ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະພັນກຳມະບານລາວ ຈະຕ້ອງຈັດໃຫ້ມີ ໂຄງການຝຶກອົບຮົມ ພັດທະນາຝີມື ແຮງງານ ລາວ


ບັນດາແຮງງານລາວ ຍັງຕ້ອງການ ການຝຶກອົບຮົມ ເພື່ອພັດທະນາຝີມື ໃຫ້ໄດ້ມາດຕະຖານ ໃນລະດັບ ທີ່ສາມາດເຂົ້າສູ່ລະບົບ ການຈ້າງງານ ຂອງອາຊຽນ
ບັນດາແຮງງານລາວ ຍັງຕ້ອງການ ການຝຶກອົບຮົມ ເພື່ອພັດທະນາຝີມື ໃຫ້ໄດ້ມາດຕະຖານ ໃນລະດັບ ທີ່ສາມາດເຂົ້າສູ່ລະບົບ ການຈ້າງງານ ຂອງອາຊຽນ

ສະຫະພັນກຳມະບານລາວ ຈະຕ້ອງຈັດໃຫ້ມີໂຄງການຝຶກອົບຮົມ ເພື່ອການພັດທະນາ ຝີມືແຮງງານລາວ ໃຫ້ໄດ້ມາດຕະຖານໃນລະດັບ ທີ່ສາມາດເຂົ້າສູ່ລະບົບການຈ້າງງານ ຂອງອາຊຽນໃຫ້ໄດ້ຢ່າງແທ້ຈິງ.

ທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຖະແຫລງຢືນຢັນວ່າ ສະຫະພັນກຳມະ ບານລາວ ຕ້ອງເລັ່ງຈັດຕັ້ງປະຕິບັດແຜນການພັດທະນາ ແລະປັບປຸງລະບົບການບໍລິ ຫານງານ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ເພື່ອແນໃສ່ການຍົກລະດັບຝີມືແຮງງານລາວ ໃຫ້ໄດ້ ມາດຕະຖານ ທີ່ສາມາດເຂົ້າສູ່ລະບົບການຈ້າງງານ ລະຫວ່າງປະເທດສະມາຊິກ ໃນ ອາຊຽນດ້ວຍກັນ ໃຫ້ໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການ ຝຶກອົບຮົມ ເພື່ອການພັດທະນາຝີມືແຮງງານລາວນັ້ນ ຖືເປັນພາກສ່ວນສຳຄັນ ທີ່ຈະເຮັດ ໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຢ່າງເປັນຮູບປະທຳ ດັ່ງທີ່ ທ່ານ ໄດ້ ເນັ້ນຢ້ຳວ່າ:

“ເພື່ອສູ້ຊົນ ປະຕິບັດບັນດາຄາດໝາຍຍຸດທະສາດ ໃນການສູ້ຊົນລົບລ້າງ ຄວາມ ທຸກຍາກ ຂອງປະຊາຊົນໃຫ້ສຳເລັດໃນປີ 2020 ສູ້ຊົນພາປະເທດຊາດ ໃຫ້ຫລຸດ ພົ້ນອອກຈາກຄວາມດ້ອຍພັດທະນາ ມັນກໍແມ່ນຄວາມຮັບຜິດຊອບ ຂອງບັນດາ ສະຫາຍ ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ສະມາຊິກ ກຳມະບານ ກຳມະກອນ ແລະຜູ້ອອກແຮງງານລາວໃນທົ່ວປະເທດ ເພາະວ່າ ສະມາຊິກກຳມະບານ ພະນັກງານ ລັດຖະກອນ ກຳມະກອນ ຊາວຜູ້ອອກແຮງງານ ມີຈຳນວນຄົນຫຼວງຫຼາຍ ເປັນຜູ້ປະກອບສ່ວນໂດຍກົງ ເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມ ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ສ້າງຄວາມຮັ່ງມີ ເຂັ້ມແຂງ ໃຫ້ແກ່ປະເທດຊາດ ເປັນຜູ້ສ້າງລາຍຮັບຕົວຈິງ ໃຫ້ແກ່ຕົນເອງ ແລະປະເທດຊາດ.”

ການທີ່ແຮງງານ ລາວສ່ວນຫຼາຍ ກໍໄດ້ພາກັນເດີນທາງໄປທຳງານ ຢູ່ໃນປະເທດໄທ ກໍຍັງເຮັດໃຫ້ເກີດ ບັນຫາຂາດແຄນແຮງງານຫຼາຍຂຶ້ນ ຢູ່ໃນໂຮງງານຕັດຫຍິບ.
ການທີ່ແຮງງານ ລາວສ່ວນຫຼາຍ ກໍໄດ້ພາກັນເດີນທາງໄປທຳງານ ຢູ່ໃນປະເທດໄທ ກໍຍັງເຮັດໃຫ້ເກີດ ບັນຫາຂາດແຄນແຮງງານຫຼາຍຂຶ້ນ ຢູ່ໃນໂຮງງານຕັດຫຍິບ.

ກ່ອນໜ້ານີ້ ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບຮອງເອົາຖະແຫລງການວຽງຈັນ ວ່າດ້ວຍການຫັນການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ສົ່ງເສີມວຽງງານທີ່ມີຄຸນຄ່າ ແລະເປັນທຳໃນອາຊຽນ ຊຶ່ງ ກໍໄດ້ເປັນຜົນເຮັດໃຫ້ ຈະຕ້ອງມີການເລັ່ງຈັດຕັ້ງປະຕິບັດໂຄງການຝຶກອົບຮົມ ເພື່ອ ພັດທະນາ ແລະຍົກລະດັບຝີມືແຮງງານໃນລາວ ໃຫ້ໄດ້ມາດຕະຖານ ຂອງອາຊຽນຢ່າງ ແທ້ຈິງ.

ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານ ໃນຊ່ວງປີ 2016-2020 ນັ້ນ ລັດຖະ ບານລາວໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາຫລັກສູດ ເພື່ອສ້າງແຮງງານ ທີ່ມີຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ບັນດາບໍລິສັດ ຕ່າງຊາດ ທີ່ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະສ້າງມາດຕະຖານຝີມືແຮງງານໃໝ່ ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບຢັ້ງຢືນມາດຕະຖານ ຝີມືແຮງງານ 27 ສາຂາອາຊີບໃຫ້ກັບແຮງງານລາວ 12,500 ຄົນ ເພື່ອໃຫ້ສາມາດໄປ ທຳງານໄດ້ໃນທຸກປະເທດໃນອາຊຽນດ້ວຍກັນ.

ແຕ່ຢ່າງໃດກໍຕາມ ການທີ່ລາວຕ້ອງປະເຊີນກັບບັນຫາຂາດແຄນແຮງງານມີຝີມື ແລະບໍ່ ສາມາດຕອບສະໜອງແຮງງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໄດ້ຢ່າງພຽງພໍນັ້ນ ກໍເຮັດໃຫ້ທາງການລາວຕ້ອງອະນຸຍາດ ໃຫ້ບັນດາບໍລິສັດຕ່າງຊາດ ຈ້າງແຮງງານມີຝີມື ຈາກຕ່າງປະເທດໄດ້ຈຳນວນຫຼາຍໝື່ນຄົນ ແລະການທີ່ແຮງງານ ລາວສ່ວນຫຼາຍ ກໍໄດ້ພາກັນເດີນທາງໄປທຳງານ ຢູ່ໃນປະເທດໄທ ກໍຍັງເຮັດໃຫ້ເກີດ ບັນຫາຂາດແຄນແຮງງານຫຼາຍຂຶ້ນ ນັບມື້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ຍັງປາກົດວ່າ ມີແຮງງານຈາກຫວຽດນາມ ແລະຈີນເຂົ້າມາທຳງານ ຢ່າງ ບໍ່ຖືກຕ້ອງໃນລາວເພີ່ມຂຶ້ນນັບມື້ເຊັ່ນດຽວກັນ ຊຶ່ງກໍເຮັດໃຫ້ທາງການລາວ ຕ້ອງດຳເນີນ ການຂຶ້ນທະບຽນ ແລະອອກບັດອະນຸຍາດຊົ່ວຄາວ ໃຫ້ກັບບັນດາແຮງງານຕ່າງຊາດ ຫຼາຍກວ່າ 30,000 ຄົນ ນັບຕັ້ງແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາ.

ທາງດ້ານທ່ານສົມພຽນ ໄຊຍະເດດ ຮອງປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຍອມຮັບວ່າ ການຂາດແຄນແຮງງານມີຝີມື ໄດ້ເປັນອຸປະສັກສຳຄັນ ຕໍ່ການພັດທະນາ ອຸດສາຫະກຳ ການຜະລິດເສື້ອຜ້າສຳເລັດຮູບໃນລາວ ຊຶ່ງຈະເຫັນໄດ້ຈາກຈຳນວນ ໂຮງງານຕັດຫຍິບໄດ້ລົດຈາກ 110 ໂຮງງານໃນເດືອນກຸມພາ 2015 ລົງມາເປັນ 92 ໂຮງງານໃນປັດຈຸບັນ ໂດຍຄາດໝາຍວ່າ ບັນດາໂຮງງານຕັດຫຍິບໃນລາວຈະຕ້ອງການ ແຮງງານມີຝີມື 60,000 ກວ່າຄົນ ພາຍໃນປີ 2017.

ແຕ່ຢ່າງໃດກໍຕາມ ໃນທົ່ວປະເທດລາວ ກໍມີແຮງງານທີ່ຕອບສະໜອງໂຮງງານຕັດຫຍິບ ໄດ້ພຽງແຕ່ 31,000 ກວ່າຄົນເທົ່ານັ້ນ ທັງຍັງເຮັດໃຫ້ການສົ່ງອອກເສື້ອຜ້າ ສຳເລັດຮູບ ຂອງລາວລົດລົງຈາກຫຼາຍກວ່າ 200 ລ້ານໂດລາ ໃນປີ 2013 ມາເປັນ 186 ລ້ານໂດລາ ໃນປີ 2014 ແລະ 174 ລ້ານໂດລາ ໃນປີ 2015 ສ່ວນໃນລະຍະ 6 ເດືອນທຳອິດຂອງປີ 2016 ນີ້ ການສົ່ງອອກເສື້ອຜ້າສຳເລັດຮູບ ກໍຍັງສືບຕໍ່ລົດລົງໃນອັດຕາສະເລ່ຍ 7 ເປີເຊັນ ກວ່າ ທຽບໃສ່ລະຍະດຽວກັນໃນປີ 2015 ທີ່ຜ່ານມາ.

XS
SM
MD
LG