ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະນັກງານຕັດຫຍິບລາວ ຈຳນວນ 17,000 ກວ່າຄົນ ໄດ້ຮັບເງິນການຊ່ວຍເຫຼືອ ຈາກອົງການສາກົນ


ບໍລິສັດຕັດຫຍິບເຄື່ອວນຸ່ງ Anpi ຫລັກ 23.
ບໍລິສັດຕັດຫຍິບເຄື່ອວນຸ່ງ Anpi ຫລັກ 23.

ກໍາມະກອນໃນໂຮງງານຕັດຫຍິບຈໍານວນນຶ່ງໃນລາວທີ່ຖືກເລີກຈ້າງງານ ຍ້ອນໂຮງງານຖືກປິດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ຮັບເງິນອຸດໜຸນບັນເທົາທຸກຈາກສາກົນແລ້ວ, ອີງຕາມການບອກເລົ່າ ຂອງພະນັກງານບໍລິຫານ ແລະກໍາມະກອນໃນໂຮງງານຕັດຫຍິບບາງແຫ່ງ. ກິ່ງສະຫວັນ ມີລາຍລະອຽດຂອງເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຟັງລາຍງານຈາກ ສປປ ລາວ
please wait

No media source currently available

0:00 0:00:49 0:00
ລິງໂດຍກົງ

ດັ່ງວີໂອເອໄດ້ສະເໜີໄປ ໃນເດືອນກ່ອນນັ້ນ, ລາວໄດ້ຮັບການຊ່ອຍເຫຼືອຈາກອົງການ
ແຮງງານສາກົນ ຫຼືILO ແລະ ລັດຖະບານເຢຍຣະມັນ ເປັນເງິນ 1 ລ້ານ 8 ແສນໂດລາ
ເພື່ອເປັນເງິນອຸດໜຸນຊ່ວຍເຫຼືອແຮງງານລາວໃນໂຮງງານຕັດຫຍິບເສື້ອຜ້າຈຳນວນ
17,000 ກວ່າຄົນ ທີ່ໄດ້ຮັບຜົນກະທົບຈາກການລະ ບາດຂອງເຊື້ອໄວຣັສໂຄວິດ-19
ໂດຍເປັນເງິນອຸດໜຸນໄລຍະສັ້ນທີ່ເອົາໃຫ້ຄົນລະ 9 ແສນກີບນັບແຕ່ເດືອນມີນາຜ່ານ
ມານີ້, ອີງຕາມການລາຍງານຂອງອົງ ການປະກັນສັງຄົມແຫ່ງຊາດ. ໃນຈໍານວນຜູ້ທີ່
ໄດ້ຮັບເງິນອຸດໜຸນນີ້ ກໍມີກໍາມະ ກອນຈໍານວນນຶ່ງໃນໂຮງງານຕັດຫຍິບ ຊຶ່ງກໍາມະກອນ
ຄົນນຶ່ງບອກວີໂອເອວ່າ:

“ໄດ້ລະເດ ໄດ້ລະເດ ໄດ້ແຕ່ວັນທີ 24 ເດືອນ (3) 2021 ພວກປະກັນສັງຄົມເດໃຫ້ ພວກທີ່ເຮັດຢູ່ໂຮງງານ ມີປະກັນສັງຄົມລະໄດ້ໝົດທົ່ວປະເທດລາວ, ແມ່ນກະດີໃຈລະເນາະ.”

ແຕ່ແນວໃດກໍຕາມ ຢູ່ໃນລາວມີກໍາມະກອນ ທີ່ເຮັດວຽກຢູ່ໃນຂະແໜງຕັດຫຍິບຫຼາຍກວ່າ 26,000 ຄົນຈຶ່ງເຮັດໃຫ້ມີແຮງງານເຖິງ 9,000 ກວ່າຄົນທີ່ຈະບໍ່ໄດ້ຮັບເງິນອຸດໜຸນໄລຍະສັ້ນໃນຄັ້ງນີ້ ຊຶ່ງໃນນັ້ນກໍອາດມີຫລາຍເຫດຜົນ. ບາງຄົນກໍແມ່ນ ເປັນຍ້ອນວ່າໄດ້ອອກຈາກວຽກ ໃນໂຮງງານຕັດຫຍິບໄປກ່ອນການລະ ບາດຂອງພະຍາດໂຄວິດ-19 ແລ້ວ ຈຶ່ງກັບເຂົ້າມາອີກພາຍຫລັງທີ່ໂຮງງານໄດ້ເປີດຄືນໃໝ່ ເປັນປົກກະຕິ ດັ່ງໃນກໍລະນີຂອງກໍາມະກອນຊາຍຄົນນຶ່ງ ທີ່ເຮັດວຽກໃນໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ. ເມື່ອຖືກຖາມວ່າຜູ້ກ່ຽວໄດ້ຮັບເງິນອຸດໜຸນຈໍານວນ 9 ແສນກີບບໍ່ນັ້ນ ຜູ້ກ່ຽວຕອບວ່າ:

“ບໍ່ນະ ບໍ່ນະ ບໍ່ໄດ້ ບໍ່ໄດ້ຂ້ອຍອອກກ່ອນໂຄວິດປະມານ 2-3 ເດືອນ ຫາກະມາເຂົ້າໃໝ່ ບໍ່ຮອດເດືອນນີ້ນະ ອາດເປັນບັນຊີຕົກລົ່ນຕິ ບໍ່ ບໍ່ໄດ້ອີ່ຫລີ.”

ກ່ຽວກັບເລື້ອງນີ້ ຝ່າຍບໍລິຫານຂອງໂຮງງານຕິດຫຍິບແຫ່ງນຶ່ງ ໃນເຂດນິຄົມ ຫລັກ 21 ຢູ່ນະຄອນຫລວງວຽງຈັນ ກໍໃຫ້ຄໍາເຫັນວ່າ ກໍາມະກອນຫລາຍຄົນ ຄົງຈະໄດ້ຮັບເງິນຈໍານວນທີ່ວ່ານີ້ແລ້ວ ເພາະເງິນດັ່ງກ່າວບໍ່ໄດ້ເອົາໄປຜ່ານບັນ ຊີຂອງໂຮງງານແຕ່ຢ່າງໃດເລີຍ ມັນຈ່າຍຈາກອົງການປະກັນສັງຄົມແຫ່ງຊາດໄປໃຫ້ກໍາມະກອນຜູ້ມີສິດເໝາະສົມໄດ້ຮັບນັ້ນໂດຍກົງເລີຍ, ຊຶ່ງທ່ານອະທິບາຍສູ່ຟັງດັ່ງນີ້:


“ຊ່ວງໂຄວິດນີ້ ໄດ້ເງິນຂອງເຢຍຣະມັນຫັ້ນ, ເກົ້າແສນຫັ້ນ ບໍ່ແມ່ນເຂົ້າມື້ນີ້ ມື້ອື່ນ ເຂົ້າມື້ນີ້ຕິ ແມ່ນເຂົາແຈ້ງວ່າຊິໂອນເຂົ້າມື້ນີ້ ບາງຄົນກະໄດ້ລະຕິ, ມັນບໍ່ຂຶ້ນກັບພວກເຮົາ ຂຶ້ນກັບແຮງງານ ສະຫວັດດີການສັງຄົມ ແຕ່ວ່າເຮົາຢັ້ງຢືນໃຫ້ ແຕ່ວ່າຜູ້ໃດມາເຮັດວຽກນໍາເຮົາ ແລ້ວເຮົາກະເຮັດຢັ້ງຢືນໃຫ້ ຜູ້ໃດເຮັວຽກນໍາເຮົາ ກະຢັ້ງຢືນໃຫ້. ຢູ່ນໍາເຮົາເດືອນນຶ່ງ ເຮົາກະຢັ້ງຢືນໃຫ້ ແຕ່ວ່າການຕັດສິນໃຈບໍ່ແມ່ນພວກເຮົາ ແຕ່ວ່າຝ່າຍຕັດສິນແມ່ນຝ່າຍປະກັນໄພສັງ ຄົມພຸ້ນ. ເຮົາມີແຕ່ຢັ້ງຢືນຊື່ຊື່ວ່າເປັນສະມາຊິກຂ້ອຍ ໄດ້ເງິນແລ້ວເຂົາຊິໄປໃສເລື້ອງຂອງເຂົາ ສໍາລັບໂຮງງານຕັດຫຍິບເພີ່ນກະໃຫ້.”

ສ່ວນທາງເຈົ້າໜ້າທີ່ຂັ້ນສູງໃນອົງການກໍາມະບານລາວນັ້ນ ກໍໄດ້ໃຫ້ຄວາມ ກະຈ່າງແຈ້ງເພີ້ມເຕີມກ່ຽວກັບກໍລະນີຜູ້ໄດ້ຮັບແລະບໍ່ໄດ້ເງິນຊ່ວຍເຫລືອ 9 ແສນກີບນີ້ ຊຶ່ງທ່ານອະທິບາຍວ່າ:

“ຜູ້ທີ່ເປັນສະມາຊິກປະກັນສັງຄົມໃນຂອບເຂດຕັດຫຍິບ ສະເພາະໂຮງງານຕັດ ຫຍິບ ຊ່ວງກະທົບໂຄວິດໄລຍະສັ້ນ ເຂົາສະໜອງໃຫ້ສະເພາະໂຮງງານຕັດ ຫຍິບ ຊ່ວງໂຄວິດ, ໄດ້ແທ້ ຕາມເງື່ອນໄຂ ຖ້າເປັນສະມາຊິກປະກັນສັງຄົມເທື່ອດຽວກະໄດ້ໂລດນະ ໃນຊ່ວງນີ້ ມັນມີເງື່ອນໄຂຂອງເຂົາເດະ. ຊ່ວງນັ້ນ ຊ່ວງໂຄວິດ ແມ່ນໄດ້ໂລດ ແຕ່ວ່າພວກທີ່ບໍ່ໄດ້ນີ້ ແມ່ນພວກທີ່ເຂົ້າມານໍາຫລັງ ຫລືພວກຕັດຫຍິບບໍ່ໄດ້ລາຍງານໄປກະມີ ຊ່ວງເຂົ້າກ່ອນ ຫລື ຫລັງມັນຫລາຍເງື່ອນໄຂໃດ ແຕ່ມັນເປັນຊ່ວງເຂົ້າກ່ອນ ຫລືອອກກ່ອນ ຖ້າບໍ່ມີຊື່ເປັນສະມາຊິກ ກໍແມ່ນໄດ້ເງິນ.”

ໃນເດືອນແລ້ວນີ້ ທ່ານນາງ ແກ້ວ ຈັນທະວີໄຊ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດນັ້ນເວົ້າວ່າ ນັບແຕ່ເດືອນກໍລະກົດປີ 2020 ຫາທ້າຍເດືອນກຸມພາປີ 2021, ອົງການປະກັນສັງຄົມແຫ່ງຊາດ ໄດ້ຮັບຄຳຮ້ອງຈາກ 379 ຫົວໜ່ວຍແຮງງານເພື່ອຂໍເງິນອຸດໜູນຊ່ວຍເຫລືອໃຫ້ແຮງງານ 26,269 ຄົນ ທີ່ຖືກເລີກຈ້າງ ໂດຍບັນດາຫົວໜ່ວຍທຸລະກິດເອກະຊົນ ທີ່ໄດ້ຮັບຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19 ຊຶ່ງໃນນີ້ປາກົດວ່າ ມີຄໍາຮ້ອງທຸກຈາກ 362 ຫົວ ໜ່ວຍແຮງງານ ແລະມີແຮງງານ 25,453 ຄົນເທົ່ານັ້ນທີ່ມີເງື່ອນໄຂຈະໄດ້ຮັບການອຸດໜູນການຫວ່າງງານ, ອີງຕາມການລາຍງານຂອງທ່ານ ຊົງລິດ ໂພນເງິນ, ນັກຂ່າວຂອງວີໂອເອ ປະຈໍາບາງກອກ.

ສະຫລຸບແລ້ວ ກໍມີກໍາມະກອນລາວ ຈໍານວນນຶ່ງ ໄດ້ເງິນອຸດໜຸນຊ່ວຍເຫລືອ ຈາກສາກົນເພື່ອບັນເທົາທຸກໃຫ້ກໍາມະກອນໃນຂະແໜງການຕັດຫຍິບໃນລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ນັ້ນແລ້ວ ໃນ ຂະນະທີ່ຈໍານວນນຶ່ງ ທີ່ອອກຈາກວຽກງານ ໃນຂະແໜງດັ່ງກ່າວ ກ່ອນການ ລະບາດຂອງພະຍາດນີ້ ແລະຫາກໍ່ກັບເຂົ້າມາໃໝ່ ແມ່ນບໍ່ໄດ້ຮັບ ໂດຍບໍ່ກ່ຽວ ຂ້ອງວ່າ ຈະຖືກຫລືບໍ່ຖືກຜົນກະທົບ ຈາກການລະບາດຂອງພະຍາດນີ້ກໍຕາມ.

XS
SM
MD
LG