ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ບ້ານ ທີ່​ຍົກ​ຍ້າຍໜີ​ ຈາກ​ບ່ອນ​ສ້າງ​ເຂື່ອນ​ໄຟ​ຟ້າ ບໍ່​ຄ່ອຍ​ເຊື່ອ ​ໃນ​ຄຳ​ສັນ​ຍາ ຂອງ​ລັດ ​ທີ່​ຈະໃຫ້​ການ​ຊົດ​ເຊີຍ ຢ່າງເຕັມ​ສ່ວນ


ທຸງ​ສີ​ເຫລືອ​ປັກຢູ່​ກາງ​ແມ່​ນ້ຳ​ຂອງ ເປັນ​ການ​ໝາຍບ່ອນທີ່​ຈະ​ສ້າງ​ເຂື່ອນ​ໄຟ​ຟ້າຫລວງ​ພະ​ບາງ ທີ່​ຢູ່ໃກ້​ກັບ​ບ້ານ​ຫ້ວຍ​ໂງ້, ໃນ​ລາວ (ພາບ​ຖ່າຍ​ໃນ​ວັນ​ທີ 4 ພະ​ຈິກ, 2019 ໂດຍ Zsombor Peter, ນັກ​ຂ່າວ VOA)
ທຸງ​ສີ​ເຫລືອ​ປັກຢູ່​ກາງ​ແມ່​ນ້ຳ​ຂອງ ເປັນ​ການ​ໝາຍບ່ອນທີ່​ຈະ​ສ້າງ​ເຂື່ອນ​ໄຟ​ຟ້າຫລວງ​ພະ​ບາງ ທີ່​ຢູ່ໃກ້​ກັບ​ບ້ານ​ຫ້ວຍ​ໂງ້, ໃນ​ລາວ (ພາບ​ຖ່າຍ​ໃນ​ວັນ​ທີ 4 ພະ​ຈິກ, 2019 ໂດຍ Zsombor Peter, ນັກ​ຂ່າວ VOA)

ໂດຍ​ຕັ້ງຢູ່ບ່ອນ​ຄົດ​ໂຄ້ງຂອງແມ່​ນ້ຳ​ຂອງ​ ທີ່​ຢູ່​ຫ່າງ​ໄກ​ສອ​ກ​ຫລີກ ໃນ​ພາກ​ເໜືອ​ຂອງ​ລາວບ່ອນ​ທີ່​ນ້ຳຂຸ່ນໆໄຫລ​ລ້ຽວ​ກັບໄປທາງ​ຂວາ​ຜ່ານເນີນພູອັນສູງຊັນຂຽວ​ສະ​ອຸ່ມ, ບ້ານຫ້ວຍ​ຢໍ້ທີ່​ມີ​ຄົນປະ​ມານ 330 ຄົນຢູ່​ປົນ​ກັນນັ້ນ​ກຳ​ລັງພົບ​ກັບ​ສະ​ພາບ​ທີ່​ຄົນ​ຍົກ​ຍ້າຍ​ອອກ​ໄປ​ເປັນ​ຈຳ​ນວນຫລວງ​ຫລາຍ.

ລັດ​ວິ​ສາ​ຫະ​ກິດ PetroVietnam Power ໄດ້​ເລືອກ​ເອົາ​ສະ​ຖານ​ທີ່​ແຫ່ງນັ້ນ ເປັນບ່ອນ​ສ້າງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກຫລວງ​ພະ​ບາງ ທີ່​ມີ​ມູນ​ຄ່າ 3 ຕື້​ໂດ​ລາ ແລະ​ມີ​ກຳ​ລັງ​ຕິດ​ຕັ້ງ 1,460 ເມກາ​ວັດ; ການກໍ່​ສ້າງ​ເຂື່ອນ​ທີ່​ວ່ານີ້ ມີ​ກຳ​ນົດ​ຈະ​ເລີ້ມ​ຕົ້ນຂຶ້ນ​ໃນ​ປີ​ໜ້ານີ້. ການ​ເກັບ​ກັກ​ນ້ຳ​ຂອງ​ເຂື່ອນດັ່ງ​ກ່າວທີ່​ຍື່ງ​ຂຶ້ນ​ສູງຈະ​ເຮັດ​ໃຫ້​ໝູ່​ບ້ານ 23 ແຫ່ງ​ທີ່​ມີ​ຄົນ​ອາ​ໄສ​ຢູ່​ທັງໝົດປະ​ມານ 10,000 ຄົນ ຖືກ​ນ້ຳ​ຖ້ວມ​ທັງ​ໝົດ ຫລືບໍ່ ​ກໍຖືກ​ຖ້ວມ​ເປັນ​ບາງ​ສ່ວນ ແລະ​ພວກ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນນັ້ນ ຖືກບອກ​ໃຫ້​ພາ​ກັນ​ເກັບ​ເຄື່ອງເກັບ​ຂອງ​ກຽມ​ຍົກ​ຍ້າຍ​ໜີ.

ພວກ​ເຂົາ​ເຈົ້າ​ເວົ້າ​ວ່າເຈົ້າ​ໜ້າ​ທີ່ລັດ​ຖະ​ບານ ແລະບໍ​ລິ​ສັດໃຫ້​ສັນ​ຍາ​ວ່າຈະ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ໃຫ້​ເຂົາ​ເຈົ້າ ແຕ່​ວ່າກໍ​ບໍ່​ຄ່ອຍ​ເຊື່ອ​ໄດ້​ປານ​ໃດ.

“ພວກ​ເຮົາ​ບໍ່​ເຊື່ອ​ພວກ​ເພິ່ນ​ໄດ້​ດອກ ເພາະ​ພວກ​ເຮົາເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ເຂື່ອນ​ຕ່າງໆ ທີ່​ພວກ​ເພິ່ນ​ໄດ້​ສ້າງ​ໃນ​ເມື່ອ​ກ່ອນເວົ້າ​ວ່າ ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແຕ່​ແລ້ວພວກ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮັບເລີຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຊາວ​ນາ​ຄົນ​ນຶ່ງ​ໃນ​ບ້ານຫ້ວຍ​ຢໍ້ ​ຂະ​ນະ​ທີ່​ລາວນັ່ງ​ກິນເຂົ້າ​ປຸ້ນ​ ກັບຕ່ອນ​ເລືອດ​ງົວໃນ​ຕອນ​ທ່ຽງ ຢູ່​ລະ​ບຽງເຮືອນ​ທີ່ກໍ່​ດ້ວຍ​ດິນ​ບັອກ​ສີ​ຂີ້​ເທົ່າ​ຂອງ​ລາວ ທີ່​ຫັນ​ໜ້າ​ໄປ​ຫາ​ແມ່​ນ້ຳນັ້ນ.

ເມື່ອ​ຫລຽວ​ໄປ​ຫາ​ແຄມ​ຝັ່ງ​ນ້ຳ​ ກໍ​ເຫັນທີມ​ຄົນ​ງານ​ກຳ​ລັງເອົ​າ​ເຄື່ອງເຈາະ​ເຂົ້າ​ຂີ້​ໝ້ຽງ ທີ່​ເປັນ​ສາຍ​ຍາວ​ຄື​ງູ ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ​ກາ​ຊວນ​ ເຈາະ​ລົງ​ໄປ​ພື້ນ​ດິນ ເພື່ອກວດ​ເບິ່ງຊັ້ນ​ຫີນ​ແຂງ​ຢູ່​ພື້ນວ່າ​ ມັນຈະ​ສາ​ມາດ​ຮັບ​ນ້ຳ​ໜັກ​ຂອງ​ເສົາ​ທີ່​ໜັກ​ໆ ທີ່ໃຊ້​ເພື່ອ​ຢຶດ​ເຂື່ອນ​ນັ້ນ​ໄວ້​ ໄດ້​ຫລືບໍ່.

ນັກ​ຂ່າວ​ຂອງວີ​ໂອ​ເອ​ໃນ​ຕົ້ນ​ເດືອນນີ້ ໄດ້​ໄປ​ຢ້ຽມ​ເບິ່ງ​ໝູ່​ບ້ານ​ສອງ​ແຫ່ງ ຄື​ບ້ານ​ຫ້ວຍຢໍ້ ແລະ​ບ້ານຄົກ​ຄຳ ທີ່​ຈະ​ຖືກ​ນ້ຳ​ຖ້ວມຍ້ອນ​ໂຄງ​ການດັ່ງ​ກ່າວ ແລະ​ໄດ້​ໂອ້​ລົ​ມ​ກັບຄົນ​ອາ​ໄສ​ຢູ່​ທີ່ນັ້ນປະ​ມານສິບ​ປາຍ​ຄົນ. ບາງ​ຄົນ​ກໍ​ອາ​ໄສ​ຄວາມ​ເຊື່ອ​ວ່າ ຈະ​ມີ​ຊີ​ວິດ​ທີ່​ດີຂຶ້ນກວ່າ​ເກົ່າ ບໍ່​ວ່າ​ລັດ​ຖະ​ບານ​ຈະ​ຍົກ​ຍ້າຍ​ເຂົາ​ເຈົ້າ​ໄປ​ຢູ່​ບ່ອນ​ໃດ​ກໍ​ຕາມທີ່​ເຫັນ​ວ່າ​ເໝາະສົມ. ຄົນ​ສ່ວນ​ໃຫຍ່​ແມ່ນ​ພາ​ກັນ​ຢ້ານ​ວ່າຈະ​ເຮັດ​ໃຫ້​ມີ​ຄວາມ​ລຳ​ບາກ​ຂຶ້ນ. ມີ​ຄົນ​ໃນ​ຈຳ​ນວນ​ໜ້ອຍກວ່າ ​ທີ່​ເຊື່ອວ່າພວກ​ເຈົ້າ​ໜ້າ​ທີ່ຈະ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເພິ່ນ​ໄວ້ ຫລື ເຊື່ອ​ວ່າ ​ກົດ​ໝາຍ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ ການ​ທົດ​ແທນ​ຄ່າ​ເສຍ​ຫາຍ​ທັງ​ໝົດ​ຂອງ​ເຂົາ​ເຈົ້າໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG