ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເປີດບໍລິການ ລົດໄຟລາວ-ຈີນ ແກ່ຜູ້ໂດຍສານຂ້າມແດນ ເລີ້ມຕົ້ນແລ້ວ ແຕ່​ບໍ່ຄ່ອຍ​ມີ​ນັກ​ທ່ອງ​ທ່ຽວ​ລາວ ຫຼາຍປານໃດ​ໃຊ້​ ມີແຕ່ຊາວຕ່າງຊາດ


ການ​ເດີ​ນ​ທາງດ້ວຍລົດ​ໄຟຄວາມໄວສູງ ​ລາວ​-ຈີນ ໃນ ສ​ປ​ປ ລາວ​
ການ​ເດີ​ນ​ທາງດ້ວຍລົດ​ໄຟຄວາມໄວສູງ ​ລາວ​-ຈີນ ໃນ ສ​ປ​ປ ລາວ​

ການເປີດບໍລິການຜູ້ໂດຍສານຂ້າມແດນ ຕັ້ງແຕ່ກາງເດືອນເມສາເປັນ ຕົ້ນມາ ສໍາລັບເສັ້ນທາງລົດໄຟລາວ-ຈີນເຮັດໃຫ້ມີນັກທ່ອງທ່ຽວຕ່າງປະເທດເດີນ ທາງຜ່ານລົດໄຟທີ່ວ່ານີ້ ໄປຍັງແຂວງ​ຢຸນນານ​ຂອງ​ຈີນຢ່າງຫລວງຫລາຍ ແຕ່ກໍ ປາກົດວ່າ ​ບໍ່​ຄ່ອຍມີ​ ນັກ​ທ່ອງ​ທ່ຽວ​ລາວ ​ໃຊ້ບໍລິການ​ທາງ​ລົດ​ໄຟ​ ໄປທ່ອງທ່ຽວແຂວງ ທີ່ຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ ແຫ່ງນັ້ນເລີຍ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການຜູ້ໂດຍສານຂ້າມແດນ ຕັ້ງແຕ່ວັນທີ 13 ເມສາເປັນຕົ້ນມາ ເຊິ່ງເຮັດໃຫ້ເວລາເດີນທາງລະຫວ່າງ ນະຄອນຫຼວງວຽງຈັນໄປຫາຄຸນໝິງ, ເມືອງເອກຂອງແຂວງຢຸນນານຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ຫລຸດລົງເຫຼືອພຽງ 10 ຊົ່ວໂມງເຄິ່ງເທົ່ານັ້ນ ລວມທັງເວລາແຈ້ງເອກະສານເຂົ້າ-ອອກປະເທດ ແລະເຮັດໃຫ້ການທ່ອງທ່ຽວຂ້າມຊາຍແດນສະດວກຂຶ້ນ ຊຶ່ງສົ່ງຜົນດີຢ່າງຫຼວງຫຼາຍ ຕໍ່ສາຍພົວພັນການຄ້າ ແລະການທ່ອງທ່ຽວ ລະຫວ່າງຈີນ-ລາວ. ​ ລົດໄຟຂ້າມຊາດນີ້ ເປີດມື້ລະນຶ່ງຂະບວນ ມີຕູ້ລົດໄຟ 252 ບ່ອນນັ່ງ ແລະ ຂາຍປີ້ໄດ້ມື້ລະ 200 ກວ່າປີີ້, ສ່ວນລາຄາປີ້ອັນນຶ່ງສໍາລັບບ່ອນນັ່ງຊັ້ນ 1 ແມ່ນ 1,901,000k ຫລື 110 ໂດລາ, ບ່ອນນັ່ງຊັ້ນ 2 ລາຄາ 1,192,000k ຊຶ່ງເທົ່າ ກັບປະມານ 69 ໂດລາ ແລະໄລຍະ 6 ມື້ທໍາອິດ ແມ່ນມີຜູ້ໂດຍສານຂ້າມແດນ 2,320 ກວ່າຄົນ ອີງຕາມພະນັກງານຂາຍປີ້ລົດໄຟຄົນນຶ່ງ ກ່າວຕໍ່ພວກເຮົາ. ແຕ່ຢ່າງໃດກໍຕາມ ​ບໍ່ຄ່ອຍ​ມີ​ນັກ​ທ່ອງ​ທ່ຽວ​ລາວ ​ຫລາຍປານໃດ​ທີ່​ໃຊ້​ທາງ​ລົດ​ໄຟທີ່ວ່ານີ້ ເຂົ້າ​ໄປ​ຢ້ຽມຢາມ​ແຂວງ​ຢຸນນານ​ຂອງ​ຈີນ ເນື່ອງຈາກວ່າ ຄ່າຄອງຊີບຢູ່ທີ່ນັ້ນ ແພງຂຶ້ນຫລາຍ ຊຶ່ງສະແດງໃຫ້ເຫັນວ່າ ມີນັກທ່ອງທ່ຽວສາກົນ ຫລື ຕ່າງປະເທດນັ້ນ ໃຊ້ທາງໂດຍລົດໄຟລາວ-ຈີນ ໄປທ່ຽວໃນເຂດນັ້ນຂອງຈີນ ຢ່າງຫລວງຫລາຍ ດັ່ງນັກທຸລະກິດຍິງທ່ານນຶ່ງໃນແຂວງຫລວງນໍ້າທາ ທີ່ເປັນຈຸດທີ່ລົດໄຟ ລາວ-ຈີນໄປຜ່ານນັ້ນ ເລົ່າສູ່ຟັງວ່າ:

“ບໍ່ອີ່ຫຍັງມີແຕ່ສ່ວນຫລາຍເຂົາເຈົ້າເອົາລົດສ່ວນຕົວໄປເອງ ບາງຄົນເຂົາໄປເອງກະຂີ່ລົດໄຟເນາະຂຶ້ນຢູ່ທາງຈີນ ແລ້ວກະໄປເອງຮອດແຕ່ຊຽງຮຸ່ງ. ໄປຮອດຄຸນໝິງບໍ່ເຄີຍ ບໍ່ໄດ້ໄປ ມັນຄ່າໃຊ້ຈ່າຍສູງໂພດ ສູງໃດ ສິບສອງພັນນາຄ່າຄອງຊີບກັບຄ່າບ້ານພັກອັນນີ້ນະ ພວກນ້ອງກະບໍ່ກ້າໄປທາງໃດ ມື້ນັ້ນ ພວກນ້ອງເຂົ້າເມືອງຫລ້າ ອອກມານອນບໍ່ຫານນີ້ນະ ມາຊອກບ່ອນນອນຍັງບໍ່ມີຈົນຮອດສິບສອງໂມງ ມັນຊ່ວງນີ້ເຂົາກໍາລັງເປີດປະເທດໃໝ່ແນ່ເນາະ ທ່ອງທ່ຽວຫລາຍໂພດມັນລະມັນບໍ່ມີບ່ອນນອນ ຄ່າຄອງຊີບມັນກະລີວຂຶ້ນຄູນສອງຄູນສາມພຸ້ນ.”

ສໍາລັບນັກທ່ອງທ່ຽວຈີນເຂົ້າມາ ສປປ ລາວ ກ່ອນການແຜ່ລະບາດຂອງພະ ຍາດໂຄວິດ-19 ຄືປີ 2019 ມີ 1 ລ້ານກວ່າຄົນ ຊຶ່ງກວມເອົາ 21 ເປີເຊັນ ຂອງຈໍານວນນັກທ່ອງທ່ຽວທັງໝົດ ທີ່ເຂົ້າໄປທ່ຽວລາວ. ສໍາລັບປີ 2022 ຊຶ່ງເປັນໄລຍະທີ່ລັດຖະບານຈີນ ບໍ່ທັນເປີດປະເທດ ແມ່ນມີນັກທ່ອງທ່ຽວຈີນທີ່ເດີນ ທາງມາຈາກປະເທດທີສາມ ເຂົ້າໄປທ່ຽວລາວ 45 ພັນກວ່າຄົນ, ອີງຕາມທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ກ່າວໃນໂອກາດເປີດຖ້ຽວລົດໄຟຂ້າມຊາຍແດນລາວ-ຈີນກາງເດືອນເມສາຜ່ານມາ. ແຕ່ຢ່າງໃດກໍຕາມ, ການທີ່ນັກທ່ອງທ່ຽວຈີນເຂົ້າມາ ລາວຫລາຍນັ້ນ ກໍບໍ່ໄດ້ໝາຍຄວາມວ່າ ປະຊາຊົນລາວໃນທ້ອງຖິ່ນຈະໄດ້ມີລາຍຮັບຫລາຍ ອີງຕາມນັກວິເຄາະເຫດການຫລາຍທ່ານ, ດັ່ງທີ່ຊົງຣິດ ໂພນເງິນ, ນັກຂ່າວ ຂອງ ວີໂອເອໄດ້ລາຍງານເມື່ອມໍ່ໆມານີ້ ວ່າ ທ່ານ ສຸຣະວັດ ອັກຄະຣະວໍຣະມາດ ຮອງປະທານສະພາອຸດສາຫະກຳການທ່ອງທ່ຽວປະເທດໄທເປີດເຜີຍ ວ່າ ທຸລະກິດສ່ວນໃຫຍ່ທີ່ກ່ຽວຂ້ອງກັບການໃຫ້ບໍລິການ ແລະນຳພາບັນດານັກທ່ອງທ່ຽວຈີນ ເດີນທາງມາປະເທດໃນເຂດລຸ່ມແມ່ນ້ຳຂອງນັ້ນ ລ້ວນແຕ່ຢູ່ພາຍໃຕ້ການຜູກຂາດ ຂອງເຄືອຂ່າຍກຸ່ມແກັ່ງອາຊະຍາກອນຈີນ ທີ່ຈັດຕັ້ງບໍລິສັດຕົວແທນຂຶ້ນມາ ນັບແຕ່ຄ່າເດີນທາງ, ໂຮງແຮມ, ຮ້ານອາຫານ, ເຄື່ອງດື່ມ, ຄ່າບໍລິການ ແລະ ຄ່າທຳນຽມຕ່າງໆ ຕະຫລອດເຖິງການຈຳໜ່າຍສິນຄ້າ ແລະຂອງທີ່ລະນຶກ ສ່ວນປະເທດທີ່ຮອງຮັບນັກທ່ອງທ່ຽວຈີນ ເຊັ່ນລາວ ແມ່ນໄດ້ຮັບຜົນປະໂຫຍດພຽງສ່ວນຫນ້ອຍເທົ່ານັ້ນ.

ການເປີດຂະບວນລົດໄຟຜູ້ໂດຍສານຂ້າມຊາດນີ້ ແມ່ນສ່ວນນຶ່ງຂອງການຈັດຕັ້ງປະຕິບັດຂໍ້ລິເລີ້ມ “ນຶ່ງແລວທາງນຶ່ງເສັ້ນທາງ” ຫລື BRI ຂອງປະທານປະເທດ ສີ ຈິ້ນຜິງ ຂອງຈີນ ເຊິ່ງເຊື່ອມຕໍ່ ສປປ ລາວ, ສປ ຈີນ, ມົງໂກເລຍ, ເຂດຕາ ເວັນອອກກາງ, ຢູໂຣບ ແລະ ອາຊຽນ ລວມມີໄທ, ມາເລເຊຍ ແລະ ສິງກະໂປ. ສໍາລັບໄລຍະເສັ້ນທາງລົດໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ໄປຫາຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາ ມີຄວາມຍາວລວມທັງໝົດ 400 ກວ່າກິໂລແມັດ ແລະມີມູນຄ່າລົງທຶນເກືອບ 6 ຕື້ໂດລາ ຊຶ່ງໃນນັ້ນລາວຖືຫຸ້ນ 30 ເປີເຊັນ ແລະຈີນຖືຮຸ້ນ 70 ເປີເຊັນ. ແຕ່ຂະນະທີ່ທາງລົດໄຟອັນເປັນປະຫວັດສາດຂອງລາວນີ້ ແມ່ນອໍານວຍຄວາມສະດວກ ເຮັດໃຫ້ພາກໃຕ້ຂອງຈີນ ມີຊ່ອງທາງເຂົ້າເຖິງທ່າເຮືອຕ່າງໆ ແລະຕະຫລາດສົ່ງອອກໃນເຂດເອເຊຍຕາເວັນອອກ ທີ່ມີເສດຖະກິດໃຫຍ່ກວ່າລາວ ຫລາຍນັ້ນ ຫລາຍກວ່າລາວ, ອີງຕາມນັກວິເຄາະຫລາຍທ່ານ. ເນື່ອງຈາກວ່າ ທຶນໃນການສ້າງທາງລົດໄຟທີ່ວ່ານີ້ ພາກສ່ວນທີ່ລາວຮັບຜິດຊອບ ແມ່ນກູ້ຢືມມາຈາກທະນາຄານລັດຂອງຈີນ ແລະຕ້ອງໄດ້ໃຊ້ຄືນ ສະນັ້ນມັນເຮັດໃຫ້ພາລະໜີ້ສິນຂອງລາວເພີ້ມຂຶ້ນຫລາຍ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງເພີ້ມຂຶ້ນ 13.36 ຕື້ໂດລາ ຈາກ 5.36 ຕື້ໂດລາໃນປີນັ້ນ ມາເປັນ 18.72 ຕື້ໂດລາໃນປີ 2023 ແລະ ຄາດວ່າອີກ 5 ປີຂ້າງໜ້າ ກໍຄືປີ 2028, ລາວຈະມີໜີ້ສາທາລະນະເພີ້ມຂຶ້ນ 21.37 ເປີເຊັນ ເປັນ 22.8 ຕື້ໂດລາ, ອີງຕາມເວັບໄຊ້ statista. https://www.statista.com/statistics/531674/national-debt-of-laos/#:~:text=The%20national%20debt%20of%20Laos,increasing%20over%20the%20past%20years.

XS
SM
MD
LG