ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະເປີດໃຫ້ 20 ບໍລິສັດ ເອກກະຊົນ ຈົດທະບຽນ ການຄ້າຮຸ້ນ ໃນໝໍ່ໆນີ້


ບໍລິສັດດາວເຮືອງ
ບໍລິສັດດາວເຮືອງ
ທາງການລາວຈະເປີດຮັບບໍລິສັດເອກກະຊົນເຂົ້າຈົດທະບຽນ
ການຄ້າຮຸ້ນໃນຕະ ຫຼາດຫຼັກຊັບ ເພີ່ມຂຶ້ນອີກ 20 ບໍລິສັດໃນໝໍ່ໆນີ້ ຊຶ່ງຈະເຮັດໃຫ້ມີບໍລິສັດຈົດທະ ບຽນ ໃນຕະຫຼາດຫຼັກຊັບເປັນ 22
ບໍລິສັດ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານເສດຖະກິດ ແລະປະທານຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວ ໄດ້ໃຫ້ການຢືນຢັນ
ກັບວີໂອເອ ວ່າ ລັດຖະບານລາວມີແຜນການທີ່ຈະເປີດຮັບບໍລິສັດມະຫາຊົນເຂົ້າຈົດ
ທະບຽນເພື່ອທໍາການຄ້າຮຸ້ນໃນຕະຫຼາດຫຼັກຊັບຂອງລາວ ເພີ່ມຂຶ້ນອີກເຖິງ 20 ບໍລິສັດໃນ
ໝໍ່ໆນີ້.

ຫາກແຕ່ວ່າການຈົດທະບຽນ ດັ່ງກ່າວຈະມີຂຶ້ນຢ່າງເປັນທາງການມື້ໃດແທ້ນັ້ນ ກໍຍັງຄົງ
ບໍ່ສາມາດທີ່ຈະກໍານົດໄດ້ຈົນເຖິງຂະນະນີ້ ເນື່ອງຈາກວ່າຄວາມພ້ອມຕ່າງໆ ນັ້ນບໍ່ໄດ້ຢູ່
ທີ່ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວແຕ່ຢ່າງໃດ ຫາກແຕ່ຂຶ້ນຢູ່
ກັບການພັດທະນາປັບປຸງລະບົບການບັນຊີແລະການບໍລິຫານງານທີ່ ໄດ້ມາດຕະຖານ
ສາກົນຂອງແຕ່ລະບໍລິສັດເປັນສໍາຄັນ ດັ່ງທີ່ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງວ່າ:

ແຕ່ວ່າຄັນຖ້າພວກເຂົາບໍ່ກຽມພ້ອມໄດ້ຕາມອັນນີ້ ນີ້ຂ້ອຍກະບໍ່ຮັບ ຍົກຕົວຢ່າງ ບໍລິສັດອັນນີ້ ທີ່ເຈົ້າມານີ້ຄັນເຈົ້າມີໜ້າສິນມະຫາສານແລ້ວຍັງຈະເອົາເຂົ້າມາ ແມ່ນ ໃຜຈະຊື້ກັບເຈົ້າ ຫຼືວ່າຢູ່ໃນບໍລິສັດໂຄງສ້າງການຈັດຕັ້ງຂອງເຈົ້າກໍບໍ່ດີ ຜູ້ອໍານວຍ ການນີ້ເດເຂົາສົງໃສວ່າໝໍນີ້ມີປາກົດການສໍ້ໂກງ ແລະຄົນທັງຫຼາຍ
ເຂົາກໍຮູ້ກັນເດ ເນາະອັນນີ້ໄດ້ເວົ້າກັນລະອຽດສົມຄວນ.”


ໂດຍກ່ອນໜ້ານີ້ ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວ ໄດ້ດໍາເນີນ
ການສໍາຫຼວດບັນດາບໍລິສັດໃນລາວຈໍານວນ 1,087 ລາຍ ຊຶ່ງກໍພົບວ່າມີຢູ່ 38 ບໍລິສັດທີ່
ມີເງື່ອນໄຂທີ່ສາມາດຈະຂໍຈົດທະບຽນໃນຕະຫຼາດຫຼັກຊັບໄດ້ ຫາກ ແຕ່ວ່າ ພາຍຫຼັງຈາກ
ທີ່ໄດ້ທໍາການກວດກາຢ່າງຮອບດ້ານອີກເທື່ອໃໝ່ ກໍປາກົດວ່າມີຢູ່ 20 ບໍລິສັດທີ່ໄດ້ສະ
ແດງຄວາມປະສົງທີ່ຈະຂໍຈົດທະບຽນໃນ ຕະຫຼາດຫຼັກຊັບ ໂດຍໃນນີ້ກໍລວມເຖິງວິສາຫະກິດ
ໂທລະຄົມມະນາຄົມລາວ (ETL) ບໍລິສັດລາໂທລະ ຄົມມະນາຄົມ (Lao Telecom) ກຸ່ມ
ບໍລິສັດດາວ ເຮືອງການ ຄ້າຂາອອກ-ຂາເຂົ້າ ບໍລິສັດອິນໂດຈີນຈໍາກັດ (ມະຫາຊົນ) ລັດວິ
ສາຫະກິດ ການບິນລາວ (Lao Airlines) ບໍລິສັດ Lao World, ທະນາຄານພົງສະຫວັນ
ແລະບໍລິສັດຄ້ານໍ້າມັນ ເຊື້ອໄຟ ເປັນຕົ້ນ.

ທັງນີ້ ໂດຍທາງການລາວຄາດຫວັງວ່າການຈົດທະບຽນບໍລິສັດເຂົ້າໃນຕະຫຼາດຫຼັກ ຊັບ
ເພີ່ມຂຶ້ນນີ້ ຈະມີສ່ວນຢ່າງສໍາຄັນໃນການເຮັດໃຫ້ການຊື້-ຂາຍຮຸ້ນກັບຄືນສູ່ສະ ພາວະທີ່
ຄຶກຄື້ນອີກເທື່ອໃໝ່ ເພາະວ່າ ການຊື້ຂາຍຮຸ້ໃນຕະຫຼາດຫຼັກຊັບຂອງລາວ ນັບແຕ່ເດືອນ
ມັງກອນ 2011 ເປັນຕົ້ນມາ ໄດ້ດໍາເນີນໄປພາຍໃຕ້ສະພາວະການ ຜັນຜວນມາໂດຍຕະ
ຫຼອດ ຊຶ່ງກໍຈະເຫັນໄດ້ຈາກການປັບຕົວຂຶ້ນ-ລົງຂອງລາຄາຮຸ້ນ ທີ່ມີຄວາມແຕກຕ່າງກັນ
ຢ່າງຫຼວງຫຼາຍ.

ຕົວຢ່າງກໍຄືຮຸ້ນຂອງທະນາຄານ ການຄ້າຕ່າງປະເທດ ທີ່ເຄີຍມີລາຄາສູງເຖິງ 15,400 ກີບ
ຕໍ່ຮຸ້ນນັ້ນ ກໍໄດ້ປັບຕົວລົດລົງເຖິງລະດັບຕໍ່າສຸດທີ່ 5,700 ກີບຕໍ່ຮຸ້ນ ໂດຍຄິດເປັນອັດຕາ
ສະເລ່ຍທີ່ລົດຕໍ່າລົງມາເຖິງ 63% ສ່ວນຮຸ້ນຂອງບໍລິສັດໄຟຟ້າ ລາວທີ່ເຄີຍມີລາຄາສູງ
ເຖິງ 8,800 ກີບຕໍ່ຮຸ້ນ ກໍໄດ້ປັບລົດລົງມາຢູ່ທີ່ລະດັບ 4,100 ກີບຕໍ່ຮຸ້ນ ຊຶ່ງຄິດເປັນອັດຕາການ
ຕົກຕໍ່າລົງຂອງລາຄາຮຸ້ນເຖິງ 54%​

ເຈົ້າໜ້າທີ່ຕະຫຼາດຫຼັກຊັບຂອງລາວ ບອກວ່າສາເຫດສໍາຄັນທີ່ເຮັດໃຫ້ເກີດສະພາວະຜັນ
ຜວນດັ່ງກ່າວ ກໍເພາະວ່ານັກລົງທຶນສ່ວນໃຫຍ່ໃນຕະຫຼາດຕ່າງກໍພາກັນ ເນັ້ນໜັກໄປໃນ
ດ້ານຂອງການເກັງກໍາໄລ ຈາກການຊື້-ຂາຍຮຸ້ນໃນລະຍະສັ້ນໆ ເທົ່ານັ້ນ ຊຶ່ງເມື່ອປະກອບ
ກັບຕະຫຼາດຫຼັກຊັບຂອງລາວ ກໍເປັນຕະຫຼາດຂະໜາດ ນ້ອຍທີ່ມີການຊຶ້-ຂາຍຮຸ້ນພຽງ 2 ບໍລິສັດເທົ່ານັ້ນ ຈຶ່ງເຮັດໃຫ້ບັນດານັກຄ້າຮຸ້ນທີ່ ຕ້ອງການຜົນກໍາໄລລະຍະສັ້ນ ສາມາດສ້າງ
ຜົນປະໂຫຍດໄດ້ ດ້ວຍການປັນລາ ຄາຮຸ້ນໃຫ້ຂຶ້ນ-ລົງ ຕາມຕ້ອງການໄດ້ຢ່າງງ່າຍດາຍ.

ເພາະສະນັ້ນ ການຈົດທະບຽນບໍລິສັດຕະຫຼາດຫຼັກຊັບ ເພີ່ມຂຶ້ນດັ່ງກ່າວຈຶ່ງບໍ່ ພຽງແຕ່ຈະ
ເຮັດໃຫ້ການປັນລາຄາຮຸ້ນສາມາດເຮັດໄດ້ຍາກຂຶ້ນເທົ່ານັ້ນ ຫາກແຕ່ກໍ ຍັງຈະເພີ່ມມູນ
ຄ່າການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບຂອງລາວໃຫ້ສູງຂຶ້ນກວ່າໃນປັດຈຸບັນນີ້ອີກດ້ວຍ.
XS
SM
MD
LG