ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ


ພື້ນທີ່ກວ້າງຂວາງທົ່ວປະເທດລາວ ຖືກນ້ຳຖ້ວມເສຍຫາຍຢ່າງໜັກ ໃນຊ່ວງລະດູຝົນມໍລະສຸມ ປີ 2018 ນີ້.
ພື້ນທີ່ກວ້າງຂວາງທົ່ວປະເທດລາວ ຖືກນ້ຳຖ້ວມເສຍຫາຍຢ່າງໜັກ ໃນຊ່ວງລະດູຝົນມໍລະສຸມ ປີ 2018 ນີ້.

ຜົນຜະລິດພາກກະສິກຳ ໃນລາວ ຈະກວມເອົາບໍ່ເຖິງ 15 ເປີເຊັນຂອງຍອດຜະລິດຕະ
ພັນລວມພາຍໃນ ຫຼື GDP ຕະຫຼອດປີ 2018 ເພາະໄພນ້ຳຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້
ການຜະລິດກະສິກຳ ໄດ້ຕ່ຳກວ່າໃນປີ 2017.

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO
ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້ງ
ໃຫຍ່ ທີ່ເກີດຂຶ້ນທົ່ວປະເທດລາວ ນັບແຕ່ກາງເດືອນກໍລະກົດ 2018 ເປັນຕົ້ນມາ ໄດ້ເຮັດ
ໃຫ້ເກີດການເສຍຫາຍໄປແລ້ວ ຫຼາຍກວ່າ 1,800 ຕື້ກີບ ໂດຍພາກກະສິກຳ ຖືເປັນພາກ
ການຜະລິດທີ່ເສຍຫາຍຫຼາຍທີ່ສຸດ ຄິດເປັນມູນຄ່າເກີນກວ່າ 1,260 ຕື້ກີບ ຊຶ່ງກໍໄດ້ສົ່ງ
ຜົນກະທົບຕໍ່ແຜນການຜະລິດ ໃນດ້ານກະສິກຳປະຈຳປີ 2018 ນີ້ ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ ໂດຍລັດຖະບານລາວ ໄດ້ວາງແຜນການຊຸກຍູ້ການຜະລິດພາກກະສິກຳ ໃນປີ
2018 ໃຫ້ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 2.8 ເປີເຊັນ ທຽບໃສ່ປີ 2017 ຊຶ່ງ
ຈະເຮັດໃຫ້ຜົນຜະລິດພາກກະສິກຳ ມີສັດສ່ວນຄິດເປັນ 15.73 ເປີເຊັນ ຂອງຍອດຜະ
ລິດຕະພັນລວມພາຍໃນ (GDP) ໃນປີ 2018 ນີ້ ຫາກແຕ່ດ້ວຍຜົນກະທົບ ຈາກໄພ
ນ້ຳຖ້ວມດັ່ງກ່າວ ກໍເຮັດໃຫ້ຜົນຜະລິດກະສິກຳເສຍຫາຍໄປແລ້ວ ເກີນກວ່າ 5 ເປີເຊັນ
ຂອງເປົ້າໝາຍທີ່ວາງໄວ້ ທັງຍັງສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ
ໃນລາວອີກດ້ວຍ.

ກະສິກອນຊາວນາລາວ ກຳພາກັນປັກດຳນາປີ ຂອງພວກເຂົາເຈົ້າ
ກະສິກອນຊາວນາລາວ ກຳພາກັນປັກດຳນາປີ ຂອງພວກເຂົາເຈົ້າ

ໂດຍກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງເປົ້າໝາຍຊຸກຍູ້ການຜະລິດເຂົ້າ ເພື່ອສົ່ງອອກ
ໄປຕ່າງປະເທດໃຫ້ໄດ້ 4 ແສນໂຕນໃນປີ 2018 ນີ້ ດ້ວຍການຂະຫຍາຍເນື້ອທີ່ປູກເຂົ້າ
ໃຫ້ກວ້າງກວ່າ 1 ລ້ານເຮັກຕາ ແລະມີສະມັດຖະພາບ ສະເລ່ຍ 4.2 ໂຕນຕໍ່ເຮັກຕາ ຊຶ່ງກໍ
ຈະເຮັດໃຫ້ໄດ້ຜົນຜະລິດເຂົ້າລວມເຖິງ 4.22 ລ້ານໂຕນ ໃນທົ່ວປະເທດ ທີ່ແບ່ງເປັນຜົນ
ຜະລິດເຂົ້ານາແຊງ 475,600 ໂຕນ ເຂົ້ານາປີ 3,553,000 ໂຕນ ແລະເຂົ້າໄຮ່ 2 ແສນ
ໂຕນ ທັງນີ້ຄາດວ່າ ປະຊາຊົນລາວ ຈະຕ້ອງການບໍລິໂພກເຂົາໃນປະລິມານລວມເຖິງ
2.7 ລ້ານໂຕນ ສະໜອງໃຫ້ກັບອຸດສາຫະກຳແປຮູບ 6 ແສນໂຕນ ແລະເກັບໄວ້ໃນຄັງ
ແຮ່ສຸກເສີນ 4 ແສນໂຕນ.

ທາງດ້ານກະຊວງກະສິກຳ ແລະປ່າໄມ້ ລາຍງານວ່າ ໄພນ້ຳຖ້ວມຄັ້ງໃຫຍ່ເຮັດໃຫ້ທີ່ນາ
ເສຍຫາຍໄປຢ່າງສິ້ນເຊິງ ໃນເນື້ອທີ່ລວມ 114,434 ເຮັກຕາ ຄິດເປັນ 15 ເປີເຊັນ
ຂອງນາປີ ທີ່ປັກດຳແລ້ວກວ້າງກວ່າ 768,400 ເຮັກຕາ ໃນຂະນະທີ່ແຜນການປີ 2018
ວາງເປົ້າໝາຍການປັກດຳເຂົ້ານາປີ ໃຫ້ໄດ້ 817,800 ເຮັກຕາ ແຕ່ດ້ວຍຜົນເສັຍຫາຍ
ດັ່ງກ່າວ ກໍເຮັດໃຫ້ການປັກດຳນາປີ ໄດ້ຕ່ຳກວ່າ 80 ເປີເຊັນ ຂອງແຜນການ.

ຍິ່ງໄປກວ່ານັ້ນ ກະເສດຕະກອນລາວ ຍັງສູນເສຍສັດລ້ຽງໄປຫລາຍໝື່ນໂຕ ອີກດ້ວຍ
ໃນນີ້ແບ່ງເປັນງົວ 13,500 ໂຕ ຄວາຍ 5,871 ໂຕ ໝູ 2,778 ໂຕ ແບ້ 680 ໂຕ ສັດປີກ
34,780 ໂຕ ໜອງປາ 1,887 ໜອງ ສວນຜັກ 5,200 ກວ່າເຮັກຕາ ແລະຄອງຊົນລະ
ປະທານ 600 ແຫ່ງເສຍຫາຍໄປ ຢ່າງສິ້ນເຊິງ ຊຶ່ງຈະຕ້ອງໃຊ້ງົບປະມານຫລາຍກວ່າ
1,800 ຕື້ກີບ ເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ.

ສ່ວນທ່ານລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຖະແຫລງ
ຍອມຮັບ ວ່າ ການຜະລິດເຂົ້ານາປີ 2018 ຈະບໍ່ໄດ້ຕາມເປົ້າໝາຍ ກໍຄືຈະຜະລິດໄດ້ບໍ່
ເກີນ 3.2 ລ້ານໂຕນເທົ່ານັ້ນ ຈຶ່ງເຮັດໃຫ້ຕ້ອງຊຸກຍູ້ການປູກເຂົ້ານາແຊງໃຫ້ໄດ້ 1 ແສນ
ເຮັກຕາ ເພື່ອໃຫ້ໄດ້ຜົນຜະລິດ 475,600 ໂຕນ ຫາກແຕ່ບັນຫາກໍຄືຄອງຊົນລະປະ
ທານ ໄດ້ເສຍຫາຍໄປ 600 ກວ່າແຫ່ງ ດັ່ງທີ່ ທ່ານໄມກອງ ພອນພົມມະວົງ ຫົວໜ້າກົມ
ຊົນລະປະທານ ໃຫ້ການຢືນຢັນວ່າ:

“ຫົກຮ້ອຍໂຄງການນີ້ ກະຍັງບໍ່ຮູ້ວ່າ ມັນຈະເພຫລາຍເພໜ້ອຍ ແຕ່ວ່າ ສຳລັບພາກ
ເໜືອ ມັນຮຽບຮ້ອຍກະເພຫັ້ນແຫລະ ແລ້ວເໝືອງກະດິນມາຖົມແດ່ ມັນກະເຊາະ
ເຈື່ອນແດ່ ໄຫລໄປນຳນ້ຳແດ່ ແລ້ວທາງເໜືອກະເສຍທັງເໝືອງ ທັງຝາຍ ເສຍທັງ
ເນື້ອທີ່ ພາກກາງ ພາກໃຕ້ນີ້ເສຍໜ້ອຍ ເສຍຫຼາຍປານໃດ ກະບໍ່ທັນຮູ້ ມັນຍັງຢູ່ພື້ນ
ນ້ຳຢູ່ເດ້ ຂີ້ຕົມຍັງເຕັມຢູ່ຫັ້ນ.”

ຍິ່ງໄປກວ່ານັ້ນ ກໍຍັງຈະຕ້ອງຊຸກຍູ້ການປູກພືດລະດູແລ້ງ ໃຫ້ໄດ້ເນື້ອທີ່ເຖິງ 185,000
ເຮັກຕາດ້ວຍ ຈຶ່ງຈະຮັບປະກັນການຕອບສະໜອງສະບຽງອາຫານໄດ້ພຽງພໍກັບຄວາມ
ຕ້ອງການ ທີ່ເປັນຈິງໃນລາວ.

XS
SM
MD
LG