ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນຍຶດໝັ້ນຕໍ່ ນະໂຍບາຍດຶງດູດ ເອົາຄົນລາວ ໃນຕ່າງປະເທດ ໃຫ້ກັບຄືນບ້ານ


ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດ ໃນນະຄອນ ຫລງວຽງຈັນ, ເດືອນພະຈິກ 2010
ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດ ໃນນະຄອນ ຫລງວຽງຈັນ, ເດືອນພະຈິກ 2010

ປະທານປະເທດລາວຢືນຢັນ ທີ່ຈະສືບຕໍ່ການດໍາເນີນນະໂຍບາຍ ດຶງດູດເອົາຄົນລາວໃນຕ່າງ ປະເທດໃຫ້ກັບຄືນມາຊ່ວຍສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຮ່ວມກັນຕໍ່ໄປ.

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກປະ
ຊາຊົນປະຕິວັດລາວ ແລະ ປະທານປະ ເທດລາວ ໄດ້ ຖະແຫຼງຢືນຢັນໃນໂອກາດເປັນປະທານໃນພິທີສະເຫຼີມ
ສະຫຼອງການສ້າງຕັ້ງກໍາລັງ ປ້ອງກັນຄວາມສະຫງົບ
ແລະປ້ອງກັນຊາດ ຄົບຮອບ 50 ປີ ເມື່ອບໍ່ນານມານີ້
ວ່າ ປັດໃຈສໍາຄັນປະການໜຶ່ງທີ່ຈະມີບົດບາດຢ່າງໜຶ່ງ​ຕໍ່ການສ້າງສາພັດທະນາຊາດລາວໃຫ້ຈະເລີນກ້າວໜ້າ
ໄດ້ຢ່າງມີສະຖຽຍລະພາບໃນໄລຍະຕໍ່ໄປນີ້ ກໍຄືການເສີມ
ສ້າງຄວາມຮ່ວມມືກັນຢ່າງໃກ້ຊິດລະຫວ່າງຄົນລາວທີ່ຢູ່
ໃນປະເທດກັບຄົນລາວຢູ່ຕ່າງປະເທດ.

ທັງນີ້ກໍເນື່ອງຈາກວ່າຄົນລາວຢູ່ຕ່າງປະເທດນັ້ນແມ່ນມີ
ຄວາມພ້ອມທາງເງິນທຶນ ແລະຄວາມຮູ້ຄວາມສາມາດ ໃນດ້ານວິທະຍາການສະໄໝໃໝ່ທີ່ສາມາດຈະກັບມາ
ຊ່ວຍສ້າງສາພັດທະນາ ຊາດລາວໃຫ້ມີຄວາມຈະເລີນ
ກ້າວໜ້າໄດ້ ແລະໃນຂະນະດຽວກັນພັກ ແລະລັດຖະ
ບານລາວ ກໍມີແນວທາງນະໂຍບາຍໃນການສົ່ງເສີມ
ແລະຍິນດີຕ້ອນຮັບຄົນລາວທີ່ຢູ່ຕ່າງປະເທດເພື່ອໃຫ້ພາກັນເດີນທາງກັບຄືນມາລາວຢູ່ແລ້ວ ກັບທັງຍັງຈະດໍາເນີນໃນແນວນະໂຍບາຍດັ່ງກ່າວນີ້ຕໍ່ໄປຢ່າງບໍ່ຢຸດຢັ້ງອີກດ້ວຍ. ດັ່ງທີ່ທ່ານ ຈູມມະລີ ໄດ້ໃຫ້ການເນັ້ນຢໍ້າວ່າ:

ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ເປັນປະທານເປີດຫໍພິພິດທະພັນປ້ອງກັນຄວາມສະ ຫງົບຂອງລາວໃນວັນທີ 03 ມີນາ ປີ 2011 ທີ່ນະ ຄອນວຽງຈັນ
ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ເປັນປະທານເປີດຫໍພິພິດທະພັນປ້ອງກັນຄວາມສະ ຫງົບຂອງລາວໃນວັນທີ 03 ມີນາ ປີ 2011 ທີ່ນະ ຄອນວຽງຈັນ

ໂດຍຍຶດໝັ້ນໃນແນວທາງ
ສ້າງຄວາມສາມັກຄີປອງ
ດອງຂອງທົ່ວປວງຊົນລາວ
ເວລາໃດພັກເຮົາກໍ່ຖືວ່າ ພີ່
ນ້ອງເຊື້ອຊາດລາວຢູ່ຕ່າງ
ປະເທດ ຍັງເປັນສ່ວນໜຶ່ງ
ຂອງວົງຂະນາຍາດແຫ່ງຊາດ
ສະນັ້ນຈິ່ງຍິນດີຕ້ອນຮັບ
ຜູ້ທີ່ມີນໍ້າໃຈຮັກຊາດ ຮັກ
ບ້ານເກີດເມືອງນອນໄດ້
ອ່ວຍໜ້າມາຫາປະເທດຊາດ
ໃຫ້ປະກອບສ່ວນດ້ວຍສະ
ຕິບັນຍາເຫື່ອແຮງ ແລະ
ທືນຮອນເຂົ້າໃນການສ້າງ
ສາປະຕິພູມຮ່ວມກັນກັບຄົນລາວຢູ່ພາຍໃນປະເທດ”
.

ກ່ອນໜ້ານີ້ທ່ານ ຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ
ໄດ້ໃຫ້ການຢືນຢັນວ່າ ທາງການລາວຈະໃຫ້ການສະໜັບສະໜູນສົ່ງເສີມ ແລະອໍານວຍຄວາມ
ສະດວກ ໃນທຸກໆດ້ານແກ່ຄົນລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບຄືນມາລາວ
ເຊັ່ນ: ການອໍານວຍຄວາມສະດວກໃນການເດີນທາງໄປ-ມາ, ການແຕ່ງດອງລະຫວ່າງຄົນ
ລາວ ໃນກັບຄົນລາວນອກປະເທດ, ການກັບມາຢູ່ລາວຢ່າງຖາວອນ, ການອໍານວຍຄວາມ
ສະດວກໃນດ້ານນິຕິກໍາ ຫຼືການອະນຸຍາດໃຫ້ມີສິດໃນທີ່ດີນ ແລະບ່ອນຢູ່ອາໄສເປັນຕົ້ນ.

ທ່ານຫຽມ ພົມມະຈັນ (ຊ້າຍ), ຮອງລັດຖະມົນຕີ ການຕ່າງປະເທດລາວ
ທ່ານຫຽມ ພົມມະຈັນ (ຊ້າຍ), ຮອງລັດຖະມົນຕີ ການຕ່າງປະເທດລາວ

ນອກຈາກນີ້ ນິຕິ​ກຳ​ທີ່​ສຳຄັນ
ອີກ​ອັນ​ນຶ່ງທີ່ທາງ​ການກະຊວງ
ການຕ່າງປະເທດຂອງລາວໄດ້
ດຳເນີນການຮ່າງຮຽບຮ້ອຍ
ແລ້ວ ໂດຍຍັງລໍຖ້າພຽງການ
ອະນຸມັດຈາກນາຍຍົກລັດຖະ
ມົນຕີຢ່າງເປັນທາງການເທົ່າ
ນັ້ນ ກໍ​ຄືດຳລັດວ່າ​ດ້ວຍ​ການ
ໃຫ້ກໍາມະສິດໃນການ​ຖື​ຄອງ
ແລະເປັນເຈົ້າຂອງທີ່ດິນໃນ
ລາວແກ່ຄົນລາວໃນຕ່າງປະ
ເທດທີ່​ຕ້ອງການມາຢູ່ລາວ
ຢ່າງຖາວອນນັ້ນ.

ທາງ​ດ້ານທ່ານຫລີ ບຸນຄໍ້າ
ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຂອງລາວນັ້ນ
ກໍໄດ້ຖະແຫຼງຢືນຢັນວ່າ ຜົນ​ຈາກ​ການ ສຶກສາ​ວິ​ໃຈ​ກ່ຽວກັບ​ການສະໜັບສະໜູນສົ່ງເສີມແລະ
ອໍານວຍຄວາມສະດວກໃຫ້ແກ່ຄົນລາວໃນຕ່າງປະເທດພາກັນເດີນທາງກັບຄືນມາລາວນັ້ນ
ພົບ​ວ່າ ຈະ​ສົ່ງ​ຜົນ​ດີ​ຢ່າງ​ຍິ່ງ ຕໍ່ການ​ພັດທະນາ​ລາວ​ໃຫ້ຈະ​ເລີ​ນກ້າວໜ້າ ຢ່າງ​ເທົ່າ​ທັນ​ກັບ​
ບັນ​ດາ​ປະ​ເທດ​ໃນ​ພູມ​ມີ​ພາກ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະພູມີພາກ​ອື່ນໆ ຕໍ່​ໄປ.

ທາງການ​ລັດຖະບານ​ລາວ ​ໄດ້​ປະກາດການ​ດຳ​ເນີນນະໂຍບາຍ​ເພື່ອ​ດຶງ​ດູດ​ເອົາ​ຄົນ​ລາວໃນ
ຕ່າງປະ​ເທດກັບຄືນມາລາວນັບ​ແຕ່​ທ້າຍ​ປີ 2009 ​ເປັນຕົ້ນມາ ດ້ວຍ​ຫວັງ​ວ່າຄົນ​ລາວ​ໃນ​ຕ່າງ
ປະເທດ​ນັ້ນຈະ​ປະກອບສ່ວນ​ຢ່າງ​ສຳຄັນ ​ໃນການ​ພັດທະນາ​ລາວ​ໃຫ້ຈະ​ເລີ​ນກ້າວໜ້າຍິ່ງໆ
ຂຶ້ນ​ໄປ ເນື່ອງຈາກວ່າຄົນລາວຢູ່ຕ່າງປະເທດຈຳນວນ​ບໍ່ໜ້ອຍທີ່ມີຄວາມຮູ້ ຄວາມສາມາດ
ໃນດ້ານວິທະຍາການສະໄໝໃໝ່ ລວມທັງມີເງິນທຶນທີ່ສາມາດຈະນຳ​ເຂົ້າມາລົງທຶນ​ໃນ​ລາວ
ໄດ້ຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.

XS
SM
MD
LG