ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ວ່າ ຍັງຍາກຢູ່ ທີ່ຈະຈັດຕັ້ງ ປະຕິບັດ ການ​ແຈ້ງຊັບສິນ


ທ່ານບຸນທອງ ຈິດມະນີ ປະທານຄະນະກວດກາແຫ່ງລັດ ແລະປະທານອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຂອງພັກປະຊາຊົນປະຕິວັດລາວ
ທ່ານບຸນທອງ ຈິດມະນີ ປະທານຄະນະກວດກາແຫ່ງລັດ ແລະປະທານອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຂອງພັກປະຊາຊົນປະຕິວັດລາວ
ປະທານອົງການກວດກາແຫ່ງລັດຍອມຮັບວ່າ ເປັນການຍາກຫຼາຍ
ທີ່ຈະດຳເນີນມາດຕະການ ບັງຄັບໃຫ້ພະນັກງານຂອງພັກແລະລັດ ສະແດງບັນຊີຊັບສິນໄດ້ ຢ່າງມີປະສິດທິພາບ ໃນທົ່ວປະເທດ.


ທ່ານບຸນທອງ ຈິດມະນີ ປະທານຄະນະກວດກາແຫ່ງລັດ ແລະປະ
ທານອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ຂອງພັກປະ
ຊາຊົນປະຕິວັດລາວ ໄດ້ຖະແຫຼງຍອມຮັບວ່າ ເປັນການຍາກຢ່າງ
ຍິ່ງທີ່ພັກແລະລັດ ຈະສາມາດດຳເນີນມາດຕະການບັງຄັບ ໃຫ້ພະ
ນັກງານຂອງພັກແລະລັດຖະບານລາວສະແດງບັນຊີຊັບສິນຂອງພວກເຂົາເຈົ້າໄດ້ຢ່າງມີປະ
ສິດທິພາບ ໃນທົ່ວປະເທດ.

ທັງນີ້ເນື່ອງຈາກວ່າ ການບັງຄັບໃຫ້ພະນັກງານຂອງພັກແລະລັດຖະບານ ຕ້ອງສະແດງບັນຊີ ຊັບສິນດັ່ງກ່າວ ຖືເປັນວຽກໃໝ່ທີ່ຍັງຈະຕ້ອງດຳເນີນການໂຄສະນາອົບຮົມ ເພື່ອສ້າງຄວາມ ເຂົ້າໃຈຢ່າງແທ້ຈິງ ໃຫ້ບັນດາພະນັກງານຂອງພັກແລະລັດຖະບານໃນທົ່ວປະເທດເສຍກ່ອນ ດັ່ງທີ່ທ່ານບຸນທອງໄດ້ໃຫ້ການຊີ້ແຈງວ່າ:

"ການທີ່ເຮົາຈະຂຶ້ນບັນຊີຊັບສິນ ແລະລາຍຮັບ ຂອງພະນັກງານລັດຖະກອນທັງໝົດ
ທົ່ວປະເທດຫັ້ນ ອັນນີ້ກໍເປັນວຽກໃໝ່ ແລະກໍເປັນວຽກທີ່ຫຼໍ່ແຫຼມ ຈັ່ງຊັ້ນເວລາຈັດຕັ້ງ
ປະຕິບັດຕົວຈິງ ກະພວກເຮົາເປັນຄະນະພັກໃນແຕ່ລະຂັ້ນຈະເຮັດບົດບາດທີນຶ່ງກະ ແມ່ນເລື່ອງການສຶກສາອົບຮົມ ເພື່ອໃຫ້ທຸກຄົນມີຄວາມຕື່ນຕົວ ໃນການແຈ້ງຊັບສິນ ແລະລາຍຮັບຂອງຕົວເອງ."


ໂດຍກ່ອນໜ້ານີ້ອົງການກວດກາແຫ່ງລັດກໍລາຍງານວ່າ ໄດ້ຈັດຕຽມເອກະສານສຳຄັນຕ່າງໆ ສຳລັບການປະຕິບັດຕາມດຳລັດ ຂອງນາຍົກລັດຖະມົນຕີລາວ ທີ່ວ່າດ້ວຍການສະແດງບັນຊີ
ຊັບສິນແລະໜີ້ສິນຂອງບັນດາພະນັກງານທັງໃນພັກແລະລັດຖະບານລາວໄວ້ເປັນທີ່ຮຽບຮ້ອຍ
ແລ້ວ ນັບຈາກທີ່ໄດ້ມີການປະກາດບັງຄັບໃຊ້ ດຳລັດດັ່ງກ່າວຢ່າງເປັນທາງການ ຕັ້ງແຕ່ເດືອນ ມີຖຸນາປີ ໒໐໑໓ ເປັນຕົ້ນມາ ຊຶ່ງກໍໄດ້ກຳນົດໃຫ້ພະນັກງານຂອງພັກ ແລະລັດຖະບານຕ້ອງດຳ ເນີນການສະແດງບັນຊີຊັບສິນ ໃຫ້ແລ້ວເສັດພາຍໃນເດືອນກຸມພາ ໒໐໑໔ ນີ້ນັ້ນເອງ.

ໂດຍຜູ້ທີ່ຈະຕ້ອງສະແດງບັນຊີຊັບສິນແລະໜີ້ສິນຕາມດຳລັດຂອງນາຍົກລັດຖະມົນຕີສະບັບ
ດັ່ງກ່າວນີ້ກໍຄືພະນັກງານຕັ້ງແຕ່ລະດັບຜູ້ບໍລິຫານຂຶ້ນໄປທັງໃນພັກ ລັດຖະບານ ລັດວິສາຫະ
ກິດ ອົງການຈັດຕັ້ງມະຫາຊົນຂອງພັກ ຕຳຫຼວດ ທະຫານ ທີ່ມີຍົດຕັ້ງແຕ່ຮ້ອຍໂທຂຶ້ນໄປຮວມ ເຖິງສະມາຊິກໃນຄອບຄົວຂອງບັນດາພະນັກງານ ທີ່ຢູ່ພາຍໃຕ້ເງື່ອນໄຂດັ່ງກ່າວນີ້ດ້ວຍ.

ສ່ວນກ່ຽວກັບຊັບສິນ ທີ່ຈະຕ້ອງສະແດງນັ້ນ ກໍມີທັງ ເງິນສົດ ເງິນຝາກໃນທະນາຄານ ເຮືອນ ແລະທີ່ດິນ ຍານພາຫະນະ ອັນຍະມະນີແລະຂອງມີຄ່າຕ່າງໆຮວມເຖິງມູນຄ່າຮຸ້ນຫລືການລົງ ທຶນໃນທຸລະກິດ ແລະສິນນ້ຳໃຈໃນໂອກາດຕ່າງໆ ທີ່ມີມູນຄ່າຕັ້ງແຕ່ ໕ ລ້ານກີບຂຶ້ນໄປ ຕະ ຫຼອດຈົນໜີ້ສິນ ແລະການຢຶດຄອງຊັບສິນໃດໆ ທີ່ມີມູນຄ່າຕັ້ງແຕ່ ໒໐ ລ້ານກີບ ຂຶ້ນໄປ ກໍຈະ ຕ້ອງສະແດງດ້ວຍເຊັ່ນກັນ ທັງນີ້ໂດຍຖືວ່າເປັນມາດຕະການສຳຄັນທີ່ນຳໃຊ້ໃນການປ້ອງກັນ ແລະປາບປາມການສໍ້ລາດບັງຫຼວງ ໃນວົງການພັກແລະລັດທີ່ເພີ້ມຂຶ້ນຢ່າງຕັ້ງໜ້ານັ້ນເອງ.

ໂດຍກ່ອນໜ້ານີ້ ອົງການກວດກາແຫ່ງລັດ ກໍໄດ້ລາຍງານຜົນການກວດສອບການຈັດຕັ້ງປະ
ຕິບັດທາງດ້ານງົບປະມານລາຍຮັບ-ລາຍຈ່າຍຂອງລັດຖະບານລາວ ໃນແຜນການປີ ໒໐໑໐-
໒໐໑໑ ທີ່ຜ່ານມາວ່າ ໄດ້ກວດພົບການໃຊຈ່າຍງົບປະມານທີ່ບໍ່ເປັນໄປຕາມແຜນການຄິດເປັນ ມູນຄ່າເຖິງ ໑,໙໓໓.໓໓ ຕື້ກີບຫລືຫລາຍກວ່າ ໒໕໔ ລ້ານໂດລາຊຶ່ງສະແດງເຖິງຄວາມບໍ່ສຸດຈະ ລິດຂອງພະນັກງານພັກແລະລັດຖະບານຢ່າງຊັດເຈນ.

ທ່ານພູເພັດ ຄຳພູນວົງ ລມຕ ກະຊວງການເງິນ
ທ່ານພູເພັດ ຄຳພູນວົງ ລມຕ ກະຊວງການເງິນ
ທາງດ້ານ ທ່ານພູເພັດ ຄຳພູນວົງ ລັດຖະມົນຕີ ວ່າການກະຊວງ
ການເງິນຖະແຫຼງວ່າ ໃນ​ລະ​ຍະແຜນການ ປີ ໒໐໑໒-໒໐໑໓ ລັດ
ຖະບານລາວ ໄດ້ວາງເປົ້າໝາຍການຈັດເກັບລາຍຮັບ ເພີ້ມຂຶ້ື້ນ
ຈາກແຜນການປີ ໒໐໑໑-໒໐໑໒ ບໍ່ຕ່ຳກວ່າ ໓໐.໓໕% ເນື່ອງຈາກ
ລັດຖະບານລາວມີພາລະດ້ານລາຍຈ່າຍຫຼາຍຂຶ້ນ ຈາກການປັບ
ຂຶ້ນເງິນເດືອນໃຫ້ພະນັກງານໃນທົ່ວປະເທດ ທີ່ໄດ້ເລີ້ມການປະ
ຕິບັດຈັດຕັ້ງນັບແຕ່ເດືອນຕຸລາປີ ໒໐໑໒ ເປັນຕົ້ນມາ.

ຊຶ່ງຈາກການປະຕິບັດຕົວຈິງປາກົດວ່າ ລັດຖະບານສາມາດຈັດ
ເກັບລາຍຮັບ ໄດ້ທັງໝົດ ໒໖,໒໘໘ ຕື້ກີບ ຫລືຄິດເປັນ ໙໖,໓໗%
ຂອງແຜນການ ແລະໄດ້ໃຊ້ຈ່າຍງົບປະມານໄປ ທັງໝົດ ໒໖,໒໒໒ ຕື້ກີບ ຄິດເປັນ ໙໖.໖໒%
ຂອງແຜນການ ທັງກໍຍັງເປັນລາຍຈ່າຍ ທີ່ເພີ້ມຂຶ້ນ ເຖິງ ໓໗.໑໘% ເພາະການປັບຂຶ້ນເງິນ ເດືອນໃຫ້ກັບພະນັກງານໃນທົ່ວປະເທດດັ່ງກ່າວ.
XS
SM
MD
LG