ມີການຢືນຢັນວ່າ ມາຮອດເວລານີ້ ມີຢ່າງນ້ອຍ 26 ຄົນ ໄດ້ເສຍຊີວິດ ແລະ 103 ຄົນ
ຫາຍສາບສູນ ຈາກໄພພິບັດເຂື່ອນພັງ ເມື່ອວັນຈັນຜ່ານມານີ້ ໃນພາກໃຕ້ຂອງລາວ.
ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ພັງລົງໃນແຂວງອັດຕະປື ທາງພາກໃຕ້ຂອງປະເທດ
ທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນ ລົງໄປທາງໃຕ້ ປະມານ 550 ກິໂລແມັດ
ຊຶ່ງໄດ້ປ່ອຍນ້ຳປະມານ 5 ພັນລ້ານແມັດກ້ອນໄປທົ່ວຂົງເຂດ ໂດຍໄດ້ພັດເອົາເຮືອນ
ຊານບ້ານຊ່ອງ ຫຼາຍຮ້ອຍຫຼັງໄປ ແລະເຮັດໃຫ້ພວກຜູ້ຄົນບໍ່ມີທີ່ຢູ່ອາໄສ ເປັນຈຳນວນ
ຫຼວງຫຼາຍ.
ພວກທີ່ເຫັນເຫດການ ໄດ້ບອກກັບວີໂອເອພະແນກພາສາລາວວ່າ ມີຫຼາຍກວ່າ
6,000 ຄົນ ຍັງບໍ່ມີທີ່ຢູ່ອາໄສ. ມີຫຼາຍໆຄົນ ໄດ້ຖືກຊ່ອຍກູ້ໄວ້ໄດ້ ແລະຖືກນຳໄປ
ຍັງສູນອົບພະຍົບຊົ່ວຄາວຂອງລັດຖະບານ ໃນແຂວງອັດຕະປື ແລະແຂວງຈຳປາ
ສັກ ທີ່ຕັ້ງຢູ່ໃກ້ກັນນັ້ນ.
ພວກບາດເຈັບຈຳນວນຫຼວງຫຼາຍ ໄດ້ສົ່ງໄປຍັງໂຮງພະຍາບານ ໃນແຂວງອັດຕະປື
ແລະແຂວງອ້ອມແອ້ມ.
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໄດ້ສັ່ງການໃຫ້ຄະນະບັນເທົາທຸກສຸກເສີນ
ເດີນທາງໄປລາວ ເພື່ອຊ່ອຍເຫຼືອໃນການກູ້ໄພຄັ້ງນີ້. ສອງບໍລິສັດຂອງເກົາຫຼີໃຕ້ອັນມີ
ບໍລິສັດວິສະວະກຳແລະການກໍ່ສ້າງ SK ແລະບໍລິສັດ Western Power ຂອງເກົາ ຫຼີ ແມ່ນສ່ວນນຶ່ງຂອງບໍລິສັດ ທີ່ກໍ່ສ້າງເຂື່ອນໄຟຟ້າ ທີ່ມີພະລັງແຮງ 410 ເມກາວັດ ພ້ອມກັບບໍລິສັດໄຟຟ້າຣາຊະບູຣີຈຳກັດມະຫາຊົນຂອງໄທ ແລະບໍລິສັດລັດວິສາຫະກິດ
ລາວ.
ເຂື່ອນເຊປຽນ-ເຊນ້ຳນ້ອຍ ມີໝາຍກຳໜົດທີ່ຈະແລ້ວເສັດ ໃນປີໜ້າ ທີ່ມີມູນຄ່າໃນການ
ກໍ່ສ້າງປະມານ 1 ພັນລ້ານໂດລາ.
ບໍ່ພຽງເທົ່າໃດຊົ່ວໂມງ ກ່ອນໜ້າໄພພິບັດດັ່ງກ່າວ ໃນແລງວັນຈັນຜ່ານມານີ້ ທາງໂຄງ ການໄດ້ອອກຈົດໝາຍເຕືອນວ່າ ນ້ຳຈຳນວນລ້ານໆໂຕນ ຈະໄຫຼລົງສູ່ແມ່ນນໍ້າເຊປຽນ
ຖ້າຫາກວ່າ ເຂື່ອນທີ່ເປັນອັນຕະລາຍບໍ່ປອດໄພດັ່ງກ່າວ ບໍ່ສາມາດຕ້ານທານໄດ້.
ໃນຈົດໝາຍແຈ້ງການຂອງ ໂຄງການດັ່ງກ່າວ ທີ່ຮູ້ກັນວ່າ PNPC ກ່າວວ່າ ເຂື່ອນ
ອານມ້າ ເລີ້ມບໍ່ປອດໄພແລ້ວ ຍ້ອນຝົນຕົກໜັກ ແລະຈະປ່ອຍນ້ຳອອກມາ 5 ລ້ານໂຕນ ລົງສູ່ເຊປຽນ ຖ້າຫາກວ່າເຂື່ອນຮັບບໍ່ໄດ້. ອ່າງເກັບນ້ຳດັ່ງກ່າວ ແມ່ນມີຄວາມຕັ້ງໃຈວ່າ ຈະເກັບນ້ຳໃຫ້ສູງເຖິງ 73 ແມັດ ມີຄວາມຍາວ 1,600 ແມັດ, ດ້ວຍຄວາມສາມາດ
ໃນການເກັບກຳນ້ຳໄດ້ປະມານ 1,043 ລ້ານແມັດກ້ອນ.
ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄຫຼລົງສູ່ແມ່ນນໍ້າເຊກອງ ຕໍ່ຈາກນັ້ນກໍໄຫຼເຂົ້າສູ່ກຳປູເຈຍ
ແລະນັ້ນ ກໍ່ໃຫ້ເກີດຄວາມເປັນຫ່ວງ ທີ່ບົ່ມຊ້ອນ ໃນເຂດຢູ່ລຸ່ມລົງໄປ.