ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ລາວ ​ໂຈະ​ການ​ອະນຸ​ມັດ​ ໃຫ້ສ້າງ​ເຂື່ອນ​ໃໝ່ ຫຼັງ​ຈາກ​​ໄພ​ຫາ​ຍະ​ນະ​ ເຂື່ອນ​ແຕກ ຢູ່ພາກໃຕ້ ຂອງລາວ


ພວກຊາວບ້ານພາກັນຂຶ້ນຢູ່ເທິງຫຼັງຄາເຮືອນ ເພື່ອເອົາຊີວິດລອດ ຈາກ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.
ພວກຊາວບ້ານພາກັນຂຶ້ນຢູ່ເທິງຫຼັງຄາເຮືອນ ເພື່ອເອົາຊີວິດລອດ ຈາກ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.

ທາງ​ການ​ລາວ ໄດ້ອອກ​ນະ​ໂຍບາຍ​ ໃຫ້​ໂຈະ​ການ​ສ້າງ​ເຂື່ອນ​ໃໝ່​ໃດ​ໆ ​ໃນ​ປະ​ເທດ ຊຶ່ງ​ນຶ່ງ​ໃນ​ສາ​ເຫດ ກໍ​ແມ່ນ​ການ​ຫັກ​ພັງ​ຂອງ​ເຂື່ອນ​ ໃນ​ພາກ​ໃຕ້​ຂອງ​ລາວ ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ​ລົ້ມ​ຕາຍ​ຫຼາຍ​ສິບ​ຄົນ ​ແລະຂາດ​ທີ່ຢູ່​ອາ​ໄສ ຈຳນວນຫຼາຍ ພັນ​ຄົນ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລັດຖະບານ​ລາວ ຈະ​ໂຈະ​ການ​ອະນຸ​ມັດ​ ໃຫ້ສ້າງ​ເຂື່ອນ​ໃໝ່ ​ໃນ​ ສປປ ລາວ ​ໃນ​ຂະນະ​ທີ່​ຕົນ ​ກຳລັງ​ທົບ​ທວນ​ເບິ່ງຄືນ ຫຼາຍກວ່າ 50 ​ໂຄງການ ​ໃນປັດຈຸບັນ​ ຫຼັງ​ຈາກ​ທີ່​ໄດ້​ມີ​ໄພ​ຫາ​ຍະ​ນະ​ຈາກເຂື່ອນ​ໄຟຟ້າ​ພະລັງ​ນ້ຳ​ທີ່​ແຕກຫັກພັງ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ​ກັນຍາ ຄຳ​ມົງຄຸນ ຮອງ​ຜູ້ອຳນວຍການ​ໃຫຍ່ ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ​ໄດ້ບອກວີ​ໂອ​ເອ ວ່າ ຈະມີ​ການ​ທົບ​ທວນ​ກວດກາລຶ້ມຄືນຢ່າງ​ໃຫຍ່​ຫຼວງ ຫຼັງ​ຈາກ​ໄດ້​ເກີດໄພ​ພິບັດ​ເຂື່ອນ​ແຕກ​ນັ້ນ​ແລ້ວ, ທີ່​ໄດ້​ເອົາຊີວິດ​ຜູ້​ຄົນ​ໄປ​ຈຳນວນ​ຫຼວງ​ຫຼາຍ ທັງໄດ້ເຮັດ​ໃຫ້​ຜູ້​ຄົນ ຕ້ອງ​ໄດ້​ອົບ​ພະຍົບຫລົບ​ໄພໜີ ຫຼາຍ​ກວ່າ 10,000 ຄົນຢູ່ ​
ໃນ 2 ປະ​ເທດ.

“ມີ​ຫຼາຍ​ກວ່າ 50 ​ເຂື່ອນ​ໃນ​ປະ​ເທດ ຈະ​ໄດ້​ຖືກ​ສືບສວນ​ຄືນ​ໃໝ່ ​ແລະ​ສິ້ງຊອມ​ເບິ່ງ​ຢ່າງ​ໃກ້ຊິດ ທາງ​ດ້ານ​ເທັກ​ນິກ, ກວດກາແລ້ວກວດ​ອີກ ​ກ່ຽວ​ກັບດ້ານ​ເທັກ​ນິກ​ ຈຳ​ພວກທີ່​ກຳລັງ​ກໍ່ສ້າງ​ຢູ່​” ຊຶ່ງນັ້ນເປັນຄຳເວົ້າຂອງ​ເພິ່ນ​ ​ຊຶ່ງ​ທ່ານກ່າວ​ຕໍ່​ໄປ​ວ່າ “ຕະຫຼອດທັງ ການ​ໂຈະ​ການ​ອະນຸ​ມັດ ​ໂຄງການ​ໃໝ່ຕໍ່ໄປ ຈົນ​ກວ່າ​ວ່າ ທຸກ​ສິ່ງ​ຢ່າງ​ຈະ​ໄດ້​ຮັບ​ການ​ຢືນຢັນເສຍກ່ອນ.”

​ໃນ​ວັນ​ທີ 23 ກໍລະກົດ ຜ່ານ​ມາ​ນີ້ ​ເຂື່ອນ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ທີ່​ໄດ້​ຫັກ​ພັງ​ລົງ ປ່ອຍ​ນ້ຳອອກມາ​ເປັນ​ຈຳນວນ 5 ພັນ​ລ້ານ​ແມັດ​ກ້ອນ ລົງ​ສູ່​ໝູ່​ບ້ານ​ທີ່​ຕັ້ງ​ຢູ່ເຂດ​ລຸ່ມ​ຂອງ​ເຂື່ອນ ​ໃນ​ແຂວງ​ອັດ​ຕະປື ​ໃນ​ເຂດ​ເມືອງ​ສະໜາມ​ໄຊ​.

ຜູ້ຄົນປະມານ​ 6,000 ຄົນ ຂາດ​ທີ່ຢູ່​ອາ​ໄສ ​ຢູ່ໃນ​ລາວ ​ແລະມີ​ຫຼາຍ​ກວ່າ 30 ຄົນ ທີ່​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເສຍ​ຊີວິດ ​ແລະ​ຍັງມີຫຼາຍ​ກວ່ານຶ່ງ​ຮ້ອຍ​ຄົນ ທີ່ຍັງຫາຍ​ສາບ​ສູນຢູ່. ພວກ​ກູ້​ໄພທັງຫຼາຍ ບໍ່ພາກັນມີ​ຄວາມ​ຫວັງ​ຫຼາຍປານໃດ ທີ່​ຈະ​ພົບພໍ້ ​ຜູ້​ລອດ​ຊີວິດ​ມາ​ໄດ້ຕື່ມ.

​ຜູ້​ຄົນ ​ປະມານ 5,000 ຄົນ ​ຢູ່ແຄມແມ່​ນ້ຳ​ເຊ​ກອງ ລຸ່ມລົງໄປ ປະມານ130 ກິ​ໂລ​ແມັດ ​ໃນ​ເມືອງ​ຊຽມ​ປັງ ທາງ​ພາກ​ເໜືອ​ຂອງ​ກຳປູ​ເຈຍ ກໍແມ່ນ​ພາກັນຂາດທີ່ຢູ່ອາໄສ.​ ​

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ໃນ​ເຂດ​ເມືອງ​ສະໜາມ​ໄຊ ​ໄດ້​ບອກ​ ວີ​ໂອ​ເອ ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ໃຫ້​ຂໍ້​ມູນ​ທີ່​ຜິດພາດ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ຽວ​ກັບສະພາບຂອງ​ໄພພິບັດ​ທີ່ຈະເກີດຂຶ້ນ ລຸນຫຼັງໂຄງການ​ຮ່ວມ PNPC ສ້າງເຂື່ອນ​ທີ່ບໍ່ທັນແລ້ວ ​ໄດ້​ເຕື່ອນວ່າ ​ເຂື່ອນ​ດັ່ງກ່າວ ກຳລັງ​ຈະ​ແຕກ.

ນຶ່ງ​ໃນຈຳນວນບໍລິ​ສັດຫຼັກ ​ໃນ​ການ​ລົງທຶນ​ຮ່ວມກໍ​ແມ່ນ ບໍລິສັດວິສະວະກຳ​ແລະ​ກໍ່ສ້າງ
SK ຈາກ​ເກົາຫຼີ​ໃຕ້ ຊຶ່ງສືບ​ຕໍ່​ປະຕິ​ເສດ ​ບໍ່​ໃຫ້​ຄວາມ​ເຫັນ​ໃດໆ ຕອນ​ທີ່ໄດ້ຕິດ​ຕໍ່​ໄປ
ຈາກພວກ​ນັກ​ຂ່າວວີ​ໂອ​ເອ ຈາກ​ສູນ​ກາງ​ໄພພິບັດ ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ສະໜາມ​ໄຊ.

ພວກຊາວບ້ານພາກັນຫິ້ວສຳພາລະເລັກນ້ອຍຕິດຕົວ ໃນຂະນະທີ່ມີການຍົກຍ້າຍ ເນື່ອງຈາກ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.
ພວກຊາວບ້ານພາກັນຫິ້ວສຳພາລະເລັກນ້ອຍຕິດຕົວ ໃນຂະນະທີ່ມີການຍົກຍ້າຍ ເນື່ອງຈາກ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ ​ໃນ​ວັນ​ອັງຄານວານນີ້ ລັດຖະມົນຕີກະຊວງ​ພະລັງງານ
​ແລະ​ບໍ່​ແຮ່ ທ່ານ​ຄຳ​ມະນີ ອິນ​ທິຣາດ ​ກ່າວ​ວ່າ ການ​ກໍ່ສ້າງ​ບໍ່​ໄດ້​ມາດຕະຖານ,
ປະກອບກັບ​ຝົນຕົກໜັກ ​ແບບ​ບໍ່​ຄາດ​ຄິດມາ​ກ່ອນ, ແມ່ນເປັນ​ສາ​ເຫດ​ຂອງເຂື່ອນ
ອານ​ມ້າ ພາກ​ສ່​ວນ D ເຊ​ປຽນ-​ເຊ​ນ້ຳ​ນ້ອຍແຕກ, ອີງ​ຕາມ​ໜັງສືພິມ Laotian Times.

​ເຈົ້າ​ໜ້າ​ທີ່ໜັງສືພິມ Vientiane Times ລາຍ​ງານວ່າ ການ​ຕັດສິນ​ໃຈ​ທົບ​ທວນຄືນ
​ໂຄງການ​ເຂື່ອນ​ໃນ​ປັດຈຸບັນ ທັງ​ໝົດ ​ແມ່ນ​ໄດ້​ຈັດ​ໃຫ້ມີຂຶ້ນລຸນຫຼັງ ກອງ​ປະຊຸມ​ເປັນ
​ເວລາສອງ​ມື້ທີ່​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ເປັນ​ປະທານ.

ທ່ານ​ຄຳ​ມົງຄຸນ ​ກ່າວ​ວ່າ ເພິ່ນມີ​ຄວາມ​ຍິນ​ດີ​ຕ້ອນຮັບນັກ​ຊ່ຽວຊານ​ນາໆ​ຊາດ ​ເພື່ອ​ຊ່ອຍ
​ໃນ​ການ​ກວດກາ​ທົບ​ທວນ​ດັ່ງກ່າວ.

ທ່ານ​ນາງ​ມໍຣີນ ​ແຮຣິສ ຜູ້ອຳນວຍການ​ອົງການ​ແມ່​ນ້ຳ​ສາກົນ ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ
ກ່າວ​ວ່າ ການ​ໂຈະ​ໂຄງການ​ແລະ​ການ​ສືບສວນ ທົບ​ທວນຄືນ​ນີ້ ​ແມ່ນ​ການ​ເອົາບາດ
​ກ້າວ​ໃນ​ທາງ​ບວກ.

“​ແຕ່​ກ່ອນ​ອື່ນ, ຂ້າພະ​ເຈົ້າ​ຢາກ​ເວົ້າວ່າ ມັນ​ຈຳ​ເປັນຈະ​ຕ້ອງໃຫ້​ມີ​ຄວາມ​ໂປ່​ງ​ໃສ ​
ແລະ​ຄວນ​ຈະ​ພົວພັນ​ກັບ​ຜູ້​ຊ່ຽວຊານ​ທີ່ເປັນອິດສະຫຼະ ​ທັງຄວນ​ຈະ​ພົວພັນ​ກັບ​
ທີ່​ປຶກສາ ຂອງພວກ​ປະຊາ​ຄົມ​ທີ່​ຖືກ​ກະທົບ ​ເພາະວ່າ​ມັນ​ມີ​ບາ​ງສິ່ງ​ບາງ​ຢ່າງ​ທີ່​
ຂາດ​ຫາຍ​ໄປ ​ໃນ​ຕອນ​ນີ້ ​ແລະ​ພວກ​ເຮົາ ​ໄດ້​ປະຈັກ​ໃນ​ໄພພິບັດ​ຈາກ​ເຂື່ອນ​
ເຊ​ປຽນ-​ເຊ​ນ້ຳ​ນ້ອຍ,”
ດັ່ງທີ່​ທ່ານ​ນາງ​ມໍຣີນ ​ໄດ້​ເວົ້າ​ໄປ ​ແລະ​ໄດ້​ກ່າວ​ຕໍ່​ວ່າ “​ແລະ
​ພວກ​ເຮົາ​ກໍຢາກຈະ​ເວົ້າ​ວ່າ ມັນ​ບໍ່ຄວນ​ຈະ​ເປັນ​ພຽງ​ແຕ່ ຈະໃຊ້ກັບເຂື່ອນທີ່ຍັງ
ບໍ່​ໄດ້​ຮັບ​ອະນຸມັດເທື່ອ ແຕ່​ຄຳ​ຖາມຮອບ​ຂ້າງ​ຮອບ​ແອວ​ ແມ່ນຄວນນຳໄປໃຊ້
ສຳລັບການ​ຄ້ຳປະກັນຄວາມປອດໄພຂອງ​ເຂື່ອນທັງໝົດ.”

ທ່ານ​ນາງ ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ມີ​ປະມານ​ 100 ​ເຂື່ອນ ​ໃນ​ສປປ ລາວ ທີ່ີພວມ​ປະຕິ
ບັດ​ງານຢູ່​, ຫຼື​ບໍ່ ກໍ​ຢູ່​ພາຍ​ໃຕ້​ການ​ກໍ່ສ້າງ ຫຼື​ວາງ​ແຜນ​ກໍ່ສ້າງ ​ແລະ​ມີ​ປະມານ​ເຄິ່ງນຶ່ງ
​ຂອງໂຄງການ​ເຂື່ອນ​ທັງ​ໝົດ ທີ່​ຕົກຢູ່​ໃນກໍລະນີຫຼ້າສຸດນີ້.​

​ທ່ານ​ນາງ​ມໍຣີນກ່າ​ວວ່າ “ສະ​ນັ້ນ ມັນຈຶ່ງ​ຄວນ​ຈະ​ໃຫ້​ກ້າວໄປໄກກາຍ​ນັ້ນ​ອີກ ​ແລະ
ຄວາມ​ຈິງ​ມັນ​ຄວນຈະ​ມີ​ການ​ທົບ​ທວນ​ກວດຄືນ ​ເຂື່ອນ​ທັງໝົດທີ່ມີຢູ່ແລ້ວໃນ​ປັດ
ຈຸບັນ ຢູ່ໃນ​ລາວ ເພື່ອ​ຄ້ຳປະກັນ​ຄວາມ​ປອດ​ໄພ ​ແລະໃຫ້ປະຕິບັດຕາມ​ມາດຕະ
ຖານ​ຢ່າງອື່ນໆ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG