ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກປະຊາຊົນປະຕິວັດລາວ ຕ້ອງການໃຫ້ປະຊາຊົນ ໄປໃຊ້ສິດອອກສຽງເລືອກຕັ້ງ ໃຫ້ໄດ້ເຖິງ 100 ເປີເຊັນ


ປະຊາຊົນລາວ ຈຳນວນນຶ່ງໃຊ້ສິດອອກສຽງ ປ່ອນບັດເລືອກຕັ້ງ
ປະຊາຊົນລາວ ຈຳນວນນຶ່ງໃຊ້ສິດອອກສຽງ ປ່ອນບັດເລືອກຕັ້ງ

ພັກປະຊາຊົນປະຕິວັດລາວ ມອບໝາຍໃຫ້ຄະນະກຳມະການການເລືອກຕັ້ງແຫ່ງຊາດດຳເນີນການໃນທຸກວິທີທາງເພື່ອຊຸກຍູ້ໃຫ້ປະຊາຊົນລາວອອກມາໃຊ້ສິດເລືອກຕັ້ງສະມາຊິກສະພາແຫ່ງຊາດໃຫ້ເຖິງ 100 ເປີເຊັນ.

ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການການເລືອກຕັ້ງແຫ່ງຊາດ ຢືນຢັນວ່າສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີຄຳສັ່ງມອບໝາຍໃຫ້ຄະນະກຳມະການການເລືອກຕັ້ງແຫ່ງຊາດດຳເນີນມາດຕະການໃນທຸກວິທີທາງເພື່ອຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ປະຊາຊົນຈະອອກມາໃຊ້ສິດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ໄດ້ເຖິງ 100 ເປີເຊັນ ຂອງຜູ້ມີສິດເລືອກຕັ້ງທັງໝົດ 4,279,243 ຄົນໃນທົ່ວປະເທດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ການກະກຽມຄວາມພ້ອມກ່ອນວັນເລືອກຕັ້ງເນາະ ໂດຍສະເພາະກໍແມ່ນການແບ່ງຄວາມຮັບຜິດຊອບໃຫ້ແກ່ຄະນະຮັບຜິດຊອຍໜ່ວຍເລືອກຕັ້ງຫັ້ນ ໂດຍສະເພາະກໍແມ່ນວຽກງານການປຸກລະດົມຜູ້ມີສິດມາໃຊ້ສິດໃຫ້ມັນຮັບປະກັນໃຫ້ໄດ້ 100 ເປີເຊັນ ການຈັດຕັ້ງເວນຍາມໃນການໂຄສະນາຫາສຽງຂອງຜູ້ສະໝັກເລືອກຕັ້ງນັ້ນ ຈາກນັ້ນກະຍັງໄດ້ກະກຽມການປຸກລະດົມຈາກພໍ່-ແມ່-ປະຊາຊົນປະກອບສ່ວນຕາມຄວາມສາມາດຂອງເຂົາເຈົ້າ ເພື່ອຮັບປະກັນໃຫ້ແກ່ການເຮັດວຽກຂອງຄະນະກຳມະການເລືອກຕັ້ງ.”

ພາບຖ່າຍ ບັນດາສະມາຊິກສະພາແຫ່ງຊາດລາວ
ພາບຖ່າຍ ບັນດາສະມາຊິກສະພາແຫ່ງຊາດລາວ

ທັງນີ້ໂດຍການເລືອກຕັ້ງໃນລາວ ທີ່ກຳນົດຈະມີຂຶ້ນໃນວັນທີ 21 ກຸມພາ 2021 ຈະປະກອບດ້ວຍການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ຈຳນວນ 164 ຄົນ ຈາກຜູ້ສະໝັກທັງໝົດ 224 ຄົນ ໃນນີ້ ເປັນຜູ້ສະໝັກຈາກສູນກາງ 68 ຄົນ ຈາກທ້ອງຖິ່ນ 156 ຄົນ ແລະເປັນຜູ້ສະໝັກເພດຍິງ 49 ຄົນ ສ່ວນສະພາປະຊາຊົນຂັ້ນແຂວງໃນທັງ 18 ແຂວງ ກັບ 1 ນະຄອນຫຼວງນັ້ນ ຈະເລືອກເອົາສະມາຊິກ 492 ຄົນ ຈາກຜູ້ສະໝັກທັງໝົດ 789 ຄົນ ໃນນີ້ເປັນຜູ້ສະໝັກເພດຍິງ 277 ຄົນ ຊຶ່ງທ່ານທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍຢືນຢັນວ່າ ພັກປະຊາຊົນປະຕິວັດລາວ ໄດ້ກຳນົດແຜນການເປົ້າໝາຍຢ່າງຄັກແນ່ວ່າ ຈະສະໜັບສະໜຸນສົ່ງເສີມໃຫ້ແມ່ຍິງລາວໄດ້ເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງໃຫ້ໄດ້ໃນສັດສ່ວນ 35 ເປີເຊັນ ຂອງຈຳນວນສະມາຊິກທັງໝົດໃນທັງ 2 ສະພາ ດ້ວຍການເພີ້ມຈຳນວນຜູ້ສະໝັກເພດຍິງ ເພື່ອເຂົ້າຮ່ວມທັງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ທີ່ໄດ້ກຳນົດໃຫ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 21 ກຸມພາ 2021 ທີ່ຈະເຖິງນີ້ ດັ່ງທີ່ ທ່ານທອງສະຫວັນ ໄດ້ໃຫ້ການຢືນຢັນວ່າ:

“ເພິ່ນໃຫ້ມີເພດຍິງທີ່ລົງສະໝັກສະພາແຫ່ງຊາດແລະສະພາແຂວງນີ້ບໍ່ຫລຸດ 35 ເປີເຊັນ ບັດນີ້ ຕົວແທນກໍໄດ້ຈາກ 4 ໝວດພາສາ ອັນນີ້ ເວົ້າທົ່ວປະເທດ ນຶ່ງພາສາລາວ ສອງມອນ-ຂະແມ ສາມແມ່ນກຸ່ມມົ້ງ-ອີມຽນ ກຸ່ມທີສີ່ນີ້ ຈີນ-ທິເບດ ອັນນີ້ແມ່ນກຸ່ມພາສາຢູ່ໃນ ສປປ ລາວ ເຮົາທີ່ມີເນາະ ສ່ວນຢູ່ນະຄອນຫຼວງກະແມ່ນສຸດແລ້ວ ແຕ່ຕາມສະພາບຂອງແຕ່ລະທ້ອງຖິ່ນ ວ່າຈະມີຈັກໝວດພາສາ ທີ່ສັງກັດຢູ່ໃນເຂດນະຄອນຫຼວງ ອັນນີ້ ກະແມ່ນທັດສະນະຂອງພັກທີ່ໃຫ້ມີກັບໂຄງປະກອບນີ້.”

ສ່ວນຄະນະກຳມາທິການສົ່ງເສີມແລະຄຸ້ມຄອງສິດທິສະຕີ ແລະເດັກໃນອາຊຽນ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເພື່ອຄວາມສະເໝີພາບລະຫວ່າງຍິງກັບຊາຍໃນລາວມີຄວາມຄືບໜ້າຕ່ຳຫຼາຍ ເພາະວ່າການຈັດຕັ້ງປະຕິບັດສ່ວນໃຫຍ່ເປັນງານເອກະສານທີ່ເຫັນໄດ້ຈາກການປະກາດເປົ້າໝາຍໃນການເພີ້ມບົດບາດແມ່ຍິງໃຫ້ເຖິງ 30 ເປີເຊັນຂອງຕຳແໜ່ງທາງການເມືອງທັງໝົດໃນປີ 2015 ຫາກແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ ເຊັ່ນມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ເປັນຜູ້ບໍລິຫານຂັ້ນສູງໃນແຂວງເຊກອງ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໃນວັນທີ 21 ກຸມພາ 2021 ນີ້ມີປະຊາຊົນລາວ ຜູ້ມີສິດເລືອກຕັ້ງ ຊຶ່ງກໍຄືຜູ້ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປນັ້ນ ຈຳນວນທັງໝົດ 4,279,243 ຄົນ ໃນນີ້ ເປັນເພດຍິງ 2,128,167 ຄົນ ໃນ 18 ເຂດເລືອກຕັ້ງ ໂດຍແຂວງສະຫວັນນະເຂດນັ້ນ ຖືເປັນເຂດເລືອກຕັ້ງໃຫຍ່ທີ່ສຸດທີ່ມີສະມາຊິກສະພາແຫ່ງຊາດໄດ້ 20 ຄົນກັບສະມາຊິກສະພາປະຊາຊົນຂັ້ນແຂວງ 39 ຄົນ ສ່ວນແຂວງບໍ່ແກ້ວ ຫລວງນ້ຳທາ ໄຊສົມບູນ ອັດຕະປື ກັບເຊກອງ ມີສະມາຊິກທັງ 2 ສະພາ ໄດ້ພຽງ 6 ຄົນ ກັບ 21 ຄົນຕາມລຳດັບ ແລະຄາດວ່າ ກອງປະຊຸມສະໄໝສາມັນຄັ້ງທີ 1 ຂອງສະພາແຫ່ງຊາດລາວຊຸດທີ 9 ຈະຈັດຂຶ້ນໄດ້ໃນເດືອນມີນາ 2021 ເພື່ອແຕ່ຕັ້ງປະທານປະເທດ ປະທານສະພາ ນາຍົກລັດຖະມົນຕີ ລັດຖະມົນຕີ ປະທານສານ ແລະໄອຍະການປະຊາຊົນສູງສຸດ ຕາມລຳດັບ.

XS
SM
MD
LG