບແຕ່ທ້າຍປີ 2010 ເປັນຕົ້ນມາ ຊຶ່ງກໍເປັນແນວທາງນຶ່ງຂອງການແກ້ບັນຫາທາງດ້ານໜີ້ສິນດັ່ງກ່າວ ທັງຍັງເປັນການປັບປຸງການບໍລິຫານງານໃຫ້ຄ່ອງຕົວຫຼາຍຂຶ້ນດ້ວຍ ໂດຍທີ່ຜ່ານມາກໍປາກົດວ່າ EDL-GEN ໄດ້ລະດົມທຶນຈາກຕະຫຼາດຫລັກຊັບແຫ່ງປະເທດໄທ ແລ້ວ ຄິດເປັນມູນຄ່າລວມເກີນກວ່າ 70,000 ລ້ານບາດ ເພື່ອນຳໃຊ້ຊຳຫຼະໜີ້ຕ່າງປະເທດ.

XS
SM
MD
LG