ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຈະຫລຸດຈໍານວນ ຜູ້ໄດ້ຮັບເຄາະ ຈາກລະເບີດ ບໍ່ທັນແຕກລົງ


ປັດຈຸບັນ ລະເບີດບໍ່ທັນແຕກ ຫລື UXO ທໍາລາຍຊີວິດ ແລະຊັບສິນຂອງປະຊາຊົນລາວ ໃນອັດຕາສະເລ່ຍ 300 ຄົນຕໍ່ປີ.
ປັດຈຸບັນ ລະເບີດບໍ່ທັນແຕກ ຫລື UXO ທໍາລາຍຊີວິດ ແລະຊັບສິນຂອງປະຊາຊົນລາວ ໃນອັດຕາສະເລ່ຍ 300 ຄົນຕໍ່ປີ.
ທາງການລາວວາງເປົ້າໝາຍທີ່ຈະລົດຈໍານວນຜູ້ທີ່ໄດ້ຮັບເຄາະ
ຈາກລະເບີດບໍ່ທັນແຕກ ຫລື UXO ລົງຈາກອັດຕາສະເລ່ຍ
300 ຄົນຕໍ່ປີເປັນໜ້ອຍກວ່າ 200 ຄົນຕໍ່ປີ ພາຍໃນປີ 2015.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈໍາສໍານັກງານນາຍົກ
ລັດຖະມົນຕີ ແລະປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດ ບໍ່ທັນແຕກ UXO ທີ່ຕົກຄ້າງໃນ
ລາວ ຖະແຫຼງຢືນຢັນວ່າ ເປົ້າໝາຍສໍາຄັນປະການນຶ່ງຂອງການ
ແກ້ໄຂບັນຫາກ່ຽວກັບ UXO ໃນລາວນັບຈາກປັດຈຸບັນໄປຈົນ
ເຖິງປີ 2015 ກໍຄືການລົດຈໍານວນຜູ້ທີ່ໄດ້ຮັບເຄາະຈາກ UXO
ລົງຈາກອັດຕາ ສະເລ່ຍ 300 ຄົນຕໍ່ປີເປັນໜ້ອຍກວ່າ 200 ຄົນ
ຕໍ່ປີໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ ກໍເນື່ອງຈາກວ່ານັບແຕ່ປີ 1975 ເປັນຕົ້ນມານັ້ນ ມີປະຊາຊົນລາວຫຼາຍກວ່າ 5 ໝື່ນ ຄົນແລ້ວທີ່ໄດ້ຮັບເຄາະຈາກ UXO ແລະໃນຈໍານວນນີ້ ກໍໄດ້ເສຍຊີວິດໄປ ຫຼາຍກວ່າ 3 ໝື່ນ ຄົນ. ສ່ວນ 2 ໝື່ນກວ່າຄົນ ທີ່ລອດຊີວິດນັ້ນ ກໍຕ້ອງກາຍເປັນຄົນພິການທີ່ມີສະພາບຊີ
ວິດການເປັນຢູ່ທີ່ຍາກລໍາບາກທີ່ສຸດ. ຕໍ່ບັນຫາດັ່ງກ່າວນີ້ ຄະນະຜູ້ແທນຂອງປະຊາຊົນລາວ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບຄັ້ງທີ 9 ເມື່ອເດືອນຕຸລາ ທີ່ ຜ່ານມານີ້ ຢູນະຄອນວຽງຈັນ ກໍໄດ້ນໍາສະເໜີບັນຫາຫຍຸ້ງຍາກດັ່ງກ່າວຕໍ່ກອງປະຊຸມດ້ວຍ.
ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ຜູ້ນຶ່ງ
ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ຜູ້ນຶ່ງ

ຊຶ່ງກໍຄືການທີ່ມີປະຊາຊົນລາວຫຼາຍກວ່າ 2 ໝື່ນຄົນທີ່ໄດ້ຮັບ
ເຄາະຈາກ UXO ຈົນຕ້ອງກາຍເປັນຄົນພິການນັບແຕ່ປີ
2000 ເປັນຕົ້ນມາຈົນເຖິງທຸກມື້ນີ້ ຫາກແຕ່ ກໍມີພຽງ 158 ຄົນ
ເທົ່ານັ້ນ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລາວ ແລະ
ຕ່າງປະເທດຢ່າງພຽງພໍກັບຄວາມຕ້ອງການທີ່ເປັນຈິງ.

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ
ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນ
ຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ກໍໄດ້ຖະແຫຼງຍອມ
ຮັບກ່ອນໜ້ານີ້ວ່າ ທາງການລາວ ຈະບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດການພັດທະ ນາກ່ຽວກັບການເກັບກູ້ ລະ ເບີດ UXO ໄດ້ຕາມແຜນການທີ່ ວາງໄວ້ໃນປີ 2015 ກໍຄື ການເກັບກູ້ລະເບີດ UXO ອອກຈາກເຂດທີ່ຢູ່ອາໄສ ແລະ ທີ່ດິນທໍາກິນຂອງປະຊາຊົນ ໃຫ້ໄດ້ບໍ່ໜ້ອຍກວ່າ 20,000 ເຮັກຕ້າໃນປີລະປີ.

ທັງນີ້ກໍເນື່ອງຈາກວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈໍາ ເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 50 ລ້ານໂດລາຕໍ່ປີ ຫາກແຕ່ວ່າໃນໄລຍະທີ່ຜ່ານມານີ້ ກໍປາກົດວ່າທາງການລາວໄດ້ຮັບການ ຊ່ວຍເຫຼືອຈາກຕ່າງປະເທດເພື່ອການເກັບກູ້ລະເບີດ UXO ຄິດເປັນມູນຄ່າສະເລ່ຍ ລະ ຫວ່າງ 20-30 ລ້ານໂດລາຕໍ່ປີເທົ່ານັ້ນ.

ທ່ານພູຂຽວ ຈັນທະບູນ ຈັບມືກັບຫົວໜ້າອົງການ MAG ໃນພິທີມອບການຊ່ວຍເຫລືອ ຈາກສະຫະລັດ ໃນການເກັບກູ້ UXO
ທ່ານພູຂຽວ ຈັນທະບູນ ຈັບມືກັບຫົວໜ້າອົງການ MAG ໃນພິທີມອບການຊ່ວຍເຫລືອ ຈາກສະຫະລັດ ໃນການເກັບກູ້ UXO
ແຕ່ຢ່າງໃດກໍຕາມ ທາງການລາວກໍໄດ້ຕັ້ງຄວາມຫວັງໄວ້ວ່າ
ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ ຫາກບໍ່
ສະນັ້ນແລ້ວ ລະເບີດ UXO ກໍຍັງຄົງຕົກຄ້າງຢູ່ໃນດິນລາວຢ່າງ ຫຼວງຫຼາຍຕໍ່ໄປອີກຢ່າງຍາວນານ ດັ່ງທີ່ທ່ານພູຂຽວໄດ້ຖະແຫຼງ
ຊີ້ແຈງວ່າ:

ນັບແຕ່ພວກເຮົາໄດ້ປະຕິບັດວຽກງານເກັບກູ້ລະເບີດ
ມາເຖິງປັດຈຸບັນນີ້ ເປັນທາງການນັ້ນປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ ດ້ວຍເຫດຜົນ
ຕ່າງໆ ລະເບີດຖືກທໍາລາຍຈາກການຫາເສດເຫຼັກ
ຫຼືບັນຫາຕ່າງໆ ພວກເຮົາຄິດວ່າ ລວມໆແລ້ວປະມານ
5 ລ້ານລູກ ທີ່ວ່າຖືກແກ້ໄຂໄປແລ້ວ ແຕ່ວ່າລະເບີດລູກຫວ່ານຊື່ໆ ກະໝາຍ ຄວາມວ່າ ຍັງປະມານ 70 ລ້ານກວ່າລູກ.”


ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO) ສາ ມາດເກັບກູ້ UXO ອອກໄປຈາກພື້ນທີ່ລວມ 28,000 ກວ່າເຮັກຕ້າ ຫຼືຄິດເປັນອັດຕາສະ ເລ່ຍບໍ່ເຖິງ 1% ຂອງພື້ນທີ່ ທີມີ UXO ຕົກຄ້າງໃນລາວທັງໝົດ.

ດ້ວຍເຫດທີ່ ຈຶ່ງເຮັດໃຫ້ທາງການລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະ ເທດໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 50 ລ້ານໂດລາໃນແຕ່ລະປີ ແຕ່ໃນໄລຍະ 5 ປີທີ່ຜ່ານ
ມານີ້ ກໍປາກົດວ່າທາງການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດບໍ່ພຽງພໍກັບຄວາມ ຕ້ອງການທີ່ເປັນຈິງ.

ສ່ວນທາງການສະຫະລັດອາເມຣິການັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະເບີດ ຫລື UXO ທີ່ຕົກຄ້າງຢູ່ໃນລາວໄປແລ້ວຫຼາຍກວ່າ 50 ລ້ານໂດລາ ນັບແຕ່ປີ 1993 ເປັນ ຕົ້ນ
ມາ ແລະໃນໄລຍະ 3 ປີຕໍ່ໜ້ານີ້ ລັດຖະສະພາສະຫະລັດ ກໍຍັງໄດ້ຈັດສັນງົບປະມານສໍາລັບ
ໃຫ້ການຊ່ວຍເຫຼືອລາວ ເຂົ້າໃນການເກັບກູ້ລະເບີດ UXO ເປັນການສະເພາະ ຄິດເປັນ ມູນຄ່າສະເລ່ຍບໍ່ຕໍ່າກວ່າ 9 ລ້ານໂດລາຕໍ່ປີ ກັບທັງຍັງກໍາລັງຕຽມແຜນການ ໃຫ້ການຊ່ວຍ ເຫຼືອໄລຍະຍາວແກ່ລັດຖະບານລາວ ໃນໝໍ່ໆນີ້ອີກດ້ວຍ.
XS
SM
MD
LG