ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການ ລາວ ຈະພັດທະນາແຂວງບໍ່ແກ້ວ ໃຫ້ເປັນເຂດເຊື່ອມຕໍ່ ການຄົມມະນາຄົມ-ຂົນສົ່ງ


ລົດບັນທຸກຂົນສິນຄ້າຈາກ ໄທ ໄປ ລາວ.
ລົດບັນທຸກຂົນສິນຄ້າຈາກ ໄທ ໄປ ລາວ.

ທາງການ ລາວ ຈະພັດທະນາແຂວງບໍ່ແກ້ວ ເປັນເຂດເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ເພື່ອຮອງຮັບແຜນການພັດທະນາ ລາວ ໃຫ້ເປັນສູນເຕົ້າໂຮມ ແລະ ແຈກຈ່າຍສິນຄ້າໃນ ເຂດລຸ່ມແມ່ນ້ຳຂອງ.

ທ່ານ ໂຈມ ໄຊສົງຄາມ ຫົວໜ້າຜະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຢືນຢັນ ວ່າທາງການແຂວງບໍ່ແກ້ວ ໄດ້ວາງແຜນຍຸດທະສາດການພັດທະນາດ້ານຄົມມະນາຄົມ- ຂົນສົ່ງເຖິງປີ 2020 ສຳເລັດແລ້ວພາຍໃຕ້ເປົ້າໝາຍທີ່ຈະພັດທະນາແຂວງບໍ່ແກ້ວເປັນ ເຂດເຊື່ອມຕໍ່ການ ຄົມມະນາຄົມ-ຂົນສົ່ງ ເພື່ອຮອງຮັບແຜນການພັດທະນາ ລາວ ໃຫ້ເປັນ ສູນເຕົ້າໂຮມ ແລະ ແຈກຈ່າຍສິນຄ້າ ຫຼື Logisticໃນເຂດລຸ່ມແມ່ນ້ຳຂອງໃຫ້ໄດ້ຢ່າງເປັນ ຮູບປະທຳ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ.

"ຍຸດທະສາດການພັດທະນາແຂວງຮອດປີ 2020 ພວກເຮົາໄດ້ກຳນົດການພັດທະນາ ພື້ນຖານໂຄງລ່າງ ກໍຄືເຮັດໃຫ້ມີຄວາມສະດວກ ມີຄວາມວ່ອງໄວ ແລະ ທົ່ວເຖິງແລ້ວ ກະມີຄຸນນະພາບ ເພື່ອຮັບປະກັນໃຫ້ແກ່ການຂົນສົ່ງສິນຄ້າ ແລະ ໂດຍສານ, ສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທ, ສຸດທ້າຍ ແມ່ນແກ້ໄຂຄວາມທຸກຍາກ,​ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ກ້າວໄປເຖິງການຫັນເປັນອຸດສາຫະກຳທັນສະໄໝ."

ລັດຖະບານ ລາວ ໄດ້ຮັບຮອງເອົາແຜນຍຸດທະສາດການພັດທະນາການເຕົ້າໂຮມ ແລະ ແຈກຈ່າຍສິນຄ້າ Logistic ເພື່ອເຊື່ອມຕໍ່ກັບສາກົນ ໂດຍສະເພາະແມ່ນປະເທດໃນເຂດ ລຸ່ມແມ່ນ້ຳ ຂອງ ແລະ ອາຊຽນ ດ້ວຍກັນຕາມການສະເໜີຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ເມື່ອບໍ່ນານມານີ້ ໂດຍໄດ້ກຳນົດ 9 ຈຸດໃຫ້ເປັນສູນເຕົ້າໂຮມ ແລະ ແຈກ ຈ່າຍສິນ ຄ້າທີ່ປະ ກອບດ້ວຍ ຫ້ວຍຊາຍ ໃນແຂວງບໍ່ແກ້ວ, ນາເຕີຍໃນແຂວງຫຼວງນ້ຳ ທາ, ເມືອໄຊ ໃນ ແຂວງອຸດົມໄຊ, ເມືອງຫຼວງພະບາງ, ທ່ານາແລ້ງ ໃນນະຄອນຫຼວງ ວຽງຈັນ, ຫຼັກຊາວ ໃນ ແຂວງບໍລິຄຳໄຊ, ທ່າແຂກໃນແຂວງຄຳມ່ວນ, ເຊໂນໃນແຂວງ ສະຫວັນນະເຂດ ແລະ ວັງ ເຕົ່າໃນແຂວງຈຳປາສັກ ໂດຍໃນນີ້ມີ 2 ຈຸດທີ່ກຳລັງຈັດຕັ້ງ ປະຕິບັດ ກໍຄືທ່ານາແລ້ງທີ່ ນະຄອນຫຼວງວຽງຈັນ ແລະ ເຊໂນທີ່ສະຫວັນນະເຂດ.

ລັດຖະບານ ລາວ ໄດ້ຕັ້ງເປົ້າໝາຍໄວ້ວ່າການພັດທະນາດ້ານ Logistic ຈະເຮັດໃຫ້ ລາວ ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະນາຄົມ ແລະ ສູນກາງພະລາທິການດ້ານ ຂົນສົ່ງໃນພາກພື້ນ ໂດຍການຂົນສົ່ງສິນຄ້າກໍຈະມີລາຖືກລົງ ທັງຍັງຈະເຮັດໃຫ້ທຸລະກິດ ການຂົນສົ່ງໃນ ລາວ ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບບໍລິສັດຂົນສົ່ງຂອງຕ່າງ ຊາດໄດ້ໃນຕໍ່ໜ້າອີກດ້ວຍ.

ກ່ອນໜ້ານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ແຕ່ງຕັ້ງຄະນະກຳມະການລະດັບຊາດ ຂຶ້ນມາຊຸດໜຶ່ງເພື່ອຮັບຜິດຊອບໃນການປະສານ ງານຮ່ວມກັບບໍລິສັດເອກະຊົນຈາກ ຈີນ ທີ່ໄດ້ສະເໜີແຜນການລົງທຶນເພື່ອກໍ່ສ້າງທາງຫຼວງເສັ້ນໃໝ່ເຊື່ອມຕໍ່ຈາກຊາຍແດນ ຈີນ- ລາວ ທີ່ບໍ່ຫານ-ບໍ່ເຕັນ ຢູ່ໃນແຂວງຫຼວງນ້ຳທາໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ໂດຍການກໍ່ສ້າງທາງຫຼວງເສັ້ນໃໝ່ຕາມແຜນການດັ່ງກ່າວນີ້ ມີເປົ້າໝາຍເພື່ອຮອບຮັບ ການຄ້າການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ລາວ ກັບ ຈີນທີ່ຂະຫຍາຍຕົວເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຖະໜົນເລກ 3 ທີ່ນຳໃຊ້ຢູ່ໃນປະຈຸບັນຈະບໍ່ສາມາດຮອງຮັບໄດ້ໃນອະ ນາຄົດໃກ້ໆນີ້ ຈຶ່ງຈຳເປັນຈະຕ້ອງກໍ່ສ້າງຖະໜົນໃໝ່ທີ່ກວ້າງ ແລະ ມີມາດຕະຖານສູງກວ່າ ຖະໜົນເລກ 3 ທີ່ເປັນເສັ້ນທາງແຄບທີ່ຜ່ານມາເຂດພູດອຍເປັນໄລຍະທາງຍາວເຖິງ 225 ກິໂລແມັດ ຫາກແຕ່ເສັ້ນທາງໃໝ່ນີ້ ຈະມີໄລຍະທາງສັ້ນກວ່າ ເພາະຈະມີການເຈາະອຸໂມງ ຜ່ານມເຂດພູດອຍ ແລະ ກໍ່ສ້າງຂົວຂ້າມແຫຼ່ງນ້ຳທຳມະຊາດໃນຕະຫຼອດເສັ້ນທາງນັ້ນ ເອງ.

ທັງນີ້ຄາດວ່າກະຊວງໂຍທາທິການ ແລະ ຂົນສົ່ງຈະຕົກລົງອະນຸມັດແຜນການດັ່ງກ່າວໃນ ມໍ່ໆນີ້ ແຕ່ເນື່ອງຈາກວ່າລັດຖະບານ ລາວ ມີຂໍ້ຈຳກັດໃນດ້ານງົບປະມານ ຈຶ່ງຈະເປັນການ ອະນຸມັດໃຫ້ບໍລິສັດ ຈີນ ເປັນຜູ້ລົງທຶນທັງໝົດ ແລະ ຫຼັງຈາກນັ້ນກໍຈະສາມາດສ້າງລາຍ ຮັບໄດ້ຈາກການເກັບຄ່າທຳນຽມຈາກຍານພາຫະນະຕ່າງໆ ທີ່ໄດ້ນຳໃຊ້ເສັ້ນທາງດັ່ງກ່າວ ເພື່ອການຂົນສົ່ງສິນຄ້າ ແລະ ໂດຍສານ ລວມເຖິງສິດທິໃນການພັດທະນາທີ່ດິນໃນເຂດ 2 ຟາກຂອງເສັ້ນທາງໃຫ້ເປັນເຂດພັດທະນາເສດຖະກິດ ການຄ້າການລົງທຶນ, ການບໍລິການ ແລະ ທ່ອງທ່ຽວອີກດ້ວຍ.

ນອກຈາກນີ້ ທະນະຄານພັດທະນາເອເຊຍ (ADB) ໄດ້ໃຫ້ການຊ່ວຍເຫຼືອເຂົ້າໃນການ ກໍ່ສ້າງຖະໜົນເພື່ອເຊື່ອມຕໍ່ຕົວເມືອງຫ້ວຍຊາຍກັບຂົວຂ້າມແມ່ນຳ້ຂອງ ລາວ-ໄທແຫ່ງທີ່ 4 ແລະ ປັບປຸງຖະໜົນພາຍໃນຕົວເມືອງຫ້ວຍຊາຍທັງ 16 ເສັ້ນທາງ ປັບປຸງທ່າເຮືອນ້ຳ ຂອງ, ກໍ່ສ້າງສວນສາທາລະນະ ເທິງເນື້ອທີ່ 7 ເຮັກຕາຢູ່ກາງເມືອງຫ້ວຍຊາຍ ກໍ່ສ້າງສິ່ງ ອຳນວຍຄວາມສະດວກຕ່າງໆ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດໃນຕົວເມືອງ ແລະ ແມ່ນ້ຳຂອງ ເພື່ອຮອງຮັບການພັດທະນາການທ່ອງທ່ຽວ ທີ່ເຊື່ອມຕໍ່ກັບປະເທດໃນ ເຂດ ລຸ່ມແມ່ນ້ຳຂອງດ້ວຍກັນທີ່ມີທ່າອຽງຂະຫຍາຍຕົວເພີ່ມຂຶ້ນນັບມື້.

XS
SM
MD
LG