ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະ ຈີນ ຈະດໍາເນີນງານຮ່ວມມືກັນແກ້ໄຂບັນຫາຂອງມຽນມາ ທີ່ພົວພັນຢູ່ໃນ ASEAN


ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດຂອງລາວ, ຊ້າຍ, ພົບປະກັບ ທ່ານຫວັງ ຢີ, ລັດຖະມົນຕີການຕ່າງປະເທດຂອງຈີນ, ນະຄອນຫຼວງປັກກິ່ງ, ຈີນ, ວັນທີ 10 ກໍລະກົດ 2023.
ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດຂອງລາວ, ຊ້າຍ, ພົບປະກັບ ທ່ານຫວັງ ຢີ, ລັດຖະມົນຕີການຕ່າງປະເທດຂອງຈີນ, ນະຄອນຫຼວງປັກກິ່ງ, ຈີນ, ວັນທີ 10 ກໍລະກົດ 2023.

ນັກວິຊາການໄທເຊື່ອວ່າ ລັດຖະບານລາວຈະໃຊ້ໂອກາດຂອງການເປັນປະທານອາຊຽນ ເພື່ອດຶງເອົາຈີນເຂົ້າມາມີສ່ວນໃນການຮ່ວມມື ເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງແລະໃນເຂດລັດສານຂອງມຽນມາ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ດຣ. ດຸລຍະພາກ ປຣີຊາຣັດ, ຮອງຜູ້ອໍານວຍການສະຖາບັນເອເຊຍຕາເວັນອອກສຶກສາ ມະຫາວິທະຍາໄລທໍາມະສາດ ໃຫ້ທັດສະນະວ່າ ການທີ່ລັດຖະບານລາວໄດ້ເປັນປະທານອາຊຽນ ໃນປີ 2024 ນີ້ ຍັງຖືເປັນໂອກາດສໍາຄັນ ທີ່ລັດຖະບານລາວຈະໄດ້ສະແດງບົດບາດການນໍາໃນການເສີມຂະຫຍາຍການພົວພັນ ແລະການຮ່ວມມື ທັງໃນລະດັບພາກພື້ນ ແລະສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນໍາອາຊຽນ ແລະປະເທດຄູ່ເຈລະຈາ ຂອງອາຊຽນເຖິງ 2 ຄັ້ງຢູ່ໃນລາວ, ແຕ່ວ່າໃນຂະນະດຽວກັນ ລັດຖະບານລາວກໍຈະຖືກຈັບຕາ ແລະຖືກກົດດັນຈາກນານາຊາດເພີ້ມຂຶ້ນ ແບບຫຼີກລ່ຽງບໍ່ໄດ້ເຊັ່ນດຽວກັນ.

ໂດຍສະເພາະຕໍ່ບັນຫາຂັດແຍ້ງທາງການເມືອງໃນມຽນມານັ້ນ ຈະມີການສະເໜີແນວໃດ? ຈຶ່ງຈະເຮັດໃຫ້ເກີດມີໝາກຜົນທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ເພາະຖ້າຫາກວ່າ ຍັງຈະດໍາເນີນການຄືກັບປະທານອາຊຽນໃນຊ່ວງກ່ອນໜ້ານີ້ ທີ່ກໍານົດເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ເຊິ່ງຍັງບໍ່ສາມາດປະຕິບັດໄດ້ເລີຍ ນັບຕັ້ງແຕ່ເດືອນເມສາ ປີ 2021 ເປັນຕົ້ນມານັ້ນ ອາດຈະບໍ່ເກີດປະໂຫຍດໃດເລີຍ ແຕ່ວ່າດ້ວຍການພົວພັນ ໃນຖານະຫຸ້ນສ່ວນຍຸດທະສາດການພັດທະນາ ແລະຄູ່ຮ່ວມຊະຕາກໍາຮອບດ້ານລະຫວ່າງລາວກັບຈີນ ແລະລັດຖະບານຈີນ ຍັງມີອິດທິພົນ ຕໍ່ລັດຖະບານທະຫານມຽນມາ ໃນທຸກດ້ານອີກນັ້ນຈຶ່ງເຊື່ອວ່າ ລັດຖະບານລາວຈະດຶງເອົາລັດຖະບານຈີນເຂົ້າມາມີສ່ວນຮ່ວມໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາຢ່າງແນ່ນອນ ເຊິ່ງລວມເຖິງການເຈລະຈາກັນໃນບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ການພົວພັນ-ຮ່ວມມື ລະຫວ່າງຈີນ ລາວ ມຽນມາ ແລະໄທ, ດັ່ງທີ່ ທ່ານດ​ຣ. ດຸລຍະພາກ ໄດ້ໃຫ້ການອະທິບາຍວ່າ:

“ສປປ ລາວ ທີ່ຜ່ານມາຫັ້ນເນາະ ເຂົາຢຶດຖືຫຼັກການບໍ່ວິພາກວິຈານລັດຖະບານທະຫານມຽນມາ ຄື ສປປ ລາວ ກໍເປັນຜະເດັດການຄືກັນແມ່ນບໍ ແຕ່ເຂົາເປັນຜະເດັດການໂດຍພັກຄອມມູນິສ ມຽນມານີ້ເປັນຜະເດັດການໂດຍກອງທັບ ແລ້ວ ສປປ ລາວ ກໍໜ້າຈະຄຽງຄູ່ກັບຈີນຢ່າງແຈ່ມແຈ້ງເນາະ ເພາະວ່າຈີນແຜ່ອິດທິພົນລົງມາສູ່ລັດສານ ຂະນະດຽວກັນ ຈີນ ກໍແຜ່ລົງມາສູ່ ສປປ ລາວ ນໍາ, ດັ່ງນັ້ນ ເວລາລົມກັນເລື້ອງວິກິດການໃນມຽນມາ ອາດຈະມີເລື້ອງສະຖານະການໃນລັດສານ ເລື້ອງຂອງຢາເສບຕິດ ເລື້ອງຂອງກາສິໂນ ແລ້ວກໍມີເລື້ອງປະຕິສໍາພັນລະຫວ່າງຈີນ ມຽນມາ ໄທ ແລະກໍ ລາວ.”

ໃນນັ້ນ ໂດຍເງື່ອນໄຂ 5 ຂໍ້ ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ເຊິ່ງໄດ້ກໍານົດໃນກອງປະຊຸມຜູ້ນໍາອາຊຽນໃນວາລະພິເສດທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນທີ 24 ເມສາ ປີ 2021 ທີ່ມີ ພົນເອກມິນ ອອງ ລາຍ, ຜູ້ບັນຊາການທະຫານສູງສຸດ ຂອງກອງທັບມຽນມາ ເຂົ້າຮ່ວມນໍານັ້ນ ເຊິ່ງປະກອບດ້ວຍການຍຸຕິການໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາການຊ່ວຍເຫຼືອດ້ານມະນຸດສະທໍາໃນມຽນມາ ຜ່ານສູນປະສານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຄະນະຜູ້ແທນພິເສດອາຊຽນສາມາດພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນມຽນໄດ້ຢ່າງອິດສະຫຼະ ເຊິ່ງບໍ່ສາມາດປະຕິບັດໄດ້ເລີຍຈົນເຖິງປັດຈຸບັນ.

ສ່ວນ ທ່ານສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດຖະແຫຼງວ່າ ລັດຖະບານລາວຈະນໍາໃຊ້ໂອກາດທີ່ເປັນປະທານອາຊຽນໃນປີ 2024 ໃຫ້ເກີດໝາກຜົນຂອງການພົວພັນ-ຮ່ວມມືໃຫ້ໄດ້ຢ່າງເປັນຮູບປະທໍາ ເພາະການເປັນປະທານອາຊຽນຄືໂອກາດທີ່ລາວຈະໄດ້ເສີມສ້າງບົດບາດໃນລະດັບສາກົນຫຼາຍຂຶ້ນ ອັນລວມເຖິງ ການໂຄສະນາແນວທາງນະໂຍບາຍ ແລະການພັດທະນາລາວໄປສູ່ການຮັບຮູ້ຂອງສາກົນອີກນັ້ນ, ດັ່ງທີ່ ທ່ານສະເຫຼີມໄຊ ໄດ້ຖະແຫຼງໃຫ້ການຢືນຢັນວ່າ:

“ການເປັນປະທານອາຊຽນຂອງພວກເຮົານີ້ ມັນເປັນໂອກາດທີ່ພວກເຮົາຈະສ້າງບົດບາດຂອງພວກເຮົາຢູ້ໃນເວທີພາກພື້ນ ແລະສາກົນ ເພາະວ່າການເປັນປະທານອາຊຽນນີ້ ແມ່ນການປະກອບສ່ວນຢ່າງຫ້າວຫັນ ເຮັດແນວໃດ? ພວກເຮົາຈະນໍາພາອາຊຽນ ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ມັນໄດ້ຢ່າງເປັນຮູບປະທໍາ ຖ້າວ່າພວກເຮົາສາມາດນໍາພາອາຊຽນ ໃຫ້ບັນລຸອັນໃດອັນນຶ່ງທີ່ເຫັນປະຈັກຕາຫັ້ນ ອັນນີ້ກໍສະ ແດງໃຫ້ເຫັນເຖິງວ່າພວກເຮົາຈະໄດ້ຮັບບົດບາດທີ່ໂດດເດັ່ນ ນອກຈາກນັ້ນ ພວກເຮົາກໍຈະຖືເອົາກາລະໂອກາດດັ່ງກ່າວນີ້ໃນການໂຄສະນານະໂຍບາຍຂອງພັກ-ລັດເຮົາ ກັບບັນດາປະເທດໃນໂລກ.”

ຫຼ້າສຸດ, ລັດຖະບານລາວໃນຖານະປະທານອາຊຽນ ກໍໄດ້ແຕ່ງຕັ້ງ ທ່ານອາລຸນແກ້ວ ກິດຕິຄຸນ ເປັນທູດພິເສດຂອງປະທານອາຊຽນ ເພື່ອຮັບຜິດຊອບການປະ ສານງານໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ເຊິ່ງໃນຊ່ວງວັນທີ 10-12 ມັງກອນ ປີ 2024 ທ່ານອາລຸນແກ້ວ ກໍໄດ້ເດີນທາງໄປນະຄອນຫຼວງເນປີດໍເທື່ອ ທໍາອິດ ໂດຍມີໂອກາດໄດ້ເຂົ້າພົບປະກັບ ນາຍພົນອະວຸໂສ ມິນ ອອງ ລາຍ ນໍານັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG