ທາງການກະຊວງແຜນການແລະການລົງທຶນຂອງລາວໄດ້ ສະເໜີລາຍງານລ່າສຸດ ເມື່ອບໍ່ດົນມານີ້ວ່າ ການລົງທຶນຂອງ ບັນດາບໍລິສັດຈາກຈີນໃນລາວໄດ້ເພີ່ມ ຫລາຍຂື້ນຢ່າງຕໍ່ເນຶ່ອງ ໂດຍສຳລັບໃນໄລຍະຫົກເດືອນທຳອິດ ຂອງປີ 2010 ນີ້ ກໍປາກົດວ່າການລົງທຶນຂອງຈີນໃນລາວໄດ້ເພີ່ມ ຂຶ້ນອີກເຖິງ 344 ລ້ານໂດລາ ຊຶ່ງບໍ່ພຽງແຕ່ຈະຖືເປັນມູນຄ່າການລົງທຶນທີ່ສູງກວ່າໄທ ເກືອບເຖິງ 100 ເທົ່າຕົວເທົ່ານັ້ນ ຫາກແຕ່ຍັງໄດ້ເປັນຜົນ ເຮັດໃຫ້ມູນຄ່າການລົງທຶນສະສົມຂອງຈີນໃນລາວ ແຊງໜ້າໄທໄປແລ້ວອີກດ້ວຍ. ທັງນີ້ໂດຍນັບຈາກປີ 2000 ເປັນຕົ້ນ ມາຈົນເຖິງປັດຈຸບັນນີ້ກໍປາກົດວ່າຈີນມີມູນຄ່າການລົງທຶນສະສົມຢູ່ໃນລາວແລ້ວຫລາຍກວ່າ 2,900 ລ້ານໂດລາ ໃນຂະນະທີ່ການລົງທຶນຂອງໄທທີ່ເຄີຍເປັນອັນດັບ 1 ໃນລາວນັ້ນ ກໍໄດ້ຕົກລົງມາຢູ່ອັນດັບທີ່ 2 ໂດຍມີມູນຄ່າການລົງທຶນສະສົມຢູ່ 2,600 ລ້ານໂດລາ ແລະອັນດັບທີ່ 3 ນັ້ນກໍແມ່ນການລົງທຶນຈາກຫວຽດນາມທີ່ມີມູນຄ່າ ການລົງທຶນສະສົມເກີນກວ່າ 2,200 ລ້ານໂດລາແລ້ວໃນປັດຈຸບັນນີ້.
ຍິ່ງໄປກວ່ານັ້ນ ຖ້າຫາກພິຈາລະນາຈາກໄລຍະ 6 ເດືອນທຳອິດຂອງປີນີ້ ຊ່ຶງປາກົດວ່າມີ ການລົງທຶນຈາກໄທໃນລາວເພີ່ມຂຶ້ນພຽງບໍ່ເຖິງ 4 ລ້ານໂດລາເທົ່ານັ້ັນ ໃນຂະນະທີ່ບໍລິສັດຈາກຈີນກັບຍັງຄົງພາກັນຫລັ່ງໄຫລເຂົ້າ ໄປລົງທຶນໃນລາວເພີ່ມຂຶ້ນຢ່າງຕໍ່ເນຶ່ອງດ້ວຍແລ້ວ ຈຶ່ງເຮັດໃຫ້ເຊື່ອວ່າ ຈີນຈະສາມາດຄອງອັນດັບທີ່ 1 ຂອງຕ່າງຊາດ ທີ່ມີມູນຄ່າການລົງທຶນໃນລາວຫລາຍທີ່ສຸດ ໄດ້ຕໍ່ໄປອີກຢ່າງຍາວນານແນ່ນອນ.
ທາງດ້ານເຈົ້າໜ້າທີ່ກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ລາວ ໄດ້ໃຫ້ການຍອມຮັບວ່າການ ລົງທຶນຂອງຈີນໃນລາວທີ່ເພີ່ມຂຶ້ນດັ່ງກ່າວນີ້ ເຖິງແມ່ນວ່າຈະເປັນຜົນດີຕໍ່ການພັດທະນາທາງເສດຖະກິດໃນລາວກໍຕາມ ຫາກແຕ່ວ່າໃນຂະນະດຽວກັນ ກໍໄດ້ສົ່ງຜົນກະທົບດ້ານລົບຕໍ່ ສະພາບແວດລ້ອມທໍາມະຊາດ ແລະສະພາບຊີວິດຄວາມເປັນຢູ່ຂອງປະຊາຊົນລາວຢ່າງ ກວ້າງຂວາງດ້ວຍ.
ທັງນີ້ເນຶ່ອງຈາກວ່າ ບັນດາບໍລິສັດຈາກຈີນທີ່ລົງທຶນໃນລາວ ໂດຍສະເພາະແມ່ນການລົງທຶນໃນພາກກະສິກໍາ ທີ່ມີການເຊົ່າທີ່ດິນເປັນບໍລິເວນກວ້າງເພື່ອປູກພືດເສດຖະກິດ ເຊັ່ນ ຢາງ ພາລາ ໄມ້ວິກ ຫລືຢູຄາລິບຕັສ ມັນຕົ້ນ ອ້ອຍ ສາລີ ແລະຖົ່ວຕ່າງໆນັ້ນ ກໍປາກົດວ່າບັນດາບໍລິສັດຈາກຈີນເຫລົ່ານີ້ ຕ່າງກໍໄດ້ພາກັນຕັດໄມ້ທໍາລາຍປ່າຢູ່ໃນລາວ ຢ່າງກວ້າງ ຂວາງດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂອງແຂວງພົງສາລີ ທີ່ບໍ່ປະສົງ ຈະອອກຊື່ ໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເກີດຂຶ້ນໃນແຂວງພົງສາລີວ່າ:
“ແຂວງພົງສາລີນີ້ ກໍລະນີທີ່ປະຊາຊົນໄດ້ສະເໜີການຮຽກຮ້ອງມາຫລາຍ ກວ່າໝູ່ນັ້ນກໍແມ່ນບັນຫາການຕັດໄມ້ ເພາະວ່າການຕັດໄມ້ນີ້ເຖິງແມ່ນວ່າທີ່ອອກໜ້າສ່ວນຫລາຍຈະເປັນບໍລິສັດຂອງຄົນລາວກໍຕາມ ຫາກແຕ່ວ່າຜູ້ຕັດນັ້ນ ກໍແມ່ນຈີນ ບັດນີ້ເຂົາຢາກຕັດບ່ອນໃດເຂົາກໍຕັດ ຈຶ່ງເຮັດໃຫ້ປະຊາຊົນຢາກຮູ້ເຫດຜົນວ່າຕັດເພື່ອຫຍັງ ຫລື ຕັດພື່ອຊໍາລະຫຍັງ ຈຶ່ງຕ້ອງຕັດຫລາຍແທ້ ບ່ອນທີ່ບໍ່ຄວນຕັດກໍຍັງຕັດ ຮອດດິນແລະປ່າທີ່ປະຊາຊົນຄຸ້ມຄອງ ກໍຍັງຕັດ”
ກ່ອນໜ້ານີ້ ອົງການເຄືອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງໄດ້ ລາຍງານວ່າ ການລັກລອບຕັດໄມ້ໃນລາວໄດ້ກາຍເປັນບັນຫາໃຫຍ່ຂຶ້ນນັບມື້ ໂດຍເຂດທີ່ມີ ການລັກລອບຕັດໄມ້ເພື່ອການຄ້າໄມ້ເຖື່ອນ ຫລາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍແດນ ທີ່ຕິດຕໍ່ກັບຫວຽດນາມ ຈີນ ແລະ ໄທ ຊຶ່ງປະມານການວ່າ ໄດ້ມີການລັກລອບຕັດໄມ້ແລະຂົນສົ່ງໄມ້ອອກຈາກລາວ ໄປຍັງ 3 ປະເທດດັ່ງກ່າວນີ້ ໃນປະລິມານຫລາຍກວ່າ 200,000 ແມດກ້ອນ ໃນແຕ່ລະປີ.
ທັງນີ້ໂດຍຈາການສຳຫລວດສະພາບປ່າໄມ້ໃນລາວເມື່ອປີ 1992 ກໍພົບວ່າລາວມີອັດຕາ ຄວາມໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າ ອັດຕາ ຄວາມໜາແໜ້ນຂອງປ່າໄມ້ ກໍໄດ້ລົດລົງສູ່ລະດັບ 41% ໃນປີ 2002 ແລະໃນປັດຈຸບັນນີ້ກໍເຊື່ອວ່າ ປ່າໄມ້ໃນລາວຍັງຄົງເຫລືອຢູ່ພຽງແຕ່ ບໍ່ເກີນ 35% ຂອງພື້ນທີທັງໝົດເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ດ້ວຍການສົ່ງເສີມໃຫ້ພາກເອກກະຊົນດໍາເນີນໂຄງການລົງທຶນເພື່ອການ ປູກຕົ້ນໄມ້ສໍາລັບອຸດສາຫະກໍາແປຮູບຢ່າງຕັ້ງໜ້ານັ້ນ ກໍເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ຈະເຮັດໃຫ້ປ່າໄມ້ລາວມີຄວາມໜາແໜ້ນ ເພີ່ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດຂອງປະເທດໄດ້ພາຍໃນປີ 2020.