ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນລາວ ຍັງສືບຕໍ່ຢຸດເຊົາການຮຽນ ເພີ້ມຂຶ້ນນັບມື້ ຍ້ອນບັນຫາເສດຖະກິດຕົກຕໍ່າ


ຜູ້ໃຊ້ແຮງງານໄວໜຸ່ມລາວ
ຜູ້ໃຊ້ແຮງງານໄວໜຸ່ມລາວ

ເຍົາວະຊົນລາວຍັງຄົງພາກັນຢຸດເຊົາຈາກການຮຽນເພີ້ມຂຶ້ນນັບມື້ ເພາະວ່າບັນຫາເສດຖະກິດຕົກຕໍ່າຢ່າງຮຸນແຮງ ເຮັດໃຫ້ຜູ້ປົກຄອງບໍ່ມີທຶນສະໜັບສະ ໜູນການສຶກສາ ຈຶ່ງຕ້ອງອອກມາຫາວຽກເຮັດງານທຳ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ ຈາກບາງກອກ.

ນັກທຸລະກິດລາວ ເປີດເຜີຍວ່າ ບັນຫາທີ່ໜ້າເປັນຫວ່າງຢ່າງຍິ່ງໃນປັດຈຸບັນນີ້ ກໍ່ຄືການຢຸດເຊົາການຮຽນໜັງສື ຂອງບັນດາເຍົາວະຊົນລາວທຸກລະດັບຊັ້ນທີ່ມີທ່າອ່ຽງເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກວິກິດການທາງເສດຖະກິດ ທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງຢ່າງໜັກ ແລະ ອັດຕາເງິນເຟີ້ເພີ້ມຂຶ້ນສູງທີ່ສຸດໃນອາຊຽນ ສ່ວນດັດຊະນີລາຄາການຊົມໃຊ້ກໍ່ຍັງໄດ້ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ນັບແຕ່ເດືອນກໍລະກົດ 2023 ເປັນຕົ້ນມານັ້ນ ກໍ່ໄດ້ເຮັດໃຫ້ບັນດາຜູ້ປົກຄອງຂອງນັກຮຽນ ບໍ່ມີທຶນສະໜັບສະໜູນການສຶກສາໃນລະດັບທີ່ສູງຂຶ້ນສຳລັບລູກຫຼານຂອງພວກເຂົາເຈົ້າ ໂດຍສະພາບການດັ່ງກ່າວນີ້ ໄດ້ເກີດຂຶ້ນໃນທຸກລະດັບການສຶກສາໃນລາວ ແລະ ຍັງຖືເປັນປັດໄຈທີ່ສຳຄັນທີ່ຈະສ້າງບັນຫາຂາດແຄນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ໃຫ້ແກ່ລາວເພີ້ມຂຶ້ນໃນໄລຍະຍາວອີກດ້ວຍ ໂດຍສະເພາະແມ່ນການຢຸດເຊົາການຮຽນໃນຂະແໜງການທີ່ມີຄວາມສຳຄັນ ຕໍ່ການພັດທະນາເສດຖະກິດໃນໄລຍະໃໝ່ຂອງລາວ ທີ່ຈະເຊື່ອມໂຍງກັບຕ່າງປະເທດນັ້ນ ດັ່ງທີ່ນັກທຸລະກິດລາວ ໄດ້ຢືນຢັນວ່າ:

ສະພາມະຫາວິທະຍາໄລແຫ່ງຊາດ ລາຍງານວ່າ ໃນປີ 2022-2023 ມີນັກຮຽນຂໍໂຈະການຮຽນນີ້ 89 ຄົນໃນ 11 ຄະນະ ມີນັກຮຽນປະລະການຮຽນນີ້ 550 ຄົນ ຍິງ 230 ຄົນໃນ 14 ຄະນະ ປະລະການຮຽນຫຼາຍກວ່າໝູ່ນີ້ ກໍ່ແມ່ນຄະນະວິສະວະກຳ 189 ແລະຕໍ່ມາແມ່ນຄະນະນິຕິສາດ 133 ແລ້ວມີ ນັກສຶກສາແຕ່ປີທີ 2 ຫາປີສຸດທ້າຍນີ້ ເຂົາເຈົ້າມີຄວາມຫຍຸ້ງຍາກໃນການຈ່າຍຄ່າຮຽນ ແລ້ວການສອບເສັງນັກສຶກສາມະຫາວິທະຍາໄລແຫ່ງຊາດປີ 2023-2024 ນີ້ມີແຕ່ 7,000 ກວ່າຄົນ ເກືອບວ່າຜູ້ໄດ້ໄປເສັງ ເກືອບວ່າໄດ້ໝົດ.”

ສ່ວນເຈົ້າໜ້າທີ່ໃນກະຊວງສຶກສາທິການ ແລະ ກິລາ ຍອມຮັບວ່າ ການຢຸດເຊົາການຮຽນຂອງເຍົາວະຊົນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນລະດັບມັດທະຍົມສຶກສານັ້ນ ໄດ້ມີການຢຸດເຊົາການຮຽນຫຼາຍທີ່ສຸດ ເພາະຜູ້ປົກຄອງບໍ່ມີທຶນສະໜັບສະໜູນການສຶກສາໃນລະດັບທີ່ສູງຂຶ້ນ ສຳລັບລູກຫຼານຂອງພວກເຂົາເຈົ້າ ສ່ວນໂອກາດທີ່ຈະໄດ້ຮັບທຶກນການສຶກສາຕໍ່ຈາກຕ່າງປະເທດນັ້ນ ກໍ່ມີຢ່າງຈຳກັດ ເພາະວ່າ ຫຼາຍປະເທດໄດ້ພາກັນຫຼຸດຈຳນວນທຶນການສຶກສາທີ່ໃຫ້ແກ່ລາວ ນັບແຕ່ຖືກກະທົບຈາກການລະບາດໄວຣັດໂຄວິດ-19 ເປັນຕົ້ນມາ ທັງຍັງໄດ້ຈັດການສອບເສັງດ້ວຍຕົນເອງ ເພື່ອທີ່ວ່າຈະໄດ້ຄັດເລືອກເອົານັກສຶກສາທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງ ໂດຍທາງການລາວມີໜ້າທີ່ພຽງແຕ່ໃນ​ດ້ານການປະສານຂໍ້ມູນກ່ຽວກັບນັກສຶກສາລາວເທົ່ານັ້ນ ດັ່ງເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຢືນຢັນວ່າ:

ບັນດາປະເທດສ່ວນຫຼາຍ ກໍ່ແມ່ນເພີ່ນຈະໃຫ້ສະໝັກຜ່ານ Online ແລ້ວທາງກົມກິດຈະການຂອງພວກເຮົາ ຈະນຳເອົາບັນຊີລາຍຊື່ເນາະ ເພື່ອເປັນການຢັ້ງຢືນໃຫ້ເພີ່ນວ່າມີນັກສຶກສາມີນັກຮຽນ ຫຼືວ່າເພີ່ນກໍ່ຈະຕອບໃຫ້ພວກເຮົາໄດ້ຮັບຊາບວ່າ ໄດ້ມີນັກຮຽນ-ນັກສຶກສາ-ພະນັກງານສົນໃຈໃນການສະໝັກໃນທຶນນັ້ນໆ ເທົ່າໃດ ພວກເຮົາກະມີແຕ່ດຳເນີນເອກະສານທີ່ໃຫ້ມັນຖືກຕ້ອງ ສ່ວນວ່າການຄັດເລືອກ ຫຼືວ່າການໃຫ້ທຶນແມ່ນພວກເພິ່ນເອງຜູ້ໃຫ້ທຶນເປັນຜູ້ຕັດສິນໃຈ.”

ທາງດ້ານນັກທຸລະກິດຈີນໃນລາວໄດ້ໃຫ້ການຢືນຢັນວ່າ ສາເຫດສຳຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ຍັງຕ້ອງນຳເຂົ້າແຮງງານຈາກຕ່າງປະ ເທດເປັນດ້ານຫຼັກ ກໍ່ເພາະວ່າແຮງງານລາວບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກວ່າແຮງງານລາວສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຄວາມຮູ້ຄວາມສາມາດໃນດ້ານເທັກນິກສະໄໝໃໝ່ ໃນອຸດສາຫະກຳການຜະລິດສິນຄ້າຕ່າງໆ ລວມເຖິງນັກຮຽນ-ນັກສຶກສາສ່ວນຫຼາຍໃນລາວ ລ້ວນແຕ່ມີເປົ້າໝາຍທີ່ຈະໄດ້ເຂົ້າເຮັດວຽກເປັນພະນັກງານຂອງລັດດ້ວຍນັ້ນ ຈຶ່ງຖືເປັນການພັດທະນາບຸກຄະລາກອນທີ່ບໍ່ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງການພັດທະນາທາງເສດຖະກິດ-ສັງຄົມລາວ ແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ການປະລະການຮຽນ ລະດັບປະຖົມສຶກສາ ຢູ່ໃນເຂດຊົນນະ ບົດທີ່ມີອັດຕາສະເລ່ຍສູງເຖິງ 25 ເປີເຊັນຂອງຈຳນວນນັກສຶກສາທັງໝົດນັ້ນ ກໍຖືເປັນສາເຫດສຳຄັນອີກປະການນຶ່ງທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກຢູ່ໃນສະຖານະວ່າງງານເກີນກວ່າ 40 ເປີເຊັນ ໃນປັດຈຸບັນທີ່ເປັນຍ້ອນການຂາດ ແຄນງົບປະມານຂອງລັດຖະບານລາວ ສຳລັບນຳໃຊ້ເພື່ອການພັດທະນາຝີມືແຮງງານລາວນັ້ນເອງ.

XS
SM
MD
LG