ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໜຸ່ມລາວ ຖືກເລືອກເຂົ້າຮ່ວມໂຄງການນັກສຳຫຼວດໄວໜຸ່ມ ຂອງອົງການ National Geographic Society


ທ້າວ ທິນາກອນ ຫຼວງດີ, ຜູ້ເຂົ້າຮ່ວມໂຄງການ National Geographic Society’s 2023 Young Explorers.
ທ້າວ ທິນາກອນ ຫຼວງດີ, ຜູ້ເຂົ້າຮ່ວມໂຄງການ National Geographic Society’s 2023 Young Explorers.

ບັນດາທ່ານຜູ້ຟັງທີ່ເຄົາລົບມື້ນີ້ພວກເຮົາມີລາຍງານພິເສດ ມາແທນລານການຊຸມ ຊົນຊາວລາວໃນທະວີບອາເມຣິ ກາ ເຊິ່ງພວກເຮົາມີລາຍງານ ຊາວໜຸ່ມລາວຄົນ ນຶ່ງ ຖືກເລືອກເຂົ້າຮ່ວມໂຄງການ ຜູ້ນຳໄວໜຸ່ມ ຂອງອົງການ National Geographic ເຊິ່ງມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ.​ ຊາວໜຸ່ມລາວດັ່ງ ກ່າວເປັນຜູ້ຖືກຄັດເລືອກນຶ່ງໃນ 15 ຄົນທົ່ວໂລກ ເພື່ອໃຫ້ເຂົ້າຮ່ວມໂຄງການ ດັ່ງກ່າວ. ເຊິ່ງວ່າລາວແມ່ນໃຜນັ້ນ, ກະລຸນາຕິດຕາມຟັງກັບ ພຸດທະສອນ ໃນອັນດັບຕໍ່ໄປ.

National Geographic Society (NGS) ແມ່ນອົງການໂລກທີ່ບໍ່ຂຶ້ນກັບລັດ ຖະບານ, ຖືກສ້າງຕັ້ງຂຶ້ນໃນປີ 1888. ຫ້ອງການເຂົາເຈົ້າແມ່ນຕັ້ງຢູ່ນະຄອນ ຫຼວງ ວໍຊິງຕັນ ຂອງ ສະຫະລັດ. ໃນແຕ່ລະປີ ເຂົາເຈົ້າສະໜອງຫຼາຍກວ່າ 15,000 ທຶນສໍາລັບວຽກງານໃນທົ່ວ 7 ທະວີບ, ເຂົ້າຫານັກສຶກສາເຖິງ 3 ລ້ານຄົນຜ່ານການຊ່ວຍເຫຼືອດ້ານການສຶກສາ, ແລະ ພົວພັນກັບຜູ້ຕິດຕາມໃນ ທົ່ວໂລກຜ່ານປະສົບການທີ່ສຳຄັນ, ການເລົ່າເລື່ອງ ແລະ ຫົວຂໍ້ຕ່າງໆ, ອີງຕາມເວັບໄຊ້ຂອງເຂົາເຈົ້າ.

ອົງການ National Geographic Society ໄດ້ຄັດເລືອກບັນດາຜູ້ນຳໄວໜຸ່ມ 15 ຄົນຈາກທົ່ວໂລກເພື່ອເຂົ້າຮ່ວມໃນໂຄງການທີ່ຊື່ວ່າ National Geographic Society’s 2023 Young Explorers. ຢູ່ໃນ 15 ຄົນນັ້ນ ແມ່ນມີຄົນນຶ່ງມາຈາກປະເທດ ລາວ, ຊື່ວ່າ ທ້າວ ທິນາກອນ ຫຼວງດີ ອາໄສຢູ່ນະຄອນຫຼວງ ວຽງຈັນ.

ໂຄງການດັ່ງກ່າວເປັນເວທີໃຫ້ແກ່ບັນດານັກສຳຫຼວດໄວໜຸ່ມທີ່ວ່ານີ້ເພື່ອພົວພັນ ແລກປ່ຽນຄວາມຄິດໃນການແກ້ໄຂບັນຫາທີ່ມີຈຸດເພັ່ງເລັງໃສ່ວິທະຍາສາດນະວັດ ຕະກຳໃໝ່, ອະນຸລັກສິ່ງແວດລ້ອມ, ການສຶກສາ, ການພົວພັນພົນລະເມືອງ, ການເລົ່າເລື່ອງ ແລະ ອື່ນໆ.

ຜູ້ນຳໄວໜຸ່ມ 15 ຄົນທີ່ວ່ານັ້ນແມ່ນມີອາຍຸແຕ່ 18 ຫາ 25 ປີ, ມາຈາກປະ ເທດ ອູການດາ, ຊົນເຜົ່າອິນເດຍແດງ ເຊໂຣກີ ຂອງ ສະຫະລັດ, ປະເທດ ແກມເບຍ, ອິນໂດເນເຊຍ, ໂຄລອມເບຍ, ຣາວານດາ, ສະຫະຣາຊະອານາຈັກ ອັງກິດ, ສິງກະໂປ, ໄນຈີເຣຍ, ຊົນເຜົ່າ ງາຕີ ໂປຣູ ຂອງປະເທດ ນິວ ຊີແລນ, ລາວ ແລະ ອາເຈັນຕີນາ.

ທ້າວ ທິນາກອນ ຫຼວງດີ, ນັກສຳຫຼວດໄວໜຸ່ມຂອງ National Geographic Society ປີ 2023.
ທ້າວ ທິນາກອນ ຫຼວງດີ, ນັກສຳຫຼວດໄວໜຸ່ມຂອງ National Geographic Society ປີ 2023.

ທ້າວ ທິນາກອນ ໄດ້ກ່າວ ກ່ຽວກັບ ຂັ້ນຕອນການເຂົ້າໂຄງການນີ້ວ່າ “ໂຕໂຄງ ການທີ່ນ້ອງສະໝັກມັນຈະພິເສດຄືນ້ອງເວົ້າເນາະ ນ້ອງບໍ່ຈໍາເປັນຕ້ອງສະເໜີ ໂປຣເຈັກເຂົ້າໄປເທື່ອ ມີແຕ່ນ້ອງບອກ ກ່ຽວກັບ ປະສົບການຂອງນ້ອງກ່ອນໜ້າ ນີ້ມັນແມ່ນຫຍັງ ແລະ ວຽກນ້ອງປັດຈຸບັນນີ້ນະ ມັນມີສ່ວນ ມັນເຂົ້າກັບໂຄງໂຕ ໃດຂອງ NGS.”

ທ້າວ ທິນາກອນ ແມ່ນນັກວິທະຍາສາດ ຄອມພິວເຕີ ເຮັດວຽກເປັນທີ່ປຶກສາ ເພື່ອສະໜັບສະໜູນອົງການອະນາໄມໂລກ, ຫ້ອງການປະຈຳສປປ ລາວ. ວຽກງານຂອງລາວແມ່ນໃຊ້ການຄົ້ນຄວ້າທີ່ອີງໃສ່ການສຳຫຼວດ ແລະ ການ ສຳພາດກັບຊາວບ້ານຈາກຫຼາຍຊົນເຜົ່າທົ່ວປະເທດ ລາວ ເພື່ອປະເມີນຄວາມມີ ປະສິດທິພາບ ສຳລັບການຮັກສາສຸຂະພາບທີ່ສຳຄັນ ແລະ ການຕອບໂຕ້ຕໍ່ ໂຄວິດ-19 ຜ່ານໂຄງການລິເລີ່ມ Trust (Connect).

ນັກສຳຫຼວດໄວໜຸ່ມທີ່ຖືກເລືອກເຂົ້າໂຄງການນີ້ຈະໄດ້ຮັບລາງວັງເພື່ອເປັນໃຫ້ດຳເນີນໂຄງການເຂົາເຈົ້າ, ເຊິ່ງມີຈຸດເພັ່ງເລັງຢູ່ 6 ຂົວເຂດໄດ້ແກ່ ມະຫາສະໝຸດ, ດິນ, ສັດປ່າ, ຄວາມສະຫຼຽວສະຫຼາດຂອງມະນຸດ, ປະຫວັດສາດມະນຸດ ແລະ ວັດທະນະທຳ.

ທ້າວ ທິນາກອນ ກ່າວ ກ່ຽວກັບ ທຶນຂອງໂຄງການນີ້ວ່າ:

“ມັນຈະເປັນອາວອດໃຫ້ເຮົາ ຫຼັງຈາກນັ້ນເຮົາກະຈະເຮັດໂປຣເຈັກ ຫຼືວ່າອາດ ຈະບໍ່ເຮັດກະໄດ້ ເຮົາສາມາດເລືອກໄດ້. ຄັນນ້ອງຢາກເຮັດກະຕ້ອງໄດ້ຕຽມຂໍ້ ສະເໜີ ລະກະສົ່ງໃຫ້ທາງທີມງານເພື່ອທົບທວນ. ມູນຄ່າໂຄງການທີ່ເຂົາເຈົ້າ ສະໜັບສະໜູນແມ່ນ 10,000 ໂດລາຕໍ່ໂຄງການ ມັນຈະເປັນເງິນລະດັບນຶ່ງ”.

ນອກຈາກຈະໄດ້ຮັບທຶນຈາກໂຄງການແລ້ວ, ບັນດານັກສຳຫຼວດໄວໜຸ່ມຍັງ ຈະໄດ້ຮັບການຊ່ວຍສ້າງສາທັກສະຄວາມສາມາດ, ການຝຶກສອນເພື່ອພັດທະນາ ໃຫ້ເປັນຜູ້ນຳ ແລະ ໂອກາດໃນການສ້າງເຄືອຂ່າຍຕ່າງໆ ເພື່ອເຊື່ອມຕໍ່ ແລະ ຮ່ວມມືກັບເພື່ອຮ່ວມໂຄງການຂອງເຂົາເຈົ້າ.

ຫຼັງຈາກແລ້ວໂຄງການນີ້ ທິນາກອນ ກອນມີຄວາມຫວັງທີ່ຈະຊັກຊວນ ແລະ ໃຫ້ຄຳແນະນຳແກ່ຊາວໜຸ່ມລາວຄົນອື່ນໆ ເພື່ອສະໝັກເຂົ້າຮ່ວມໂຄງການນີ້ ໃນອະນາຄົດ. ເຊິ່ງລາວໄດ້ກ່າວວ່າ

“ກ່ຽວກັບໂຄງການນີ້ເປັນໂຄງການນຶ່ງທີ່ດີເລີຍ ຄືວ່າມັນຊ່ວຍໃຫ້ເຮົາເຊື່ອມຕໍ່ກັບ ໄວໜຸ່ມຄົນອື່ນທີ່ວ່າຕ້ອງການຈະເຮັດໃນສິ່ງດຽວກັນ. ມັນສະເພາະເຮົາກັບຄົນ ທົ່ວໂລກເລີຍ ບໍ່ແມ່ນມີແຕ່ ອາເມກາບໍ່ ຫຼືວ່າ ຢູໂຣບ ຈັ່ງຊັ້ນ. ທຸກຄົນເຂົາເຈົ້າ ມີຄວາມຫຼົງໄຫຼຂອງໃຜຂອງມັນທີ່ແຕກຕ່າງກັນ. ແລະພວກເຮົາສາມາດຮຽກຮູ້ ຈາກສິ່ງທີ່ເຂົາເຈົ້າເຮັດກະໄດ້.”

ທິນນາກອນ ຫວັງວ່າໂຄງການນີ້ຈະພັດທະນາຄວາມຮູ້ຄວາມສາມາດຂອງລາວ ໂດຍສະເພາະທັກສະການຜູ້ນຳ ພາທີ່ລາວຈະໄດ້ຮຽນຮູ້ຈາກໂຄງການນັກສຳຫຼວດໄວໜຸ່ມນີ້. ແລະ ໂຄງການນີ້ກໍຖືກເປັນໂຄງການທີ່ສຳຄັນຫຼາຍ ເພາະວ່າອົງ ການ National Geographic ກໍເປັນນຶ່ງໃນອົງການທີ່ໃຫຍ່ທີ່ໃຫ້ຄວາມສຳຄັນ ຕໍ່ການປົກປ້ອງໂລກ.

XS
SM
MD
LG