ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທາງການລາວ-ຈີນ ຄັດເລືອກເອົາ 11 ບໍລິສັດ ໃຫ້ຮັບຜິດຊອບ ການກໍ່ສ້າງທາງລົດໄຟ


ພິທີ ວາງສີລາລືກ ເລີ້ມຕົ້ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຈະມີລະຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟຂະໜາດກວ້າງ 1.435 ແມັດ.
ພິທີ ວາງສີລາລືກ ເລີ້ມຕົ້ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຈະມີລະຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟຂະໜາດກວ້າງ 1.435 ແມັດ.

ທາງການລາວ-ຈີນຄັດເລືອກເອົາ 11 ບໍລິສັດຂອງຈີນ ໃຫ້ເປັນຜູ້ຮັບຜິດຊອບໂຄງການ ກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ຊຶ່ງຈະຕ້ອງໃຊ້ເງິນລົງທຶນ ເຖິງ 38,700 ລ້ານຢວນ ຫຼື 6 ຕື້ໂດລາ.

ຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດ ຂອງຈີນ ໃຫ້ເປັນພາກສ່ວນທີ່ຮັບຜິດຊອບ ໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ ກັບຈີນຢ່າງເປັນທາງການ ເມື່ອທ້າຍເດືອນຕຸລາ 2016 ທີ່ຜ່ານມາ ໂດຍມີທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງ ກັບ ທ່ານກວນຫົວປິງ ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງວຽງຈັນ ແລະເຈົ້າໜ້າທີ່ຂັນສູງຂອງທັງ
2 ຝ່າຍຮ່ວມເປັນສັກຂີພະຍານ ໃນການຕົກລົງຄັ້ງນີ້.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟຂະໜາດກວ້າງ 1.435 ແມັດ ແລະການເດີນລົດໄຟ ຈະແຍກກັນ ລະຫວ່າງຂະບວນ ໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດ ຕໍ່ຊົ່ວໂມງ ຕາມລຳດັບ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟຂະໜາດກວ້າງ 1.435 ແມັດ ແລະການເດີນລົດໄຟ ຈະແຍກກັນ ລະຫວ່າງຂະບວນ ໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດ ຕໍ່ຊົ່ວໂມງ ຕາມລຳດັບ.

ໂດຍບໍລິສັດຈີນ ທັງ 11 ລາຍທີ່ໄດ້ຮັບການຄັດເລືອກໃນຄັ້ງນີ້ ແບ່ງເປັນ 5 ບໍລິສັດ ຮັບເໝົາກໍ່ສ້າງ ກັບ 6 ບໍລິສັດທີ່ປຶກສາ ຄືບໍລິສັດກໍ່ສ້າງລົດໄຟເລກ 5 ບໍລິສັດກໍ່ສ້າງ ທາງລົດໄຟສາກົນ ບໍລິສັດກໍ່ສ້າງທາງລົດໄຟເລກ 8 ບໍລິສັດ SINO-HYDRO ບໍລິສັດກໍ່ສ້າງໄຟຟ້າ ບໍລິສັດທີ່ປຶກສາດ້ານວິສະວະກຳກໍ່ສ້າງທຽນສິນ ບໍລິສັດທີ່ປຶກສາ CIECC ບໍລິສັດທີ່ປຶກສາວິສະວະກຳສາງເຊິງເຫີໜານ ບໍລິສັດທີ່ປຶກສາກວດສອບ ດ້ານເທັກນິກອູຫັ້ນ ເຖຍເຈິ້ງ ສະຖາບັນທີ່ປຶກສາກວດສອບດ້ານເທັກນິກລົດໄຟ ແລະ ບໍລິສັດທີ່ປຶກສາຊົງເກ້ຍ ສີຊຸ່ນ ຊຶ່ງຄັດເລືອກຈາກ 25 ບໍລິສັດຂອງຈີນ ທີ່ເຂົ້າຮ່ວມ ການປະມູນໃນຄັ້ງນີ້.

ການຕົກລົງຄັດເລືອກເອົາ 11 ບໍລິສັດຂອງຈີນດັ່ງກ່າວນີ້ ໄດ້ມີຂຶ້ນໃນລະຍະດຽວກັນ
ກັບ ການທີ່ຄະນະລັດຖະບານລາວ ໄດ້ອະນຸມັດງົບປະມານໃນມູນຄ່າລວມເຖິງ
4,966 ລ້ານກີບ ເພື່ອນຳໃຊ້ໃນການຊົດເຊີຍຄ່າ ທີ່ດິນ ແລະຊັບສິນຂອງປະຊາຊົນ
ລາວ ທີ່ຈະຕ້ອງຖືກເວນຄືນ ສຳລັບຮອງຮັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກດ່ານບໍ່ເຕັນ ມານະຄອນຫຼວງວຽງຈັນ ທີ່ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງ ລະ 50 ແມັດ ແລະເຮັດໃຫ້ຈະຕ້ອງເວນຄືນທີ່ດິນ ໃນເນື້ອທີ່
ກວ້າງກວ່າ 3,050 ເຮັກຕາ ຊຶ່ງລັດຖະບານລາວ ໄດ້ແຕ່ງຕັ້ງຄະນະກຳມະການ
ຂຶ້ນມາຮັບຜິດຊອບ ການເວນຄືນ ທີ່ດິນດັ່ງກ່າວ ຢ່າງເປັນທາງການແລ້ວ ດັ່ງທີ່ ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີ ຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ໃນການຊົດເຊີຍ ກ່ອນອື່ນໝົດ ພວກເຮົາໄດ້ມີການຈັດຕັ້ງຄະນະກຳມະການ
ໄກ່ເກ່ຍ ແລະເວນຄືນທີ່ດິນ ແຕ່ລະແຂວງອອກ ທີ່ວ່າມີທາງລົດໄຟຜ່ານ ມີຄະນະ ກຳມະການຄັກແນ່ ມີການຈັດຕັ້ງຖືກຕ້ອງ ເພື່ອໄປລົງເກັບກຳຄວາມເປັນຈິງ ໃນການກະທົບ ມີຄືຫຍັງແນ່ ໂຄງການທາງລົດໄຟຂອງພວກເຮົານີ້ ແມ່ນເປັນ
ສັນຍານ ບອກວ່າ ພວກເຮົາເລີ່ມຕົ້ນ ພວກເຮົາມີບໍລິສັດກໍ່ສ້າງແລ້ວ ແລະໄດ້ມີ ການປະມູນຜູ້ຮັບເໝົາ ຊຶ່ງປະມູນນີ້ ກໍເຊີນມາປະມູນຮ່ວມບໍລິສັດຮັບເໝົາຫລັກ ທີ່ໄດ້ມາດຕະຖານ ຈີນນີ້ຮ່ວມທຶນກັບເຮົານີ້ເພິ່ນເອົາ 70 ເປີເຊັນ ເຮົາເອົາ
30 ເປີເຊັນ.”

ກ່ອນໜ້ານີ້ ລັດຖະບານລາວ ກໍຍັງໄດ້ຕົກລົງໃຫ້ສິດທິພິເສດ ແກ່ບໍລິສັດຈີນ ທີ່ຮ່ວມ
ລົງທຶນໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຖິງ 6 ດ້ານ ປະກອບດ້ວຍການນຳ
ໃຊ້ ແລະສະແຫວງຫາຜົນປະໂຫຍດຈາກທີ່ດິນ ຕະຫຼອດແລວທາງລົດໄຟໃນລາວ
ໂດຍບໍ່ຕ້ອງເສຍພາສີອາກອນ ແລະຄ່າສຳປະທານ ຊຶ່ງແບ່ງເປັນທີ່ດິນ 3 ປະເພດ ຄື
ທີ່ດິນ ໃນຂອບເຂດແລວທາງ ຮວມທັງຂອບເຂດສະຖານີ ແລະຂົວຂ້າມແມ່ນ້ຳ ທີ່ດິນ
ໃນຂອບເຂດ ແລະທາງຊອຍເຂົ້າ-ອອກ ຂອງສະໜາມການກໍ່ສ້າງ ແລະທີ່ດິນໃນ
ຂອບເຂດເຊື່ອມຕໍ່ເຂົ້າຫາສາທາລະນຸປະໂພກ ເຊັ່ນ ໄຟຟ້າ ນ້ຳປະປາ ໂທລະສັບ
ແລະເຂດທີ່ເຊື່ອມຕໍ່ກັບທາງຫລວງແຫ່ງຊາດ.

ນອກຈາກນີ້ ບັນດາບໍລິສັດຈາກຈີນ ກໍຍັງໄດ້ຮັບການຍົກເວັ້ນພາສີອາກອນທຸລະກິດ ແລະພາສີມູນຄ່າເພີ່ມ ໃນຕະຫຼອດລະຍະຂອງການກໍ່ສ້າງ ການຍົກເວັ້ນຄ່າທຳນຽມ ຊັບພະຍາກອນ ແລະວັດສະດຸພາຍໃນລາວທີ່ມີການນຳໃຊ້ໃນການກໍ່ສ້າງ ເຊັ່ນ ດິນ
ຫີນ ແຮ່ ແລະຊາຍ ການຍົກເວັ້ນພາສີການນຳເຂົ້າຍານພາຫະນະ ກົນຈັກ ນ້ຳມັນ
ເຊື້ອໄຟ ເຄື່ອງອາໄຫລ່ ແລະວັດສະດຸ ອຸປະກອນຕ່າງໆ ທີ່ນຳເຂົ້າຈາກຕ່າງປະເທດ ສ່ວນຄ່າທຳນຽມການພັກເຊົາ ແລະເຮັດວຽກຂອງຊາວຕ່າງຊາດ ກໍຈັດເກັບພຽງ 50 ເປີເຊັນເທົ່ານັ້ນ.

ທາງການລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໃນໂຄງການ
ກໍ່ສ້າງທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ກຸງປັກກິ່ງ ແລະໄດ້ສ້າງຕັ້ງບໍລິສັດ ຮ່ວມທຶນ ລາວ-ຈີນ ຂຶ້ນມາຮັບຜິດຊອບ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງ ມູນຄ່າລົງທຶນລວມ 38,700 ລ້ານຢວນ ຫຼື 6 ຕື້ໂດລາ ໂດຍໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະມີລະຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟຂະໜາດກວ້າງ 1.435 ແມັດ ແລະການເດີນ ລົດໄຟ ຈະແຍກກັນ ລະຫວ່າງຂະບວນໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ມີ ຄວາມໄວ 160 ແລະ 120 ກິໂລແມັດ ຕໍ່ຊົ່ວໂມງຕາມລຳດັບ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG