ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊື່ອວ່າ ທາງລົດໄຟຄວາມໄວສູງ ຈະເຮັດໃຫ້ຕົນ ກາຍເປັນ ສູນກາງຄົມມະນາຄົມ-ຂົນສົ່ງ ໃນພາກພື້ນ


ດ່ານກວດຄົນເຂົ້າອອກທີ່ຊາຍແດນລະຫວ່າງ ລາວແລະຈີນ ຢູ່ດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ທີ່ຈະເປັນບ່ອນເສັ້ນທາງລົດໄຟຄວາມໄວສູງຕໍ່ໃສ່ກັບຈີນ ແລະໂຍງມາເຖິງນະຄອນວຽງຈັນນັ້ນ
ດ່ານກວດຄົນເຂົ້າອອກທີ່ຊາຍແດນລະຫວ່າງ ລາວແລະຈີນ ຢູ່ດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ທີ່ຈະເປັນບ່ອນເສັ້ນທາງລົດໄຟຄວາມໄວສູງຕໍ່ໃສ່ກັບຈີນ ແລະໂຍງມາເຖິງນະຄອນວຽງຈັນນັ້ນ

ທາງການລາວເຊື່ອໝັ້ນວ່າ ຈະໄດ້ຮັບຜົນປະໂຫຍດ ຢ່າງຫລວງຫລາຍ ຈາກໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ເຊື່ອມຕໍ່ກັບຈີນ ຊຶ່ງຈະເຮັດໃຫ້ລາວກາຍເປັນສູນກາງ ຄົມມະນາຄົມ-ຂົນສົ່ງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານໃນດ້ານ
ເສດຖະກິດຂອງລັດຖະບານລາວ ຖະແຫຼງຢືນຢັນວ່າ ໂຄງການເຊື່ອມຕໍ່ທາງລົດໄຟ ຄວາມໄວສູງລະຫວ່າງລາວກັບຈີນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດ
ຂອງລາວ​ໃນໄລຍະຍາວ.

ທັງນີ້ກໍ່ເນື່ອງຈາກວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນດັ່ງກ່າວນີ້ ບໍ່
ພຽງແຕ່ຈະເປັນການຕອບສະໜອງຕໍ່ແຜນການພັດທະນາໃຫ້ລາວໄປເປັນສູນກາງຂອງ
ການເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ຫາກແຕ່ຍັງ
ຈະເຮັດໃຫ້ລາວເປັນປະເທດທໍາອິດໃນພູມີພາກເອເຊຍຕະເວັນອອກສຽງໃຕ້ ທີ່ມີລະບົບ
ລົດໄຟຄວາມໄວສູງທໍາອີກດ້ວຍ ດັ່ງທີ່ທ່ານ ສົມສະຫວາດ ໄດ້ກ່າວວ່າ:

ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.
ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.

“ໂຄງການສ້າງທາງລົດ
ໄຟເຊື່ອມຕໍ່ລາວ
-ຈີນນີ້
ເປັນເສັ້ນທາງທີ່ມີຄວາມ
ໝາຍປະ
ວັດສາດອັນຈະ
ນໍາເອົາຜົນປະໂຫຍດມາ

ສູ່ປະເທດເຮົາຢ່າງມະຫາ
ສານ. ພ້ອມກັນ
ນັ້ນ ກະ
ເປັນການເຮັດໃຫ້ປະເທດ
ລາວ
ເປັນໃຈກາງເຊື່ອມ
ຕໍ່ກັບບັນດາປະເທດ
ໃນ
ອະນຸພາກພື້ນປະກົດເປັນ
ຈິງ
, ດ້ານນຶ່ງອີກກະເປັນ
ການຍົກສູງບົດບາດອິດ
ທິພົນຂອງປະເທດເຮົາ ເພາະວ່າ ປະເທດເຮົາຈະເປັນ
ປະເທດທໍາອິດຢູ່ໃນເອເຊຍ
ອາຄະເນ ທີ່ມີລົດໄຟຄວາມໄວສູງຕາມມາດຕະຖານ
ສາກົນ

ກ່ອນໜ້ານີ້ ທາງການລາວແລະຈີນໄດ້ຕົກລົງໃນບົດບັນທຶກຄວາມເຂົ້າໃຈຮ່ວມທຶນກັນ
ຢ່າງຈະແຈ້ງວ່າ ຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາກັນລົງທຶນ ເພື່ອຮັບຜິດຊອບ
ໃນການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງຈາກຈີນມາຍັງລາວ ໂດຍທີ່
ລັດຖະບານລາວ ຖືຫຸ້ນ 30% ໃນຂະນະທີ່ຈີນຈະຖືຫຸ້ນໃນສັດສ່ວນ 70% ຂອງມູນຄ່າ
ການລົງທຶນທັງໝົດ.

ຕົວຢ່າງລົດໄຟຄວາມໄວສູງ ທີ່ໃຊ້ຢູ່ນະຄອນປັກກິ່ງຂອງຈີນ ຊຶ່ງເປັນ ຊະນິດດຽວກັນກັບລົດໄຟຄວາມໄວສູງ ທີ່ຄາດວ່າຈະເອົາມານໍາໃຊ້ ຢູ່ລາວ ເມື່ອເສັ້ນທາງລົດໄຟໄດ້ສ້າງສໍາເລັດແລ້ວ.
ຕົວຢ່າງລົດໄຟຄວາມໄວສູງ ທີ່ໃຊ້ຢູ່ນະຄອນປັກກິ່ງຂອງຈີນ ຊຶ່ງເປັນ ຊະນິດດຽວກັນກັບລົດໄຟຄວາມໄວສູງ ທີ່ຄາດວ່າຈະເອົາມານໍາໃຊ້ ຢູ່ລາວ ເມື່ອເສັ້ນທາງລົດໄຟໄດ້ສ້າງສໍາເລັດແລ້ວ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ວ່າ ການກໍ່ສ້າງທາງລົດໄຟ
ສ່ວນໃຫຍ່ໃນລາວນັ້ນ ຈະ
ຕ້ອງຜ່ານເຂດພູຄອຍ ຊຶ່ງ
ເຮັດໃຫ້ຕ້ອງມີການຂຸດເຈາະ
ອຸບມູງ ຄິດເປັນໄລຍະທາງ
ລວມເຖິງ 190 ກິໂລແມັດ
ແລະຍັງຈະຕ້ອງກໍ່ສ້າງຂົວ
ອີກຫຼາຍແຫ່ງທີ່ມີຄວາມ
ຍາວຮວມກັນເຖິງ 90 ກິ
ໂລແມັດອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ຄາດໝາຍວ່າການ
ກໍ່ສ້າງທາງລົດໄຟຄວາມໄວ
ສູງສະເພາະໃນເຂດລາວນີ້ ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານໂດລາ ຊຶ່ງກໍ່ຄື
ທາງການລາວຈະຕ້ອງຮ່ວມລົງທຶນອີກດ້ວຍ ຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ
ແລະກໍເຊື່ອວ່າ ທາງການລາວຈະໄດ້ມາຈາກ ການກູ້ຢືມຈາກທາງການຈີນນັ້ນເອງ.

ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດ
ໂດຍເລີ້ມຈາກຊາຍແດນລະຫວ່າງລາວກັບຈີນ ຢູ່ດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ
ມາຈົນເຖິງນະຄອນວຽງຈັນ ຊຶ່ງຕາມແຜນການທີ່ວາງໄວ້ນັ້ນ ຈະມີການກໍ່ສ້າງສະຖາ
ນີໃຫຍ່ 5 ແຫ່ງ ກໍຄືຢູ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນ
ວຽງຈັນ. ນອກຈາກນັ້ນ ກໍຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີ
ໃຫຍ່ ທັງ 5 ແຫ່ງດັ່ງກ່າວອີກດ້ວຍ.

ຫຼ້າສຸດກໍມີລາຍງານວ່າ ທາງການຈີນໄດ້ເລີ້ມລົງມືກໍ່ສ້າງທາງລົດໄຟຕາມໂຄງການ
ເຊື່ອມຕໍ່ທາງລົດໄຟກັບລາວ ນັບແຕ່ທ້າຍເດືອນຕຸລາມາແລ້ວ ໂດຍເປັນການເລີ້ມ
ການກໍ່ສ້າງຈາກເຂດສິບສອງພັນນາໃນມົນທົນຢູນານ ເພື່ອຕໍ່ມາຍັງຊາຍແດນລາວ
ທີ່ບໍ່ເຕັນ ໃນແຂວງຫຼວງນໍ້າທາ.

ຫາກແຕ່ສໍາລັບ ການກໍ່ສ້າງທາງລົດໄຟຄວາມໄວສູງ ຢູ່ໃນເຂດປະເທດລາວນັ້ນ ກໍຍັງ
ບໍ່ທັນໄດ້ມີການລົງມືກໍ່ສ້າງໄດ້ແຕ່ຢ່າງໃດ ເນື່ອງຈາກວ່າທາງການລາວກັບຈີນ ຍັງບໍ່
ສາມາດຕົກລົງກັນໄດ້ ກ່ຽວກັບການແບ່ງບັນຜົນປະໂຫຍດລະຫວ່າງກັນ ໂດຍສະ
ເພາະແມ່ນ ໃນສ່ວນການຕີລາຄາທີ່ດິນ ທີ່ທາງການລາວຈະນໍາໃຊ້ເຂົ້າໂຄງການນັ້ນ.

ນອກຈາກນີ້ ກໍມີລາຍງານອີກດ້ວຍວ່າ ທາງການຈີນຕ້ອງການທີ່ຈະໄດ້ທີ່ດິນ ທີ່ມີໜ້າ
ກວ້າງເຖິງ 2 ກິໂລແມັດ ໃນຕະຫລອດເສັ້ນທາງ ທີ່ມີໄລຍະທາງຍາວເຖິງ 421 ກິໂລ
ແມັດດັ່ງກ່າວນັ້ນ ໃນຂະນະທີ່ທາງການລາວເຫັນວ່າ ທີ່ດິນກວ້າງ 800 ແມັດ ກໍໜ້າ
ຈະພຽງພໍແລ້ວ ດ້ວຍເຫດນີ້ຈຶ່ງເຮັດໃຫ້ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນໄດ້ຈົນເຖິງ
ເວລານີ້ ນັ້ນເອງ.

XS
SM
MD
LG