ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວເຕືອນປະຊາຊົນ ໃຫ້ລະວັງໄຂ້ເລືອດອອກ


ຄົນປ່ວຍເປັນໂຣກໄຂ້ເລືອດອອກ ໃນລາວ.
ຄົນປ່ວຍເປັນໂຣກໄຂ້ເລືອດອອກ ໃນລາວ.

ການ​ແຜ່​ລະບາດ​ຢ່າງ​ກວ້າງ​ຂວາງ​ຂອງ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ໃນ​ລາວ​ ໄດ້​ເຮັດ​ໃຫ້​ມີ​ຄົນ​ລາວ​ເສຍ​ຊີວິດ​ໄປ​ແລ້ວ ຫລາຍ​ກວ່າ 30 ຄົນ​ ແລະ​ຍັງມີ​ທ່າ​ອຽງ​ທີ່​ຈະ​ມີ​ຄົນເສຍ​ຊີວິດ​ເພີ່ມ​ຂຶ້ນອີກ​ ເນຶ່ອງຈາ​ກປະຊາຊົນ​ລາວ​ສ່ວນ​ນຶ່ງ​ຍັງ​ຂາດ​ການ​ປ້ອງ​ກັນ​ທີ່​ຖືກ​ວີ​ທີ​ ໃນ​ຂະນະ​ທີ່​ໂຮງໝໍ​ກໍ​ຂາດ​ແຄ​ນ​ເລືອດ​ສໍາ​ລັບ​ຄົນ​ປ່ວຍ​ອີກ​ດ້ວຍ.

ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີ​ລາວ ​ໄດ້ ​ອອກ ປະກາດ​ຄໍາ​ສັ່ງ​ເຖິງ​ບັນດາ​ເຈົ້າ​ແຂວງແລະ​ເຈົ້າຄອງ​ເຂດນະ ຄອນຫລວງວຽງ​ຈັນ ​ເມື່ອ​ໝໍ່ໆ​ມາ​ນີ້ ເພື່ອ​ໃຫ້​ດຳ​ເນີນ​ການ​ປຸກລະດົມ​ໃຫ້​ປະຊາຊົນ​ລາ​ວ​ໃນ​ທົ່ວ​ປະ​ເທດ ​ມີ​ການ​ຕື່ນ​ຕົວ​ ແລ​ະປ້ອງ​ກັນ​ຕົນ​ເອງ​ຈາກໄພ​ອັນຕະລາຍ​ ທີ່​ຈະເກີດຈາກ ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ ທີ່​ກຳລັງ​ມີ​ການ​ແຜ່​ລະບາດ ຢ່າງ​ກວ້າງຂວາງ​ຢູ່​ໃນ​ທົ່ວ​ປະ​ເທດ​ລາວ ໃນ​ເວລາ​ນີ້.

ທັງ​ນີ້​ໂດຍ​ຈາກ​ລາຍ​ງານ​ເບຶ້ອງຕົ້ນ ​ຈາກ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ລາວ​ ໃນ​ໄລຍະ​ນັບ​ຈາກ​ເດືອນ​ມັງກອນ​ ເປັນ​ຕົ້ນ​ມາ​ຈົນ​ເຖິງ​ທ້າຍ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າມີ​ຄົນ​ລາວ​ທີ່​ເສຍ​ຊີວິດ​ໄປ​ຍ້ອນ​ເຊື້ອ​ໂຣກດັ່ງກ່າວ​ນີ້ ​ແລ້ວ​ເຖິງ 31 ຄົນ ກັບ​ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ມີ​ການ​ເສຍ​ຊີວິດ​ເພີ່ມ​ຂື້ນ​ອີກ​ດ້ວຍ ​ເນຶ່ອງຈາກ​ວ່າຍັງມີ​ຄົນ​ລາວຫລາຍ​ກວ່າ 10,000 ຄົນ​ທີ່​ເຈັບ​ປ່ວຍ​ດ້ວຍ​ໂຣກ​ໄຂ້​ເລືອດອອກ ​ແລະ​ໃນ​ຈຳນວນ​ນີ້​ ກໍ​ປາກົດ​ວ່າ ​ສ່ວນ​ໃຫຍ່​ເປັນເດັກນ້ອຍ​ທີ່​ອາຍຸ​ລະຫວ່າງ​ 5-14 ປີ ທີ່​ຍັງ​ຂາດ​ພູມ​ຕ້ານທານ​ເຊື້​ອ​ໂຣກ. ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ວ່າ ​ມີ​ປະຊາ​ຊົນ​ລາວ​ຈຳນວນ​ບໍ່​ໜ້ອຍ​ທີ່​ຂາດ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ ໃນ​ການ​ປ້ອງ​ກັນ​ຕົນ​ເອງ​ຈາກ​ໄພ​ອັນຕະລາຍ​ຂອງ​ເຊື້ອ ​ໂຣກ​ໄຂ້​ເລືອດ​ອອກ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂອງ​ກະຊວງ​ສາທາລະ ນະ​ສຸກ​ໄດ້​ໃຫ້ການ​ອະທິບາຍ​ໃນ​ຕອນ​ນຶ່ງ​ວ່າ

“ວີ​ທີ​ປ້ອງ​ກັນ​ເພື່ອ​ສະກັດ​ກັ້ນ ​ບໍ່​ໃຫ້​ເປັນ​ພະຍາດ​ໄຂ້ຍຸງ​ນີ້​ ອັນ​ສຳຄັນ​ທີ່​ສຸດ​ຖ້າ​ຫາກ​ວ່າ​ຢູ່​ເຮືອນ​ຂອງ​ພວກ​ທ່ານ​ບໍ່​ມີ ຕາ​ໜ່າງ ນຶ່ງແມ່ນ​ໃຊ້​ຢາ​ອູດ​ຍຸງ​ຈູດ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ເຂົ້າ​ໄປ​ໃນ​ເຮືອນ ອັນ​ທີ່​ສອງ​ກໍ​ແມ່ນ​ໃຊ້​ຢາ​ທາ​ຕົນ​ເອງ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ຍຸງ​ກັດ ນອກຈາກ​ນັ້ນ ​ເວລາ​ເປັນ​ໄຂ້​ແລ້ວ ​ກໍ​ຂໍ​ຮຽກຮ້ອງ​ພໍ່​ແມ່ປະຊາຊົນ​ບໍ່​ໃຫ້ຫາ​ຢາກິນ​ເອງ ​ເພາະເວລາ​ເປັນ​ໜັກ​ແລ້​ວຄ່ອຍ​ໄປ​ໂຮງໝໍ ເວລາ​ນັ້ນ​ແພດ​ໝໍ​ກໍ​ບໍ່​ສາມາດ​ຊ່ວຍ​ໄດ້.”

ນອກ​ຈາ​ກນີ້ ການ​ຂາດ​ແຄນ​ເລືອດ​ສຳ​ລັບ​ຜູ້​ປ່ວຍ​ຢູ່​ຕາມ​ໂຮງໝໍ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ລາວ ກໍ​ຍັງ​ນັບ​ເປັນ​ບັນຫາ ນຶ່ງ​ທີ່​ເປັນ​ອຸບປະສັກ​ຢ່າງ​ຍິ່ງ​ຕໍ່​ການ​ຮັກສາ​ຜູ້​ປ່ວຍ​ໃນ​ຕະຫລອດ​ໄລຍະ​ກວ່າ 7 ​ເດືອນ​ມາ​ນີ້ ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ເຂດ​ນະຄອນ​ວຽງ​ຈັນ ​ແຂວງ​ສະຫວັນ​ນະ​ເຂດ ​ແລະ​ແຂວງ​ຈຳປາ​ສັກ ຊຶ່ງ​ມີຜູ້​ປ່ວຍ​ເຂົ້າຮັກສາ​ໂດຍ​ສະ​ເລ່ຍ ໃນລະຫວ່າງ 60-100 ຄົນ​ໃນ​ແຕ່​ລະ​ວັນ​ນັ້ນ ກໍ​ປາກົດ​ວ່າ​ໂຮງໝໍ​ທີ່​ຮອງ​ຮັບ​ຜູ້​ປ່ວຍ​ເຫລົ່າ​ນີ້ ສາມາດ​ຕອບ​ສະໜອງ​ເລືອດ​ໃຫ້​ກັບ​ຜູ້​ປ່ວຍ​ໄດ້​ພຽງ​ແຕ່ 50% ຂອງ​ຈຳນວນ​ຜູ້​ປ່ວຍ​ທັງ​ໝົດ​ເທົ່າ​ນັ້ນ ທັງ​ນີ້ກໍ​ມີ​ສາ​ເຫດ​ມາ​ຈາ​ກການ​ ທີ່​ປະຊາ​ຊົນ​ລາວ​ສ່ວນ​ໃຫຍ່​ ຍັງ​ຄົງ​ບໍ່​ມີ​ໃຈ​ເສຍ​ສະລະ​ບໍລິຈາກ​ເລືອດ ເພື່ອ​ສ່ວນ​ຮວມນັ້ນ​ເອງ.

ນອກຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໄຂ້​ເລືອດ​ອອກ​ແລ້ວ ກໍ​ຍັງ​ມີ​ການ​ແຜ່ລະບາດ ​ຂອງ​ພະຍາດ​ຖອກທ້ອງ ທີ່​ມີ​ຜູ້​ປ່ວຍເກີນ​ກວ່າ 10,000 ຄົນ​ແລ້ວ​ໃນ​ເວລາ​ນີ້ ​ແລະ​ໃນ​ຈຳ ນວນ​ດັ່ງກ່າວ​ກໍ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ 20 ກວ່າ​ຄົນ. ​ນອກ​ນັ້ນ ກໍ​ມີ​ຜູ້​ປ່ວຍ​ດ້ວຍ​ພະຍາດ​ ທ້ອງບິດ​ເຖິງ 2,000 ກວ່າ​ຄົນ ​ແລະ​ຜູ້​ປ່ວຍ​ທີ່​ເປັນ​ໄຂ້ທໍລະ ພິດ​ ອີກ​ເກືອບ 1,500 ຄົນ ​ໂດຍ​ໃນ​ຈຳນວນ​ດັ່ງກ່າວ​ນີ້​ກໍ​ເສຍ​ຊີວິດ​ໄປ​ແລ້ວ 10 ກວ່າ​ຄົນ. ທາງ​ດ້ານ​ທ່ານ ຈັນທະ​ວົງ ​ໄຊ​ຍະ​ເສນາ ຮອງ​ຫົວໜ້າ​ຜະ​ແນ​ກສາທາລະນະ​ສຸກ​ແຂວງ​ອັດ​ຕະປື ກໍ​ລາຍ​ງານ​ວ່າ​ປະຊາຊົນ​ຢູ່​ແຂວງ​ອັດ​ຕະປືຍັງ​ຕອງ​ປະ​ເຊີນ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ​ອີກ​ດ້ວຍ ​ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ ​ເບື້ອງ​ຕົ້ນ​ກໍ​ພົບ​ວ່າ​ມີ​ຜູ້​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້​ແລ້ວ 200 ກວ່າ​ຄົນ ​ແລະ​ເສຍ​ຊີວິດ​ໄປ​ແລ້ວ​ເກືອ​ບ 10 ຄົນ ​ໃນ ຂະນະ​ທີ່​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກກໍ​ຍັງ​ຂະຫຍາຍ​ພື້ນ​ທີ່​ກວ້າງ​ຂຶ້ນກຊຄື​ໄດ້​ເກີດ​ການ​ແຜ່​ລະບາດ​ເພີ່ມ​ຂຶ້ນ ຈາກ 11 ບ້ານ​ເມື່ອ​ອາທິດ​ຜ່ານ​ມາ​ເປັນ 20 ກວ່າ​ບ້ານ​ໃນ​ເວລາ​ນີ້.

ສ່ວນ​ຢູ່​ແຂວງ​ຫົວພັນ​ນັ້ນ ກໍ​ມີ​ລາຍ​ງານ​ຈາກ​ຜະ​ແນ​ກສາທາລະນະ​ສຸກ​ຂອງ​ແຂວງ​ດັ່ງກ່າວ​ວ່າ ມີ​ເດັກນ້ອຍ​ທີ່​ອາຍຸ ບໍ່​ເກີນ 5 ປີ ຈຳ​ນວນ​ຫລາຍ​ຮ້ອຍຄົນ​ທີ່​ເປັນ​ພະຍາດ​ອັກ​ເສບ​ຫູ​ຄໍ​ແລະ​ໄຂ້​ທໍລະ​ພິດ ​ໂດຍ​ຈາກ​ການກວດ​ສຸຂະພາບ​ຂອງ​ພວກ​ຄົນ​ປ່ວຍ​ເຫລົ່າ​ນີ້​ ກໍ​ພົບ​ວ່າ ​ນອກຈາກ​ສະພາບ​ອາກາດ​ທີ່​ຮ້ອນອົບ​ເອົ້າຜິດ​ປົກກະຕິ​ແລ້ວ​ກໍ​ຍັງ ມີ​ສາ​ເຫດ​ທີ່​ມາ​ຈາກ​ການ​ດື່ມແລະ​ບໍລິ​ໂພ​ກນໍ້າ​ທີ່​ບໍ່​ສະອາດ​ປອດໄພ ຈຶ່ງ​ເຮັດ​ໃຫ້​ເດັກນ້ອຍ​ເຫລົ່າ​ນີ້​ຕ້ອງ​ມີ​ອາການ​ເຈັບ​ປ່ວຍ​ດັ່ງກ່າວ.

ໃນ​ປັດຈຸບັນ​ນີ້​ ອັດຕາ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ ຍັງ​ສູງ​ເຖິງ 106 ຄົນ​ຕໍ່​ທຸກໆ​ພັນຄົນ ​ເພາະສະ​ນັ້ນ ຖ້າ​ຫາກ​ວ່າ​ບໍ່​ມີ​ການ​ແກ້​ໄຂ​ບັນຫາ​ທີ່​ເປັນ​ຢູ່​ນີ້​ໃຫ້​ດີ​ຂຶ້ນ ກໍຍັງ​ຈະ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່ ​ລັດ​ຖະບານ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ ທີ່​ຈະ​ລົດ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍໃນ​ໄວ​ດັ່ງກ່າວລົງ​ເປັນ 55 ຄົນ ຕໍ່ທຸກໆ​ພັນ​ຄົນ ​ພາຍ​ໃນ​ປີ 2015 ​ໃຫ້​ໄດ້ຢ່າງ​ແທ້​ຈິງ.

XS
SM
MD
LG