ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍາດໄຂ້ເລືອດອອກ ຍັງສືບຕໍ່ແຜ່ລະບາດໃນລາວ


Perempuan di India tertawa melihat polisi terjatuh dalam sebuah pertunjukan mengenai kekerasan seksual dan cara-cara untuk melawannya, dalam peringatan Hari Perempuan Internasional di New Delhi (8/3). (AP/Saurabh Das)
Perempuan di India tertawa melihat polisi terjatuh dalam sebuah pertunjukan mengenai kekerasan seksual dan cara-cara untuk melawannya, dalam peringatan Hari Perempuan Internasional di New Delhi (8/3). (AP/Saurabh Das)

ການແຜ່ລະບາດຂອງເຊື້ອພະຍາດໄຂ້ເລືອດອອກຍັງຄົງສືບຕໍ່ຄຸກຄາມສຸຂະພາບຮ່າງກາຍ ແລະຊີວິດຂອງຄົນລາວໃນເຂດຂະຄອນຫລວງວຽງຈັນຢ່າງກວ້າງຂວາງ ໂດຍໃນແຕ່ລະວັນ ຈະມີຜູ້ປ່ວຍເຂົ້າຮັບການກວດ ແລະຮັກສາອາການເຈັບປ່ວຍຈາກເຊື້ອດັ່ງກ່າວນີ້ ຢູ່ໂຮງໝໍ ມະໂຫສົດຫລາຍກວ່າ 200 ຄົນ.

ດຣ. ດວງຈັນ ແກ້ວອາສາ ຫົວໜ້າກົມອະນາ​ໄມແລະປ້ອງກັນພະຍາດ ກະຊວງສາທາລະ ນະສຸກຂອງລາວ ໄດ້ຖະແຫລງຍອມຮັບວ່າ ການແຜ່ລະບາດຂອງເຊື້ອພະຍາດໄຂ້ເລືອດ ອອກໃນປີນີ້ ມີຄວາມຮຸນແຮງກວ່າທຸກປີທີ່ຜ່ານມາ. ໂດຍຈາກການເກັບກຳຂໍ້ມູນສະເພາະ ໃນເດືອນມີຖຸນາເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ພົບວ່າມີຄົນລາວທີ່ເຈັບປ່ວຍຍ້ອນຕິດເຊື້ອ ຂອງພະຍາດໄຂ້ເລືອດອອກແລ້ວຫລາຍກວ່າ 6,000 ຄົນແລະໄດ້ເສຍຊີວິດໄປແລ້ວ 20 ກວ່າຄົນ ໃນທົ່ວປະເທດລາວ.

ເຂດທີ່ມີການແຜ່ລະບາດຂອງເຊື້ອພະຍາດໄຂ້ເລືອດອອກຮຸນແຮງຫລາຍກວ່າໜູ່ນັ້ນ ກໍແມ່ນ ນະຄອນຫລວງວຽງຈັນ ຊຶ່ງໃນໄລຍະບໍ່ເຖິງສອງເດືອນນີ້ ກໍປາກົດວ່າ ມີຜູ້ປ່ວຍເຂົ້າຮັບການ ກວດສຸຂະພາບແລະຮັບການຮັກສາອາການເຈັບປ່ວຍຈາກເຊື້ອພະຍາດໄຂ້ເລືອດອອກຢູ່ໂຮງ ໝໍມະໂຫສົດ ຫລາຍກວ່າ 200 ໃນແຕ່ລະວັນ ຊຶ່ງກໍເຮັດໃຫ້ໂຮງໝໍມະໂຫສົດບໍ່ສາມາດ ທີ່ຈະຮອງຮັບຜູ້ປ່ວຍໄດ້ທັງໝົດ. ທັງນີ້ກໍເນຶ່ອງຈາກວ່າໂຮງໝໍມະໂຫສົດສາມາດຮອງຮັບຜູ້ ປ່ວຍທີ່ຕ້ອງນອນພັກ ເພື່ອຮັກສາອາການເຈັບປ່ວຍທີ່ໂຮງໝໍໄດ້ ບໍ່ເກີນ 500 ຄົນເທົ່ານັ້ນ ໃນແຕ່ລະວັນ. ດ້ວຍເຫດນີ້ ຈຶ່ງຕ້ອງແກ້ໄຂບັນຫາທີ່ເກີດຂື້ນນີ້ ດ້ວຍການຮັບສະເພາະຜູ້ ປ່ວຍທີ່ມີອາການຮຸນແຮງ ຫລືຜູ້ປ່ວຍທີ່ຕິດເຊື້ອໃນຂັ້ນ 3-4 ເທົ່ານັ້ນ ສ່ວນຜູ້ປ່ວຍໃນຂັ້ນ 1-2 ທີ່ມີຈຳນວນເກືອບ 2,000 ຄົນນັ້ນ ກໍຈະຕ້ອງກັບໄປພັກຮັກສາອາການຢູ່ທີ່ເຮືອນຂອງ ພວກເຂົາເຈົ້າເອງ ແຕ່ວ່າຈະຕ້ອງປະຕິບັດຕາມການແນະນຳຂອງນາຍໝໍຢ່າງເຂັ້ມງວດ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບການທີ່ຍັງບໍ່ມີທ່າທີວ່າ ການແຜ່ລະບາດຂອງເຊື້ອພະຍາດ ໄຂ້ເລືອດອອກນີ້ຈະສະງົບລົງໃນໝໍ່ໆນີ້ ແລະເມື່ອປະກອບກັບຄວາມສາມາດທີ່ຈໍາກັດຂອງ ໂຮງໝໍໃນການຮອງຮັບຄົນປ່ວຍທີ່ເພີ່ມຂື້ນນັບມື້ດັ່ງກ່າວ ໂດຍມີສາເຫດທີ່ສໍາຄັນປະການ ນຶ່ງມາຈາກສະພາບອາກາດ ທີ່ປ່ຽນແປງໄປແລະອົບເອົ້າຜິດປົກກະຕິ ທີ່ເອື້ອອໍານວຍຕໍ່ ການວາງໄຂ່ຂອງຍຸງລາຍດ້ວຍແລ້ວ ຈຶ່ງເຮັດໃຫ້ທາງການລາວຈໍາເປັນຕ້ອງແກ້ໄຂບັນຫາ ດ້ວຍການໂຄສະນາປະຊາສໍາພັນ ເພື່ອເຮັດໃຫ້ປະຊາຊົນລາວມີຄວາມເຂົ້າໃຈ ແລະຮູ້ເຖິງ ວິທີການປ້ອງກັນຕົນເອງຢ່າງຖືກຕ້ອງ ໃຫ້ໄດ້ຢ່າງກວ້າງຂວາງທີ່ສຸດ ຊຶ່ງໃນທີ່ນີ້ ກໍຍັງ ລວມໄປເຖິງການປຸກລະດົມ ເພື່ອປ້ອງກັນການຕິດເຊື້ອພະຍາດຕິດຕໍ່ຊະນິດອື່ນໆ ທີ່ເກີດ ຂື້ນໃນໄລຍະດຽວກັນນີ້ດ້ວຍ. ດັ່ງທີ່ ດຣ. ດວງຈັນ ໄດ້ຊີ້ແຈງ ແລະໃຫ້ການອະທິບາຍ ເຖິງສະພາບການທີ່ເກີດຂື້ນດັ່ງກ່າວ ໃນຕອນນຶ່ງວ່າ.

“ຕໍ່ໜ້າສະພາບການດັ່ງກ່າວນີ້ ພວກເຮົາກໍໄດ້ເຮັດຫລາຍຢ່າງຫັ້ນແຫລະ ໂດຍ ກະຊວງສາທາລະນະສຸກ ກໍເປັນເຈົ້າການເພື່ອຮັບມືກັບພະຍາດ ພວກເຮົາກໍໄດ້ ເຮັດແຈ້ງການ ໄດ້ເຮັດຂໍ້ແນະນຳ ແລະກຳຊັບໄປຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພາະໃນນັ້ນ ພະຍາດລະດູການນີ້ ນອກຈາກຈະມີໄຂ້ເລືອດອອກແລ້ວ ກໍມີ ພະຍາດຖອກທ້ອງ ທ້ອງບິດ ແລະໄຂ້ທໍລະພິດ ຊຶ່ງກໍຍ້ອນວ່າ ສະພາບອາກາດ ນັ້ນແຫລະ ທີ່ເປັນສາເຫດເຮັດໃຫ້ເກີດພະຍາດເຫລົ່ານີ້”

ພ້ອມກັນນີ້ ດຣ. ດວງຈັນ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າ ນອກຈາກການແຜ່ລະບາດ ຂອງເຊື້ອພະຍາດໄຂ້ເລືອດອອກແລ້ວ ກໍຍັງມີການແຜ່ລະບາດຂອງພະຍາດຖອກທ້ອງ ທີ່ມີຜູ້ປ່ວຍເກີນກວ່າ 10,000 ຄົນແລ້ວໃນເວລານີ້ ແລະໃນຈຳນວນດັ່ງກ່າວ ກໍໄດ້ເສຍ ຊີວິດໄປແລ້ວ 20 ກວ່າຄົນ ເຊັ່ນດຽວກັນ. ສ່ວນນອກນັ້ນ ກໍມີຜູ້ປ່ວຍດ້ວຍພະຍາດ ທ້ອງບິດເຖິງ 2, 000 ກວ່າຄົນ ແລະຜູ້ປ່ວຍທີ່ເປັນໄຂ້ທໍລະພິດອີກ ເກືອບ 1,500 ຄົນ ໂດຍໃນຈຳນວນດັ່ງກ່າວນີ້ ໄດ້ເສຍຊີວິດໄປແລ້ວ 10 ກວ່າຄົນ.

ທາງດ້ານທ່ານຈັນທະວົງ ໄຊຍະເສນາ ຮ້ອງຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ກໍລາຍງານວ່າ ປະຊາຊົນຢູ່ແຂວງອັດຕະປືຍັງຕ້ອງປະເຊີນກັບການແຜ່ລະບາດຂອງພະຍາດ ອະຫິວາອີກດ້ວຍ ໂດຍຈາກການເກັບກຳຂໍ້ມູນເບື້ອງຕົ້ນ ກໍພົບວ່າມີຜູ້ຕິດເຊື້ອໂຣກດັ່ງກ່າວ ນີ້ແລ້ວ 168 ຄົນ ແລະກໍເສຍຊີວິດໄປແລ້ວ 4 ຄົນ ໃນຂະນະທີ່ການແຜ່ລະບາດ ຂອງ ເຊື້ອໂຣກ ກໍຍັງຂະຫຍາຍພື້ນທີ່ກວ້າງຂື້ນ ກໍຄືໄດ້ເກີດການ ແຜ່ລະບາດເພີ່ມຂື້ນ ຈາກ 11 ບ້ານ ເມື່ອອາທິດຜ່ານມາ ມາເປັນ 14 ບ້ານໃນເວລານີ້.

ສ່ວນຢູ່ແຂວງຫົວພັນນັ້ນ ກໍມີລາຍງານຈາກພະແນກສາທາລະນະສຸກຂອງແຂວງວ່າ ມີເດັກ ນ້ອຍທີ່ອາຍຸບໍ່ເກີນ 5 ປີ ຈຳນວນເຖິງ 225 ຄົນ ເຈັບປ່ວຍ ເປັນພະຍາດອັກເສບຫູຄໍແລະ ໄຂ້ທໍລະພິດ ໂດຍຈາກການກວດສຸຂະພາບຂອງຄົນປ່ວຍເຫລົ່ານີ້ ກໍພົບວ່າ ນອກຈາກ ສະພາບອາກາດ ທີ່ຮ້ອນອົບເອົ້າຜິດປົກກະຕິແລ້ວ ກໍຍັງມີສາເຫດມາຈາກການດື່ມແລະ ບໍລິໂພກນໍ້າບໍ່ສະອາດ ຈຶ່ງເຮັດໃຫ້ເດັກນ້ອຍເຫລົ່ານີ້ ຕ້ອງມີອາການເຈັບປ່ວຍດັ່ງກ່າວ.

ໃນປັດຈຸບັນນີ້ ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ມີອາຍຸຕໍ່າກວ່າ 5 ປີ ຍັງສູງເຖິງ 106 ຄົນຕໍ່ທຸກໆ 1000 ຄົນ ເພາະສະນັ້ນ ຖ້າຫາກວ່າ ບໍ່ມີການແກ້ໄຂບັນຫາທີ່ເປັນຢູ່ນີ້ ໃຫ້ດີຂື້ນແລ້ວ ກໍຍ່ອມຈະ ເປັນການຍາກທີ່ລັດຖຸບານລາວຈະສາມາດບັນລຸເປົ້າໝາຍ ທີ່ຈະ ລົດອັດຕາການເສຍຊີວິດຂອງເດັກນ້ອຍໃນໄວດັ່ງກ່າວນີ້ ລົງເປັນ 55 ຄົນຕໍ່ທຸກໆພັນຄົນ ພາຍໃນປີ 2015 ໃຫ້ໄດ້ຢ່າງແທ້ຈິງ.



XS
SM
MD
LG