ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວ ຈະຖອນໃບອະນຸຍາດ ຖ້າຫາກພົບວ່າ ມີການຂຶ້ນລາຄາສິນຄ້າ ລະຫວ່າງການລະບາດຂອງໂຄວິດ-19


ຕຳຫຼວດກຳລັງກວດເບິ່ງລາຄາສີນຄ້າ ຢູ່ໃນທ້ອງຕະຫລາດລາວ.
ຕຳຫຼວດກຳລັງກວດເບິ່ງລາຄາສີນຄ້າ ຢູ່ໃນທ້ອງຕະຫລາດລາວ.

ທາງການລາວຈະຖອນໃບອະນຸຍາດຂອງບັນດາໜ່ວຍທຸລະກິດການຄ້າ ທີ່ໄດ້ສວຍໂອ
ກາດຂຶ້ນລາຄາສິນຄ້າແລະບໍລິການ ທ່າມກາງສະພາບການທີ່ເກີດການລະບາດພະຍາດ
ໄວຣັສໂຄວິດ-19 ຢູ່ໃນລາວ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງ ກອກ.

ທ່ານພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າ ບັນດາຫົວໜ່ວຍ
ທຸລະກິດການຄ້າ ແລະບໍລິການຈະຖືກຖອນໃບອະນຸຍາດທັນທີ ໂດຍບໍ່ມີ ການຕັກເຕືອນ
ຖ້າຫາກຖືກກວດກາພົບວ່າ ໄດ້ສວຍໂອກາດປັບຂຶ້ນລາຄາສິນຄ້າ ແລະບໍລິການ ໃນທ່າມ
"ກາງສະພາບການທີ່ເກີດການລະບາດຍພະຍາດໄວຣັສ ໂຄວິດ-19 ໃນປັດຈຸບັນເພາະ
ການກະທຳດັ່ງກ່າວຖືເປັນການຊໍ້າຕື່ມຄວາມຍາກລຳບາກໃຫ້ກັບປະຊາຊົນລາວທີ່ຖືກກະ
ທົບ ຈາກການລະບາດໄວຣັສໂຄວິດ-19 ສະນັ້ນຈຶ່ງເຮັດ ໃຫ້ທາງການລາວ ຕ້ອງດຳເນີນ
ມາດຕະການລົງໂທດຢ່າງເດັດຂາດ ຕໍ່ບັນດາຫົວ ໜ່ວຍທຸລະກິດທີ່ສວຍໂອກາດດັ່ງກ່າວ
ດັ່ງທີ່ທ່ານພູວົງ ຢືນຢັນວ່າ:

“ໃຫ້ອົງການປົກຄອງເມືອງສືບຕໍ່ຫ້າມບຸກຄົນ ແລະນິຕິບຸກຄົນສວຍໂອກາດກັກຕຸນ ແລະ
ຂຶ້ນລາຄາສິນຄ້າ ອຸບປະໂພກ ແລະບໍລິໂພກ ອຸບປະກອນການແພດ ແລະ ສິນຄ້າອື່ນໆທີ່
ຈຳເປັນຕໍ່ການດຳລົງຊີວິດໃຫ້ຜະແນກ ແລະຫ້ອງການອຸດສາຫະກຳ ການຄ້າເຮັດໜ້າທີ່
ຕິດຕາມກວດກາ ຮ່ວມກັບເມືອງ ບ້ານ ແລະກອງບັນຊາການ ປ້ອງກັນຄວາມສະງົບ
(ປກສ) ຖ້າພົບເຫັນການລະເມີດແມ່ນໃຫ້ປະຕິບັດມາດຕະ ການ ການຖອນໃບອະນຸຍາດ
ດຳເນີນກິດຈະການ ບໍ່ອະນຸຍາດໃຫ້ມີການສຶກສາອົບ ຮົມຕື່ມອີກ ແລະໃຫ້ດຳເນີນຕາມ
ກົດໝາຍຢ່າງເຂັ້ມງວດ.”

ທັງນີ້ ກະຊວງອຸດສາຫະກຳ ແລະການຄ້າໄດ້ຈັດຕັ້ງໜ່ວຍສະເພາະກິດເພາະກິດ ເພື່ອ
ຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດໄວຣັສໂຄວິດ-19 ຕາມຄຳ ສັ່ງຂອງນາ
ຍົກລັດຖະມົນຕີ ເລກທີ 15 ທີ່ຕ້ອງການຈະຫລຸດຜ່ອນຜົນກະທົບຕໍ່ ຊີວິດການເປັນຢູ່
ຂອງປະຊາຊົນ ທີ່ເກີດຈາກການສວຍໂອກາດປັບຂຶ້ນລາຄາສິນ ຄ້າຂອງບັນດາພໍ່ຄ້າຄົນ
ກາງ ແລະເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ມີປະສິດທິ ພາບຢ່າງແທ້ຈິງ ໜ່ວຍສະເພາະ
ກິດຊຸດນີ້ຍັງມີອຳນາດລົງໂທດພໍ່ຄ້າທີ່ສວຍໂອ ກາດດັ່ງກ່າວດ້ວຍ.

ສ່ວນທ່ານນັນຕາ ສານຸວົງ ຮອງຫົວໜ້າຜະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງ
ວຽງຈັນ ຖະແຫຼງຍອມຮັບວ່າລາຄາສິນຄ້າອຸບປະໂພກບໍລິໂພກ ໄດ້ປັບ ໂຕສູງຂຶ້ນຢ່າງຕໍ່
ເນື່ອງໂດຍພາກສ່ວນທີ່ຮັບຜິດຊອບ ບໍ່ສາມາດຈະດຳເນີນມາດຕະ ການແຊກແຊງເພື່ອ
ຄວບຄຸມລາຄາໄດ້ໃນການຈັດຕັ້ງປະຕິບັດໂຕຈິງຍ້ອນວ່າ ສິນ ຄ້າສ່ວນໃຫຍ່ນໍາເຂົ້າຈາກ
ຕ່າງປະເທດ ສ່ວນສິນຄ້າທີ່ຜະລິດຢູ່ໃນລາວ ກໍຍັງມີຕົ້ນທຶນການຜະລິດສູງ ເພາະວ່າລາວ
ຍັງຕ້ອງນຳເຂົ້າປັດໄຈການຜະລິດທີ່ສຳຄັນນຳເຂົ້າຈາກຕ່າງປະເທດເຊັ່ນນໍ້າມັນ ອາຫານ
ສັດ ແລະເຄື່ອງມືອຸບປະກອນໃນການຜະລິດສິນຄ້າຕ່າງໆນັ້ນ ໂດຍການນຳເຂົ້າສິນຄ້າດັ່ງ
ກ່າວກໍຍັງສົ່ງຜົນກະທົບເຮັດ ໃຫ້ເງິນກີບອອ່ນຄ່າລົງ ທຽບໃສ່ເງິນຕາຕ່າງປະເທດອີກດ້ວຍ
ດັ່ງທີ່ທ່ານນັນຕາ ໃຫ້ການຢືນຢັນວ່າ:

“ປະເທດລາວ ແມ່ນປະເທດນຶ່ງທີ່ນໍາເຂົ້າສິນຄ້າເປັນສ່ວນໃຫຍ່ ເຖິງວ່າຈະຜະລິດ ພາຍໃນ
ຊິ້ນສ່ວນປະກອບກໍຍັງແມ່ນນໍາເຂົ້າ ໂດຍສະເພາະນຶ່ງໃສ່ຫລັກກໍແມ່ນມາຈາກອັດຕາການ
ແລກປ່ຽນໃນປັດຈຸບັນນີ້ອັນທີສອງກະແມ່ນລາຄານໍ້າມັນເຊື້ອໄຟທີການປັບຂຶ້ນຖືວ່າໃນ 6
ເດືອນ 7 ເດືອນມານີ້ ຖືວ່າການປັບຂຶ້ນລາຄານໍ້າມັນມີເຖິງ 12 ຄັ້ງ ກະກະທົບໃສ່ປັດໃຈ
ການຂົນສົ່ງ ໂຕສຸດທ່້າຍນີ້
ກະແມ່ນຄ່າໄຟຟ້າກະເພີ້ມຂຶ້ນ ຈາກນັ້ນຈຶ່ງເຮັດໃຫ້ຕົ້ນທຶນຂອງ
ການຜະລິດສູງຂຶ້ນ."

ສ່່ວນທ່ານວໍລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ
ການຄ້າ ກໍຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ຮຽກຮ້ອງຂໍຄວາມ ຮ່ວມມືຈາກບັນດາວິ
ສາຫະກິດການຄ້າໃນທົ່ວປະເທດ ໃຫ້ປະກອບສ່ວນເຂົ້າໃນ ມາດຕະການຮັບມືກັບການລະ
ບາດໄວຣັສໂຄວິດ-19 ດ້ວຍການຊ່ວຍຮັບປະກັນ ດ້ານສະບຽງອາຫານ ແລະເຄື່ອງອຸບປະ
ໂພກບໍລິໂພກ ທີ່ຈຳເປັນໃນຊີວິດປະ ຈຳວັນສຳລັບປະຊາຊົນລາວບັນດາເຜົ່າໃນທົ່ວປະ
ເທດ ໃຫ້ໄດ້ບໍ່ຕໍ່າກວ່າ 2 ເດືອນ ໂດຍສະເພາະແມ່ນສະບຽງອາຫານ ແລະສິນຄ້າອຸບປະ
ໂພກບໍລິໂພກ ທີ່ລາວ ຜະລິດໄດ້ຍັງບໍ່ພຽງພໍກັບຄວາມຕ້ອງການພາຍໃນປະເທດນັ້ນ ຍິ່ງ
ຈະຕ້ອງ ໄດ້ຮັບການ ຮ່ວມມືຈາກວິສາຫະກິດການຄ້າຂາອອກ ຂາເຂົ້າເປັນກໍລະນີພິເສດ.

ທັງນີ້ ໂດຍລັດຖະບານລາວໄດ້ກຳນົດລາຄາຈຳໜ່າຍສິນຄ້າອຸບປະໂພກບໍລິໂພກ ທີ່ຈຳ
ເປັນໃນຫຼາຍລາຍການດ້ວຍກັນເຊັ່ນເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກໍານົດລາ ຄາຈຳໜ່າຍ
ໄວ້ທີ່ລະດັບ 9,000 ກີບ ແລະ 8,000 ກີບ ຕໍ່ກິໂລກຣາມ ເຂົ້າຈ້າວ ສະນິດພິເສດແລະທຳ
ມະດາລາຄາ 10,000 ກີບກັບ 8,000 ກີບ ຕໍ່ກິໂລກຣາມ ຊີ້ນງົວ ຄວາຍປະເພດ 1 ແລະ
2 ລາຄາ70,000 ກີບ ແລະ 65,000 ກີບຕໍ່ກິ ໂລກຣາມ ຊີ້ນໝູປະເພດ 1 ກັບ 2 ລາຄາ
40,000 ກີບ ແລະ 35,000 ກີບຕໍ່ ກິໂລກຣາມ ໄຂ່ໄກ່ເບີ 1 ແລະເບີ 2 ລາຄາແຕະລະ
35,000 ກີບ ແລະ 30,000 ກີບ ຊີ້ນໄກ່ພັນ ໄກ່ລາດ ລາຄາ 25,000 ກີບ ແລະ 50,000
ກີບ ຕໍ່ກິໂລກຣາມ ປານິນ ປາດຸກ 25,000 ກີບຕໍ່ກິໂລກຣາມ ໝີ່ໄວໆ ໝີ່ຍຳຍໍາ 45,000
ຕໍ່ແກັດເປັນຕົ້ນຫາກແຕ່ວ່າລາຄາຂາຍແທ້ນັ້ນສູງກວ່າ ລາຄາທີ່ກຳນົດດັ່ງກ່າວ.

XS
SM
MD
LG