ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ອາດຍົກເລີກ ຫຼາຍໂຄງການ ສໍາປະທານ ຂຸດຄົ້ນ ແຮ່ທາດ


ໂຄງການຂຸດຄົ້ນແຮ່ທາດ ພູເບ້ຍ ນຶ່ງໃນຫຼາຍໆໂຄງການ
ໂຄງການຂຸດຄົ້ນແຮ່ທາດ ພູເບ້ຍ ນຶ່ງໃນຫຼາຍໆໂຄງການ
ທາງ​ການ​ລາວ​ທໍາ​ການ​ກວດກາ​ບັນດາ​ໂຄງການ​ສໍາປະທານຂຸດ​
ຄົ້ນ​ແຮ່​ທາດ​ຫຼາຍ​ກວ່າ 60 ​ແຫ່ງ ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າ ​ໂດຍ​ອາດ​
ຈະ​ຕ້ອງຖືກ​ຍົກ​ເລີກ​ສໍາ​ປະທານ​ ຖ້າ​ຫາກ​ວ່າ​ ຍັງ​ບໍ່​ມີການ​ລົງທຶນ​
ທີ່​ແທ້​ຈິງ.


ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ ວ່າການ​ກະຊວງ​ພະລັງ
ງານ ​ແລະ​ບໍ່ແຮ່ ຖະ​ແຫຼ​ງຢືນຢັນ​ວ່າ ທາງ​ການ​ ລັດຖະບານ​
ລາວ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ດໍາ​ເນີນ​ມາດ​ຕະການ​ກວດກາ​ ບັນດາ​ໂຄງການ​ສໍາປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ ຈໍານວນ 67 ​ແຫ່ງ ດ້ວຍ​ກັນ ​ເນື່ອງ​ຈາກ​ເຫັນ​ວ່າ​ເປັນ​ໂຄງການ ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າເກີດ​ຂຶ້ນ ຫຼື​ບໍ່​ເປັນ​ໄປ​ຕາມ​ສັນຍາ​ສໍາ​ປະທານ ທີ່​ໄດ້ຕົກລົງ​ໄວ້​ກັບ​ທາງ​ການ ລັດຖະບານ​ລາວ.

​ໂດຍ​ສໍາລັບ​ວິທີ​ການ​ກວດກາ​ໃນ​ລະຍະ​ທີ່​ຜ່ານ​ມາ​ນີ້ ທາງ​ການ​ກະຊວງພະລັງງານ​ແລະ​ບໍ່​ແຮ່​ ກໍ​ໄດ້​ສົ່ງ​ພະນັກງານ​ໄປ​ເກັບ​ກໍາ​ຂໍ້​ມູນ​ທັງ​ໃນ​ເຂດ​ທີ່​ຕັ້ງ​ສໍາປະທານ​ ຂອງ​ແຕ່ລະ​ໂຄງ ການ​ແລະ​ການ​ກວດກາ​ໃນ​ດ້ານ​ເອກ​ກະສາ​ນສໍາຄັນ ທີ່​ສະ​ແດງ​ເຖິງ​ການ​ດໍາ​ເນີນ​ງານ​ໃນ​ດ້ານຕ່າງໆ​ຂອງ​ຜູ້​ລົງທຶນ​ໃນ​ສໍາ​ປະທານການ​ຂຸດ​ຄົ້ນ​ແຮ່​ທາດ​ດັ່ງກ່າວ ​ໂດຍ​ຖ້າ​ຫາກ​ກວດ​ພົບ​ວ່າ​ໂຄງ ການ​ໃດ​ທີ່ບໍ່​ມີ​ຄວາມ​ຄືບ​ໜ້າ ຫຼື​ບໍ່​ເປັນ​ໄປ​ຕາມ​ສັນຍາ​ທີ່​ຕົກລົງ​ກັນ​ໄວ້​ກັບ​ທາງ​ການ​ລາວ ກໍຈະ​ແຈ້ງ​ການ​ໄປ​ເຕືອນ​ຜູ້​ລົງທຶນ ​ເພື່ອ​ໃຫ້​ລົງມື​ປະຕິບັດ​ໃຫ້​ໄດ້ພາຍ​ໃນ​ລະຍະ​ເວລາທີ່​ກໍາໜົດ.

​ແຕ່​ຖ້າ​ຫາກ​ຜູ້​ລົງທຶນ​ຍັງ​ບໍ່​ປະຕິບັດ​ຕາມ​ແຈ້ງ​ການ​ເຕືອນ​ພາຍ​ໃນ​ກໍາໜົດເວລາ​ດັ່ງກ່າວ ກໍ​ຈະກ້າວ​ໄປ​ສູ່​ຂັ້ນ​ຕອນ​ຂອງ​ການ​ສຶກສາ​ອົບ​ລົມ ​ແລະ​ຖ້າ​ຫາກ​ວ່າ​ສະພາບການ​ກໍ​ຍັງ​ຄົງ​ບໍ່​ດີ​ຂຶ້ນ ກໍຈະ​ເປັນ​ມາດ​ຕະການ​ຂັ້ນ​ສຸດ​ທ້າຍ ກໍ​ຄື​ຍົກ​ເລີກ​ສໍາ​ປະທານ ດັ່ງ​ທີ່​ທ່ານ​ສຸ​ລິ​ວົງ ​ໄດ້​ໃຫ້ການຊີ້ແຈງ​ວ່າ:

ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່
ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່

“ພວກ​ຂ້າພະ​ເຈົ້າ​ໄດ້​ເຊີນ​ຄະ​ເຈົ້າທັງ​ເຊີນ​ມາ​ທັງ​ເຮັດ​ບົດ​
ບັນ​ທຶກ ​ແນ່ນອນ​ກະ​ສຶກສາ​ອົບ​ລົມປຸກລະດົມ​ຈິດ​ໃ​ຈຂອງ​
ຄະ​ເຈົ້າ ​ແລະ​ຂ້າພະ​ເຈົ້າຂໍຢືນຢັນ​ວ່າການ​ເຮັດ​ອັນ​ນີ້ບໍ່​ໄດ້​
ເຮັດ​ຕາມອາລົມ​ຈິດ ​ແລະ​ບໍ່​ໄດ້​ເຮັດ​ຕາມ​ມາດ​ຕະການ​ບໍ
ລິຫານ ຫຼື​ວ່າ​ຢາກ​ໃຊ້​ມາດ​ຕະການ​ ບໍລິຫານ​ໃສ່​ຄະ​ເຈົ້າ
ສື່ໆບໍ່​ເປັນ​ແນວ​ນັ້ນ ​ແຕ່​ແມ່ນ​ວ່າ​ຢ່າງ​ຈະ​ແຈ້ງ​ຕາມ​ມາດ​ຕະ
ການ​ທີ່​ມີ​ຂໍ້​ຜູກ​ພັນ​ສັນຍານໍາ​ກັນ.”


ທາງ​ດ້ານ​ ກະຊວງ​ແຜນການ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ
ທາງ​ການ​ລາວ​ທັງລະດັບ​ສູນກາງ ​ແລະ​ຂັ້ນ​ທ້ອງ​ຖິ່ນ​ໄດ້​ອະນຸ
ຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​ບໍລິສັດ​ເອກ​ກະຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ​ໂດຍ​ຄິດ​ເປັນ​ພື້ນ​ທີ່​ຂຸດ​ຄົ້ນ​ລວມ ກວ້າງກວ່າ 36,300 ກິ​ໂລ​ແມັດ​ມົນທົນ​ໃນ​ທົ່ວ​ປະ​ເທດ ​ແລະ​ມີ​ມູນຄ່າ​ການ​ລົງທຶນ​ລວມ ກັນ​ເຖິງ 5,900 ລ້ານ​ໂດ​ລ່າ.

ທັງ​ນີ້ ​ໂດຍ​ເຂດ​ທີ່ໄດ້​ມີ​ການ​ອະນຸຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດຫຼາຍ​ທີ່​ສຸດ ກໍ​ຄື​ເຂດ​ແຂວງ​ພາກເໜືອ ທີ່​ມີ​ຈໍານວນ​ເຖິງ 249 ​ໂຄງການ ທີ່​ກວມ​ເອົາ​ພື້ນ​ທີ່ກວ້າງ​ກວ່າ 21,442 ກິ​ໂລ​ແມັດ​ມົນທົນ ສ່ວນ​ທີ່​ເຂດ​ແຂວງ​ພາກ​ກາງ ກໍ​ໄດ້​ອະນຸຍາດ​ສໍາປະທານ​ໄປ​ທັງ​ໝົດ 167 ​ໂຄງການ ​ໂດຍ​ກວມ​ເອົາ​ພື້ນ​ທີ່​ກວ້າງ​ກວ່າ 7,580 ກິ​ໂລ​ແມັດມົນທົນ ​ແລະ​ຢູ່​ເຂດ​ພາກ​ໃຕ້​ກໍ ​ໄດ້​ອະນຸຍາດ​ສໍາ​ປະທານ​ໄປ​ແລ້ວ 54 ​ໂຄງການ ທີ່​ກວມ​ເອົາ​ພື້ນ​ທີ່​ກວ້າງ​ກວ່າ 7,297 ກິ​ໂລ​ແມັດ​ມົນທົນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ປາກົດ​ວ່າມີ​ຫຼາຍ​ໂຄງການ ທີ່​ອາດ​ຈະ​ຕ້ອງ​ຖືກ​ຍົກເລີກ ​ເພາະວ່າ​ຜູ້​ລົງທຶນ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິ​ບັດ​ໄດ້​ຕາມ​ເງື່ອນ​ໄຂ​ທີ່​ກໍາໜົດ​ໄວ້​ໃນ​ສັນຍາ​ລົງທຶນ ທັງ​ນີ້​ໂດຍ ອິງ​ຕາມ​ການ​ກວດກາ​ຂອງ​ຄະນະ​ສະ​ເພາະ​ກິດ ທີ່​ລັດຖະບານ​ບາ​ວ​ໄດ້​ຕັ້ງ​ຂຶ້ນ ​ເພື່ອ​ໃຫ້​ດໍາ ​ເນີນ​ການກວດ​ສອບ​ທັງ​ໃນ​ດ້ານ​ການ​ລົງ​ໄປ​ກວດກາ​ສະພາບ​ຕົວ​ຈິງ ​ໃນ​ປີ​ທີ່ຜ່ານ​ມານັ້ນພົບວ່າ​ມີ​ພຽງ 14 ​ໂຄງການ​ເທົ່າ​ນັ້ນ ທີ່​ຈັດ​ຕັ້ງ​ປະຕິບັດ​ໄດ້​ມາດຕະຖານ​ທີ່​ກໍາໜົດ​ໄວ້​ໃນ​ສັນຍາລົງທຶນ ສ່ວນ​ໂຄງການ​ທີ່​ເຫຼືອ​ນັ້ນ​ກໍຍັງ​ຈະ​ຕ້ອງ​ມີ​ການ​ພັດທະນາ​ປັບປຸງ​ໃຫ້​ໄດ້​ມາດຕະຖານ ຕາມ​ສັນຍາ​ລົງທຶນ​ຕໍ່​ໄປ.

ນອກຈາກ​ນີ້ ຄະນະ​ສະ​ເພາະ​ກິດ​ດັ່ງກ່າວ ກໍ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ລາວ​ພິຈາລະນາ​ເພື່ອຍົກ​ເລີກ​ສໍາ​ປະທານ​ຈໍານວນ 8 ​ໂຄງການ​ແລະ​ຜູ້​ລົງທຶນ​ສົ່ງ​ຄືນ​ໃຫ້​ກັບ​ລັດຖະບານ​ລາວ 3 ​ໂຄງການ ທັງ​ຍັງ​ມີ​ອີກ​ເຖິງ 88 ​ໂຄງການ​ທີ່​ອາດ​ຈະ​ຕ້ອງ​ຖືກ​ຍົກ​ເລີກ​ສໍາ​ປະທານ ​ໃນ​ລະຍະ​ຕໍ່​ໄປ ​ເພາະ​ການກວດ​ສອບ​ພົບ​ວ່າ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ແບ່ງ​ເປັນ 56 ​ໂຄງ ການ ທີ່​ມີ​ປະສິດທິພາບ​ຕໍ່າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ ສ່ວນ​ທີ່​ເຫຼືອ​ອີກ 32 ​ໂຄງ ການ​ນັ້ນ ກໍ​ມີ​ປະສິດທິພາບ​ຕໍ່າ​ຫຼາຍ.
XS
SM
MD
LG