ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະອະນຸຍາດ ໃຫ້ຄົນລາວໃນຕ່າງປະເທດ ກັບຄືນມາຢູ່ລາວ ຢ່າງຖາວອນໄດ້


ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກ ສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດໃນ ນະຄອນຫລງວຽງຈັນ, ເດືອນພະຈິກ 2010.
ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກ ສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດໃນ ນະຄອນຫລງວຽງຈັນ, ເດືອນພະຈິກ 2010.

ລັດຖະບານລາວມີມະຕິ ຕົກລົງໃນຫຼັກການ ກ່ຽວກັບການອະນຸຍາດໃຫ້ ຄົນລາວໃນຕ່າງປະ ເທດ ສາມາດກັບຄືນມາຢູ່ໃນລາວໄດ້ຢ່າງຖາວອນ ໂດຍຈະຮັບຮອງເພື່ອປະກາດໃຊ້ດໍາລັດ ດັ່ງກ່າວໃນໝໍ່ໆ ນີ້.

ທ່ານ ຫລີ ບຸນຄໍ້າ ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງ
ປະເທດໄດ້ໃຫ້ການຢືນຢັນວ່າ ຄະນະລັດຖະບານລາວໄດ້ມີມະຕິຕົກລົງໃນຫຼັກການກ່ຽວກັບ ການອະນຸຍາດໃຫ້ຄົນລາວໃນຕ່າງປະເທດ ສາມາດເດີນທາງກັບຄືນມາພັກອາໄສຢູ່ໃນລາວ
ໄດ້ຢ່າງຖາວອນເມື່ອບໍ່ນານມານີ້ ແລະຄາດໝາຍອີກດ້ວຍວ່າ ຄະນະລັດຖະບານລາວ ຈະ
ມີມະຕິຮັບຮອງເອົາຮ່າງດໍາລັດວ່າດ້ວຍການອະນຸຍາດດັ່ງກ່າວ ຢ່າງເປັນທາງການໃນໝໍ່ໆ
ນີ້.

ໃນປັດຈຸບັນນີ້ ຄະນະລັດຖະບານລາວໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດ ແລະພາກ
ສ່ວນທີ່ກ່ຽວຂ້ອງຕ່າງໆ ໃຫ້ຮັບຜິດຊອບຮ່ວມກັນເຂົ້າໃນການກໍານົດລາຍລະອຽດຕ່າງໆ
ຢ່າງຈະແຈ້ງ ເພື່ອໃຫ້ສາມາດນໍາໄປປະຕິບັດໄດ້ໃນທັນທີ ຫຼືຫຼັງຈາກທີ່ຄະນະລັດຖະບານລາວ ໄດ້ມີມະຕິຮັບຮອງດໍາລັດດັ່ງກ່າວ ຢ່າງເປັນທາງການແລ້ວນັ້ນ.

ທ່ານ ຫຼີ ບອກວ່າເມື່ອດໍາລັດດັ່ງກ່າວນີ້ມີຜົນໃຊ້ບັງຄັບຢ່າງເປັນທາງການແລ້ວນັ້ນ ກໍຈະເປັນ
ຜົນເຮັດໃຫ້ຄົນລາວໃນຕ່າງປະເທດທຸກຄົນ ສາມາດທີ່ຈະຢື່ນຄໍາຮ້ອງຂໍຕໍ່ສະຖານທູດ ແລະ
ສະຖານກົງສູນລາວ ທີ່ຢູ່ໃນຕ່າງປະເທດໄດ້ທຸກແຫ່ງ ແລະຕໍ່ຈາກນັ້ນທາງການລາວ ກໍຈະ
ໃຊ້ເວລາໃນການພິຈາລະນາຕາມການຮ້ອງຂໍດັ່ງກ່າວບໍ່ເກິນ 3 ເດືອນ ໂດຍເຊື່ອວ່າຄົນລາວ
ໃນຕ່າງປະເທດທຸກໆຄົນ ຈະໄດ້ຮັບການອະນຸຍາດຢ່າງບໍ່ມີບັນຫາຂັດຂ້ອງ ຖ້າຫາກວ່າຄົນ
ລາວໃນຕ່າງປະເທດຄົນນັ້ນ ບໍ່ເປັນໂຣກຕິດຕໍ່ ແລະບໍ່ເຄີຍຖືກການຕັດສິນໃຫ້ຕິດຄຸກໃນຖາ
ນະອາດຊະຍາກອນ.

ອະດີດນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຖ່າຍຮູບຮ່ວມກັບ ຊາວລາວຈາກຕ່າງປະເທດກຸ່ມນຶ່ງ ທີ່ກັບຄືນເມືອຢາມບ້ານເກີດເມືອງ ນອນໃນລະຫວ່າງງານມະຫະກໍາຊີເກມສ໌ ໃນເດືອນທັນວາ 2009.
ອະດີດນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຖ່າຍຮູບຮ່ວມກັບ ຊາວລາວຈາກຕ່າງປະເທດກຸ່ມນຶ່ງ ທີ່ກັບຄືນເມືອຢາມບ້ານເກີດເມືອງ ນອນໃນລະຫວ່າງງານມະຫະກໍາຊີເກມສ໌ ໃນເດືອນທັນວາ 2009.

ສໍາລັບຄົນລາວໃນຕ່າງປະເທດ
ທີ່ໄດ້ຮັບອະນຸຍາດດັ່ງກ່າວແລ້ວ
ນັ້ນ ມີສິດທີ່ຈະຊື້ຊັບສິນຕ່າງໆ
ໄດ້ຄືກັນກັບຄົນລາວ ຍົກເວັ້ນແຕ່
ບ້ານ-ທີ່ດິນ ແລະອະສັງຫາລິມະ
ຊັບຕ່າງໆ ເຊິ່ງຈະຕ້ອງລໍຖ້າການ
ຮ່າງ ແລະປະກາດບັງຄັບໃຊ້ດໍາ
ລັດໃນເລື້ອງດັ່ງກ່າວນີ້ເປັນການ
ສະເພາະຢ່າງເປັນທາງການເສຍ
ກ່ອນ.

ແຕ່ຢ່າງໃດກໍຕາມ ທາງການ
ລາວກໍໄດ້ຍົກເວັ້ນຄ່າທໍານຽມ
ວິຊ່າໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນ ທີ່ຕ້ອງການຈະເດີນທາງກັບໄປຢ້ຽມຢາມ
ປະເທດລາວທີ່ມີຜົນບັງຄັບໃຊ້ນັບແຕ່ຕົ້ນປີນີ້ມາແລ້ວ. ໂດຍເປັນການຍົກເວັ້ນທໍານຽມ
ວິຊ່າໃຫ້ກັບຄົນລາວໃນຕ່າງປະເທດ ທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ ແລະມີອາຍຸຕໍ່າກວ່າ
15 ປີ ທີ່ຂໍວິຊ່າຈາກສະຖານກົງສູນລາວ ລວມທັງຍັງຈະໄດ້ຮັບການຍົກເວັ້ນຄ່າທໍານຽມ
ໃນການຂໍຕໍ່ວິຊ່າໃນການຢູ່ໃນລາວຕໍ່ໄປ ຫລັງຈາກຄົບກໍາໜົດ 90 ວັນອີກດ້ວຍ.

ມາດຕະການດຽວກັນນີ້ກໍຍັງໃຊ້ກັບນັກບວດ ແລະຄົນພິການອີກດ້ວຍຊຶ່ງກໍເຊັ່ນດຽວກັນກັບ ຄົນລາວໃນຕ່າງປະເທດທຸກຄົນ ທີ່ຂໍວິຊ່າຈາກສະຖານທູດ ຫລືສະຖານກົງສູນລາວໃນຕ່າງ
ປະເທດນັ້ນ ບໍ່ຕ້ອງເສຍຄ່າທໍານຽມວິຊ່າ ແລະການຂໍຕໍ່ວິຊ່າດັ່ງກ່າວ ແຕ່ຖ້າຫາກວ່າໄດ້ຮັບ
ວິຊ່າຢູ່ດ່ານກວດຄົນເຂົ້າເມືອງທີ່ອະນຸຍາດໃຫ້ຢູ່ໃນລາວໄດ້ 60 ວັນນັ້ນ ກໍຍັງຕ້ອງເສຍຄ່າ
ທໍານຽມໃນອັດຕາ 30 ໂດລາ ແລະຖ້າຫາກວ່າຈະຂໍຕໍ່ວິຊ່າກໍຈະໄດ້ຮັບສ່ວນລົດຈາກ 2
ໂດລາ1 ໂດລາ ຕໍ່ມື້.

ທາງການ​ລັດຖະບານ​ລາວເຊື່ອວ່າ ມາດຕະການດັ່ງກ່າວນີ້ ຈະເຮັດໃຫ້ຄົນລາວໃນຕ່າງປະ
ເທດພາກັນເດີນທາງກັບຄືນມາຢ້ຽມຢາມລາວຫລາຍຂຶ້ນນັບມື້. ພ້ອມກັນນັ້ນກໍຍັງຄາດຫວັງ
ອີກດ້ວຍ​ວ່າ ຄົນ​ລາວ​ໃນ​ຕ່າງປະເທດ​ນັ້ນ ຈະ​ປະກອບສ່ວນ​ຢ່າງ​ສຳຄັນໃນການ​ພັດທະນາ
​ລາວ​ໃຫ້ຈະ​ເລີ​ນກ້າວໜ້າຢ່າງເທົ່າທັນກັບຕ່າງປະເທດເຊິ່ງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງ
ໃຫ້ເປັນປະທານປະເທດອີກສະໄໝນຶ່ງນັ້ນ ທ່ານ ຈູມມະລີ ໄຊຍະສອນ ໄດ້ຖະແຫລງເນັ້ນ
ຢໍ້າໃນເລື້ອງນີ້ວ່າ:

ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ
ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ

“ໃນໂອກາດອັນສະຫງ່າລາສີນີ້
ຂ້າພະເຈົ້າຂໍຮຽກຮ້ອງມາຍັງພີ່
ນ້ອງຮ່ວມຊາດຢູ່ຕ່າງປະເທດ
ຈົງພ້ອມກັນ ເພີ່ມທະວີຄວາມ
ສາມັກຄີເປັນປືກແຜ່ນແໜ້ນ
ໜາໃນການພັດທະນາປະເທດ
ຊາດຊູບົດບາດ ແລະອິດທິພົນ
ຂອງ ສປປ ລາວ ໃຫ້ນັບມື້
ນັບສູງເດັ່ນຂຶ້ນໃນເວທີສາກົນ”
.

ນິຕິ​ກໍາ​ທີ່​ສໍາຄັນອີກ​ອັນ​ນຶ່ງທີ່ທາງ​
ການກະຊວງການຕ່າງປະເທດຂອງ
ລາວໄດ້ດໍາເນີນການຮ່າງຮຽບຮ້ອຍແລ້ວ ໂດຍຍັງລໍຖ້າພຽງການອະນຸມັດຈາກນາ ຍົກລັດຖະມົນຕີຢ່າງເປັນທາງການເທົ່ານັ້ນ.
ໃນຂະນະນີ້ກໍ​ຄື ດໍາລັດວ່າ​ດ້ວຍ​ການໃຫ້ກໍາມະສິດໃນການ​ຖື​ຄອງແລະເປັນເຈົ້າຂອງທີ່ ດິນໃນລາວແກ່ຄົນລາວໃນຕ່າງປະເທດທີ່​ຕ້ອງການມາຢູ່ລາວຢ່າງຖາວອນນັ້ນເອງ.

XS
SM
MD
LG