ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນ.ຍ.ລາວ ຂໍໃຫ້ທຸກພາກສ່ວນ ຊ່ວຍກັນເຮັດໃຫ້ ອັດຕາຄວາມທຸກຈົນ ຍັງເຫລືອໜອ້ຍກວ່າ 14%


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

ນາຍົກລັດຖະມົນຕີລາວ ເນັ້ນຢໍ້າໃຫ້ທຸກພາກສ່ວນເສດຖະກິດ ປະກອບສ່ວນເຂົ້າໃນ ການຫຼຸດຜ່ອນຄວາມຍາກຈົນ ຂອງປະຊາຊົນລາວໃຫ້ເຫຼືອໜ້ອຍກວ່າ 14% ຂອງຄອບ ຄົວທັງໝົດ ພາຍໃນປີ 2013.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ກ່າວເນັ້ນຢໍ້າຕໍ່ກອງປະຊຸມທົບທວນ
ຄືນການປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ 2011-
2012 ທີ່ໄດ້ມີຂື້ນຢ່າງເປັນທາງການເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນວ່າ ການທີ່
ຈະເຮັດໃຫ້ປະຊາຊົນລາວຫຼຸດພົ້ນຈາກຄວາມທຸກຍາກໄດ້ໂດຍພື້ນຖານພາຍໃນປີ 2015
ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງດໍາເນີນທຸກມາດຕະການ ເພື່ອຊຸກຍູ້ໃຫ້ເສດ
ຖະກິດຂະຫຍາຍໂຕບໍ່ຫຼຸດ 8% ໃນແຕ່ລະປີ.

ສໍາລັບໃນໄລຍະແຜນການປີ 2012-2013 ທີ່ຈະເລີ່ມລົງມືປະຕິບັດແຕ່ເດືອນຕຸລາ 2012
ໄປຈົນເຖິງເດືອນກັນຍາ 2013 ນັ້ນ ລັດຖະບານລາວໄດ້ຄາດໝາຍວ່າ ການຂະຫຍາຍໂຕ ທາງເສດຖະກິດໃນລະດັບ 8% ດັ່ງກ່າວຈະເຮັດໃຫ້ມູນຄ່າທາງເສດຖະກິດຂອງລາວ
ເພີ່ມຂຶ້ນເປັນ 80,500 ຕື້ກີບ ຫຼື 1 ໝື່ນລ້ານໂດລາ ໃນທ້າຍປີ 2013 ຊຶ່ງສາມາດໄລ່ສະ ເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ເກີນກວ່າ 1,500 ໂດລາ ຕໍ່ຄົນ ຕໍ່ປີ.

ພ້ອມກັນນີ້ ທ່ານທອງສິງ ຍັງໄດ້ວາງເປົ້າໝາຍທີ່ຈະສ້າງລາຍຮັບເຂົ້າງົບປະມານຂອງລັດ
ຖະບານ ໃຫ້ໄດ້ໃນມູນຄ່າ 11,206.7 ຕື້ກີບ ແລະຄວບຄຸມງົບປະມານລາຍຈ່າຍໃຫ້ບໍ່ເກີນ
13,074.7 ຕື້ກີບ ທັງຍັງຈະສູ້ຊົນເຮັດໃຫ້ການສົ່ງອອກມີມູນຄ່າເຖິງ 2,063 ລ້ານໂດລາ ແລະຄວບຄຸມການນໍາເຂົ້າໃຫ້ບໍ່ເກີນ 2,313 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວຂາດດຸນການ
ຄ້າຕ່າງປະເທດພຽງ 250 ລ້ານໂດລາ ກັບທັງຍັງຈະເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະ
ເທດມີມູນຄ່າທຽບໄດ້ກັບການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 6 ເດືອນອີກດ້ວຍ.

ກອງປະຊຸມຂອງຄະນະລັດຖະບານລາວ ກ່ຽວກັບນະໂຍບາຍ ການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນນະ ຄອນວຽງຈັນໃນໝໍ່ໆມານີ້
ກອງປະຊຸມຂອງຄະນະລັດຖະບານລາວ ກ່ຽວກັບນະໂຍບາຍ ການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນນະ ຄອນວຽງຈັນໃນໝໍ່ໆມານີ້

ຍິ່ງໄປກວ່ານັ້ນ ລັດຖະບານ
ລາວຍັງໄດ້ວາງເປົ້າໝາຍທີ່
ຈະຊຸກຍູ້ການຜະລິດເຂົ້າໃຫ້
ໄດ້ເຖິງ 3.8 ລ້ານໂຕນ, ຊຸກ
ຍູ້ໃຫ້ຜົນຜະລິດໃນພາກອຸດ
ສະຫາກໍາ ແລະຫັດຖະກໍາ
ຂະຫຍາຍໂຕບໍ່ຫຼຸດ 10%,
ເຮັດໃຫ້ອັດຕາຄົນທຸກຍາກ
ຫຼຸດລົງເຫຼືອຕໍ່າກວ່າ 20%
ຂອງປະຊາກອນທັງໝົດ,
ເຮັດໃຫ້ຄົວເຮືອນທຸກຍາກ
ເຫຼືອບໍ່ເຖິງ 14% ຂອງຄົວເຮືອນທັງໝົດ ແລະເຮັດໃຫ້ບ້ານທຸກຍາກເຫຼືອບໍ່ເກີນ
2,880 ບ້ານ ຫຼື 30% ຂອງຈໍານວນບ້ານທັງໝົດ ຫາກແຕ່ວ່າກໍ່ບໍ່ແມ່ນເລືອງງ່າຍ ດັ່ງ
ທີ່ ທ່ານທອງສິງ ໄດ້ກ່າວເນັ້ນຢໍ້າຕໍ່ກອງປະຊຸມວ່າ:

“ພວກເຮົາຈະຕ້ອງໄດ້ເພີ່ມທະວີຄວາມພະຍາຍາມຫຼາຍກວ່າເກົ່າ ເພື່ອຮັບປະ
ກັນໃຫ້ບັນລຸຄາດໝາຍທີ່ວາງອອກ ຈະຕ້ອງສຸມໃສ່ຊຸຍູ້ການຜະລິດນາປີ ແລະ
ການຜະລິດລະດູຝົນ ເອົາໃຈໃສ່ຕິດຕາມສະພາບການປ່ຽນແປງຂອງດິນຟ້າ
ອາກາດ ກະກຽມໃຫ້ແກ່ການຕ້ານ ແລະແກ້ໄຂໄພພິບັດໃຫ້ດີໃຫ້ໄວກວ່າເກົ່າ.”

ແຕ່ຢ່າງໃດກໍຕາມ ບັນດານັກເສດຖະສາດທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຕ່າງກໍໄດ້ລົງ
ຄວາມເຫັນໄປໃນທິດທາງດຽວກັນວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວ
ໃນແຜນການປີ 2011-2012 ນີ້ ຈະຂະຫຍາຍຕົວຕໍ່າກວ່າ ລະດັບຄາດໝາຍທີ່ວາງເອົາ
ໄວ້ກ່ອນໜ້ານີ້.

ການຊ່ວຍເຫລືອຂອງສະພາກາແດງລາວ ແກ່ປະຊາຊົນທີ່ທຸກ ຈົນທີ່ຖືກໄພພິບັດ
ການຊ່ວຍເຫລືອຂອງສະພາກາແດງລາວ ແກ່ປະຊາຊົນທີ່ທຸກ ຈົນທີ່ຖືກໄພພິບັດ

ກໍຄືໃນຂະນະທີ່ລັດຖະບານລາວໄດ້ວາງ
ຄາດໝາຍໄວ້ວ່າ ຍອດຜະລິດພັນລວມ
ພາຍໃນ (GDP) ໃນແຜນການປີ 2011
-2012 ນີ້ຈະມີມູນຄ່າລວມເຖິງ 70,200
ຕຶ້ກີບ ຫລືຄິດເປັນອັດຕາສະເລ່ຍທີ່ເພີ້ມ
ຂຶ້ນ ຈາກແຜນການປີ 2010-2011 ເຖິງ
8.3% ນັ້ນ ຫາກແຕ່ ຈາກການປະຕິບັດ
ຕົວຈິງໃນໄລຍະ 6 ເດືອນ ທໍາອິດຂອງ
ແຜນການ ຊຶ່ງກໍຄືລະຫວ່າງເດືອນຕຸລາ
2011 ຫາເດືອນມີນາ 2012 ທີ່ຜ່ານມານີ້
ກັບປາກົດວ່າ ບໍ່ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ດັ່ງກ່າວ ເນື່ອງຈາກ GDP ໄດ້ຂະຫຍາຍ
ຕົວເພີ້ມຂຶ້ນພຽງ 8% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາໜ້າ
ຂອງໂລກ ໄດ້ສະເໜີລາຍງານຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກ ປະຈໍາປີ
2012 ນີ້ວ່າ ລາວເປັນປະເທດທີ່ຖືກຄາດໝາຍວ່າ ຈະມີອັດຕາການຂະຫຍາຍໂຕທາງເສດ
ຖະກິດສູງ ລວມຢູ່ໃນ 10 ອັນດັບຂອງໂລກ ໂດຍຄາດໝາຍວ່າ ເສດຖະກິດຂອງລາວຈະຂະ
ຫຍາຍໂຕປະມານ 7.9%.

XS
SM
MD
LG