ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັກປັນເຂດແດນ ລາວກັບບັນດາປະເທດເພື່ອນບ້ານ ສຳເລັດແລ້ວສ່ວນນຶ່ງ ເຫຼືອຢູ່ແຕ່ກັບໄທ ແລະກຳປູເຈຍ


ຄະນະກຳມະການຂອງກອງທັບຈາກລາວແລະກຳປູເຈຍ ຮັບຜິດຊອບແກ້ໄຂບັນຫາຂັດແຍ້ງເຂດຊາຍແດນ.
ຄະນະກຳມະການຂອງກອງທັບຈາກລາວແລະກຳປູເຈຍ ຮັບຜິດຊອບແກ້ໄຂບັນຫາຂັດແຍ້ງເຂດຊາຍແດນ.

ການປັກປັນເຂດແດນລາວກັບໄທແລະກຳປູເຈຍ ບໍ່ຄືບໜ້າເກືອບເຖິງ 2 ປີ ເພາະການລະບາດຂອງໄວຣັສໂຄວິດ-19 ໂດຍຍັງເຫຼືອເຂດແດນທີ່ຕ້ອງປັກປັນກັບໄທ 7 ເປີເຊັນ ແລະກຳປູເຈຍ 14 ເປີເຊັນ ຕາມລຳດັບ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າກາຕ່າງປະເທດ ຖະແຫລງວ່າ ການປັກປັນເຂດຊາຍແດນລາວກັບປະເທດເພື່ອນບ້ານ ໄດ້ດຳເນີນການສຳເລັດແລ້ວ 3 ປະເທດ ກໍຄື ມຽນມາ ຈີນ ແລະຫວຽດນາມ ຈຶ່ງຍັງເຫຼືອ 2 ປະເທດ ກໍຄື ໄທ ແລະກຳປູເຈຍ ທີ່ຈະຕ້ອງດຳເນີນການສຳຫຼວດເພື່ອປັກປັນເຂດແດນຮ່ວມກັນຕໍ່ໄປ ຫາກແຕ່ດ້ວຍການລະບາດຂອງໄວຣັສໂຄວິດ-19 ກໍໄດ້ສົ່ງຜົນກະທົບ ແລະເຮັດໃຫ້ການປັກປັນເຂດແດນລາວກັບໄທ ແລະກຳປູເຈຍ ບໍ່ສາມາດປະຕິບັດໄດ້ເລີຍ ນັບແຕ່ປີ 2020 ເປັນຕົ້ນມາ.

ໂດຍໃນໄລຍະທີ່ຜ່ານມາ ທາງການລາວກັບກຳປູເຈຍ ໄດ້ຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ ໃນພື້ນທີ່ທີ່ຄິດເປັນໄລຍະທາງລວມ 460 ກິໂລແມັດແລະໄດ້ປັກຫຼັກໝາຍຊາຍແດນແລ້ວ 121 ຫລັກ ຄິດເປັນ 86 ເປີເຊັນຂອງເຂດແດນລາວ-ກຳປູເຈຍ ທີ່ມີໄລຍະທາງລວມ 535 ກິໂລແມັດ ຈຶ່ງຍັງເຫຼືອເຂດແດນອີກ 75 ກິໂລແມັດ ຫຼື 14 ເປີເຊັນ ທີ່ຄະນະກຳມາທິການຊາຍແດນລາວ-ກຳປູເຈຍ ຈະສືບຕໍ່ການເຈລະຈາເພື່ອຕົກລົງກັນຕໍ່ໄປ ດັ່ງທີ່ ທ່ານສະເຫຼີມໄຊ ໄດ້ໃຫ້ການຢືນຢັນວ່າ:

“ມາເຖິງປັດຈຸບັນນີ້ ສະພາບກໍຖືວ່າ ປົກກະຕິ ພວກເຮົາກໍໄດ້ມີກົນໄກການປຶກສາຫາລື 2 ຝ່າຍ ອັນນັ້ນກະແມ່ນຄະນະກຳມະການຮ່ວມຊາຍແດນລາວ-ກັບກຳປູເຈຍ : ກຳປູເຈຍ-ລາວ ປັດຈຸບັນນີ້ ພວກເຮົາກະສຳເລັດແລ້ວ 86 ເປີເຊັນ ຍັງເຫຼືອ 14 ເປີເຊັນ ທີ່ຈະຕ້ອງໄດ້ແກ້ໄຂ ຈຸດໃດທີ່ພວກເຮົາຍັງຕົກລົງກັນບໍ່ທັນໄດ້ ພວກເຮົາກະສືບຕໍ່ໍ່ປຶກສາຫາລື ຈຸດໃດທີ່ສາມາດຕົກລົງກັນໄດ້ ພວກເຮົາກະດຳເນີນການເລີຍ.”

ແຜນທີ່ຈາກກູໂກລ ສະແດງໃຫ້ເຫັນຈຸດທີ່ເປັນບັນຫາຂັດແຍ້ງກ່ຽວກັບເຂດແດນລະຫວ່າງລາວແລະກຳປູເຈຍ.
ແຜນທີ່ຈາກກູໂກລ ສະແດງໃຫ້ເຫັນຈຸດທີ່ເປັນບັນຫາຂັດແຍ້ງກ່ຽວກັບເຂດແດນລະຫວ່າງລາວແລະກຳປູເຈຍ.

ໂດຍເຂດຊາຍແດນທີ່ລາວ-ກຳປູເຈຍ ຂັດແຍ້ງກັນກໍຄືເຂດແກ້ງຕໍມໍຄອຍກັບຫ້ວຍຕະເງົາຢູ່ໃນເຂດເມືອງສະໜາມໄຊ ແຂວງອັດຕະປື ກັບເມືອງແສນປາງ ແຂວງສະຕຶງແຕຣັງ ຊຶ່ງມີເນື້ອທີ່ກວ້າງເຖິງ 550 ກິໂລແມັດມົນທົນ ເພາະທາງການທັງສອງຝ່າຍໄດ້ອ້າງເຂດແດນ ໂດຍຍຶດເອົາແຜນທີ່ທີ່ແຕກຕ່າງກັນ ທັງຍັງປາກົດວ່າ ຝ່າຍກຳປູເຈຍ ໄດ້ກໍ່ສ້າງທາງເຂົ້າມາໃນເຂດດັ່ງກ່າວດ້ວຍ ຈຶ່ງເກີດການຂັດແຍ້ງແລະເກີດການປະເຊີນໜ້າກັນຢູ່ໃນເຂດຊາຍແດນດັ່ງກ່າວ ນັບຕັ້ງແຕ່ເດືອນສິງຫາ 2017 ເປັນຕົ້ນມາ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງໄທ ໃນຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງລາວ-ໄທ ໄດ້ໃຫ້ການຢືນຢັນວ່າ ຄະນະປະຕິບັດງານໄທ-ລາວ ຍັງສືບຕໍ່ຮ່ວມກັນສ້າງແຜນທີ່ແມ່ນ້ຳຂອງສະບັບໃໝ່ ທີ່ມີມາດຕາສ່ວນ 1:25,000 ຮວມທັງຍັງໄດ້ດຳເນີນການສຳຫຼວດວັດແທກດ້ວຍເຄື່ອງຮັບສັນຍານດາວທຽມລະບົບ GPS ຢູ່ແຄມຝັ່ງແມ່ນ້ຳຂອງໃນເບື້ອງປະເທດໄທ ໄດ້ແລ້ວ 167 ຈຸດ ຫາກແຕ່ການດຳເນີນງານກໍຕ້ອງຢຸດສະງັກ ເພາະການລະບາດຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ.

ໂດຍຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງລາວ-ໄທ ທີ່ມີລັດຖະມົນຕີວ່າການຕ່າງປະເທດຂອງລາວ-ໄທ ເປັນປະທານຮ່ວມກັນນັ້ນ ໄດ້ຕົກລົງກຳນົດເປົ້າໝາຍຈະປັກປັນເຂດແດນທາງບົກ ແລະທາງນ້ຳລະຫວ່າງກັນໃຫ້ສຳເລັດໃນປີ 2021 ຕາມລຳດັບ ຫາກແຕ່ກໍຖືເປັນກຳນົດການທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ສຳລັບໃນປີ 2018-2019 ຄະນະເຈົ້າໜ້າທີ່ຮ່ວມລາວ-ໄທ ກໍໄດ້ລົງໄປສຳຫຼວດພື້ນທີ່ຕົວຈິງຢູ່ບໍລິເວນພູຜານົມ ບໍລິເວນ 3 ບ້ານທີ່ຂັດແຍ້ງກັນແລະບໍລິເວນຕົ້ນກຳເນີດຂອງແມ່ນ້ຳເຫືອງ ໂດຍທາງການຂອງສອງຝ່າຍຍັງໄດ້ມອບໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍສືບຕໍ່ປຶກສາຫາລື ເພື່ອຫາຊ່ອງທາງການແກ້ໄຂບັນດາຈຸດຄົງຄ້າງໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ທາງການລາວ-ໄທ ສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ 676 ກິໂລແມັດ ແລະໄດ້ປັກຫຼັກໝາຍຊາຍແດນແລ້ວ 210 ຫຼັກ ຄິດເປັນ 93 ເປີເຊັນຂອງເຂດແດນທາງບົກທັງໝົດ ຈຶ່ງຍັງເຫຼືອປະມານ 50 ກິໂລແມັດ ໃນ 14 ພື້ນທີ່ທີ່ຈະຕ້ອງຕົກລົງກັນໃຫ້ໄດ້ຢ່າງເປັນຮູບປະທຳ ຊຶ່ງກໍເຊັ່ນດຽວກັນກັບເຂດແດນທາງນ້ຳ ທັງໃນເຂດແມ່ນ້ຳເຫືອງແລະແມ່ນ້ຳຂອງນັ້ນ.

XS
SM
MD
LG