ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນັກຮຽນໃນເຂດຊົນນະບົດຂອງລາວ ໄດ້ຮັບການຊ່ວຍ ເຫລືອດ້ານອາຫານກາງເວັນ ໃນອັດຕາສະເລ່ຍພຽງ 800 ກີບຕໍ່ຄົນເທົ່ານັ້ນ


ເດັກນ້ອຍທີ່ທຸກຍາກໃນເຂດຊົນນະບົດຂອງລາວ.
ເດັກນ້ອຍທີ່ທຸກຍາກໃນເຂດຊົນນະບົດຂອງລາວ.

ເດັກນັກຮຽນໃນເຂດຊົນນະບົດຂອງລາວ ໄດ້ຮັບການຊ່ວຍເຫລືອດ້ານອາຫານກາງເວັນໃນອັດຕາສະເລ່ຍພຽງແຕ່ 800 ກີບ ຕໍ່ຄົນເທົ່ານັ້ນ ທັງຍັງຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດເປັນດ້ານຫລັກ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ

ຄູປະຈຳໂຮງຮຽນປະຖົມຢູ່ເຂດເມືອງຊໍາເໜືອ ແຂວງຫົວພັນ ເປີດເຜີຍວ່າການຊ່ວຍເຫລືອໃນດ້ານອາຫານກາງເວັນທີ່ສະໜັບສະໜູນໂດຍອົງການອາຫານໂລກ (WFP) ເຮັດໃຫ້ບໍ່ມີການປະລະການຮຽນຂອງເດັກນັກຮຽນຊັ້ນປະຖົມເກີດຂຶ້ນເລີຍໃນເຂດເມືອງຊຳເໜືອ ໂດຍເຖິງແມ່ນວ່າການຊ່ວຍເຫລືອດັ່ງກ່າວ ຈະຄິດສະເຫລ່ຍໄດ້ພຽງແຕ່ 800 ກີບ ຕໍ່ຄາບຕໍ່ຄົນເທົ່ານັ້ນກໍຕາມ ແຕ່ກໍຍັງດີກວ່າທີ່ບໍ່ມີການຊ່ວຍເຫລືອເລີຍ ເພາະວ່າພໍ່ແມ່ຜູ້ປົກຄອງຂອງເດັກນັກຮຽນ ສ່ວນໃຫຍ່ມີຖານະຍາກຈົນ ຊຶ່ງບໍ່ສາມາດທີ່ຈະສົ່ງລູກຫລານມາໂຮງຮຽນໄດ້ເລີຍ ຖ້າຫາກວ່າບໍ່ໄດ້ຮັບການຊ່ວຍເຫລືອທາງດ້ານອາຫານກາງເວັນນັ້ນເອງ ດັ່ງທີ່ຄູປະຈຳໂຮງຮຽນຊັ້ນປະຖົມ ຢູ່ເຂດເມືອງຊຳເໜືອໄດ້ໃຫ້ການຢືນຢັນວ່າ:

ການຮຽນຂອງເດັກນ້ອຍແມ່ນນັກຮຽນນີ້ມັກປະລະຮອດເດືອນ 4 ເດືອນ 5 ແລ້ວພໍ່ແມ່ເຂົາເຈົ້າບໍ່ມີເຂົ້າກິນເຮັດໄຮ່ເນະ ບໍ່ມີເຂົ້າກິນແລ້ວພໍໍຊວນມານອນຫ້ອງພັກກະໜ້າອາຍເພີ່ນ ບໍ່ຢາກມາຫັ້ນນະບໍ່ມີເຂົ້າກິນຢູ່ບ້ານນະ ພໍ່ແມ່ກິນສາລີ ກິນເຜືອກ ກິນມັນໄປເນາະ ນັບແຕ່ອາຫານເຂົ້າມານີ້ເຂົ້າສານ ມີແປ້ງ ມີປູປາ ມີນໍ້າຕານ ນໍ້າມັນ ກໍຖືວ່າບໍ່ມີນັກຮຽນປະລະ ແລະກະບໍ່ຂາດ ສະນັ້ນຜົນປະໂຫຍດຂອງໂຄງການນີ້ກໍມີຫລາຍສິ່ງຫລາຍຢ່າງ ອັນນຶ່ງນີ້ຄາບເຂົ້າທ່ຽງນີ້ ພໍ່ແມ່ບໍ່ໄດ້ຫຍູ້ງກ່ຽວ ບໍ່ໄດ້ກ່ຽວ.”

ສ່ວນຜູ້ປະສານງານຂອງສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນເຂດລຸ່ມແມ່ນໍ້າຂອງ ເປີດເຜີຍວ່າສະພາບການຂາດແຄນທາງດ້ານໂພສະນາການ ແລະ ສານອາຫານທີ່ຈຳເປັນສຳລັບເດັກນ້ອຍໃນເຂດຊົນນະບົດຂອງລາວ ຍັງເປັນບັນຫາທີ່ສຳຄັນທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດ ເນື່ອງຈາກວ່າການລະບາດໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ເຮັດໃຫ້ປັນຫາຮຸນແຮງເພີ້ມຂຶ້ນຊຶ່ງເຫັນໄດ້ຈາກເດັກນ້ອຍລາວອາຍຸຕໍ່າກວ່າ 5 ປີ ມີສ່ວນສູງ ແລະນໍ້າໜັກຕໍ່າກວ່າເກັນໄດ້ເພີ້ມຂຶ້ນຈາກລະດັບ 37 ເປີເຊັນ ເປັນເກີນກວ່າ 50 ເປີເຊັນ ໃນປັດຈຸບັນ.

ນອກຈາກບັນຫາຂາດແຄນທາງດ້ານໂພສະນາການແລ້ວ ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ອາຍຸຕໍ່າກວ່າ 1 ປີ ກໍຍັງສູງເຖິງ 45 ຄົນຕໍ່ 1,000 ຄົນອີກດ້ວຍ ໂດຍມີສາເຫດທີ່ສຳຄັນມາຈາກການຂາດແຄນລະບົບໃຫ້ບໍລິການດ້ານ

ສາທາລະນະສຸກສຳລັບແມ່ ແລະເດັກ ຊຶ່ງກໍເຮັດໃຫ້ອັດຕາການເສຍຊີວິດຂອງແມ່ຍິງລາວໃນຂະນະຖືພານັ້ນຍັງສູງເຖິງ 197 ຄົນ ຕໍ່ນຶ່ງແສນຄົນ ສ່ວນແມ່ຍິງທີ່ເກີດລູກ ໂດຍໄດ້ຮັບການຊ່ວຍເຫລືອຈາກແພດ ກໍມີພຽງແຕ່ 54 ເປີເຊັນເທົ່ານັ້ນ ອັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງແມ່ ແລະເດັກໃນທຸກດ້ານອີກດ້ວຍ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງຍອມຮັບໃນກອງປະຊຸມ ວ່າດ້ວຍການພັດທະນາທຶນ ຊັບພະຍາກອນມະນຸດໃນລາວ ເມື່ອບໍ່ນານມານີ້ວ່າ:

ພວກເຮົາກໍຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນແມ່ບັນຫາຄວາມທຸກຍາກ ຂາດເຂີນຂອງເດັກ ສະພາບການໃຊ້ຄວາມຮຸນແຮງ ການໃຊ້ແຮງງານເດັກ ການຄ້າປະເວນີເດັກ ການນໍາໃຊ້ສື່ສັງຄົມ Online ຂອງເດັກ ອັດຕາການອອກຮຽນຍັງສູງ ການແຕ່ງດອງກ່ອນໄວອັນຄວນ ບັນຫາຢາເສບຕິດຍັງແຜ່ຫລາຍ ຊຶ່ງບັນຫາເຫລົ່ານີ້ເປັນໄພຄຸກຄານ ແລະຈຳກັດການພັດທະນາຂອເດັກທີ່ເປັນອານາຄົດຂອງຊາດ ນອກຈາກນີ້ກົນໄກການປົກປ້ອງ ແລະຊ່ວຍເຫລືອເດັກຍັງຈຳກັດ ການປະຕິບັດພັນລະສາກົນ ກໍຍັງເຮັດບໍທັນໄດ້ດີ.”

ທັງນີ້ໂດຍອີງຕາມລາຍງານຂອງກອງທຶນຫລຸດຜ່ອນບັນຫາຍາກຈົນໃນລາວ ລະບຸວ່າ ເຂດທີ່ມີບັນຫາຂາດແຄນໂພສະນາການ ສຳລັບແມ່ ແລະເດັກຢ່າງຮຸນແຮງທີ່ສຸດໃນລາວ ໃນປັດຈຸບັນນີ້ກໍຄືເຂດ 4 ແຂວງພາກເໜືອທີ່ປະກອບດ້ວຍ ແຂວງພົງສາລີ ຫົວພັນ ອຸດົມໄຊ ແລະຊຽງຂວາງ ຊຶ່ງຈາກການສຳຫລວດພົບວ່າການຂາດແຄນດ້ານໂພສະນາການຂອງແມ່ ແລະເດັກ ໃນ 4 ແຂວງດັ່ງກ່າວກວມເອົາເຖິງ 465 ບ້ານ ໃນ 12 ເມືອງ ສ່ວນ UNDP ກໍຕົກລົງໃຫ້ການຊ່ວຍເຫລືອແກ່ສະຫະພັນແມ່ຍິງລາວ ເພື່ອດຳເນີນການສຳຫລວດ ແລະເກັບກໍາຂໍ້ມູນທີ່ກ່ຽວກັບສະພາບຊີວິດການເປັນຢູ່ຂອງແມ່ ແລະເດັກໃນທົ່ວປະເທດລາວ ນັບຈາກເດືອນເມສາ 2023 ໂດຍມີກຳນົດດຳເນີນງານໃຫ້ແລ້ວ ແລະສະຫລຸບຜົນການວິເຄາະເພື່ອສະເໜີເຂົ້າສູ່ການພິຈາລະນາ ແລະຮັບຮອງເອົາຢ່າງເປັນທາງການຂອງຄະນະທັດຖະບານລາວພາບໃນທ້າຍປີ 2023 ນີ້.

XS
SM
MD
LG