ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ເຂົ້າໄປໃນວຽງຈັນ ຈະເລີ່ມຂຶ້ນ ໃນໝໍ່ໆນີ້


ຕົວຢ່າງຂອງລົດໄຟຄວາມໄວສູງ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ
ຕົວຢ່າງຂອງລົດໄຟຄວາມໄວສູງ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ

ທາງການ ລາວ-ໄທ ຈະເລີ່ມການກໍ່ສ້າງທາງລົດໄຟ ເຂົ້າໄປໃນນະຄອນຫຼວງວຽງຈັນ ໃນໝໍ່ໆນີ້. ສ່ວນການເຈລະຈາກ່ຽວກັບໂຄງການເຊື່ອມຕໍ່ ທາງລົດໄຟຄວາມໄວສູງກັບຈີນນັ້ນ ກໍຍັງຄົງ ດໍາເນີນໄປຢ່າງຕັ້ງໜ້າ.

ທ່ານ ສົມຊະນະ ລາດຊະພົນ ຫົວໜ້າຝ່າຍບໍລິຫານຂອງອົງການລົດໄຟແຫ່ງຊາດລາວ
ຖະແຫຼງຢືນຢັນວ່າ ການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ຈາກສະຖານີທ່ານາແລ້ງມາຍັງບ້ານ
ຄໍາສະຫວາດ, ເມືອງໄຊເສດຖາ ໃນເຂດນະຄອນນະຫຼວງວຽງຈັນນັ້ນ ຈະເລີ່ມລົງມືດໍາ
ເນີນການໃນໝໍ່ໆນີ້ ໂດຍໃນປັດຈຸບັນຍັງລໍຖ້າພຽງແຕ່ການສຶກສາ ເພື່ອອອກແບບກໍ່
ສ້າງສາງຂະໜາດໃຫຍ່ ສໍາລັບຮອງຮັບສິນຄ້າ ທີ່ຈະຂົນສົ່ງມາກັບຂະບວນລົດໄຟ ທີ່
ເຊື່ອມຕໍ່ຈາກໄທມາລາວເທົ່ານັ້ນ.

ການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ຈາກສະຖານີທ່ານາແລ້ງເຂົ້າມາຍັງບ້ານຄໍາສະຫວາດ
ດັ່ງກ່າວນີ້ຈະມີໄລຍະທາງຍາວ 9 ກິໂລແມັດ ຊຶ່ງລັດຖະບານໄທໄດ້ໃຫ້ການຊ່ວຍເຫຼືອ
ແກ່ ລັດຖະບານລາວໃນມູນຄ່າລວມ 50 ລ້ານໂດລາ ແລະໄດ້ເຮັດການສຶກສາອອກ
ແບບ​ກໍ່ສ້າງສໍາເລັດຮຽບຮ້ອຍແລ້ວນັບແຕ່ທ້າຍປີກາຍ. ສ່ວນການກໍ່ສ້າງສາງເກັບສິນ
ຄ້າຂະໜາດໃຫຍ່ທີ່ຈະຕັ້ງຢູ່ເທິງເນື້ອທີ່ກວ້າງ 64 ເຮັກຕາ ທີ່ຢູ່ຫ່າງຈາກສະຖານີບ້ານ
ຄໍາສະຫວາດປະມານ 500 ແມັດນັ້ນ ກໍຈະໄດ້ຮັບການຊ່ວຍເຫຼືອລ້າໃນສັດສ່ວນ
30% ຂອງເງິນລົງທຶນທັງໝົດເທົ່ານັ້ນ.

ທັງນີ້ ທາງການລາວຄາດໝາຍວ່າການກໍ່ສ້າງທາງລົດໄຟ ແລະສາງເກັບສິນຄ້າຂະ ໜາດໃຫຍ່ນີ້ຈະສາມາດເລີ່ມລົງມືກໍ່ສ້າງໄດ້ພາຍໃນໄຕມາດທີ່ 2 ຂອງປີນີ້ເພື່ອໃຫ້ສໍາ
ເລັດໃນຕົ້ນປີ 2014 ເປັນຢ່າງຊ້າ ສ່ວນກ່ຽວກັບໂຄງການກໍ່ສ້າງທາງລົດໄຟຄວາມໄວ
ສູງ ທີ່ເຊື່ອມຕໍ່ລະຫວ່າງລາວກັບຈີນນັ້ນ ເຈົ້າໜ້າທີ່ຂັ້ນສູງໃນອົງການລົດໄຟແຫ່ງຊາດ
ລາວກໍໄດ້ໃຫ້ການຢືນຢັນວ່າ ການເຈລະຈາລະຫວ່າງທາງການລາວກັບຈີນ ຍັງຈະດໍາ
ເນີນ ຕໍ່ໄປຈົນກວ່າວ່າຈະສາມາດຕົກລົງກ່ຽວກັບການລົງທຶນ ແລະການແບ່ງບັນຜົນ
ປະໂຫຍດລະຫວ່າງກັນໄດ້ແລ້ວ ຈຶ່ງຈະມີການລົງນາມໃນສັນຍາຮ່ວມກັນຢ່າງເປັນທາງ
ການຕໍ່ໄປ.

ພິທີເປີດສະຖານີລົດໄຟຢູ່ທ່ານາແລ້ງໃນປີ 2011 ທີ່ຜ່ານມາ
ພິທີເປີດສະຖານີລົດໄຟຢູ່ທ່ານາແລ້ງໃນປີ 2011 ທີ່ຜ່ານມາ

ແຕ່ຢ່າງໃດກໍຕາມ ທ່ານ ຈຽງ​
ຈ້າວຫຼຽງ, ປະທານ​ທະນາ
ຄານ​ພັດທະນາ​ແຫ່ງປະ​ເທດ
ຈີນ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ລະ
ຫວ່າງ​ການ​ເຂົ້າ​ຢ້ຽມຢາມຄຳ
ນັບ ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ
ສອນ, ປະທານ​ປະເທດ​ລາວ
ເມື່ອ​ບໍ່​ດົນ​ມາ​ນີ້​ ຢູ່​ນະຄອນ
ຫຼວງ​ວຽງ​ຈັນວ່າ ລັດຖະບານ​
ຈີນ ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ
ຍິ່ງ​ຕໍ່​ໂຄງ​ການ​ເຊື່ອມຕໍ່ທາງ​ລົດ​
ໄຟ​ຄວາມ​ໄວ​ສູງ​ຈາກ​ຈີນ​ມາລາ​ວ ໂດຍລັດຖະບານ​ຈີນ​ ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ພັດທະ
ນາ​ແຫ່ງປະ​ເທດຈີນ ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການຈັດ​ຫາ​ແຫຼ່ງ​ເງິນທຶນ ເພື່ອ​ໃຫ້ການ​ສະໜັບ
ສະ​ໜູນ​ແກ່​ໂຄງການ​ໄປ​ຈົນ​ກວ່າວ່າ ການ​ດຳ​ເນີນ​ງານ​ແລ້ວ​ຢ່າງ​ສົມບູນໃນ​ທຸກໆ​ດ້ານ.

ທາງດ້ານທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ ຜູ້ຊີ້ນໍາວຽກ
ງານໃນດ້ານເສດຖະກິດຂອງລັດຖະບານລາວ ຖະແຫຼງຢືນຢັນວ່າ ທາງການລາວ ແລະຈີນໄດ້ຕົກລົງໃນບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນ ຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ ເພື່ອຮັບຜິດຊອບການກໍ່ສ້າງທາງລົດໄຟດັ່ງກ່າວ
ດັ່ງທີ່ທ່ານ ສົມສະຫວາດ ໄດ້ໃຫ້ການຊີ້ແຈງໃນໂອກາດເຂົ້າຮ່ວມໃນກອງປະຊຸມສະ
ໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວຊຸດທີ່ 6 ເມື່ອບໍ່ນານມານີ້ວ່າ:

ທ່ານ Jiang-Chaoliang (ຂວາ) ຈັບມືກັບທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ໃນໂອກາດເຂົ້າຢ້ຽມຄໍານັບທ່ານ ຈູມມະລີ ໄຊຍະສອນ ທີ່ນະຄອນວຽງຈັນ ໃນເດືອນເມສາ 2011
ທ່ານ Jiang-Chaoliang (ຂວາ) ຈັບມືກັບທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ໃນໂອກາດເຂົ້າຢ້ຽມຄໍານັບທ່ານ ຈູມມະລີ ໄຊຍະສອນ ທີ່ນະຄອນວຽງຈັນ ໃນເດືອນເມສາ 2011

“ໃນ MOU ໄດ້ລະບຸວ່າຈີນ
-ລາວຮ່ວມ
ກັນລົງທຶນເພື່ອ
ກໍ່ສ້າງ ຄຸ້ມຄອງບໍລິຫານ

ບົນພີ້ນຖານຕ່າງຝ່າຍ
ຕ່າງໄດ້ຮັບຜົນປະ
ໂຫຍດ
ແລະພັດທະນາຮ່ວມກັນ
ແລ້ວ
ສ້າງຕັ້ງບໍລິສັດຮ່ວມ
ທຶນລາວ-ຈີນ. ຢູ່ໃນ
ນີ້ກໍ
ແມ່ນຝ່າຍຈີນຈະປະກອບ
ສ່ວນເປັນ
ເງິນສົດ ແລະ
ອຸປະກອນ ຖືຫຸ້ນນີ້ແມ່ນ

70% ສ່ວນຝ່າຍລາວຖື
ຫຸ້ນ 30%. ໃນນີ້
ກະ
ວມ
ມື ຄ່າເວນຄືນທີດິນ ຍົກ
ຍ້າຍຈັດ
ສັນປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດບໍ່ທັນແຕກ.

ທ່ານ ສົມສະຫວາດ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າ ຖ້າຫາກການດໍາເນີນງານເປັນໄປ
ຕາມແຜນການທີ່ວາງໄວ້ ກໍຄາດວ່າ ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີ
ໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ
2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງການສະຖາປະນາສາທາລະນະລັດ ປະຊາ
ທິປະໄຕ ປະຊາຊົນລາວ ພໍດີ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກ ວ່າການກໍ່ສ້າງທາງລົດໄຟສ່ວນໃນລາວນັ້ນ ຈະຕ້ອງໃຊ້
ເງິນລົງທຶນເຖິງ 7,000 ລ້ານໂດລາ ຈຶ່ງເຮັດໃຫ້ທາງການຈີນ ຕ້ອງການຈະຕໍ່ລອງເອົາ
ຜົນປະໂຫຍດ ໃຫ້ໄດ້ຫລາຍທີ່ສຸດ ອັນເປັນຜົນເຮັດໃຫ້ ການເຈລະຈາດັ່ງກ່າວ ຍັງຄົງ
ສືບຕໍ່ເລື້ອຍມາ ຈົນເຖິງເວລານີ້.

XS
SM
MD
LG