ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດໄຟຄວາມໄວສູງ ລາວ-ຈີນ ຍັງບໍ່ທັນສ້າງລາຍຮັບ ໃຫ້ລາວ ໃນການສົ່ງອອກສິນຄ້າຂອງລາວ ໄປຈີນ ໄດ້ເທື່ອ


ປະຕູທາງເຂົ້າທ່າບົກທ່ານາແລ້ງ ຊຶ່ງເປັນສະຖານທີ່ສິນຄ້າ ຂາເຂົ້າແລະຂາອອກ ຕ້ອງໄດ້ຖືກແຈ້ງຜ່ານ.
ປະຕູທາງເຂົ້າທ່າບົກທ່ານາແລ້ງ ຊຶ່ງເປັນສະຖານທີ່ສິນຄ້າ ຂາເຂົ້າແລະຂາອອກ ຕ້ອງໄດ້ຖືກແຈ້ງຜ່ານ.

ລົດໄຟຄວາມໄວສູງລາວ-ຈີນ ທີ່ເປັນເສັ້ນທາງຄົມມະນາຄົມອັນທໍາອິດ ທີ່ເຮັດໃຫ້ມີການເຊື່ອມຕໍ່ຂອງລາວ ກັບປະເທດເພື່ອນບ້ານ ທີ່ເປັນຕະຫລາດໃຫຍ່ນັ້ນ ໄດ້ດໍາເນີນການບໍລິການຂົນສົ່ງມາໄດ້ 6 ເດືອນແລ້ວ ແຕ່ຄວາມຄືບໜ້າໃນການສົ່ງສິນຄ້າຂອງລາວອອກໄປຫາຈີນ ກໍຍັງບໍ່ທັນມີຫລາຍເທື່ອ ສະນັ້ນ ບົດບາດຂອງພື້ນຖານໂຄງລ່າງໃຫຍ່ອັນນີ້ ໃນການສ້າງລາຍຮັບເປັນເງິນຕາຕ່າງປະເທດ ຍັງບໍ່ທັນມີຫລາຍເທື່ອ ຂະນະທີ່ລາວ ມີໜີ້ສິນ ຕ່າງປະເທດທີ່ຕ້ອງຈ່າຍຄືນເພີ້ມຂຶ້ນ ນັກຂ່າວຂອງເຮົາມີລາຍລະອຽດກ່ຽວ​ກັບ​ເລື້ອງນີ້ ຊຶ່ງ ໄຊ​ຈະ​ເລີນ​ສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ຄົນລາວ ແລະນັກຊ່ຽວຊານຕ່າງປະເທດຫລາຍຄົນເຫັນວ່າ ເສັ້ນທາງລົດໄຟລາວ-ຈີນ ທີ່ມີມູນຄ່າລົງທຶນກໍ່ສ້າງເກືອບຮອດ 6 ຕື້ໂດລານີ້ ເປັນຈຸດຫັນປ່ຽນອັນໃຫຍ່ຫຼວງ ທີ່ເຮັດໃຫ້ການຂົນສົ່ງສາກົນຂອງລາວ ນັບມື້ນັບມີຄວາມສຳຄັນຂຶ້ນ ແຕ່ວ່າ ຕະຫລອດໄລຍະ 6 ເດືອນທີ່ໄດ້ເປີດການນໍາໃຊ້ເສັ້ນທາງດັ່ງກ່າວ ໃນການຂົນສົ່ງສິນຄ້າຜ່ານດ່ານຊາຍແດນລາວ-ຈີນ ທີ່ມີທັງໝົດ 640,000 ໂຕນນັ້ນ ແມ່ນມີການຂົນສົ່ງສິນຄ້າຂາອອກ ທີ່ຜະລິດໂດຍປະຊາຊົນລາວໄປຈີນພຽງແຕ່ໜ້ອຍດຽວ ແລະສິນຄ້າສ່ວນໃຫຍ່ ກໍມີແຕ່ສິນຄ້າປະເພດແຮ່ທາດຈາກໂຄງການລົງທຶນຂະໜາດໃຫຍ່ ຂອງຈີນເທົ່ານັ້ນ ທີ່ມີການຂົນສົ່ງຜ່ານທາງລົດໄຟ ທີ່ວ່ານີ້ ໄປຍັງຈີນ ດັ່ງທີ່ພະນັກງານຂັ້ນສູງ ໃນພະແນກໂຍທາ ແລະຂົນສົ່ງ ໃນເຂດພາກເໜືອຂອງປະເທດບອກວ່າ:

“ສິນຄ້າຄຶກຄື້ນຍັງບໍ່ທັນມີເທື່ອ ມັນມີແຕ່ການຂົນສົ່ງທາງການເຂົາຊື່ໆ ສິນຄ້າເປັນບໍ່ແຮ່ຈັ່ງຊີ້ອອກ ສ່ວນປະຊາຊົນຍັງບໍ່ໄດ້ຮັບໃຊ້ບໍລິການເທື່ອ ເຂົາກໍາລັງສ້າງຢູ່ທ່າບົກດຽວນີ້ ເລີ້ມກໍ່ສ້າງຢູ່ທ່າບົກ ອະນຸມັດໃຫ້ການລົງທຶນສ້າງສາງທ່າບົກຄ່ຽນຖ່າຍສິນຄ້າສູນຈໍາໜ່າຍເດຫາກະເລີ້ມ ມັນຫາກະໄດ້ຈັກເປີເຊັນ 5-6 ເປີຊັ້ນເດ ໂຕນັ້ນແລ້ວພຸ້ນລະ ຢູ່ອຸດົມໄຊພຸ້ນລະ ເຂົາກໍາລັງສ້າງເຂົາກະເຊັນບັນທຶກ ການກໍ່ສ້າງ ສິນຄ້າທີ່ເປັນສິນຄ້າຫລັກໆ ໂຄງການໃຫຍ່ ບໍ່ແຮ່ ແບບໃຫຍ່ໆເປັນສິນຄ້າ ແຕ່ປະຊົນມັນຍັງບໍ່ທັນມີທ່າ ເພາະມັນບໍ່ມີ ຈຸດລົງສິນຄ້າ”.

ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ດອນໂພສີ ໃນນະຄອນວຽງຈັນ ໃຫ້ເຫັນຕູ້ຄອນເທນເນີ້ ຫຼາຍຕູ້ຕັ້ງລຽນກັນເປັນແຖວຍາວ.
ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ດອນໂພສີ ໃນນະຄອນວຽງຈັນ ໃຫ້ເຫັນຕູ້ຄອນເທນເນີ້ ຫຼາຍຕູ້ຕັ້ງລຽນກັນເປັນແຖວຍາວ.

ພ້ອມດຽວກັນນັ້ນ ທາງເຈົ້າໜ້າທີ່ຂັ້ນສູງ ຂອງກົມສົ່ງເສີມການສົ່ງອອກ ໃນກະຊວງອຸດສາຫະກໍາ ແລະການຄ້າຂອງລາວ ກໍເວົ້າວ່າ ສິນຄ້າຂອງລາວ ທີ່ບໍ່ແມ່ນປະເພດແຮ່ທາດ ທີ່ສົ່ງອອກໄປຈີນນັ້ນ ແມ່ນມີປະລິມານ ແລະມູນຄ່າໜ້ອຍທີ່ສຸດ ເນື່ອງຈາກວ່າ ສິນຄ້າຜະລິດຢູ່ລາວ ມີແຕ່ສິນຄ້າກະສິກໍາເທົ່ານັ້ນ ຍັງມີຄຸນນະພາບຕໍ່າ ຈຶ່ງບໍ່ໄດ້ໃຊ້ການບໍລິການທາງລົດໄຟນີ້ຫລາຍປານໃດ ດັ່ງທີ່ທ່ານໃຫ້ຄໍາເຫັນວ່າ:

“ໂອ້ບໍ່ທັນເຂົາເຈົ້າແລ້ວ ປະເທດລາ ສົ່ງອອກຫາເຂົາເປັນພັນໂຕນ ເຂົາສົ່ງມາຫາເຮົາເປັນໝື່ນໆພັນໂຕນ ຕິດລົບ ເຮົາຕິດລົບແນ່ນອນ ລາຍບໍ່ດີເຮົາແຮງເສຍປຽບ ເສຍຍ້ອນວ່າ ສິນຄ້າເຮົາບໍ່ໄດ້ມາດຕະຖານ ໄປຫາເຂົາຄັດແທ້ໃດ ຕົວຢ່າງ ກິນໝາກກ້ວຍ ເຂົາຕ້ອງກິເກຣດ A ຄືໝາກກ້ວຍມາປູກຢູ່ລາວ ໄປຮອດໄຕ້ຫວັນພຸນ ຕິດຢູ່ໜ່ວຍນຶ່ງ 1 ໂດລາ ແຕ່ບ້ານເຮົາຂາຍຫວີນຶ່ງຊາວພັນກີບ ຕົວຢ່າງຊັ້ນນະ ແຕ່ບ້ານເຮົາເປັນເກຣດ B ເກຣດ C ພຸ້ນນະ".

ສ່ວນການຂົນສົ່ງຄົນໂດຍສານນັ້ນ ທ່ານບອກວ່າ ໃນໄລຍະ 6 ເດືອນຜ່ານມາ ມີຜູ້ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ຫຼາຍກວ່າ 400,000 ຄົນ. ແຕ່ຢ່າງໃດກໍຕາມ ການຂົນສົ່ງຄົນໂດຍສານຜ່ານທາງນີ້ ກໍບໍ່ໄດ້ເປັນແຮງຊຸກຍູ້ ໃຫ້ຂະແໜງ ການທ່ອງທ່ຽວຂະຫຍາຍໂຕໄດ້ຫລາຍປານໃດ ທັງນີ້ກໍຍ້ອນວ່າ ການກໍານົດຄ່າໂດຍສານທີ່ຄວບຄຸມໂດຍນັກລົງທຶນຈີນ ເຊິ່ງອີງໃສ່ອັດຕາແລກປ່ຽນ ລະຫວ່າງ ເງິນກີບ ແລະຢວນ ທີ່ເຮັດໃຫ້ການຂຶ້ນຄ່າໂດຍສານແບບກະທັນຫັນນັ້ນ ກໍໄດ້ເຮັດໃຫ້ມີການເດີນທາງຂອງຄົນໂດຍສານ ບໍ່ສະໝໍ່າສະເໝີ ແລະເຮັດໃຫ້ບັນດາຜູ້ປະກອບການທຸລະກິດບໍລິການນັກທ່ອງທ່ຽວ ປະສົບບັນຫາ ດັ່ງທີ່ ທ່ານ ປ.ອ. ວາລາ ເວດຊະພົງ, ສະມາຊິກສະພາປະຈໍານະຄອນຫລວງວຽງຈັນ ຍົກຂໍ້ຂ້ອງໃຈຂອງປະຊາຊົນ ມາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ເລີ້ມຕົ້ນຂຶ້ນໃນອາທິດແລ້ວນີ້ວ່າ:

“ຄ່າປີ້ລົດໄຟໂຕນີ້ ຊິເປັນການຊໍ້າເຕີມຂະແໜງການອຸດສະຫະກໍາທ່ອງທ່ຽວຕື່ມອີກ ເຖິງວ່າເຂົາເຈົ້າຈະສໍາປະທານໃຜຊິຖືຮຸ້ນໃຫຍ່ກະຢ່າ ລັດຖະບານເປັນຄົນກໍານົດລາຄາ ບໍ່ແມ່ນຢາກປ່ຽນມື້ນີ້ວັນທີ 29 ປ່ຽນ ປະກາດວັນທີ 1 ປະຕິບັດເປັນໄປບໍ່ໄດ້ທ່ານປະທານ ເງິນຢວນເງິນຫຍັງບໍ່ກ່ຽວອັນນີ້ນະ ເພາະເຮົາສໍາປະ ທານນີ້ ລັດຖະບານຕ້ອງຄຸ້ມຄອງລາຄາຂອງປີ້ລົດ ເພາະວ່າມັນກະທົບຊີວິດການເປັນຢູ່ຂອງປະຊາຊົນ ຫລັກການຂະແໜງການທ່ອງທ່ຽວເຂົາເຈົ້າເຮັດຫຍັງບໍ່ໄດ້ເລີຍ ເຮັດຄືກະໂດກະໂດດຂັ້ນ ແບບນີ້ອັນຕະລາຍສຸດ".

ຂະນະດຽວກັນ ໜີ້ສິນຂອງລັດຖະບານລາວ ກັບເພີ້ມຂຶ້ນຢ່າງຫລວງຫລາຍ ໃນຊຸມປີຜ່ານມານີ້. ອີງຕາມທະນາຄານໂລກ ທີ່ຖືກອ້າງອີງຢູ່ໃນບົດຂ່າວຂອງໜັງສືພິມຍີ່ປຸ່ນ Nikkei Asian Review ສະບັບອອກ ໃນວັນທີ 23 ມິຖຸນາຜ່ານມານີ້, ໜີ້ສິນຂອງລັດຖະບານລາວ ຕໍ່ຕ່າງປະເທດເພີ້ມສູງຂຶ້ນເຖິງ 88 ເປີ ເຊັນ ຂອງລວມຍອດຜະລິດຕະພັນພາຍໃນ ໃນທ້າຍປີ 2021 ຊຶ່ງໃນນັ້ນ ຈີນເປັນຜູ້ໃຫ້ກູ້ລາຍໃຫຍ່ທີ່ສຸດ, ກວາມເອົາ 47 ເປີເຊັນຂອງຈໍານວນໜີ້ຂອງລາວ ທັງໝົດທີ່ມີປະມານ 14,500 ລ້ານໂດລາ ຊຶ່ງໃນນັ້ນ ກໍມີໜີ້ທີ່ລາວທີ່ຖືຫຸ້ນ 30 ເປີເຊັນ ໄດ້ຢືມເງິນຈາກທະນາຄານຈີນ 4,494 ລ້ານຢວນ, ເທົ່າກັບ 2,990 ລ້ານກວ່າໂດລາ, ກວາມເອົາປະມານ 21 ເປີເຊັນຂອງໜີ້ສິນລາວທັງໝົດ ມາປະກອບສ່ວນລົງທຶນເບື້ອງຕົ້ນ ໃນການສ້າງທາງລົດໄຟນີ້.

ໃນການກ່າວ ຕໍ່ກອງປະຊຸມສະໄໝ ສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ໃນອາທິດຜ່ານມາ, ທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ກໍຍົກໃຫ້ເຫັນພາລະໜີ້ສິນຂອງລັດຖະບານ ຕໍ່ຕ່າງປະເທດນີ້ວ່າ ຈໍານວນເງິນທີ່ ລາວຈະຕ້ອງຈ່າຍໜີ້ຄືນແກ່ຕ່າງປະເທດ ໄດ້ເພີ້ມຂຶ້ນຢ່າງຫຼວງຫລາຍຈາກ 1,200 ລ້ານໂດລາ ໃນປີ 2018 ມາເປັນ 1,400 ລ້ານໂດລາ ໃນປີ 2022.

ສະຫລຸບແລ້ວ ການທີ່ລາວມີທາງລົດໄຟ ທີ່ມີມູນຄ່າການລົງທຶນສູງ ແລະເປັນ ສ່ວນນຶ່ງ ທີ່ພາໃຫ້ລັດຖະບານລາວ ເປັນໜີ້ຕ່າງປະເທດສູງຂຶ້ນຢູ່ນີ້ ຍັງບໍ່ທັນ ສາມາດຊ່ວຍລາວ ໃຫ້ສ້າງລາຍຮັບໃຫ້ປະເທດ ຢ່າງເປັນຮູບປະທໍາເທື່ອ ໃນຂະນະທີ່ສ້າງຜົນປະໂຫຍດເພີ້ມຂຶ້ນຢ່າງວ່ອງໄວ ໃຫ້ແກ່ປະເທດເຈົ້າໜີ້ ກໍຄືຈີນນັ້ນ.

XS
SM
MD
LG