ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປປ ລາວ ມີເປົ້າໝາຍ ທີ່ຈະຕິດຕັ້ງລະບົບໂຄງຂ່າຍ ສາຍສົ່ງໄຟຟ້າແຮງສູງ ໃຫ້ໄດ້ມາດຕະຖານ ແລະມີຄຸນນະພາບລະດັບສາກົນ ພາຍໃນປີ 2025


ຮູບພາບຂອງໂຄງຂ່າຍການສົ່ງສາຍໄຟຟ້າແຮງສູງຂອງລາວ.
ຮູບພາບຂອງໂຄງຂ່າຍການສົ່ງສາຍໄຟຟ້າແຮງສູງຂອງລາວ.

ລະບົບໂຄງຂ່າຍສາຍສົ່ງໄຟຟ້າແຮງສູງຂອງລາວ ທີ່ຈະເຊື່ອມຕໍ່ກັບປະເທດສະ ມາຊິກໃນອາຊຽນ ຈະໄດ້ຮັບການພັດທະນາເພື່ອຍົກລະດັບຄຸນນະພາບໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງພາຍໃນປີ 2025. ຊົງຣິດ ໂພນເງິນ, ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ຖະແຫຼງວ່າ ເປົ້າໝາຍສໍາຄັນໃນການຈັດຕັ້ງປະຕິບັດ ແຜນການພັດທະນາ ດ້ານພະລັງງານຂອງລາວໃນຊ່ວງປີ 2021-2025 ກໍຄືການພັດທະນາເພື່ອຍົກລະດັບຄຸນນະພາບ ຂອງລະບົບໂຄງຂ່າຍສາຍສົ່ງໄຟຟ້າແຮງສູງຂອງລາວ ທີ່ຈະເຊື່ອມຕໍ່ກັບປະເທດສະມາຊິກໃນອາຊຽນດ້ວຍກັນ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ອັນຈະເປັນການຮັບປະກັນໄດ້ຢ່າງຄັກແນ່ວ່າ ຜົນຜະລິດພະລັງງານໄຟຟ້າຂອງລາວຈະສາມາດຕອບສະໜອງການຊົມໃຊ້ພາຍໃນໄດ້ຢ່າງພຽງພໍກັບຄວາມຕ້ອງການໂຕຈິງ ແລະສາມາດສົ່ງໄປຂາຍໃຫ້ຕ່າງປະເທດໄດ້ຕາມສັນຍາ ໂດຍທີ່ບໍ່ມີການຮົ່ວໄຫລຂອງກະແສໄຟຟ້າເກີດຂຶ້ນອີກດ້ວຍ, ດັ່ງທີ່ທ່ານດາວວົງໃຫ້ການຢືນຢັນວ່າ:

“ຈຸດປະສົງຂອງແຜນພັດທະນາພະລັງງານໄຟຟ້າ ປັບປຸງລະບົບພະລັງງານໃຫ້ມີຄວາມໝັ້ນຄົງ ແລະມີຄວາມພ້ອມໃນການຕອບສະໜອງໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແລະການເຊື່ອມໂຍງ ກັບຕ່າງປະເທດ, ສະນັ້ນ ທິດທາງຂອງແຜນການພັດທະນາໄຟຟ້າໃນຕໍ່ໜ້າຈໍາເປັນຕ້ອງຄັດເລືອກການພັດທະນາແຫລ່ງຜະລິດໄຟຟ້າທີ່ມີຄຸນນະພາບ, ມີຕົ້ນທຶນຕໍ່າ, ຜົນຜະລິດສູງ ແລະມີຄວາມສອດຄ່ອງກັບຕະຫລາດຄວາມຕ້ອງການໄຟຟ້າ ທັງພາຍໃນ ແລະຕ່າງ ປະເທດ, ແລະການວາງແຜນຂະຫຍາຍລະບົບສາຍສົ່ງໄຟຟ້າ ໃຫ້ສອດຄ່ອງກັບແຜນຂະຫຍາຍແຫລ່ງຜະລິດ, ແຜນຄວາມຕ້ອງການພາຍໃນ ແລະຕ່າງປະເທດ, ຮັບປະກັນລະບົບມີສະຖຽນລະພາບ, ຫລຸດຜ່ອນການສູນເສຍພະລັງງານ.”

ສ່ວນທ່ານດວງສີ ພາລາຍົກ ປະທານບໍລິຫານ ບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈໍາກັດ, ຖະແຫລງວ່າ ເປົ້າໝາຍການພັດທະນາລາວເປັນໝໍ້ໄຟຂອງອາຊຽນນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າຫາກວ່າບໍ່ມີລະບົບສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝ ເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ, ສະນັ້ນ ການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ເຊິ່ງລັດວິສາຫະກິດໄຟຟ້າລາວ (EDL) ຮ່ວມທຶນກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໃນປີ 2020, ດ້ວຍເປົ້າໝາຍທີ່ຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝເພື່ອເຊື່ອມໂຍງ ແລະຕອບສະໜອງໄຟຟ້າລາວໃນອາຊຽນໃຫ້ໄດ້ຢ່າງທົ່ວເຖິງ ດ້ວຍເງິນທຶນ ແລະເທັກນິກຈາກຈີນນັ້ນ ຈຶ່ງຖືເປັນບາດກ້າວສໍາຄັນທີ່ຈະເຮັດໃຫ້ລາວເປັນໝໍ້ໄຟຂອງອາຊຽນໄດ້ຢ່າງແທ້ຈິງ, ດັ່ງທີ່ທ່ານດວງສີ ໃຫ້ການຢືນຢັນວ່າ:

“ຄືໄລຍະຜ່ານມານີ້ ແຫລ່ງຜະລິດຂອງລາວນີ້ມັນຍັງຢາຍຢູ່ທາງພາກເໜືອ, ພາກກາງ ແລະພາກໃຕ້, ແຕ່ວ່າ ການລໍາລຽງມັນຍັງພົບຂໍ້ຫຍຸ້ງຍາກນີ້ ຍ້ອນວ່າລາວຍັງບໍ່ມີທຶນພຽງພໍທີ່ຈະໄປສ້າງສາຍສົ່ງແຫ່ງຊາດ. ສະນັ້ນ, ເພື່ອເຮັດໃຫ້ການຕອບສະໜອງໄຟຟ້າຢູ່ໃນພາກເໜືອຫາພາກໃຕ້ ພາກໃຕ້ຫາພາກກາງ ພາກໃດກໍແລ້ວແຕ່ ຫລືວ່າໄປຕ່າງປະເທດກໍແລ້ວແຕ່ ແລະເພື່ອໂຮມເອົາແງຫຼ່ງຜະລິດຕ່າງໆທີ່ມີຢູ່ໃນ ສປປ ລາວນີ້ ເອົາມານໍາໃຊ້ທາງລັດຖະບານ ຈຶ່ງໄດ້ມີນະໂຍບາຍໃຫ້ສ້າງຕັ້ງບໍລິສັດສາຍສົ່ງແຫ່ງຊາດນີ້ຂຶ້ນ ແລະມື້ໃດເຮົາສໍາເລັດໂຄງການນີ້ແລ້ວ ຄວາມສົມດຸນໃນການສະໜອງພະລັງງານໄຟຟ້າຢູ່ໃນລາວເອງ ແລະກໍຢູ່ໃນພາກພື້ນນີ້ ກໍຈະໝັ້ນທ່ຽງຂຶ້ນອີກ.”

ທັງນີ້ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ວາງແຜນການລົງທຶນໃນມູນຄ່າ 2,000 ລ້ານໂດລາ ເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງ 500 KV ໃນພາກໃຕ້ຂອງລາວ ເພື່ອເຊື່ອມຕໍ່ ແລະສົ່ງໄຟຟ້າໃຫ້ກໍາປູເຈຍ 1,700 ເມກາວັດພາຍໃນປີ 2022, ສ່ວນມາເລເຊຍ ແລະສິງກະໂປ ກໍຕົກລົງຊື້ໄຟຟ້າຈາກລາວ 300 ແລະ 100 ເມກາວັດ, ສ່ວນຫວຽດນາມ ແລະໄທ ກໍຕົກລົງຊື້ໄຟຟ້າຈາກລາວ ໃຫ້ເຖິງ 5,000 ເມກາວັດ, ແລະ 9,000 ເມກາວັດພາຍໃນປີ 2025 ຕາມລໍາດັບ.

ສ່ວນທ່ານນາງຈິຣາພອນ ສິຣິຄໍາ ໂຄສົກການໄຟຟ້າຝ່າຍຜະລິດແຫ່ງປະເທດໄທຢືນຢັນວ່າ ທາງການລາວໄດ້ຮ້ອງຂໍໃຫ້ທາງການໄທຮັບຊື້ພະລັງງານໄຟຟ້າເພີ້ມຂຶ້ນເປັນ 11,000 ເມກາວັດ, ແຕ່ວ່າ ໄທ ມີໄຟຟ້າເກີນຄວາມຕ້ອງການ 19,000 ເມກາວັດ ຈຶ່ງບໍ່ມີແຜນການນໍາເຂົ້າໄຟຟ້າໃນໄລຍະນີ້ຈົນເຖິງປີ 2028.

ໂດຍທາງການໄທຄາດວ່າ ໃນຕະຫລອດປີ 2021 ນີ້ ຈະນໍາເຂົ້າພະລັງງານໄຟ ຟ້າຈາກລາວ ໃນມູນຄ່າລວມປະມານ 58,000 ລ້ານບາດ, ແຕ່ດ້ວຍການທີ່ມີພະລັງງານໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັດດັ່ງກ່າວ ສົມທົບກັບການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ເສດຖະກິດໄທຕິດລົບເຖິງ 6.1 ເປີເຊັນໃນປີ 2020, ທັງໃນສະຖານະການໃນປັດຈຸບັນກໍຍັງບໍ່ດີຂຶ້ນ ຈຶ່ງເຮັດໃຫ້ທາງການໄທໄດ້ປັບປ່ຽນນະໂຍບາຍຈາກການເປັນຜູ້ນໍາເຂົ້າພະລັງງານ ໄປເປັນຜູ້ສົ່ງອອກພະລັງງານໃຫ້ຫລາຍຂຶ້ນ.

XS
SM
MD
LG