ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວກັບຈີນ ຮ່ວມລົງນາມ ໃນເອກກະສານ ສຳຄັນ 16 ສະບັບ ໃນການຮ່ວມມືຮອບດ້ານ


ກອງປະຊຸມ ຄະນະຜູ້ແທນ ລັດຖະບານ ລາວ ແລະ ຈີນ ເມື່ອບໍ່ນານມານີ້ ກ່ຽວກັບ ການຮ່ວມມືຮອບດ້ານ ທີ່ຮວມເຖິງ ການໃຫ້ເງິນກູ້ເພື່ອສະໜັບສະໜູນ ໂຄງການກໍ່ສ້າງ ທາງລົດໄຟເຊື່ອມຕໍ່ລາວ-ຈີນ ທີ່ນະຄອນຫລວງວຽງຈັນ.
ກອງປະຊຸມ ຄະນະຜູ້ແທນ ລັດຖະບານ ລາວ ແລະ ຈີນ ເມື່ອບໍ່ນານມານີ້ ກ່ຽວກັບ ການຮ່ວມມືຮອບດ້ານ ທີ່ຮວມເຖິງ ການໃຫ້ເງິນກູ້ເພື່ອສະໜັບສະໜູນ ໂຄງການກໍ່ສ້າງ ທາງລົດໄຟເຊື່ອມຕໍ່ລາວ-ຈີນ ທີ່ນະຄອນຫລວງວຽງຈັນ.

ທາງການລາວກັບຈີນ ຮ່ວມລົງນາມໃນເອກກະສານ ສຳຄັນຈຳນວນ 16 ສະບັບ ກ່ຽວກັບ ການຮ່ວມມືຮອບດ້ານ ທີ່ຮວມເຖິງ ການໃຫ້ເງິນກູ້ເພື່ອສະໜັບສະໜູນ ໂຄງການກໍ່ສ້າງ ທາງລົດໄຟເຊື່ອມຕໍ່ລາວ-ຈີນດ້ວຍ.

ການລົງນາມໃນເອກກະສານສຳຄັນ ຈຳນວນ 16 ສະບັບ ກ່ຽວກັບການຮ່ວມມື ຢ່າງຮອບ ດ້ານ ລະຫວ່າງ ລາວກັບຈີນ ໄດ້ມີຂຶ້ນເມື່ອບໍ່ນານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານທອງລຸນ ສີສຸລິດ ແລະ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີ ຂອງທັງ 2 ຝ່າຍຮ່ວມ ເປັນສັກຂີພະຍານໃນພິທີການລົງນາມດັ່ງກ່າວ ຊຶ່ງໃນນີ້ ຮວມເຖິງການລົງນາມໃນສັນຍາ ເງິນກູ້ໃນໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ-ຈີນດ້ວຍ.

ສ່ວນເອກກະສານສຳຄັນ ສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນເຂດນະຄອນຫຼວງວຽງຈັນ ຮ່າງແຜນແມ່ບົດວ່າດ້ວຍ ການຮ່ວມມືໃນ ໂຄງຂ່າຍໜຶ່ງແລວທາງ-ໜຶ່ງເສັ້ນທາງ (One Belt-One Road) ສັນຍາ ການພັດທະນາຄວາມສາມາດ ຂອງການຜະລິດສິນຄ້າ ການຮ່ວມມືໃນການສ້າງແຜນ ພັດທະນາແບບກວມລວມ ໃນຂົງເຂດໄຟຟ້າ ການທ່ອງທ່ຽວ ແລະຂົງເຂດວັດທະນະທຳ ບັນທຶກການອຳນວຍຄວາມສະດວກດ້ານພາສີ ສັນຍາເງິນກູ້ສຳລັບເຂດພັດທະນາ ກວມລວມ ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສັນຍາເງິນກູ້ເພື່ອໂຄງການກໍ່ສ້າງ ເຂື່ອນນ້ຳງື່ມ 4 ເຂື່ອນນ້ຳອູ ລະຍະທີ 2 ແລະສັນຍາຮ່ວມທຶນ ໃນໂຄງການກໍ່ສ້າງເຂື່ອນ ຢູ່ແຂວງຫົວພັນ ເປັນຕົ້ນ.

ປະທານປະເທດ ລາວ ທ່ານ ບຸນຍັງ ວໍລະຈິດ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການຕາມການເຊີນຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເມື່ອເດືອນພຶດສະພາ 2016.
ປະທານປະເທດ ລາວ ທ່ານ ບຸນຍັງ ວໍລະຈິດ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການຕາມການເຊີນຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເມື່ອເດືອນພຶດສະພາ 2016.


ທາງດ້ານ ທ່ານບຸນຍັງ ວໍລະຈິດ ປະທານປະເທດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມ ມາດຕະການ ສົ່ງເສີມ ແລະສະໜັບສະໜູນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນ ໃນລາວ ເປັນກໍລະນີພິເສດ ໃນໂອກາດທີ່ທ່ານເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການຕາມການເຊີນຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເມື່ອເດືອນພຶດສະພາ 2016 ທີ່ຜ່ານມາ ດັ່ງທີ່ ທ່ານບຸນຍັງ ຢືນຢັນວ່າ:

“ຂ້າພະເຈົ້າຕີລາຄາສູງ ກ່ຽວກັບການພົວພັນຮ່ວມມືລາວ-ຈີນ ໃນລະຍະຜ່ານມາ ກໍຄື ໃນຕໍ່ໄປອັນນີ້ ກະເປັນຂີດໝາຍເຮັດໃຫ້ການພົວພັນ ຮ່ວມມື ລະຫວ່າງ 2 ປະເທດ ຕໍ່ໄປນີ້ ກະຄິດວ່າ ການໄປມາຫາສູ່ ການຢ້ຽມຢາມ ລະຫວ່າງການນຳຂັ້ນສູງຂອງທັງ
2 ປະເທດ ຈະໄດ້ສືບຕໍ່ເພີ່ມທະວີຂຶ້ນ ພ້ອມກັນນັ້ນບັນດາຂະແໜງການຕ່າງໆແລ້ວ ກະນັກທຸລະກິດຂອງຈີນ ມາລົງທຶນນັບມື້ ນັບເພີ່ມຂຶ້ນ ນຳຜົນປະໂຫຍດໃຫ້ແກ່ ປະຊາຊົນ 2 ຊາດ.”

ທັງນີ້ ໂດຍບັນດາບໍລິສັດຈາກຈີນນັບເປັນກຸ່ມລົງທຶນ ໂດຍກົງໃນລາວ ເປັນອັນດັບ 1 ໃນປັດຈຸບັນ ທີ່ມີການລົງທຶນຈາກ 53 ປະເທດໃນລາວ ດ້ວຍມູນຄ່າການລົງທຶນລວມ ຫຼາຍກວ່າ 25,000 ລ້ານໂດລາ ໂດຍຄະນະກຳມາທິການຮ່ວມມືດ້ານເສດຖະກິດ ການຄ້າ ແລະເທັກນິກລາວ-ຈີນ ໃຫ້ການອະທິບາຍວ່າ ສາເຫດທີ່ສຳຄັນ ທີ່ເຮັດໃຫ້ການ ລົງທຶນຂອງຈີນໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ທັງສອງຝ່າຍໄດ້ຕົກລົງ ເສີມ ຂະຫຍາຍການຮ່ວມມືທາງເສດຖະກິດ ລະຫວ່າງກັນຢ່າງຮອບດ້ານ ແລະໄດ້ຮ່ວມກັນ ສ້າງແຜນແມ່ບົດການຮ່ວມມືທາງເສດຖະກິດ ແລະເທັກນິກ ເພື່ອຈັດຕັ້ງປະຕິບັດຮ່ວມ ກັນໃນຊ່ວງປີ 2016-2020.

ໂດຍການລົງທຶນຂອງບັນດາບໍລິສັດເອກກະຊົນຈີນໃນລາວ ທັງໃນສ່ວນທີ່ເປັນການລົງ ທຶນຂອງຈີນ ທັງ 100 ເປີເຊັນ ແລະຮ່ວມທຶນກັບເອກກະຊົນລາວນັ້ນ ກໍມີຢູ່ເຖິງ 765 ໂຄງການ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາ ໃນປັດຈຸບັນ ແລະການລົງທຶນຂອງບັນດາບໍລິສັດຈາກຈີນຢູ່ໃນລາວ ກໍໄດ້ເນັ້ນໜັກທັງການຜະລິດ ໃນພາກກະສິກຳ ແລະປ່າໄມ້ ພາກພະລັງງານ ໂດຍສະເພາະແມ່ນການກໍ່ສ້າງເຂື່ອນ ຜະລິດໄຟຟ້າ ແລະການຂຸດຄົ້ນແຮ່ທາດເປັນດ້ານຫລັກ.

ສ່ວນທາງດ້ານການຄ້ານັ້ນ ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ການຄ້າ ລະຫວ່າງຈີນ ກັບລາວ ໃນຕະຫລອດປີ 2015 ຖືເປັນປີທຳອິດທີ່ມີມູນຄ່າລົດລົງໃນຮອບ 5 ປີ ທີ່ຜ່ານມາກໍຄືໃນປີ 2011 ການຄ້າລະຫວ່າງລາວກັບຈີນ ມີມູນຄ່າ 1,300 ລ້ານ ໂດລາ ແລະເພີ່ມຂຶ້ນເປັນເກີນກວ່າ 3,600 ລ້ານໂດລາ ໃນປີ 2014 ແລ້ວກໍລົດລົງມາເປັນ 2,780 ລ້ານໂດລາ ໃນປີ 2015 ຊຶ່ງລົດລົງເຖິງ 23​ ເປີເຊັນ ທຽບໃສ່ປີ 2014 ໂດຍມີ ສາເຫດ ທີ່ສຳຄັນ ມາຈາກການຕົກຕ່ຳລົງ ຂອງລາຄາແຮ່ທາດ ແລະຢາງພາລາ ໃນ ຕະຫຼາດໂລກ.

XS
SM
MD
LG