ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ການຂະຫຍາຍໂຕ ຂອງເສດຖະກິດ ໃນປີນີ້ ຈະບໍ່ໄດ້ຕາມຄາດໝາຍ


ກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວນັ້ນ ທີ່ຈັດຂ
ທີ່ຈັດຂຶ້ນໃນປີ 2011 ໄດ້ວາງເປົ້າໝາຍ
ທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະຫຍາຍໂຕໃນ ອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ
ກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວນັ້ນ ທີ່ຈັດຂ ທີ່ຈັດຂຶ້ນໃນປີ 2011 ໄດ້ວາງເປົ້າໝາຍ ທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະຫຍາຍໂຕໃນ ອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ

ນັກເສດຖະສາດລາວຍອມຮັບວ່າ ການຂະຫຍາຍຕົວທາງເສດຖະກິດລາວ ໃນແຜນການ ປີ 2011-2012 ຈະຕໍ່າກວ່າລະດັບຄາດໝາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມື່ອປີກາຍ.

ບັນດານັກເສດຖະສາດຈາກກະຊວງການເງິນກັບກະຊວງພະແນກ ແລະການລົງທຶນ
ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມທົບທວນຄືນການປະຕິບັດແຜນການພັດທະນາທາງ
ເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ 2011-2012 ທີ່ໄດ້ມີຂຶ້ນຢ່າງເປັນທາງການໃນ
ວັນທີ 9-10 ເມສານີ້ ນະຄອນວຽງຈັນຕ່າງກໍໄດ້ລົງຄວາມເຫັນໄປໃນທິດທາງດຽວ
ກັນວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວໃນແຜນການປີດັ່ງກ່າວນີ້ ຈະ
ບໍ່ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ກ່ອນໜ້ານີ້.

ກໍຄືໃນຂະນະທີ່ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າ ຍອດຜະລິດພັນລວມພາຍໃນ
(GDP) ໃນແຜນການປີ 2011-2012 ນີ້ຈະມີມູນຄ່າລວມເຖິງ 70,200 ຕຶ້ກີບ ຫລືຄິດ
ເປັນອັດຕາສະເລ່ຍທີ່ເພີ້ມຂຶ້ນ ຈາກແຜນການປີ 2010-2011 ເຖິງ 8.3% ນັ້ນ ຫາກແຕ່
ຈາກການປະຕິບັດຕົວຈິງໃນໄລຍະ 6 ເດືອນ ທໍາອິດຂອງແຜນການ ຊຶ່ງກໍຄືລະຫວ່າງ
ເດືອນຕຸລາ 2011 ຫາເດືອນມີນາ 2012 ທີ່ຜ່ານມານີ້ ກັບປາກົດວ່າ ບໍ່ເປັນໄປຕາມເປົ້າ
ໝາຍທີ່ວາງເອົາໄວ້ດັ່ງກ່າວ ເນື່ອງຈາກ GDP ໄດ້ຂະຫຍາຍຕົວເພີ້ມຂຶ້ນພຽງ 8%
ເທົ່ານັ້ນ.

ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ແຂວງຊຽງຂວາງ ໃນປີ 2011 ທີ່ຜ່ານມານີ້
ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ແຂວງຊຽງຂວາງ ໃນປີ 2011 ທີ່ຜ່ານມານີ້

ທັງນີ້ ມີສາເຫດມາຈາກໄພ
ນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດ
ຈາກພະຍຸໂຊນຮ້ອນ ໃນ
ທ້າຍປີ 2011 ທີ່ໄດ້ສົ່ງຜົນ
ກະທົບເຮັດໃຫ້ການຜະ
ລິດທັງໃນພາກກະສິກໍາ
ແລະພາກອຸດສາຫະກໍາ
ບໍ່ສາມາດປະຕິບັດໄດ້
ຕາມແຜນການທີ່ວາງໄວ້
ກໍຄືໃນຂະນະທີ່ລັດຖະ
ບານລາວ ໄດ້ວາງເປົ້າ
ໝາຍການຂະຫຍາຍຕົວ
ໃນພາກກະສິກໍາ ແລະອຸດສະຫະກໍາໄວ້ທີ່ລະດັບ 3.5% ກັບ 16.8% ຕາມລໍາດັບ ຫາກ ແຕ່ໃນການປະຕິບັດຕົວຈິງ ກໍປາກົດວ່າ ພາກກະສິກໍາ ຂະຫຍາຍຕົວພຽງ 2.7% ແລະ ພາກອຸດສາຫະກໍາກໍຂະຫຍາຍຕົວພຽງ 13% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາ
ໜ້າຂອງໂລກ ໄດ້ສະເໜີລາຍງານຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກ ປະ
ຈໍາປີ 2012 ນີ້ວ່າລາວ ເປັນປະເທດທີ່ຖືກຄາດໝາຍວ່າ ຈະມີອັດຕາການຂະຫຍາຍໂຕ
ທາງເສດຖະກິດສູງສຸດໃນ 10 ອັນດັບຂອງໂລກ ໂດຍຄາດໝາຍວ່າ ເສດຖະກິດຂອງ
ລາວຈະຂະຫຍາຍໂຕປະມານ 7.9%.

ທະນາຄານພັດທະນາເອເຊຍ (ADB) ໃຫ້ທຶນກູ້ຢືມ ເພື່ອພັດທະນາການຜະລິດສິນຄ້າກະສິກໍາຂອງລາວ
ທະນາຄານພັດທະນາເອເຊຍ (ADB) ໃຫ້ທຶນກູ້ຢືມ ເພື່ອພັດທະນາການຜະລິດສິນຄ້າກະສິກໍາຂອງລາວ

ຫາກແຕ່ວ່າ ການຄາດໝາຍ
ຂອງ The Economist ດັ່ງ
ກ່າວນີ້ ກໍບໍ່ເປັນເອກະພາບ
ກັນກັບທະນາຄານໂລກ ທີ່
ໄດ້ໃຫ້ການຄາດໝາຍວ່າ
ເສດຖະກິດຂອງລາວຈະຂະ
ຫຍາຍຕົວໃນອັດສະເລ່ຍ
7.5% ເທົ່ານັ້ນ ໃນປີ 2012
ນີ້ ທັງຍັງເປັນການຂະຫຍາຍ
ຕົວ ທີ່ຫລຸດລົງຈາກ 8% ໃນ
ປີ 2011 ອີກດ້ວຍ ໂດຍມີສາ
ເຫດມາຈາກວິກິດການທາງເສດຖະກິດ-ການເງິນໃນສະຫະພາບຢູໂຣບ ທີ່ເຮັດໃຫ້ການ
ລົງທຶນຂອງຕ່າງປະເທດໃນລາວ ແລະການສົ່ງອອກສິນຄ້າຂອງລາວໄປຕ່າງປະເທດ ຕ້ອງຫລຸດລົງໄປດ້ວຍຊຶ່ງກໍໄດ້ເຮັດໃຫ້ທະນາຄານພັດທະນາເອເຊຍ (ADB) ຄາດໝາຍ
ວ່າ ເສດຖະກິດຂອງລາວໃນປີ 2012 ຈະມີການຂະຫຍາຍໂຕເພີ່ມຂຶ້ນພຽງບໍ່ເກີນ 7.6%
ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ວຽກງານທາງດ້ານເສດຖະກິດຂອງລັດຖະບານລາວ ກໍໄດ້ຖະແຫຼງຢືນຢັນວ່າ ເປົ້າໝາຍ
ທີ່ສໍາຄັນທີ່ສຸດຂອງລັດຖະບານໃນໄລຍະຕໍ່ໄປນີ້ ກໍຄືການເຮັດໃຫ້ປະຊາຊົນລາວ ຫຼຸດພົ້ນ
ຈາກຄວາມທຸກຍາກໃຫ້ໄດ້ໂດຍພຶ້ນຖານ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະແຫລງວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະ ມົນຕີລາວ, ເປັນປະທານພິທີເປີດເຂື່ອນນໍ້າງື່ມ 2 ໃນປີ 2011.
ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະ ມົນຕີລາວ, ເປັນປະທານພິທີເປີດເຂື່ອນນໍ້າງື່ມ 2 ໃນປີ 2011.

ພວກເຮົາວາງຈຸດໝາຍ
ລວມຂອງແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີ
ຄັ້ງທີ 7 ດັ່ງນີ້ ເຮັດໃຫ້ເສດ
ຖະກິດແຫ່ງຊາດຂະຫຍາຍ
ໂຕຢ່າງຕໍ່ເນື່ອງ ແລະໝັ້ນ
ທ່ຽງ ເຖິງປິ 2015 ລວມຍອດ
ມູນຄ່າຜະລິດຕະພັນລວມ
ພາຍໃນ ໄລ່ສະເລ່ຍຕໍ່ຫົວຄົນ
ໄດ້ 1,700 ໂດລາ ບັນລຸເປົ້າ
ໝາຍ ເພື່ອເອົາປະເທດເຮົາ
ຫຼຸດພົ້ນຈາກສະຖານນະພາບປະເທດດ້ອຍພັດທະນາ ໃນປີ 2020.”

ໂດຍອີງຕາມມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວນັ້ນ ກໍໄດ້ວາງເປົ້າໝາຍທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະ
ຫຍາຍໂຕໃນອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມ
ພາຍໃນປະເທດ (GDP) ມີມູນຄ່າລວມທີ່ວັດສະເລ່ຍເປັນລາຍຮັບຂອງປະຊາຊົນລາວ
ໄດ້ເຖິງ 1,700 ໂດລາຕໍ່ຄົນ ໃນປີ 2015 ທັງຍັງຈະເຮັດໃຫ້ອັດຕາຄວາມຍາກຈົນຂອງ
ຄົນລາວ ຫລຸດລົງເຫຼືອບໍ່ເກີນ 10% ຂອງປະຊາກອນທັງໝົດ ໃນປີ 2015 ດັ່ງກ່າວ
ອີກດ້ວຍ.

XS
SM
MD
LG