ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຄາດວ່າ ຈະບັນລຸຂໍ້ຕົກລົງ ກ່ຽວກັບການກໍ່ສ້າງ ທາງລົດໄຟເຊື່ອມຕໍ່ກັບຈີນ ໃນປີນີ້


ສະຖານທີ່ຂອງໂຄງການກໍ່ສ້າງທາງລົດໄຟລາງຄູ່ ຈາກລາວ ໄປຍັງໄທ ຂັ້ນທີ 2.
ສະຖານທີ່ຂອງໂຄງການກໍ່ສ້າງທາງລົດໄຟລາງຄູ່ ຈາກລາວ ໄປຍັງໄທ ຂັ້ນທີ 2.

ຮອງນາຍົກລັດຖະມົນຕີລາວຄາດວ່າ ຈະບັນລຸຂໍ້ຕົກລົງ ກ່ຽວກັບ
ການກໍ່ສ້າງທາງລົດໄຟເຊື່ອມຕໍ່ກັບຈີນ ໃນເດືອນມິຖຸນາ 2015 ນີ້
ໂດຍໝັ້ນໃຈວ່າ ຈະໄດ້ຮັບການສະໜັບສະໜູນເງິນທຶນກູ້ຢືມ ຈາກ
ທະນາຄານຂອງຈີນ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ
ການຜະລິດ ແລະຈະລາຈອນ ໄດ້ໃຫ້ການຄາດໝາຍວ່າ ລັດຖະບານລາວກັບຈີນ ຈະ
ບັນລຸຂໍ້ຕົກລົງກ່ຽວກັບ ການຮ່ວມມືໃນການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ລະຫວ່າງລາວ
ກັບຈີນ ພາຍໃນເດືອນມິຖຸນາ 2015 ນີ້ ແລະຕໍ່ຈາກນັ້ນລັດຖະບານລາວ ກໍຈະສະເໜີຂໍ້
ຕົກລົງດັ່ງກ່າວເພື່ອຂໍການອະນຸມັດ ຈາກສະພາແຫ່ງຊາດລາວ ໃນລະຍະທີ່ຕໍ່ເນື່ອງກັນນັ້ນ.

ທ່ານສົມສະຫວາດ ໄດ້ໃຫ້ການຢືນຢັນດ້ວຍວ່າ ຮູບແບບຂອງການຮ່ວມມື ລະຫວ່າງລັດ
ຖະບານລາວກັບຈີນ ໃນການກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະເປັນການຮ່ວມລົງທຶນ ດ້ວຍ
ການສ້າງຕັ້ງບໍລິສັດຂຶ້ນມາເພື່ອຮັບຜິດຊອບການກໍ່ສ້າງ ແລະບໍລິຫານໂຄງການທັງໝົດ
ໂດຍໃນປັດຈຸບັນຄະນະຮັບຜິດຊອບ ຂອງທັງສອງຝ່າຍຍັງສືບຕໍ່ ການເຈລະຈາເພື່ອຕົກ ລົງກັນ ກ່ຽວກັບແບບກໍ່ສ້າງ ແລະກຳນົດສັດສ່ວນຂອງການລົງທຶນ ລວມເຖິງການຫາ
ແຫລ່ງເງິນທຶນກູ້ຢືມດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ:

“ເລັ່ງປຶກສາຫາລືກັນເຖິງການເຂົ້າຫາແຫລ່ງທຶນກັບການລົງທຶນເບື້ອງຕົ້ນຂອງ
ບໍລິສັດຮ່ວມລາວ-ຈີນຫັ້ນນ່າ ເຮົາສິຄວນເອົາເທົ່າໃດ ສິເອົາ 30 ເປີເຊັນ ບໍ 40
ເປີເຊັນ ບໍ ກະຍັງຢູ່ໃນຂັ້ນປຶກສາກັນ ເລື້ອງນີ້ນິແຫລະ.”

ນາຍົກລັດຖະມົນຕີຈີນ ທ່ານ ຫຼີ ເກີ້ຈຽງ ແລະ ນາຍົກລັດຖະມົນຕີໄທ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າດ້ວຍ​ການ​ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່ ຄວາມ​ໄວ​ປານ​ກາງ​ເມື່ອ​ທ້າຍ​ປີ 2014 ຢູ່​ບາງກອກ.
ນາຍົກລັດຖະມົນຕີຈີນ ທ່ານ ຫຼີ ເກີ້ຈຽງ ແລະ ນາຍົກລັດຖະມົນຕີໄທ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າດ້ວຍ​ການ​ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່ ຄວາມ​ໄວ​ປານ​ກາງ​ເມື່ອ​ທ້າຍ​ປີ 2014 ຢູ່​ບາງກອກ.

ໂດຍຄາດໝາຍວ່າ ລັດຖະບານລາວ ກັບຈີນຈະລົງທຶນຂັ້ນ
ເບື້ອງຕົ້ນ ໃນມູນຄ່າ 840 ຕໍ່ 1,260 ລ້ານດອນ​ລາ ​ແລະ​ ຈະ
​ກູ້​ຢືມຈາກທະນາຄານ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຂອງ​ລັດ
ຖະບານ​ຈີນ ​ໃນ​ມູນ​ຄ່າລວມບໍ່ຮອດ 5,000 ລ້ານ​ດອນ​ລາ.

ກ່ອນ​ໜ້າ​ນີ້ ທ່ານຫຼີ ​ເກີ້ຈຽງ ນາຍົກລັດຖະມົນຕີຈີນ ​ໄດ້​ໃຫ້
ການ​ຢືນ​ຢັນ​ວ່າ ການ​ເຈລະຈາ​ຮອບ​ໃໝ່ ຈະ​ມີ​ການ​ກຳນົດ​ຮູບ
​ແບບ​ການ​ຮ່ວມ​ມື ທີ່​ມີ​ປະສິທິພາ​ບ ທີ່​ທຸກ​ຝ່າຍ​ໄດ້​ຮັບ​ຜົນ​ປະ
​ໂຫຍ​ດ ​ແລະ​ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ ​ໂດຍ​ທາງ​ການ​ຈີນ​
ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງອາດ​ບໍ່​ເມາະ​ສົມ​ກັບ​ສະພາບ​ພູມິ
​ປະ​ເທດ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ຈຶ່ງ​ສະ​ເໜີ​ໃຫ້
​ປ່ຽນ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ທີ່​ຂະ​ບວນ​ໂດ​ຍສານ ​ແລະ​ຂະ​ບວນສົ່ງ​ສິນຄ້າ​ມີ​ຄວາມ​ໄວ 160 ​ແລະ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕາມ​ລຳດັບ.

ນອກຈາກ​ນັ້ນ ທາງ​ການ​ໄທ​ກັບ​ຈີນ ກໍ​ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າດ້ວຍ​ການ​
ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່ ຄວາມ​ໄວ​ປານ​ກາງ​ເມື່ອ​ທ້າຍ​ປີ 2014 ຢູ່​ບາງກອກ ​ໂດຍ​ມີ​ທ່ານຫຼີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ກັບ​ ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກ
ລັດຖະມົນຕີ​ໄທ ​ເປັນ​ປະທານ​ຮ່ວມ​ກັນ.

ໂດຍ​ການ​ລົງ​ນາມ​ດັ່ງກ່າວ ກໍ​ນັບ​ເປັນ​ການ​ຕົກລົງ​ຮ່ວມ​ມື​ລະດັບ​ລັ​ດຖະບານ ລະຫວ່າງ​ໄທ​ກັບ​ຈີນ​ທີ່​ແນ​ໃສ່​ການ​ພັດທະນາ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ກັນ​ໃຫ້​ໄດ້​ພາຍ​ໃນ​ປີ 2022 ດ້ວຍ​ການ​ຮ່ວມ​ລົງທຶນ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່​ລະດັບ​ຄວາມ​ໄວ​ປານ​ກາງ 2 ​ເສັນທາ​ງຢູ່​ໃນ​ໄທ ກໍ​ຄື​ໜອງ​ຄາຍ-​ແກ່ງ​ຄອຍ-ມາບ​ຕາ​ພຸດ ​ແລະ​ແກ່ງ​ຄອຍ-ບາງກອກ​ ເພື່ອ​ເປັນພື້ນຖານ​ໃຫ້​ກັບ​ການ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ໄປ​ຈີນ​ໂດຍ​ຜ່ານ​ລາວ​ຕໍ່​ໄປ​ດັ່ງ​ທີ່ ພົນ​ເອກ​ປຣະຍຸດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈ​ທີ່​ເອີ້​ນວ່າ MOU ຄວາມ​ຮ່ວມ​ມື​ລະຫວ່າງ​ໄທ​ກັບ​ສາທາລະນະ​ລັດ ປະຊາຊົນ​ຈີນ ​ເລື້ອງ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖາ​ນທາງ​ລົດ​ໄຟ ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ ໜອງ​ຄາຍ-​ແກ່ງ​ຄອຍ-ມາບ​ຕາ​ພຸດ ​ແລະ ​ແກ່ງ​ຄອຍ-ກຸງ​ເທບ ​ໃນ​ຍຸດ​ທະ​ສານ 2558-2565 (ປີ 2015-2022) ​ເປັນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ລັດຖະບານ ທີ່​ຈະ​ຍົກ​ລະດັບ​ຂອງ​ເຮົາ​ໃຫ້​ເປັນ HUB ​ໃນ​ການ​ເຊື່ອມ​ໂຍງ​ໃນ​ກຸ່ມ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽ​ງ​ໃຕ້​ກັບ​ຈີນ​ໃຫ້​ໄດ້.”

ສ່ວນ​ທາງ​ດ້ານ ພົນ​ອາກາດ​ເອກ ປຣະຈິນ ຈັ່ນຕອງ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂອງ​ໄທ ກໍ​ຖະ​ແຫລ​ງຢືນຢັນ​ວ່າ ລັດຖະບານ​ໄທ​ໄດ້​ອະນຸມັດ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່​ຂະໜາດ​ກວ້າງ 1.435 ​ແມັດ ທີ່​ມີ​ຄວາມ​ໄວ​ລະດັບ​ປານ​ກາງ​ຢ່າງ​ເປັນ​ທາງ​ການ​ແລ້ວ ພາຍ​ໃຕ້​ເປົ້າໝາຍ​ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ຈີນ ​ໃຫ້​ໄດ້​ຕະຫລອດ​ເສັ້ນທາງ​ໃນ​ອະນາຄົດ​ອັນ​ໃກ້​ນີ້.

​ໂດຍ​ເສັ້ນທາ​ງລົດ​ໄຟ​ລາງ​ຄູ່​ທີ່​ລັດຖະບານ​ໄທ​ໄດ້​ໃຫ້ການ​ອະນຸມັດ​ດັ່ງກ່າວ​ມີ​ຢູ່ 3​ ​ເສັ້ນທາງ​
ດ້ວຍ​ກັນ ກໍ​ຄື​ເສັ້ນທາງ​ບາງກອກ-​ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​ມາ​ຕາ​ພຸດ-​
ໂຄ​ຣາດ-ໜອງ​ຄາຍ ​ແລະ​ເສັນທາງ​ຣະຢອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​
ທ່າ​ເຮືອມາ​ບຕາ​ພຸດ-​ໂຄຣາດ-ໜອງ​ຄາຍ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າການ​ລົງ​ນາມ​ໃນ MOU
ລະຫວ່າງ​ທາງ​ການ​ໄທ​ກັບ​ຈີນ​ໃນ​ຄັ້ງນີ້ ​ເປັນ​ການ​ຮ່ວມ​ລົງທຶນ​ໃນ 2 ​ເສັ້ນທາງ​ທີ່​ນອນ​ຢູ່​ໃນ
3 ​ເສັ້ນທາງ​ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ​ແລະ​ຈີນ ລວມ​ເຖິງ​ມາ​ເລ​ເຊຍ ​ແລະ​ສິງກະ​ໂປ​ດ້ວຍ​ນັ້ນ​ເອງ.

XS
SM
MD
LG