ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດ ລາວ ກຽມຮັບຜົນປະໂຫຍດ ແລະ ຄວາມສ່ຽງ ຂອງໂຄງການ ທາງລົດໄຟຄວາມໄວສູງ ຂອງ ຈີນ ພາກທີ 1


ແຜນທີ່ປະເທດ ລາວ.
ແຜນທີ່ປະເທດ ລາວ.

ບັນດານັກວິເຄາະເຊື່ອວ່າ ໂຄງການທາງລົດໄຟຄວາມໄວສູງລະຫວ່າງ ລາວ ກັບ ຈີນ ຈະນຳຜົນປະ ໂຫຍດຢ່າງຫຼວງຫຼາຍມາສູ່ເສດຖະກິດຂອງ ລາວ, ແລະ ຈະພັດທະນາພາກພື້ນທີ່ດ້ອຍພັດທະນາຂອງ ຈີນ ໃຫ້ເທົ່າທັນກັບເຂດ ອື່ນໆທີ່ພັດທະນາແລ້ວຂອງ ຈີນ ຈາກການເຊື່ອມຕໍ່ຫາປະເທດອື່ນໆໃນເອເຊຍຕາເວັນອອກສຽງໃຕ້. ເຂົາເຈົ້າເວົ້າວ່າໂຄງການດັ່ງກ່າວມີທັງຂໍ້ດີ ແລະ ຂໍ້ເສຍຕໍ່ປະເທດທີ່ນ້ອຍກວ່າຄື ລາວ,​ ດັ່ງທີ່ນັກຂ່າວຂອງເຮົາ ຊົມບໍ ປີເຕີ (Zsombor Peter) ມີລາຍງານຈາກນະ ຄອນຫຼວງ ກົວລາ ລຳເປີ, ເຊິ່ງພວກເຮົາໄດ້ແບ່ງອອກເປັນສອງພາກ, ເຊີນທ່ານຕິດຕາມຟັງ ພາກທີນຶ່ງໄດ້ກັບ ພຸດທະສອນ ໃນອັນດັບຕໍ່ໄປ.


ຫ້າປີຫຼັງຈາກການເຮັດວຽກຢ່າງໜັກໃນການຂຸດເຈາະອຸໂມງ ແລະ ສ້າງຂົວຈຳນວນຫຼາຍສິບແຫ່ງ ເພື່ອວາງທາງລົດໄຟຍາວກວ່າ 400 ກິໂລແມັດນັ້ນ, ທາງລົດໄຟຄວາມໄວສູງຂອງ ຈີນ ຜ່ານ ລາວ ແມ່ນຢູ່ໃນຊ່ອງທາງທີ່ຈະເປີດຕົວພາຍໃນປີນີ້.

ສື່ມວນຊົນລັດຖະບານໃນ ຈີນ ແລະ ລາວ ເວົ້າວ່າການບໍລິການອາດເລີ່ມຂຶ້ນໃນເດືອນທັນວານີ້.

ສຳລັບປະເທດ ຈີນ ທີ່ກວ້າງໃຫຍ່, ບັນດານັກວິເຄາະເວົ້າວ່າທາງລົດໄຟໄດ້ໃຫ້ຄວາມຫວັງທີ່ຈະສ້າງການຂະຫຍາຍຕົວຄັ້ງໃໝ່ເຂົ້າໃນຂົງເຂດທີ່ດ້ອຍພັດທະນາຂອງປະເທດດ້ວຍການເຊື່ອມມັນເຂົ້າໃນຕະຫຼາດທີ່ໃຫຍ່ທີ່ສຸດ ແລະ ທ່າເຮືອບາງແຫ່ງຂອງເອເຊຍຕາເວັນອອກສຽງໃຕ້.

ໃນຂະນະດຽວກັນສຳລັບປະເທດນ້ອຍໆຄື ລາວ, ເຂົາເຈົ້າກ່າວຕື່ມວ່າ, ມັນຈະຂະຫຍາຍເສດຖະ ກິດທີ່ອາໄສແຫຼ່ງຊັບພະຍາກອນຢ່າງໜັກດ້ວຍການຄ້າຫຼາຍຂຶ້ນ, ການທ່ອງທ່ຽວ ແລະ ອຸດສາຫະ ກຳ ຖ້າມູນຄ່າຂອງໜີ້ສິນທີ່ເຮັດໃຫ້ມີຄວາມເສຍຫາຍຢ່າງຫຼວງຫຼາຍ ແລະການເຕີບໂຕເຂົ້າທາງຂອງປະເທດເພື່ອນບ້ານຂະໜາດໃຫຍ່ຂອງເຂົາເຈົ້າ.

ສ່ວນນຶ່ງຂອງໂຄງການນຶ່ງແລວ ນຶ່ງເສັ້ນທາງ ທີ່ກວ້າງໃຫຍ່ຂອງ ປັກກິ່ງ ນັ້ນ, ໂຄງການທີ່ມີມູນຄ່າ ຫ້າພັນເກົ້າຮ້ອຍລ້ານໂດລາດັ່ງກ່າວ ຈະເຊື່ອມຕໍ່ແຂວງ ຢຸ່ນໜານ ທີ່ບໍ່ມີທາງອອກສູ່ທະເລຂອງ ຈີນ ກັບພາກຕາເວັນອອກສຽງເໜືອຂອງ ໄທ ຜ່ານພາກເໜືອຂອງປະເທດ ລາວ. ມັນແມ່ນເສັ້ນ ທາງຄົດລ້ຽວເສັ້ນທຳອິດທີ່ ປັກກິ່ງ ຫວັງວ່າມື້ນຶ່ງຈະໄປຮອດປະເທດ ສິງກະໂປ ຜ່ານ ໄທ ແລະ ມາເລເຊຍ.

ເສັ້ນທາງດັ່ງກ່າວແມ່ນຫຼັກເສົາສຳຄັນໃນແຜນການຂອງ ຈີນ ທີ່ຈະນຳເອົາຫຼາຍພາກສ່ວນຂອງປະ ເທດທີ່ຖືກປະຖິ້ມໂດຍການເຕີບໂຕຢ່າງຫຼວງຫຼາຍໃນຫຼາຍທົດສະວັດ ໃຫ້ຫຍັບຂຶ້ນມາເທົ່າທຽມກັນ, ອີງຕາມການກ່າວຂອງທ່ານ ມານະ ສຸດທິຈັກ, ນັກເສດຖະສາດ ແລະ ຜູ້ກໍ່ຕັ້ງບໍລິສັດທີ່ປຶກສາ Lao Integro.

ທ່ານໄດ້ກ່າວວ່າ “ລັດຖະບານແມ່ນກຳລັງພະຍາຍາມທີ່ຈະຕາມໃຫ້ທັນພາກຕາເວັນຕົກ ແລະ ຕາ ເວັນອອກ, ແລະ ການເຊື່ອມຕໍ່ລາງລົດໄຟນີ້ແມ່ນສຳຄັນຫຼາຍສຳລັບຄວາມສຳເລັດຂອງ ຈີນ ເພື່ອພັດທະນາພາກພື້ນຕາເວັນຕົກ.”

ທ່ານ ມານະ ກ່າວຕື່ມວ່ານອກຈາກການຊ່ວຍເຫຼືອ ຈີນ ເຂົ້າຫາເສດຖະກິດທີ່ໃຫຍ່ທີ່ສຸດຂອງບາງປະເທດໃນເອເຊຍຕາເວັນອອກສຽງໃຕ້, ທ່າເຮືອຢູ່ທະເລຢູ່ຕາມເສັ້ນທາງນັ້ນຈະເຮັດໃຫ້ເຂົາເຈົ້າມີເສັ້ນທາງໃໝ່ ແລະ ມີລາຄາຖືກກວ່າໄປສູ່ ອິນເດຍ ແລະ ຕະຫຼາດທີ່ສຳຄັນອື່ນໆໃນພາກພື້ນຕາ ເວັນຕົກທີ່ໄກອອກໄປ.

ທ່ານໄດ້ເວົ້າວ່າ “ມັນມີເຫດຜົນຫຼາຍຈາກທັດສະນະຄະຕິຂອງ ຈີນ.”

ດ້ວຍສົງຄາມການຄ້າລະຫວ່າງ ຈີນ ກັບ ສະຫະລັດ ບໍ່ມີທ່າທາງວ່າຈະຈົບລົງນັ້ນ, ທາງລົດໄຟດັ່ງກ່າວຍັງຈະຊ່ວຍເຫຼືອ ຈີນ ໂດຍລວມໃຫ້ຜັກດັນຕົນເອງອອກຈາກເສດຖະກິດຕາເວັນຕົກ ດ້ວຍການດຶງເອົາເອເຊຍຕາເວັນອອກສຽງໃຕ້ເຂົ້າໃກ້, ອີງຕາມການກ່າວຂອງທ່ານນາງ ອີໂມເກັນ ເພຈ໌ ຈາເຣັດ, ນັກວິເຄາະ ກ່ຽວກັບ ຈີນ ແລະ ລາວສຳລັບໜ່ວຍສືບລັບເສດຖະກິດ.

ທ່ານນາງໄດ້ກ່າວວ່າ “ມັນສຳຄັນສຳລັບເຂົາເຈົ້າທີ່ຈະຮັບປະກັນວ່າເຂົາເຈົ້າມີສາຍພົວພັນການຄ້າ ທີ່ເປັນແງ່ບວກ ແລະ ສາຍພົວພັນການຄ້າທີ່ຫຼາກຫຼາຍ, ໂດຍສະເພາະກັບບັນດາປະເທດທີ່ສະໜັບສະໜັບສະໜູນການເມືອງ ຈີນ. ສະນັ້ນ ຈີນ ຈຶ່ງສາມາດຮັບປະກັນການສະໜອງສິນຄ້າຍຸດທະສາດຄື ອາຫານ, ພະລັງງານ ແລະ ແຫຼ່ງຊັບພະຍາກອນທຳມະຊາດ ແລະ ອື່ນໆ. ສະນັ້ນຂ້າພະເຈົ້າຄິດວ່າ ມັນບໍ່ແມ່ນເສດຖະກິດຢ່າງສິ້ນເຊີນ, ມັນຍັງເປັນການເມືອງ, ມັນຍັງແມ່ນແຜນຍຸດທະສາດດ້ວຍ.”

ປະເທດ ລາວ ກໍຈະໄດ້ຮັບຜົນປະໂຫຍດເຊັ່ນກັນ.

ເສດຖະກິດຂອງປະເທດດັ່ງກ່າວອາໄສການສົ່ງອອກແຫຼ່ງຊັບພະຍາກອນທີ່ສຳ ຄັນສອງສາມຢ່າງ, ໄດ້ແກ່ແຮ່ທາດ ແລະ ພະລັງງານໄຟຟ້ານໍ້າຕົກ. ການບໍ່ມີເຂດແດນຕິດກັບທະເລ ໄດ້ຈຳກັດທາງເລືອກຂອງເຂົາເຈົ້າ. ລັດຖະບານໄດ້ຫວັງວ່າ ທາງລົດໄຟຈະສາມາດເລີ່ມປ່ຽນ ສິ່ງທີ່ວ່ານັ້ນ ໃຫ້ເປັນຄວາມໄດ້ປຽບດ້ວຍການເຮັດໃຫ້ ລາວ ເປັນປະໂຫຍດລະຫວ່າງ ປະເທດທີ່ຢູ່ໃກ້ຄຽງທີ່ຢາກເຮັດການຄ້ານຳກັນ.

ປະເທດ ລາວ ມີເຂດຊາຍແດນຕິດກັບ ຈີນ, ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ.

ທ່ານນາງ ເພຈ໌ ຈາເຣັດ ໄດ້ກ່າວວ່າ “ສະນັ້ນ ລາວ ມີຄວາມເປັນໄປໄດ້ທີ່ຈະສາມາດສ້າງຜົນປະ ໂຫຍດຈາກຕຳແໜ່ງຂອງເຂົາເຈົ້າຢູ່ໃນໃຈກາງຂອງທັງໝົດນັ້ນ.”

ເປົ້າໝາຍກໍແມ່ນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດເຊື່ອມຕໍ່ທາງພື້ນດິນ ແລະ ເພື່ອສ້າງຜົນກຳໄລຈາກການຂົນສົ່ງ.

ທ່ານ ມານະ ໄດ້ກ່າວວ່າ ຄ່າໃຊ້ຈ່າຍການຂົນສົ່ງທີ່ສູງຍ້ອນຖະໜົນທີ່ບໍ່ດີ ແລະ ທາງລົດໄຟນັ້ນ ກໍຍັງໄດ້ເຮັດໃຫ້ມັນຍາກສຳລັບ ລາວ ທີ່ຈະຂະຫຍາຍການລົງທຶນ ນອກເໜືອຈາກຂະແໜງແຫຼ່ງຊັບ ພະຍາກອນ ແລະ ເພື່ອພັດທະນາອຸດສາ ຫະກຳການສົ່ງອອກອື່ນໆ, ໂດຍບັງຄັບໃຫ້ເຂົາເຈົ້ານຳເຂົ້າສິນຄ້າສ່ວນໃຫຍ່ສຳລັບສິ່ງທີ່ເຂົາເຈົ້າເຮັດ. ທ່ານເຊື່ອວ່າທາງລົດໄຟໃໝ່ຈະສາມາດຕັດຄ່າໃຊ້ຈ່າຍທີ່ວ່ານັ້ນໄດ້ “ຢ່າງຫຼວງຫຼາຍ.”

ນັກເສດຖະສາດຄົນດັ່ງກ່າວໄດ້ເວົ້າວ່າ ນັ້ນຈະພິສູດໃຫ້ເຫັນວ່າເປັນປະໂຫຍດເມື່ອ ລາວ ໄດ້ຫຼຸດພົ້ນຈາກຖານະປະເທດດ້ອຍພັດທະນາຂອງເຂົາເຈົ້າ.

ຄະນະກຳມະການອົງການສະຫະປະຊາຊາດໄດ້ແນະນຳໃນເດືອນກຸມພາທີ່ຜ່ານມາວ່າ ລາວ, ໄດ້ເຮັດຖືກເປົ້າໝາຍການເຕີບໂຕ, ການພັດທະນາທີ່ສຳຄັນ, ແລະ ການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ 5 ປີຈາກດຽວນີ້. ປະເທດຕ່າງໆທີ່ມີສະຖານະພາບດັ່ງກ່າວໄດ້ຮັບຜົນປະ ໂຫຍດຈາກການເຂົ້າ ຫາການຄ້າເສລີຂອງຕະຫຼາດຕາເວັນຕົກທີ່ສຳຄັນທັງຫຼາຍ.

ທ່ານມານະ ໄດ້ກ່າວວ່າ “ເມື່ອ ລາວ ຫຼຸດພົ້ນໄປ ລາວຈະສູນເສຍສິ່ງນີ້, ໝາຍຄວາມວ່າ ລາວ ຕ້ອງມີການແຂ່ງຂັນຫຼາຍຂຶ້ນ. ລະບົບລາງລົດໄຟນີ້ຈະເຮັດໃຫ້ບັນດາຜູ້ຜະລິດຂອງ ລາວ ມີິຄວາມສາ ມາດແຂ່ງຂັນຫຼາຍຂຶ້ນ, ຢ່າງໜ້ອຍ ຄ່າການຂົນສົ່ງກໍຈະຖືກລົງ.”

After five years of hard work boring dozens of tunnels and building even more bridges to lay more than 400 kilometers of train track, China’s high-speed railway through Laos is on course to launch within the year.

State media in China and Laos say service could begin by December.

For sprawling China, analysts say the line promises to inject new growth into the country’s backward underbelly by plugging it into some of Southeast Asia’s largest markets and ports.

As for tiny Laos, they add, it could boost a heavily resource-reliant economy with more trade, tourists and industry — if at the cost of crippling debt and the growing sway of its giant neighbor.

The view from China

Part of Beijing’s sweeping Belt and Road Initiative, the $5.9 billion project will connect China’s landlocked Yunnan province to northeast Thailand through northern Laos. It is the first leg of a serpentine line Beijing hopes will one day reach to bustling Singapore via Thailand and Malaysia.

The corridor is a cornerstone of China’s plans to bring parts of the country left behind by decades of spectacular growth up to par, said Mana Southichack, an economist and founder of Lao Intergro, a local consultancy.

“The government has been trying to equalize the west and the east, and this rail link is very critical for China’s success to develop the western region,” he said.

Besides helping China tap into some of Southeast Asia’s largest economies, seaports along the way will give it new and cheaper routes to India and other important markets farther west, Southichack added.

“It makes a lot of sense from China’s point of view,” he said.

With no end in sight to the China-U.S. trade war, the line will also help China as a whole push off from Western economies by pulling Southeast Asia’s closer, said Imogen Page-Jarrett, China and Laos analyst for the Economist Intelligence Unit.

“It’s important for them to ensure they have positive trade relationships and diversified trade relationships, especially with countries that are politically supportive of China … so that China can ensure it has supplies of strategic goods like food, energy and natural resources and so on. So I think it’s not purely economic — it’s also political, it’s also strategic,” she said.

Landlocked to land-linked

Laos stands to gain too.

The country’s economy leans heavily on exporting a few key resources, namely minerals and hydropower. Its lack of a coastline limits its options. The government hopes the railway can start to turn that into an advantage by making Laos a useful go-between for neighbors wanting to trade with each other.

The country shares borders with China, Vietnam, Cambodia, Thailand and Myanmar.

“So potentially Laos can benefit from its position in the middle of all that,” said Page-Jarrett.

The goal is to transform Laos from landlocked to land-linked and to profit from the traffic.

Southichack said high transportation costs due to poor roads and rail have also made it tough for Laos to spread investment beyond the resource sector and to develop other export industries, forcing it to import most of the inputs for what it does make. He believes the new railway can cut those costs “substantially.”

The economist said that will prove especially useful once Laos sheds its Least Developed Country label.

A United Nations panel recommended in February that Laos, having hit key growth and development targets, graduate from LDC status five years from now. Countries with the status benefit from free-trade access to major Western markets.

“Once Laos graduates Laos will lose this, meaning Laos has to be more competitive. This rail system will enable Lao producers to become more competitive; at least transportation costs will be lower,” Southichack said.

XS
SM
MD
LG