ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 07 ຕຸລາ 2022

ທາງການລາວ ບໍ່ສາມາດດໍາເນີນການຄວບຄຸມ ແລະກໍານົດລາຄາຈໍາໜ່າຍຢາຮັກສາພະຍາດເລີຍ


ພາບຂອງໂຮງໝໍເມືອງພູນ, ເຂດພິເສດໄຊສົມບູນ.

ທາງການລາວ ບໍ່ສາມາດດໍາເນີນການຄວບຄຸມ ແລະກໍານົດລາຄາຈໍາໜ່າຍຢາຮັກສາພະຍາດເລີຍ ໂດຍດໍາເນີນການໄດ້ພຽງຂໍການຮ່ວມມືຈາກບັນດາບໍລິສັດເອກະຊົນ ບໍ່ໃຫ້ຈໍາໜ່າຍຢາໃນລາຄາທີ່ສູງເກີນໄປ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານແລະຢາ ກະຊວງສາທາລະນະສຸກ ຖະແຫຼງຍອມຮັບວ່າ ການດໍາເນີນມາດຕະການຄວບຄຸມ ແລະກໍານົດລາຄາຈໍາໜ່າຍຢາຮັກສາພະຍາດ ໃນໄລຍະທີ່ຜ່ານມາ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະວ່າຢາຮັກສາພະຍາດສ່ວນໃຫຍ່ໃນລາວ ຕ້ອງໄດ້ສັ່ງຊື້ມາຈາກຕ່າງປະເທດເປັນດ້ານຫຼັກ ແລະເຮັດໃຫ້ບັນດາບໍລິສັດທີ່ນໍາເຂົ້າຢາຈາກຕ່າງປະເທດ ຕ້ອງກໍານົດລາຄາຈໍາໜ່າຍ ຕາມຕົ້ນທຶນໂຕຈິງ ໂດຍເມື່ອສົມທົບດ້ວຍການຕົກຕໍ່າຂອງຄ່າເງິນກີບ ທຽບໃສ່ເງິນບາດແລະເງິນໂດລາສະຫະລັດດ້ວຍແລ້ວ ກໍຍິ່ງເຮັດໃຫ້ ຢາຮັກສາພະຍາດທີ່ນໍາເຂົ້າຈາກຕ່າງປະເທດນັ້ນມີລາຄາແພງຂຶ້ນອີກ ໃນຂະນະທີ່ພາກສ່ວນຮັບຜິດຊອບຂອງລັດຖະບານລາວກໍສາມາດດໍາເນີນການໄດ້ພຽງຂໍການຮ່ວມມືຈາກບໍລິສັດເອກະຊົນ ບໍ່ໃຫ້ຈໍາໜ່າຍຢາຮັກສາພະຍາດໃນລາຄາທີ່ສູງເກີນໄປເທົ່ານັ້ນ, ດັ່ງທີ່ ທ່ານບຸນຊູ ໄດ້ໃຫ້ການຢືນຢັນວ່າ:

“ໂຕຈິງແລ້ວ ພວກເຮົາມີຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຄາ ແຕ່ວ່າໄດ້ກໍານົດເປັນລັກສະນະນະໂຍບາຍລວມ, ຈະບໍ່ສາມາດກໍານົດໄດ້ວ່າ ໃຫ້ຂາຍເທົ່ານັ້ນ ເທົ່ານີ້ ອັນນີ້ມັນຫຍຸ້ງຍາກ, ໂດຍຜ່ານມາ ທາງກະຊວງອຸດສາຫະກໍາແລະການ ຄ້າກະເຄີຍເຮັດ ກະພົບກັບບັນຫາເຊັ່ນດຽວກັນ ມັນກະໄປບໍ່ລອດ, ດັ່ງນັ້ນ ເຮົາຕ້ອງເບິ່ງຄວາມເປັນຈິງຂອງສັງຄົມເປັນແນວໃດ ເພື່ອໃຫ້ຜູ້ປະກອບການຕ້ອງມີຈັນຍາບັນ ບໍ່ໃຫ້ເອົາລັດເອົາປຽບຜູ້ບໍລິໂພກ. ດັ່ງນັ້ນ ພວກເຮົາຕ້ອງໄດ້ສ້າງຄວາມເຂັ້ມແຂງດ້ວຍການຜະລິດພາຍໃນ ເພື່ອໃຫ້ພວກເຮົານີ້ຖອຍອອກຈາກການໃຊ້ຜະລິດຕະພັນຈາກຕ່າງປະເທດ.”

ສ່ວນການເຂົ້າເຖິງຫຼັກຄໍ້າປະກັນສຸຂະພາບຂອງປະຊາຊົນລາວນັ້ນ ສາມາດຈັດຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ທີ່ 51 ເປີເຊັນຂອງປະຊາກອນລາວທັງໝົດ ລວມທັງຍັງມີການປ່ອຍປະໃຫ້ມີຄລີນິກທີ່ບໍ່ໄດ້ມາດຕະຖານຈໍານວນຫຼາຍອີກດ້ວຍ ເຊິ່ງເຫັນໄດ້ຈາກ ການຈາກການຍົກ ເລີກຄລີນິກເອກະຊົນທີ່ບໍ່ໄດ້ມາດຕະຖານ 248 ແຫ່ງ, ແລະຍັງສືບຕໍ່ການກວດ ກາອີກ 802 ແຫ່ງໃນປັດຈຸບັນນີ້ ໃນຂະນະທີ່ລະບົບການບໍລິການທາງດ້ານສາທາລະນະສຸກຂອງລັດ ບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໂຕຈິງຂອງປະຊາຊົນລາວໄດ້ຢ່າງທົ່ວເຖິງໂດຍມີສາເຫດມາຈາກການຂາດແຄນດ້ານງົບປະ ມານ ອັນໄດ້ເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນດ້ານການແພດທີ່ມີຈິດສໍານຶກໃຫ້ບໍລິການປະຊາຊົນທີ່ຢູ່ຊົນນະບົດອີກດ້ວຍ.

ໃນປັດຈຸບັນ, ທົ່ວປະເທດລາວມີໂຮງໝໍແຂວງ 17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ ແລະມີສຸກສາລາໃນຊົນນະບົດ 1,020 ແຫ່ງ, ສ່ວນເຂດນະຄອນຫຼວງວຽງຈັນມີໂຮງໝໍຂອງລັດ 4 ແຫ່ງຄື ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍໝໍມະໂຫສົດ, ໄຮງໝໍເສດຖາທິລາດ, ແລະໂຮງໝໍ 103, ນອກຈາກນັ້ນ ກໍມີ
ຄລີນິກຂອງເອກະຊົນ 1,050 ແຫ່ງ, ໂຮງໝໍເອກະຊົນ 27 ແຫ່ງ, ໃນນີ້ 18 ແຫ່ງແມ່ນຢູ່ໃນນະຄອນຫຼວງວຽງຈັນ ແລະ 9 ແຫ່ງຢູ່ຕ່າງແຂວງ. ສ່ວນເປົ້າ ໝາຍຈະຂະຫຍາຍການບໍລິການສາທາລະນະສຸກດ້ວຍການກໍ່ສ້າງສຸກສາລາໃຫ້ໄດ້ 1,000 ກວ່າແຫ່ງທີ່ມີແພດ-ໝໍ ພະຍາບານ ແລະການປະດຸງຄັນປະຈໍາການຢູ່ທຸກແຫ່ງນັ້ນ ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງນັບຕັ້ງແຕ່ປີ 2020 ເປັນ ຕົ້ນມາຈົນເຖິງປັດຈຸບັນ ເພາະການຂາດແຄນດ້ານງົບປະມານນັ້ນ ໄດ້ເຮັດໃຫ້ລັດຖະບານລາວ ຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດ ເປັນດ້ານຫຼັກ ໂດຍໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຂໍການຊ່ວຍເຫຼືອຈາກຕ່າງປະເທດບໍ່ນ້ອຍກວ່າ 800 ລ້ານໂດລາຕໍ່ປີ.

ທາງດ້ານເຈົ້າໜ້າທີ່ໃນອົງການສະຫະປະຊາຊາດເພື່ອການພັດທະນາຫຼື UNDP ໃນລາວ ເປີດເຜີຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງ ຄົມໃນໄລຍະ 5 ປີຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ ໃນ 6 ດ້ານ, ເຊິ່ງໃນນີ້ກໍມີເຖິງ 5 ດ້ານທີ່ກ່ຽວຂ້ອງກັບການບໍລິການດ້ານສາທາລະນະສຸກກໍຄື ເດັກອາຍຸຕໍ່າກວ່າ 5 ປີຍັງມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ, ສ່ວນເດັກທີ່ມີນໍ້າໜັກຕໍ່າກວ່າເກນ ກໍມີຢູ່ເຖິງ 27 ເປີເຊັນ ໃນຂະນະທີ່ອັດຕາການເສຍຊີວິດ ຂອງເດັກອາຍຸຕໍ່າກວ່າ 1 ປີສູງເຖິງ 45 ຕໍ່ 1,000 ຄົນ, ແລະການເສຍຊີວິດຂອງແມ່ ໃນຂະນະຖືພາ ກໍສູງເຖິງ 197 ຕໍ່ 1 ແສນຄົນ. ສ່ວນແມ່ຍິງທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະຍາບານກໍມີພຽງແຕ່ 54 ເປີເຊັນ ຂອງຈໍານວນແມ່ຍິງທີ່ເກີດລູກທັງໝົດໃນລາວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG