ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ສປປ ລາວ ຢ້ຽມຢາມ ລັດອາລັສກາ (ສະໄລດ໌)


ພະນະທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ພ້ອມຄອບຄົວ ຖ່າຍຮູບຮ່ວມກັບບັນດາສະມາຊິກປະຊາຄົມລາວ ແລະພະອາຈານວັດລາວ ທີ່ເມືອງແອງກໍຫຣີຈ, ລັດອາລັສກາ, ວັນທີ 18 ສິງຫາ 2012.
ພະນະທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ພ້ອມຄອບຄົວ ຖ່າຍຮູບຮ່ວມກັບບັນດາສະມາຊິກປະຊາຄົມລາວ ແລະພະອາຈານວັດລາວ ທີ່ເມືອງແອງກໍຫຣີຈ, ລັດອາລັສກາ, ວັນທີ 18 ສິງຫາ 2012.

ພະນະທ່ານແສງ ສຸກຂະທິວົງ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມຂອງ ສປປ ລາວ ປະຈໍາສະຫະລັດ ໄດ້ເດີນທາງໄປລັດອາລັສກາ ເມື່ອເດືອນກໍລະກົດ ຜ່ານມາ ເພື່ອຢ້ຽມຢາມຖາມຂ່າວປະຊາຄົມລາວ ຢູ່ທີ່ນັ້ນ. ດາຣາ ມີລາຍງານມາສະເໜີທ່ານ.

ເມື່ອເດືອນກໍລະກົດຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມ
ຢາມເມືອງ Anchorage ລັດອາລັສກາ ບ່ອນທີ່ຂ້າພະເຈົ້າໄຝ່
ຝັນຢາກຈະໄປເຫັນຕາເວັນຕົກດິນ ໃນເວລາທ່ຽງຄືນໃນລະດູ
ຮ້ອນ ແລະພູເຂົາທີ່ປົກຄຸມໄປດ້ວຍຫິມະ ແລະກໍໄດ້ເຫັນສົມໃຈ
ເພາະວ່າ ໃນຕອນ 11 ໂມງກາງຄືນນັ້ນ ຕາເວັນຍັງເປັນສີແດງ
ຢູ່ເໜືອປາຍໄມ້ຢູ່ເລີຍ ແລະໃນເວລາທ່ຽງຄືນນັ້ນ ກໍຍັງເຫັນທ້ອງ
ຟ້າເປັນສີມົວໆຢູ່. ແຕ່ພໍຮອດ 3 ໂມງເຊົ້າ ຫລຽວອອກໄປທາງ
ນອກຜ້າກັ້ງ ກໍເຫັນທ້ອງຟ້າເປັນສີມົວໆຄືກັນ. ຈະເວົ້າແລ້ວ ກໍ
ເທົ່າກັບເວລາ 5-6 ໂມງເຊົ້າຢູ່ວໍຊິງຕັນດີຊີ ພີ້ແຫລະ.

ສະຫລູບແລ້ວ ກໍແມ່ນວ່າເວລາທີ່ມືດສະນິດແທ້ໆນັ້ນ ເກືອບວ່າ
ຈະບໍ່ມີເລີຍໃນຊ່ວງເດືອນ 6 ເດືອນ 7 ແລະເດືອນ 8 ຍາມຮ້ອນ
ແຕ່ວ່າໃນຍາມໜາວ ຄືເດືອນ 11, 12 ແລະເດືອນ 1 ນັ້ນ ກໍຈະ
ບໍ່ເຫັນຕາເວັນຄືກັນ. ທ້ອງຟ້າແມ່ນຈະມືດມົວເກືອບຕະຫລອດ 24 ຊົ່ວໂມງ ທັງນີ້ກໍເນື່ອງ
ຈາກວ່າ ລັດອາລັສກາຕັ້ງຢູ່ຕິດກັບຂວັ້ນໂລກເໜືອ ຄົນລະຟາກຊ່ອງແຄບ Bering ກັບ ປະເທດຣັດເຊຍ ຊຶ່ງແຕ່ກ່ອນກໍແມ່ນດິນແດນຂອງຮັດເຊຍ ທີ່ຂາຍໃຫ້ສະຫະລັດ ໃນປີ
1867. ອາລັສກາໄດ້ກາຍມາເປັນລັດທີ 49 ຂອງສະຫະລັດອາເມຣິກາໃນປີ 1912 ເປັນ
ລັດທີ່ມີເນື້ອທີ່ກວ້າງໃຫຍທີ່ສຸດຂອງສະຫະລັດ ແຕ່ມີປະຊາກອນໜ້ອຍອັນດັບ 4 ແລະ
ປັດຈຸບັນນີ້ ກໍມີປະຊາກອນທັງໝົດພຽງ 7 ແສນ 2 ໝື່ນປາຍຄົນເທົ່ານັ້ນ.
ເອກອັກຄະລັດຖະທູດແສງ ສຸຂະທິວົງ, ພັນລະຍາ ທ່ານນາງສົມດີ ແລະລູກຊາຍ ແສງຟ້າ ຢ້ຽມຢາມເມືອງແອັງກໍຫຣີຈ
ເອກອັກຄະລັດຖະທູດແສງ ສຸຂະທິວົງ, ພັນລະຍາ ທ່ານນາງສົມດີ ແລະລູກຊາຍ ແສງຟ້າ ຢ້ຽມຢາມເມືອງແອັງກໍຫຣີຈ

ລັດອາລັສກາຕັ້ງຢູ່ທາງກໍ້າຕາເວັນຕົກສຽງເໜືອສຸດຂອງທະວີບ
ອາເມຣິກາ ບໍ່ຕິດກັບແຜ່ນ ດິນໃຫຍ່ສະຫະລັດ ແຕ່ມີປະເທດ
ການາດາຂັ້ນຢູ່ ນອກຈາກເນື້ອທີ່ແຄບໆ ແຄມຝັ່ງມະຫາສະມຸດ
ປາຊີຟິກ ຈາກລັດວໍຊິງຕັນ ເລາະລຽບຊາຍແດນການາດາ ຂຶ້ນ
ເໜືອໄປຈົນຮອດ ດິນອາລັສກາ. ຂີ່ເຮືອບິນຈາກນະຄອນຫລວງ
ວໍຊິງຕັນ ໄປຫາ Anchorage ເມືອງໃຫຍ່ສຸດຂອງລັດອາລັສກາ
ກໍໃຊ້ເວລາປະມານ 8-9 ຊົ່ວໂມງ ໂດຍບໍ່ຢຸດແວ່.

ຜູ້ຄົນນິຍົມກັນໄປທ່ຽວລັດອາລັສກາໃນຍາມຮ້ອນ ກໍຍ້ອນອາ
ກາດດີ ບໍ່ຮ້ອນ ມີແສງຕາເວັນເກືອບໝົດມື້ ແລະທໍາມະຊາດ
ສວຍງາມ ເຕັມໄປດ້ວບພູຜາ ປ່າໄມ້ ຕົ້ນແປກ ຫ້ວຍຮ່ອງ ທີ່ອຸດົມສົມບູນໄປດ້ວຍສັດປ່າ
ແລະສັດນໍ້າ ໂດຍສະເພາະປາ salmon ທີ່ຂຶ້ນຊື່ລືຊາ ແຊບນົວ ແລະຕຶກໄດ້ງ່າຍເພາະມີ
ຫລາຍ. ຢູ່ບາງບ່ອນໃນບາງເວລາ ຕັກຊ້ວນເອົາກໍຍັງໄດ້ ຊຶ່ງເຮັດໃຫ້ລັດອາລັສກາເປັນ
ບ່ອນທີ່ພວກມັກຕຶກປາ ນິຍົມກັນໄປທ່ຽວ.
ຊາວລາວໃນເມືອງແອງກໍຫຣີຈ ຜູກແຂນໃຫ້ທ່ານທູດແລະຄອບຄົວ
ຊາວລາວໃນເມືອງແອງກໍຫຣີຈ ຜູກແຂນໃຫ້ທ່ານທູດແລະຄອບຄົວ

ແລະນັ້ນກໍແມ່ນກິດຈະກໍາອັນນຶ່ງຂອງເອກອັກຄະລັດຖະທູດ
ຜູ້ມີອໍານາດເຕັມຂອງ ສປປ ລາວ ປະຈໍາສະຫະລັດ ການາດາ
ແລະເມັກຊິໂກ ພະນະທ່ານ ແສງ ສຸຂະທິວົງ ທີ່ໄດ້ພາຄອບຄົວ
ໄປຢ້ຽມຢາມເມືອງ ແອງກໍຫຣີຈ (Anchorage) ເປັນເວລາສັ້ນ
ພຽງ 3-4 ມື້ ແຕ່ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກປະຊາ
ຄົມລາວ ຢູ່ທີ່ນັ້ນ ທີ່ໄດ້ຈັດພິທີບາສີສູ່ຂວັນໃຫ້ພະນະທ່ານເອກ
ອັກຄະລັດຖະທູດແລະຄອບຄົວ ຢູ່ທີ່ວັດລາວເມືອງແອງກໍຫຣີຈ ໃນມື້ສຸດທ້າຍຂອງການຢ້ຽມຢາມ ພາຍໃຕ້ການນໍາພາຂອງ
ພະອາຈານ ສິດທິສັກ ຄ້າຍບຸນທົມ ເຈົ້າອາວາດວັດລາວແອງ
ກໍຫຣີຈ ໃນວັນທີ 19 ເດືອນກໍລະກົດ ຊຶ່ງເຖິງແມ່ນ ບໍ່ແມ່ນມື້ພັກການ ແຕ່ກໍມີຊາວລາວ
ຫລາຍສິບຄົນໄປຮ່ວມງານນໍາ ແລະທຸກຄົນຕ່າງກໍມີຄວາມປິຕິຍິນດີ ທີ່ພະນະທ່ານ
ເອກອັກຄະລັດຖະທູດລາວແລະຄະນະ ໄດ້ສະລະເວລາ ເດີນທາງໄປຢ້ຽມຢາມ ດັ່ງທີ່
ຜູ້ນໍາປະຊາຄົມລາວສອງທ່ານນີ້ ສະແດງຄວາມຮູ້ສຶກວ່າ:

ສ່ວນພະນະທານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ກໍໄດ້ມີຄວາມເຫັນວ່າ:

ການໄປຢ້ຽມຢາມຄົນລາວຢູ່ລັດອາລັສການີ້ແມ່ນກິດຈະວັດຢ່າງນຶ່ງ ທີ່ພະນະທ່ານແສງ ສຸຂະທິວົງ ໄດ້ກະທໍາມາ ເປັນປະຈໍາ ນັບຕັ້ງແຕ່ໄດ້ມາດໍາລົງຕໍາແໜ່ງເອກອັກຄະລັດຖະ
ທູດ ປະຈໍາສະຫະລັດ ເມື່ອ 3 ປີຜ່ານມາ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:

ພ້ອມດຽວກັນນີ້ ພະນະທ່ານແສງ ໄດ້ໃຫ້ຄວາມເຫັນກ່ຽວກັບສາຍພົວພັນລະຫວ່າງລາວ ກັບສະຫະລັດ ດີຂຶ້ນນັບມື້ ໂດຍມີການເສີມຂະຫຍາຍການຮ່ວມມືກັນອອກໄປເລື້ອຍໆ ຊຶ່ງຫລ້າສຸດກໍແລເຫັນໄດ້ ຈາກການເດີນທາງໄປຢ້ຽມຢາມປະເທດລາວ ຂອງທ່ານນາງ ຮິລເລີຣີ ຄລິນຕັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດ ເມື່ອກາງ ເດືອນກໍລະກົດນັ້ນ. ພະນະທ່ານແສງກ່າວວ່າ:


ພະນະທ່ານເອກອັກຄະລັດຖະທູດລາວ ພ້ອມຄອບຄົວ ພາກັນປູກຕົ້ນໄມ້ຢູ່ບໍລິເວນເດິ່ນວັດລາວເມືອງແອງກໍຫຣີຈ
ພະນະທ່ານເອກອັກຄະລັດຖະທູດລາວ ພ້ອມຄອບຄົວ ພາກັນປູກຕົ້ນໄມ້ຢູ່ບໍລິເວນເດິ່ນວັດລາວເມືອງແອງກໍຫຣີຈ

ຫລັງຈາກຕັກບາດ ຖວາຍເພນແກ່ພະສົງ ແລະບາສີສູ່ຂວັນແລ້ວ
ທັງແຂກແລະເຈົ້າພາບ ກໍໄດ້ຮ່ວມຮັບປະທານອາຫານທ່ຽງນໍາ
ກັນຢ່າງແຊບນົວ ທ່າມກາງບັນຍາກາດອັນອົບອຸ່ນ. ຫລັງຈາກນັ້ນ
ພະນະທ່ານແສງ ພ້ອມພັນລະຍາແລະລູກຊາຍ ກໍໄດ້ຮ່ວມກັນ
ປູກຕົ້ນໄມ້ ໄວ້ເປັນສັນຍາລັກແຫ່ງການຢ້ຽມຢາມໃນຄັ້ງນີ້ ຊຶ່ງສໍາ
ລັບຂ້າພະເຈົ້າແລ້ວ ເຖິງແມ່ນຈະເປັນໄລຍະເວລາອັນສັ້ນໆ ແຕ່
ກໍມີຫລາຍສິ່ງຫລາຍຢ່າງທີ່ປະທັບໃຈ ເປັນຕົ້ນນໍ້າໃຈອັນກວ້າງ
ຂວາງ ມີໄມຕີຈິດຂອງຄົນລາວຢູ່ທີ່ນັ້ນ ແລະການໄປເບິ່ງໄປຊົມ
glacier ຫລືແຜ່ນນໍ້າກ້ອນເທິງພູ ທີ່ຕ້ອງຂີ້ເຮືອໄປຫລາຍຊົ່ວ
ໂມງ ຈຶ່ງໄດ້ເຫັນ ແຕ່ກໍກຸ້ມຄ່າເມື່ອໄດ້ເຫັນແຜ່ນນໍ້າກ້ອນສີຟ້າ
ອາຍຸຫລາຍຮ້ອຍປີ ທີ່ໜ້າອັດສະຈັນຂອງທໍາມະຊາດອັນສວຍງາມ ຂອງລັດອາລັສກາ ທີ່ພາໃຫ້ຢາກກັບຄືນໄປຢາມອີກ ຊຶ່ງຖ້າມີໂອກາດອີກເທື່ອນຶ່ງ ກໍຄົງຈະໄປໃນລະດູໜາວ ເພື່ອໄປເບິ່ງແສງສີອັນສວຍງາມ ຍາມຄໍ່າຄືນ ຢູ່ບົນທ້ອງຟ້າຂອງລັດອາລັສກາ ທີ່ເອີ້ນ
ກັນວ່າ northern lights ຫລື aurora ນັ້ນ.

XS
SM
MD
LG