ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍ​າມາ​ທິການ​ແມ່​ນໍ້າຂອງສາກົນ ຍັງເປັນຫ່ວງ ເລຶ່ອງເຂື່ອນໄຊຍະບູລີ


ແມ່ນໍ້າຂອງ ໃນເຂດນະຄອນຫລວງ ພະນົມເປັນ ຂອງກໍາປູເຈຍ. ປະຊາຊົນຫຼາຍສິບລ້ານຄົນ ໃນຫລາຍປະເທດ ໄດ້ເພິ່ງພາອາໄສ ແມ່ນໍ້າສາຍນີ້ ໃນການດໍາລົງຊີວິດ ມາຕັ້ງແຕ່ໂບຮານນະການ ຈົນເຖິງປັດຈຸບັນ.
ແມ່ນໍ້າຂອງ ໃນເຂດນະຄອນຫລວງ ພະນົມເປັນ ຂອງກໍາປູເຈຍ. ປະຊາຊົນຫຼາຍສິບລ້ານຄົນ ໃນຫລາຍປະເທດ ໄດ້ເພິ່ງພາອາໄສ ແມ່ນໍ້າສາຍນີ້ ໃນການດໍາລົງຊີວິດ ມາຕັ້ງແຕ່ໂບຮານນະການ ຈົນເຖິງປັດຈຸບັນ.
ບັນດາ​ຜູ້ຕາງໜ້າ​ຈາກ​ປະ​ເທດ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​
ໃຕ້ ທີ່​ເປັນ​ພາຄີໃນຄະນະ​ກໍ​າມາ​ທິການ​ແມ່​ນໍ້າຂອງສາກົນ ຫຼື
MRC ​ໄດ້​ໄປປະຊຸມ ກັນຢູ່​ທີ່​ລາວ​ໃນ​ອາທິດແລ້ວນີ້ ​ເພື່ອ​ປຶກສາ​
ຫາລື​ກັນ​ກ່ຽວ​ກັບ​ໂຄງການພັດທະນາ​ຕ່າງ​ໆ​ຕາມ​ລໍາແມ່​ນໍ້າຂອງ.
ບັນຫາ​ສໍາຄັນອັນ​ນຶ່ງ​ສໍາລັບ​ຄະນະ​ກໍ​າມາ​ທິການ​ MRC ​ກໍ​ຄື​ການ
ຊັ່ງຊາ​ຕີ​ລາຄາ​ກ່ຽວ​ກັບ​ເຂື່ອນ​ໄຟຟ້າ​ນໍ້າຕົກ ​ໄຊ​ຍະ​ບູລີ ທີ່​ລາວ​
ກໍາລັງ​ຈະວາງ ທີ່​ບັນດາ​ນັກ​ອະນຸລັກ​ສະພາບ​ແວ​ດລ້ອມ​ພາກັນ​
ເປັນຫ່ວງ​ວ່າ​ ມັນ​ອາດ​ທໍາລາຍ​ລະບົບ​ນິ​ເວດ​ວິທະຍາ​ຢູ່​ຕອນ​ລຸ່ມ​
ຂອງ​ແມ່​ນໍ້າຂອງ​ໄດ້ບ່ອນທີ່​ປະຊາ​ຊົນຫຼາຍລ້ານ​ຄົນ​ເພິ່ງພາ​ອາ​
ໄສໃນ​ການ​ດໍາລົງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Gabrielle Paluch ມີ​ລາຍ​ງານ​ກ່ຽວ​ກັບ​ການ​ອະພິປາຍ​ກັນ
​ເລື້ອງເຂື່ອນ​ໄຊ​ຍະ​ບູລີ ຊຶ່ງທອງ​ປານຈະ ນໍາມາສະ​ເໜີ​ທ່ານ​.

​ໃນລະຫວ່າງ​ການ​ເຈລະຈາ​ກັນເມື່ອ​ອາທິດແລ້ວນີ້ ຄະນະ​ຜູ້​ແທນ​ຈາກ ຫວຽດນາມ ​ແລະ​ກໍາປູ​ເຈຍ ​ໄດ້ສະ​ແດງ​ການຄັດຄ້ານ​ຕໍ່ວິທີ​ການທີ່​ລາວ​ດໍາ​ເນີນ​ຂັ້ນ​ຕອນ​ການປຶກສາ​ຫາລື​ໃນ​ເລຶ່ອງນີ້ ກ່ອນຈະ​ເລີ່​ມການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ຊຶ່ງ​ຈະ​ເປັນ​ເຂື່ອນ​ແຫ່ງທໍາ​ອິດ​ທີ່​ຈະ​ສ້າງຂຶ້ນ​ມາ
​ຂວາ​ງ​ກະ​ແສ​ນໍ້າຂອງ​ແມ່ນໍ້າ​ຂອງຕອນ​ລຸ່ມ​.

​ບັນດາເຈົ້າໜ້າ​ທີ່​ຈາກ​ປະ​ເທດ​ເຫລົ່າ​ນັ້ນ​ ບໍ່​ຍອມໃຫ້​ຄວາມ​ຄິດ​ເຫັນ​ຢ່າງ​ເປັນ​ທາງ​ການ ​ແຕ່​ພວກ​ອື່ນ​ໆ​ທີ່​ເຂົ້າຮ່ວມ​ໃນ​ກອງປະຊຸມເວົ້າ​ວ່າ ​ຫວຽດນາມ​ໄດ້​ຂໍຮ້ອງ​ໃຫ້ໂຈະໄວ້​ຊົ່ວຄາວ​ເປັນ​ເວລາ 10 ປີ ​ການ​ຕັດສິນ​ໃຈ​ໃດໆ​ກ່ຽວ​ກັບ ​ການ​ສ້າງເຂື່ອນ​ຕັນ​ເສ້ນ​ທາງ​ໄຫລ​ຂອງແມ່ນໍ້າ
ຂອງນັ້ນ ​ໂດຍ​ກ່າວ​ວ່າທາງ​ການ​ຍັງ​ບໍ່ໄດ້​ທໍາ​ການ​ສຶກສາ ລາຍ​ລະອຽດ​ຢ່າງ​ພຽງພໍເຖິງຜົນ
ກະທົບ​ຂອງ​ເຂື່ອນ ​ຕໍ່​ວິຖີ​ຊີວິດ​ຂອງ​ປະຊາຊົນ​ທີ່​ອາ​ໃ​ສຢູ່​ຕອນ​ລຸ່ມ​ຂອງ​ແມ່​ນໍ້າ​ຂອງ​.

ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ ໄດ້​ປະກາດ​ອອກ​ໄປ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ພະຈິກ ປີ
ຜ່ານມາ ຄືດົນ​ກ່ວາ​ນຶ່ງ​ປີ ຫລັງ​ຈາກ​ທີ່​ການ​ກໍ່ສ້າງ​ຕົວ​ຈິງໄດ້​ເລີ່​ມຂຶ້ນ ​ໂດຍ​ປາດ​ສະ​ຈາກ​ຄວາມ​ເຫັນ​ພ້ອມ​ກັນ​ຢ່າງ​ເປັນ​ເອກະ​ສັນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ MRC ອັນ​ເປັນ​ການລະ​ເມີດ
​ຕໍ່​ສັນຍາ​ກ່ຽວ​ກັບ​ແມ່​ນໍ້າຂອງ​ ທີ່​ເ​ຊັນ​ກັນ​ເມື່ອ​ປີ 1995.

ທ່ານ​ນາງ ປ່ຽນ​ພອນ ດິຖີ ​ເປັນ​ຜູ້​ປະສານ​ງານ​ດ້ານ​ການປຸກລະດົມ ປະ​ຈໍາ​ປະ​ເທດ​ໄທ ​ຂອງ​ອົງການແມ່​ນໍ້າ​ສາກົນ International Rivers ຫລື IR ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະ ບານ ​ທີ່​ຕິດຕາມ​ເບິ່ງ​ແມ່​ນໍ້າຂອງ.

ທ່ານ​ນາງ ປ່ຽນ​ພອນ ​ເວົ້າ​ວ່າ: “ຄວາມ​ເປັນ​ຫ່ວງ​ທີ່ບັນດາ​ປະ​ເທດ​ສະມາຊິກໄດ້
ຍົກ​ຂຶ້ນມານັ້ນ ກໍ່​ບໍ່ໄດ້​ເອົາໄປສຶກສາ ພິ​ຈາລະ​ນາ​ກັນ​ຢ່າງ​ຖີ່​ຖ້ວນ​ຮອບດ້ານ.
ນອກ​ນີ້​ແລ້ວ ກໍ​ຍັງ​ເປັນ​ການ​ສໍາຄັນ​ທີ່ຈະຕ້ອງ​ຮັບ​ຮູ້​ຄວາມ​ເປັນ​ຫ່ວງ​ຕໍ່ທີ່​ຍົກ​
ຂຶ້ນມາ ​ໂດຍ​ປະຊາ​ຄົມ​ຕ່າງໆ​ທີ່​ຖືກ​ກະທົບ ຄື​ປະຊາຊົນ 60 ລ້ານ​ຄົນ​ໃນທັງ​
ໝົດ​ສີ່​ປະ​ເທດ (ລາວ ​ໄທ ຫວຽດນາມ​ແລະ​ກໍາປູ​ເຈຍ​ນັ້ນ). ມັນ​ບໍ່​ແມ່ນ​ກະທົບ​
ຕໍ່ຊີວິດ​ຂອງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ ​ແຕ່ມັນ​ກະທົບ​ຕໍ່​ 60 ລ້ານ​ຄົ​ນ ແລະ​ໃນ​ໂອ
ກາດ​ນີ້ ​ພວກ​ເຮົາ​ຂໍ​ຊົມ​ເຊີຍ​ກໍາປູ​ເຈຍແລະ​ຫວຽດນາມ ທີ່​ຍຶດໝັ້ນ​ໃນຄວາມ​
ຮັບຜິດຊອບຂອງ​ພວກ​ເຂົາ​ເຈົ້າ​ ຕໍ່​ສັນ​ຍາ​ວ່າ​ດ້ວຍ​ແມ່ນໍ້າຂອງ ສະບັບ​ປີ
1995 ນັ້ນ.”


​ເຖິງ​ແມ່ນ​ວ່າ​ ລັດຖະບານ​ລາວໄດ້​ມີ​ແຜນການອັນ​ໃຫຍ່​ໂຕ ​ເພື່ອພັດທະນາ​ຕົນ​ເອງ​ໃຫ້
ກາຍ​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ ​ແລະ​ກະແສ​ໄຟຟ້າ​ທີ່ຈະ​ຜະລິດໂດຍເຂື່ອນ​ໄຊ​ຍະ​ບູລີ ​ມູນຄ່າ​ 3.500 ​ລ້ານ​ໂດ​ລາ​ນີ້ ​ຈະສ້າງ​ລາຍ​ໄດ້ອັນ​ສໍາຄັນ​ທີ່​ສຸດ ໃຫ້​ແກ່​ເສດ​ຖະກິດ​ທີ່​ມີ​ມູນ​ຄ່າ​ຜະລິດ​ຕະພັນ​ລວມພາຍ​ໃນ ​ປະມານ 8 ພັນ​ລ້ານ​ໂດ​ລາ​ ຕໍ່​ປີ​ນັ້ນກໍ​ຕາມ ​ແຕ່​ບັນດາ​ນັກ​ອະນຸລັກ​ສະ​ພາບ​ແວດ​ລ້ອມ​ກໍເປັນຫ່ວງ​ວ່າ​ ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ອາດ​ສ້າງ​ໄພ​ຂົ່ມຂູ່ຕໍ່​ຊີວິດ ແລະ​
ວິຖີ​ຊີວິດຂອງ​ພວກ​ປະຊາ​ຄົມ​ຕ່າງໆໃນ​ເຂດ​ຕອນ​ລຸ່ມ​ຂອງແມ່​ນໍ້າຂອງນັ້ນ.

ອົງການແມ່​ນໍ້າ​ສາກົນ​ຫລື IR ປະ​ເມີນ​ວ່າ ທາດໂປຣຕີນ​ສູງ​ເຖິງ 70 ​ເປີ​ເຊັນ ທີ່​ບໍລິ​ໂພ​ກ​ໂດຍ​ຊາວ​ກໍາປູ​ເຈຍ​ນັ້ນ ​ແມ່ນ​ມາ​ຈາກ​ແມ່​ນໍ້າຂອງ.

ທ່ານ ​ໄກຣສັກ ຊຸນ​ຫະວັນ ອະດີດສະມາຊິກ​ສະພາ​ແຫ່ງ​ຊາດ​ໄທ ​ເຊື່ອ​ວ່າ ຄວາມ​ຮັບຜິດ ຊອບ​ສໍາລັບ​ການ​ເລັ່ງລົງມືກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ດັ່ງກ່າວ​ແມ່ນ​ນອນຢູ່​ກັບ​ບັນດາ​ບໍລິສັດ​ຂອງ​ໄທ ທີ່​ໄດ້​ເລືອກທີ່ຈະ​ບໍ່​ເອົາ​ຫົວຊາ​ຕໍ່ ຜົນ​ກະທົບທາງ​ສັງຄົມ​ຂອງ​ການ​ລົງທຶນ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

​ທ່ານ ​ໄກຣສັກ ກ່າວ​ວ່າ: “​ໂຄງການເຂື່ອນ​ໄຊ​ຍະບູລີ ​ແມ່ນ​ເປັນ​ເຂື່ອນ​ທີ່​ລ້ວນ​
ແລ້ວ​ແຕ່​ຄົນໄທ ​ແລະ​ທະນາຄານ​ໄທ​ເປັນ​ຜູ້​ລົງທຶນ ​ພ້ອມ​ກັບການ​ກໍ່ສ້າງ​ກໍ​
ແມ່ນ​ເຮັດ ໂດຍບໍລິສັດ​ໄທ ​ແລະ​ຜົນ​ປະ​ໂຫຍ​ດກໍ​ແມ່ນຂອງ​ບໍລິສັດໄທ. ມັນ​
ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ໄພພິບັດ​ທາງ​ສັງຄົມ​ຢ່າງ​ຮຸນ​ແຮງ. ປະຊາຊົນຫຼາຍ
ໝື່ນ​ຄົນໄດ້ຖືກ​ຍ້າຍ​ຖິ່ນ​ຢູ່​ອາ​ໃສ ​ແລະ​ກໍ​ບໍ່​ມີ​ຜູ້ຕາງໜ້າ​ໄປ​ຮ້ອງ​ຮຽນ​ຄວາມ
ຈົ່ມ​ທຸກ​ແຕ່​ຢ່າງ​ໃດ​ເລີຍ.”


​ເຖິງ​ແມ່ນ​ ຈະ​ປະຕິ​ເສດ​ບໍ່​ໄດ້ຕໍ່ຄວາມ​ຮຽກຮ້ອງ​ຕ້ອງການ​ກະ​ແສ​ໄຟຟ້າ​ຂອງ​ໄທ ​ແລະຜົນ​ປະ​ໂຫຍ​ດອັນ​ມາກ​ມາຍ​ມະຫາສານຕໍ່​ເສດຖະກິດ ຈາກ​ເຂື່ອນ​ດັ່ງກ່າວ​ນັ້ນ​ກໍຈິງ​ຢູ່ ​ແຕ່​ບັນດາ​ນັກ​ເຂື່ອນ​ໄຫວ​ເຊື່ອ​ວ່າ​ມັນ​ຍັງ​ບໍ່​ສາຍ​ເກີນໄປ​ທີ່​ຈະ​ຢຸດ​ໂຄງການ​ດັ່ງກ່າວ​ນີ້.

Mark Goichot ​ທີ່​ເຮັດ​ວຽກ​ໃຫ້ ກອງ​ທຶນ​ສັດ​ແລະ​ພືດ​ປ່າ​ໂລກ ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟ
ຟ້າ​ນໍ້າຕົກ​ທີ່​ຍືນ​ຍົງ​ຖາວອນ​ໃນ​ລາວ​ນັ້ນ ​ເວົ້າ​ວ່າ ລັດຖະ ບານ​ລາວ​ອາດຈະຍັງ​ບໍ່​ຮູ້​ຢ່າງ​ເຕັມ​ສ່ວນ​ເລີຍ​ເຖິງ​ຜົນ​ກະທົບ​ທີ່​ເຂື່ອນ​ດັ່ງກ່າວ​ ຈະສາມາດ​ມີ​ຕໍ່ ​ລະບົບ​ນິ​ເວດ​ວິທະຍາຂອງ​ຕົນ​ແລະ​ຕໍ່​ປະ​ເທດ​ເພື່ອນ​ບ້ານ​ ​ແຕ່​ວ່າ ລັດຖະບານຫວຽດນາມ​ແ​ລະ​ກໍາປູ​ເຈຍ​ ກໍໄດ້​ທໍາ​ການ​ຮຽກຮ້ອງ​
ທີ່​ບໍ່​ສາມາດ​ປະຕິ​ເສດ​ໄດ້.

ທ່ານ Goichot ​ເວົ້າ​ວ່າ “​ແມ່ນ​ຢູ່ ​ເວົ້າ​ໃນທາງຫຼັກການ​ແລ້ວ ມັນ​ກໍ​ຍາກ​ທີ່​ບໍ່​
ປະຕິບັດ ຕາມ​ຄໍ​າແນະ​ນໍາ​ທີ່​ເຂັ້ມ​ແຂງອັນ​ນີ້ ແຕ່ໂຄງການ​ນີ້​ກໍ​ຈະ​ດໍາ​ເນີນ
ຕໍ່​ໄປ ​ເວັ້ນ​ເສຍ​ແຕ່​ວ່າ ຜົນ​ການ​ສຶກສາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ກະທົບ​
ນັ້ນແມ່ນ​ໃຫຍ່​ຫລວງ​ທີ່ສຸດ. ພວກ​ເຮົາ​ບໍ່​ຄິດ​ວ່າ ​ມັນ​ຈະ​ສາຍ​ເກີນໄປ​ທີ່​ຈະ​
ຢຸດ​ໂຄງການ​ດັ່ງກ່າວ​ນີ້. ຄວາມ​ເປັນ​ຫ່ວງ​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ແລະ​ການ
ຄັດຄ້ານກໍ​ຍັງແຂງ​ຂັນ​ຢູ່​ຢ່າງ​ບໍ່​ລົດ​ລະ ສະ​ນັ້ນ​ມັນ​ຈະຍາກ​ຂຶ້ນ​ໄປ​ເລື້ອຍໆ​
ທີ່​ຈະ​ຫາເຫດຜົນ ມາ​ເປັນຂໍ້ອ້າງໄດ້.”


ບັນດາຜູ້​ແທນ​ຈາກປະ​ເທດໃຫ້ການ​ບໍລິຈາກຊ່ວຍ​ເຫລືອ ​ແລະ​ສະມາຊິກ​ຂອງ​ຄະນະ​ກໍາມາ
​ທິການ​ແມ່​ນໍ້າຂອງສາກົນ ຫຼື MRC ​ໄດ້​ໄປຍັງ​ບ່ອນ​ກໍ່ ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເມື່ອ​ວັນ​ສຸກ​ຜ່ານ​ມາ ​ເພື່ອ​ກວດກາເບິ່ງຄວາມ​ກ້າວໜ້າ. ຄະນະກໍາມາ​ທິການ MRC ​ເຄີຍ​ໄດ້ຖືກໂຈມ​ຕີຢ່າງ​
ໃຫຍ່​ມາ​ແລ້ວໃນ​ອະດີດວ່າ ບໍ່​ມີ​ຄວາມສາມາດທີ່​ຈະ​ເຮັດ​ໃຫ້​ລັດຖະບາ​ນລາວປະຕິບັດຕາມ
​ຄໍາ​ແນະ​ນໍາຂອງ​ MRC ​ໄດ້.
XS
SM
MD
LG