ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ວ່າການທະນາຄານແຫ່ງຊາດລາວ ມີຄຳສັ່ງປິດຮ້ານແລກປ່ຽນເງິນຕາ ທີ່​ເປັນຕົວແທນ 306 ລາຍ ຈາກທີ່ມີຢູ່ທັງໝົດ 419 ລາຍ


ຮ້ານບໍລິການແລກປ່ຽນເງິນຕາຕ່າງປະເທດຕົວແທນ ແຫ່ງນຶ່ງໃນນະຄອນວຽງຈັນ, ສປປ ລາວ
ຮ້ານບໍລິການແລກປ່ຽນເງິນຕາຕ່າງປະເທດຕົວແທນ ແຫ່ງນຶ່ງໃນນະຄອນວຽງຈັນ, ສປປ ລາວ

ຜູ້ວ່າການທະນາຄານແຫ່ງຊາດລາວ ມີຄຳສັ່ງປິດຮ້ານແລກປ່ຽນເງິນຕາຕົວແທນ 306 ລາຍ ຈາກທີ່ມີຢູ່ທັງໝົດ 419 ລາຍ ໂດຍອະນຸຍາດໃຫ້ສືບຕໍ່ ດຳເນີນກິດ ຈະການໄດ້ພຽງ 113 ລາຍເທົ່ານັ້ນ ໃນທົ່ວປະເທດ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດແຈ້ງການ ຂອງຜູ້ວ່າການທະນາຄານແຫ່ງຊາດ ເລກທີ 340/ຫກ ລົງວັນທີ 14 ພະຈິກ 2022 ທີ່ຜ່ານມາ ໂດຍເນື້ອໃນສຳຄັນຂອງປະກາດແຈ້ງການ ສະບັບດັ່ງກ່າວນີ້ ກໍຄື ການສັ່ງປິດ ຮ້ານແລກ ປ່ຽນເງິນຕາຕົວແທນທີ່ດຳເນີນການໂດຍເອກະຊົນ ຈຳນວນ 306 ລາຍຈາກທີ່ມີທັງໝົດ 419 ລາຍ ຊຶ່ງກໍເຮັດໃຫ້ຍັງເຫຼືອພຽງ 113 ລາຍເທົ່ານັ້ນ ທີ່ໄດ້ຮັບອະນຸ ຍາດໃຫ້ດຳເນີນກິດຈະການແລກປ່ຽນເງິນຕາຕໍ່ໄປ ໂດຍແບ່ງເປັນ 76 ລາຍທີ່ຢູ່ໃນເຂດນະຄອນວຽງຈັນ ຫລວງພະບາງ 8 ລາຍ ໄຊຍະບູລີ 1 ລາຍ ບໍລິຄຳໄຊ 3 ລາຍ ຄຳມ່ວນ 1 ລາຍ ສະຫວັນນະເຂດ 16 ລາຍ ແລະຈຳປາສັກ 8 ລາຍ.

ທັງນີ້ ໂດຍຮ້ານແລກປ່ຽນເງິນຕາຕົວແທນ ຈະຕ້ອງປະຕິບັດຕາມລະບຽບການແລກປ່ຽນເງິນຕາ ທີ່ອອກໂດຍທະນາຄານແຫ່ງຊາດຢ່າງເຂັ້ມງວດ ກໍຄືອັດຕາແລກປ່ຽນລະຫວ່າງເງິນໂດລາສະຫະລັດ ກັບເງິນກີບ ຈະແຕກຕ່າງກັບອັດຕາ ທີ່ທະນາຄານແຫ່ງຊາດກຳໜົດໄດ້ບໍ່ເກີນ 3 ເປີເຊັນ ສ່ວນອັດຕາແລກປ່ຽນເງິນຕາສະກຸນອື່ນນັ້ນ ຈະຕ້ອງບໍ່ສູງກວ່າອັດຕາຂອງທະນາຄານການຄ້າ ທີ່ຮ້ານແລກປ່ຽນເງິນຕາເປັນຕົວແທນ ໂດຍຮ້ານແລກປ່ຽນເງິນຕາຕົວແທນ ບໍ່ມີສິດຂາຍເງິນຕາຕ່າງປະເທດ ແລະມີສິດຊື້ເງິນຕາຕ່າງປະເທດຈາກລູກຄ້າປະເພດບຸກຄົນເທົ່ານັ້ນ ຊຶ່ງການອອກມາດຕະການດັ່ງກ່າວນີ້ ຂອງທະນາຄານແຫ່ງຊາດລາວ ໄດ້ແນໃສ່ການຄວບຄຸມ ສະພາວະການປັ່ນ​ປ່ວນຂອງຄ່າເງິນກີບ ທີ່ບັນດາຮ້ານແລກປ່ຽນເງິນຕາຕົວແທນ ມີສ່ວນເຮັດໃຫ້ເກີດຂຶ້ນ ດ້ວຍການກຳນົດອັດຕາແລກປ່ຽນສູງກວ່າອັດຕາທີ່ທະນາຄານກຳນົດ ເພື່ອຍາດແຍ່ງເອົາເງິນຕາຕ່າງປະເທດເປັນສຳຄັນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ທ່ານນຶ່ງ ໄດ້ຢືນຢັນວ່າ “ຮ້ານແລກປ່ຽນເງິນຕານີ້ ກະມັນກະສັບສົນຢູ່ ກໍຄືເຮົາຮູ້ນຳກັນວ່າ ເຂົາເຈົ້າຫວັງແຕ່ກຳໄລ ເຮົາກະເບິ່ງບັນດາປະເທດໃກ້ຄຽງເຮົານີ້ ຫຼາຍປະເທດ ເພິ່ນກະບໍ່ມີເນາະຮ້ານແລກປ່ຽນເງິນຕາຄືຢູ່ລາວເຮົາ ສ່ວນຫຼາຍຄັນວ່າ ເຈົ້າຢາກສິແລກປ່ຽນມີແຕ່ເຂົ້າທະນາຄານຢ່າງດຽວ ຂ້າພະເຈົ້າຄິດວ່າ ສະໜັບສະໜຸນໃຫ້ທະນາຄານລັດຄຸ້ມຄອງໂດຍກົງເລີຍນ່ະ ອັດຕາແລກປ່ຽນກຳນົດເພດານໃຫ້ວ່າ ໃນການແລກປ່ຽນໃນລະດັບທີ່ເໝາະສົມຕາມເສດຖະກິດຕະຫຼາດ ໃຫ້ທະນາຄານມາເປັນຜູ້ຄຸ້ມຄອງ ຈັ່ງສິມີສະຖຽນລະພາບ ຄັນວ່າ ປ່ອຍໃຫ້ຮ້ານແລກປ່ຽນ ເອົາໄປແລກປ່ຽນຄືເຮົາເຮັດຜ່ານມານີ້ ກະຫຍຸ້ງຍາກແລ້ວ.”

ທາງດ້ານທ່ານສະຫຼອງໄຊ ຊຍຸຕຣະພົງ ຮອງປະທານສະພາທຸລະກິດ ໄທ-ລາວ ເປີດເຜີຍວ່າ ການຕົກຕ່ຳລົງຢ່າງຮຸນແຮງຂອງຄ່າເງິນກີບນັບແຕ່ເດືອນເມສາ 2022 ເປັນຕົ້ນມາ ຈົນເຖິງປັດຈຸບັນ ນອກຈາກຈະເຮັດໃຫ້ຫົວໜ່ວຍທຸລະກິດໄດ້ພາກັນຢຸດກິດຈະການເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງແລ້ວ ການຕົກຕ່ຳລົງຂອງຄ່າເງິນກີບຍັງເຮັດໃຫ້ອຳນາດການຊື້ສິນຄ້າ ແລະບໍລິການຕ່າງໆ ຂອງປະຊາຊົນລາວ ລົດລົງເກີນກວ່າ 40 ເປີເຊັນ ໃນເດືອນຕຸລາ ທຽບໃສ່ເດືອນເມສາ 2022 ທີ່ຜ່ານມາ ແລະສະພາບການນີ້ ກໍຍັງສືບຕໍ່ເລື້ອຍມາ ເພາະວ່າ ທາງການລາວ ຍັງບໍ່ສາມາດທີ່ຈະຄວບຄຸມອັດຕາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕາຕ່າງປະເທດໄດ້ຢ່າງມີປະສິດທິພາບ ອັນໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ ຢ່າງກວ້າງຂວງໃນປັດຈຸບັນນີ້ ໂດຍສະເພາະແມ່ນການທີ່ທະນາຄ່ານໃນລາວ ບໍ່ສາ ມາດຕອບສະໜອງເງິນຕາຕ່າງປະເທດ ໃຫ້ກັບພາກທຸລະກິດການຄ້າ ໄດ້ຢ່າງພຽງພໍກັບຄວາມຕ້ອງການຕົວຈິງນັ້ນ ດັ່ງທີ່ ທ່ານສະຫຼອງໄຊ ໄດ້ໃຫ້ການຢືນຢັນວ່າ “ຄ່າເງິນກີບມີແນວໂນ້ມອ່ອນລົງໄປອີກເລື້ອຍໆ ສົມມຸດວ່າ ຕອນເຮົານຳສິນຄ້າເຂົ້າມາ 1 ບາດ ຕົ້ນທຶນຂອງເຮົາຕໍ່ 350 ກີບ ແຕ່ເທື່ອນີ້ Deal ເຮົາທີ່ຈະຄົບຈ່າຍ ສົມມຸດວ່າ 30 ວັນ ແລະ 60 ວັນຂ້າງໜ້າ ແຕ່ວ່າຄ່າເງິນມັນຂຶ້ນໄປ 400 ຢ່າງນີ້ ກໍສະແດງວ່າ ໃນຄ່າເງິນທີ່ມັນຂຶ້ນໄປ ກໍຄື 10 ເປີເຊັນ ມັນກໍສູງແລ້ວ ວັນທີ 2 ກໍຄືວ່າ ເງິນຕາຕ່າງປະເທດ ບໍ່ດີເລີຍ ຊຶ່ງການແລກເງິນໂດລາສະຫະ ລັດ ກັບການແລກບາດທີ່ນີ້ ອັດຕາແລກປ່ຽນທີ່ສູງຂຶ້ນຫຼາຍແລ້ວ ຍັງບໍ່ພໍເນາະ ໝາຍຄວາມວ່າ ເຮົາຍື່ນໄປວ່າ ເຮົາຂໍຊຳລະຄ່າສິນຄ້າປະມານ 2 ແສນໂດລາແບບນີ້ ຊຶ່ງເຮົາກໍຕ້ອງຍື່ນ Requirement ໄປກ່ອນ ແລ້ວທາງທະນາຄານ ຈະຈັດສັນໃຫ້ໄດ້ໃຊ້ເວລາ 3 ວັນ.”

ທັງນີ້ ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ ໄດ້ປັບຕົວສູງຂຶ້ນເຖິງ 36.75 ເປີເຊັນ ສ່ວນດັດຊະນີລາຄາການຊົມໃຊ້ເພີ້ມຂຶ້ນເຖິງ 164.31 ເປີເຊັນ ໃນເດືອນຕຸລາ 2022 ທຽບກັບເດືອນຕຸລາ 2021 ຊຶ່ງເປັນລະດັບເງິນເຟີ້ ແລະດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນສູງທີ່ສຸດໃນກຸ່ມອາຊຽນ ໂດຍມີສາເຫດທີ່ສຳຄັນມາຈາກການທີ່ລາວ ປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ອັນເຮັດໃຫ້ລາວ ຍັງຕ້ອງປະເຊີນກັບການຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກໜ່ວງອີກດ້ວຍ ແລະຜົນທີ່ຕິດຕາມມາ ກໍຄືການຕົກຕ່ຳລົງຢ່າງຮຸນແຮງຂອງຄ່າເງິນກີບ ພ້ອມກັນນີ້ ທະນາຄານແຫ່ງຊາດລາວ ກໍບໍ່ສາມາດຄວບຄຸມຮ້ານແລກປ່ຽນເງິນເພື່ອໃຫ້ປະຕິບັດຕາມລະບຽບການແລກປ່ຽນເງິນຕາໄດ້ຢ່າງແທ້ຈິກອີກດ້ວຍ.

XS
SM
MD
LG