ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວກຽມນິຕິກໍາຕ່າງໆໄວ້ ເພື່ອອໍານວຍ ຄວາມສະດວກ ໃຫ້ຄົນລາວໃນຕ່າງປະເທດ ໄດ້ກັບຄືນໄປຊ່ວຍ ສ້າງສາຊາດ


ຄົນລາວໃນຕ່າງປະເທດຈໍານວນນຶ່ງ ທີ່ໄດ້ເດີນທາງໄປຊົມງານມະຫະກໍາຊີເກມສ໌ ຢູ່ລາວ ໃນເດືອນທັນວາ 2009 ຖ່າຍຮູບຮ່ວມກັບອະດີດນາຍົກລັດຖະມົນຕີລາວ ທ່ານ ບົວສອນ ບຸບຜາວັນ (ກາງ)
ຄົນລາວໃນຕ່າງປະເທດຈໍານວນນຶ່ງ ທີ່ໄດ້ເດີນທາງໄປຊົມງານມະຫະກໍາຊີເກມສ໌ ຢູ່ລາວ ໃນເດືອນທັນວາ 2009 ຖ່າຍຮູບຮ່ວມກັບອະດີດນາຍົກລັດຖະມົນຕີລາວ ທ່ານ ບົວສອນ ບຸບຜາວັນ (ກາງ)

ຄະນະຜູ້ຕາງໜ້າຂອງຄົນລາວໃນຕ່າງປະເທດຮັບປາກວ່າ ຈະປະກອບສ່ວນໃນການ ພັດທະນາລາວ ໃນຂະນະທີ່ທາງການລາວເອງ ກໍກໍາລັງເລັ່ງກະກຽມນິຕິກໍາຕ່າງໆໄວ້ ເພື່ອອຳນວຍຄວາມສະດວກ.

ຄະນະຜູ້ຕາງໜ້າຂອງຄົນລາວຈາກຝຣັ່ງ ແລະສະຫະລັດອາເມຣິກາ ຢືນຢັນໃນໂອກາດ
ທີ່ຢ້ຽມຄໍານັບ ແລະພົບປະເຈລະຈາກັບທ່ານຕົງ ເຢີເທາະ, ຮອງປະທານແນວລາວສ້າງ
ຊາດ ເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງວຽງຈັນວ່າ ພວກຕົນຈະປະກອບສ່ວນເຂົ້າໃນການ
ພັດທະນາປະເທດລາວ ໃຫ້ຈະເລີນກ້າວໜ້າຢ່າງເທົ່າທຽມກັບນາໆຊາດໃຫ້ໄດ້ໃນທຸກໆ
ດ້ານ.

ຫາກແຕ່ຖະແຫຼງການດັ່ງກ່າວນີ້ໄດ້ເນັ້ນຢ້ຳວ່າ ການທີ່ຈະເຮັດໃຫ້ຄົນລາວໃນຕ່າງປະເທດ
ສາມາດທີ່ຈະປະກອບສ່ວນເຂົ້າໃນການພັດທະນາລາວໄດ້ ໃນພາກຕົວຈິງນັ້ນ ກໍມີຄວາມ
ຈຳເປັນຢ່າງຍິ່ງ ທີ່ຈະຕ້ອງມີການສ້າງເງື່ອນໄຂອຳນວຍຄວາມສະດວກໃນຫຼາຍໆດ້ານ ໄວ້
ຮັບຮອງ ແລະຄະນະຜູ້ແທນຕາງໜ້າຂອງຄົນລາວຈາກຝຣັ່ງ ແລະສະຫະລັດອາເມຣິກາ
ກໍຄາດຫວັງວ່າ ທາງການລາວ ຈະສ້າງເງື່ອນໄຂອຳນວຍຄວາມສະດວກເຫຼົ່ານັ້ນໄດ້ ຢ່າງ
ເປັນຮູບປະທຳໃນໝໍ່ໆນີ້.

ເງື່ອນໄຂທີ່ສໍາຄັນປະການນຶ່ງ ທີ່ຄົນລາວໃນຕ່າງປະເທດຕ້ອງການຫຼາຍທີ່ສຸດ ໃນການ
ກັບຄືນມາຢູ່ປະເທດລາວນັ້ນ ກໍແມ່ນມີສິດໃນການຖືຄອງທີ່ດິນ ແລະທີ່ຢູ່ອາໄສ ເພາະ
ການທີ່ໄດ້ຮັບສິດດັ່ງກ່າວນີ້ ຈະເຮັດໃຫ້ຄົນລາວໃນຕ່າງປະເທດມີຄວາມເຊື່ອໝັ້ນຕໍ່ແນວ
ທາງນະໂຍບາຍຂອງລັດຖະບານລາວ ແລະມີຄວາມໝັ້ນໃຈ ທີ່ຈະເດີນທາງກັບຄືນມາ
ປະກອບສ່ວນເຂົ້າໃນການພັດທະນາ ແຜ່ນດິນແມ່ຫຼາຍຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

ຜູ້ຕາງໜ້າຄົນລາວຈາກຝຣັ່ງ ແລະສະຫະລັດອາເມຣິກາຈໍານວນນຶ່ງ ຖ່າຍຮູບຮ່ວມກັບທ່ານ ຕົງ ເຢີເທາະ (ຢືນຢູ່ກາງ), ຮອງປະທານ ແນວລາວສ້າງຊາດ ໃນໂອກາດທີ່ພົບປະເຈລະຈາກັບທ່ານໃນ ເດືອນທັນວາ 2011 ຜ່ານມານີ້
ຜູ້ຕາງໜ້າຄົນລາວຈາກຝຣັ່ງ ແລະສະຫະລັດອາເມຣິກາຈໍານວນນຶ່ງ ຖ່າຍຮູບຮ່ວມກັບທ່ານ ຕົງ ເຢີເທາະ (ຢືນຢູ່ກາງ), ຮອງປະທານ ແນວລາວສ້າງຊາດ ໃນໂອກາດທີ່ພົບປະເຈລະຈາກັບທ່ານໃນ ເດືອນທັນວາ 2011 ຜ່ານມານີ້

ສ່ວນທາງດ້ານທ່ານ ຫຼີ ບຸນຄໍ້າ
ຫົວໜ້າກົມພົວພັນຄົນເຊື້ອຊາດ
ລາວ ຢູ່ໃນຕ່າງປະເທດ ໜ່ວຍ
ງານທີ່ຖືກຈັດຕັ້ງຂຶ້ນໃໝ່ໃນກະ
ຊວງການຕ່າງປະເທດຂອງລາວ
ໄດ້ຖະແຫຼງຢືນຢັນວ່າ ຄະນະ
ກໍາມະການແຫ່ງຊາດເພື່ອການ
ພົວພັນຄົນເຊື້ອຊາດລາວຢູ່ຕ່າງ
ປະເທດ ໄດ້ມີການພິຈາລະນາ
ປັບປຸງ ເພື່ອເຮັດໃຫ້ການດໍາ
ເນີນການພັດທະນາມາດຕະການ
ຕ່າງໆ ມີປະສິດທິຜົນຫລາຍຂຶ້ນ
ໂດຍຈະໃຫ້ຄວາມສໍາຄັນເປັນພິ
ເສດ ຕໍ່ການພັດທະນາປັບປຸງມາດຕະການໃຫ້ເປັນມາດຕະການທີ່ຖາວອນໃນ 4 ດ້ານດ້ວຍ
ກັນ ດັ່ງທີ່ທ່ານ ຫຼີ ບຸນຄໍ້າ ໄດ້ຊີ້ແຈງໃນຕອນນຶ່ງວ່າ:

ວຽກສໍາຄັນຂອງຄະນະກໍາມະການອັນນຶ່ງນີ້ ແມ່ນເວົ້າເຖິງເລື່ອງການຂໍຍົກເວັ້ນ
ຄ່າທໍານຽມວີຊ່າ
ທີ່ປະຕິບັດຕໍ່ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ອັນທີ່ສອງ ກໍ ແມ່ນຄົ້ນຄວ້າເຖິງເລື່ອງອອກນະໂຍບາຍ ເພື່ອໃຫ້ກໍາມະສິດນໍາໃຊ້ທີ່ດິນ, ອັນ
ທີ່ສາມ
ກໍ່ແມ່ນເວົ້າເຖິງການຂໍມາຢູ່ໃນລາວ ຢ່າງຖາວອນ ແລະອັນທີ 4 ກໍ່ແມ່ນ
ເລື່ອງການຂໍອະນຸຍາດແຕ່ງດອງ
ແຕ່ວ່າກໍ່ຍັງບໍ່ທັນສະຫຼບກັນໄດ້ ໃນເລື່ອງຂັ້ນ
ຕອນຕ່າງໆ.

ກ່ອນໜ້ານີ້ ກົມກົງສູນຂອງລາວກໍໄດ້ຍົກເວັ້ນຄ່າທໍານຽມ VISA ໃຫ້ກັບຄົນລາວ ໃນຕ່າງ
ປະເທດທຸກຄົນ ທີ່ຕ້ອງການທີ່ຈະເດີນທາງກັບມາຢ້ຽມຢາມປະເທດລາວ ນັບຈາກວັນທີ
1 ມັງກອນ 2011 ເປັນຕົ້ນໄປມາແລ້ວ ຊຶ່ງກໍຄືການຍົກເວັ້ນທໍານຽມວິຊ່າໃຫ້ແກ່ຄົນລາວ
ໃນຕ່າງປະເທດ ທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ ແລະ ມີອາຍຸ ຕໍ່າກວ່າ 15 ປີ ຫລື ເປັນຄົນ
ພິການທາງຮ່າງກາຍ ຫຼື ພິການທາງສະໝອງ ທີ່ຕ້ອງການກັບຄືນມາຢ້ຽມຢາມ ແລະມາ
ພັກຢູ່ໃນລາວບໍ່ເກີນ 90 ວັນ ແລະ ເມື່ອຄົບກໍານົດດັ່ງກ່າວແລ້ວ ກໍຍັງຈະສາມາດທີ່ຈະຂໍຕໍ່
ວິຊ່າໄດ້ອີກ ໂດຍບໍ່ຕ້ອງເສຍຄ່າວິຊ່າແຕ່ຢ່າງໃດອີກດ້ວຍ.

ສ່ວນຄົນລາວໃນຕ່າງປະເທດທີ່ບໍ່ຢູ່ໃນກຸ່ມດັ່ງກ່າວນັ້ນ ທາງການລາວອະນຸຍາດໃຫ້ຢູ່ໃນ
ລາວໄດ້ບໍ່ເກີນ 60 ວັນ ເມື່ອຄົບກໍານົດການອະນຸຍາດດັ່ງກ່າວນັ້ນ ກໍສາມາດທີ່ຈະຕໍ່ວິຊາ
ໄດ້ເຊັ່ນດຽວກັນ ຫາກແຕ່ວ່າ ຈະບໍ່ໄດ້ຮັບການຍົກເວັ້ນຄ່າວິຊາໃນການຂໍຕໍ່ວິຊານີ້ ໂດຍຈະ
ຕ້ອງເສຍຄ່າທໍານຽມໃນອັດຕາ 1 ໂດລາຕໍ່ມື້ ຊຶ່ງຕໍ່າກວ່າ ອັດຕາປົກກະຕິ ທີ່ເກັບໃນອັດ
ຕາ 2 ໂດລາ ຕໍ່ມື້ນັ້ນເອງ.

ນອກຈາກນີ້ ນິຕິກໍາທີ່ສໍາຄັນອັນໜຶ່ງທີ່ທາງການກະຊວງການຕ່າງປະເທດຂອງລາວ ໄດ້
ດໍາເນີນການສໍາເລັດ ຮຽບຮ້ອຍແລ້ວ ແລະນາຍົກລັດຖະມົນຕີກໍໄດ້ລົງນາມຢ່າງເປັນທາງ
ການແລ້ວ ເມື່ອວັນທີ 13 ທັນວາ ທີ່ຜ່ານມາ ກໍຄືດໍາລັດວ່າດ້ວຍການດໍາລົງຊີວິດຢູ່ ສປປ
ລາວ ຢ່າງຖາວອນຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະຄົນບໍ່ມີສັນຊາດ ໂດຍໃຫ້
ມີຜົນບັງຄັບໃຊ້ນັບຈາກວັນລົງນາມດັ່ງກ່າວ ເປັນຕົ້ນໄປ.

XS
SM
MD
LG