ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

​ລາວ​ຈະ​ສົ່ງ​ເສີມ​ການທ່ອງທ່ຽວ ທີ່ອະນຸລັກ ​​ທຳ​ມະ​ຊາດ ແລະວັດທະນາທໍາຂອງລາວ


ກິດຈະກໍາການທ່ອງທ່ຽວແບບອະນຸລັກທຳ​ມະ​ຊາດ ແລະວັດທະ
ນະທໍາຂອງລາວ ແບບນຶ່ງ
ກິດຈະກໍາການທ່ອງທ່ຽວແບບອະນຸລັກທຳ​ມະ​ຊາດ ແລະວັດທະ ນະທໍາຂອງລາວ ແບບນຶ່ງ

ລາວ​ຈະ​ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ​ເຂົ້າ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ໃນ​ດ້ານ​ຊີວະ​ນາໆ ​ພັນ ​ແລະ​ທຳ​ມະ​ຊາດ ທີ່​ເຊື່ອມ​ໂຍງ​ລະຫວ່າງ 4 ​ແຂວງ​ເປົ້າ​ໝາຍ ​ໃນ​ພາກ​ເໜືອ​ ແລະ​ພາກ​ກາງ.

ທາງ​ການ​ລາວ​ຈະ​ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ເຂົ້າ​ໃນ​ການ​ພັດທະນາ​ການ
ທ່ອງທ່ຽວ​ໃນ​ດ້ານ​ຊີວະ​ນາໆ ​ພັນ ​ແລະ​ທຳ​ມະ​ຊາດ ທີ່​ເຊື່ອມ​ໂຍງ​ລະຫວ່າງ 4 ​ແຂວງ​ເປົ້າ
​ໝາຍ​ໃນ​ພາກ​ເໜືອ​ແລະ​ພາກ​ກາງ.

ທ່ານ​ສູນ ມະນີ​ວົງ ຫົວໜ້າ​ກົມໂຄສະນາ​ການທ່ອງທ່ຽວ ໄດ້ໃຫ້ການ​ຢືນຢັນ​ວ່າ​ກະຊວງ​ຖະ
​ແຫຼ​ງຂ່າວ​ວັດ​ທະ​ທຳ​ແລະ​ທ່ອງ​ທ່ຽວ ​ໄດ້​ອະນຸມັດ​ແຜນການ​ພັດທະນາ​ການທ່ອງທ່ຽວ​ແບບ
​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ເຂດ​ແຂວງ​ເປົ້າ​ໝາຍ ກໍ​ຄື​ແຂວງ​ຫຼວງ​ນ້ຳ​ທາ, ຊຽງ​ແຂວງ, ບໍລິ​
ຄຳ​ໄຊ ​ແລະ​ຄຳ​ມ່ວນ ທີ່​ຈະ​ເຊື່ອມ​ໂຍງ​ການທ່ອງທ່ຽວ​ໃນ​ດ້ານ​ຊີວະ​ນາ​ໆພັນ ​ແລະ​ທຳ​ມະ​
ຊາດ​ເຂົ້າ​ອີກດ້ວຍ ​ເມື່ອ​ບໍ່ນານ​ມາ​ນີ້ ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ລາວ​ແລະ​
ຊາວ​ຕ່າງ​ຊາດ ​ໃຫ້​ເດີນທາງ​ເຂົ້າ​ມາ​ໃນ​ເຂດ 4 ​ແຂວງດັ່ງກ່າວ​ຫຼາຍ​ຂຶ້ນນັບ​ມື້ ອັນ​ຈະ​ເປັນ​
ປັດ​ໄຈ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ປະຊາຊົນ​ລາວ​ໃນແຂ​ວງ​ເປົ້າ​ໝາຍ​ມີ​ລາຍ​ຮັບ​ໄດ້​ສູງ​ຂຶ້ນ​ອີກ
ດ້ວຍ ດັ່ງ​ທີ່​ທ່ານ​ສູນ ​ໄດ້​ໃຫ້ການ​ເນັ້ນ​ຢ້ຳວ່າ
“ສືບ​ຕໍ່​ປັບປຸງສິ່ງ​ອຳນວຍ​ຄວາມ​ສະດວກ​ທີ່​ຕິດ​ພັນ​ກັບ​ການທ່ອງທ່ຽວ​ແບບ​ປະຊາຊົນ
​ມີ​ສ່ວນ​ຮ່ວມ​ຢູ່​ທັງ 4 ​ແຂວງ​ເປົ້າ​ໝາຍ ຄື​ແຂວງ​ຫຼວງ​ນ້ຳ​ທາ ຊຽງ​ແຂວງ ບໍລິ​ຄຳ​ໄຊ ​ແລະ​ຄຳ​ມ່ວນ ​ແລະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ​ທີ່​ລະບຸ​ໄວ້​ໃນ​ແຜນ​ພັດທະນາ
ສົ່ງ​ເສີມ​ແລ້ວ​ກະ​ຄຸ້ມ​ຄອງ​ຈຸດໝາຍ​ປາຍທາງ​ການທ່ອງທ່ຽວ​ຂອງ​ທັງ 4 ​ແຂວງ​ເນາະ ​ໂດຍສະ​ເພາະ​ແມ່ນ ​ຈະ​ກວາມ​ເອົາ​ແຂວງບໍ​ລິ​ຄຳ​ໄຊ ​ເຊື່ອມ​ຕໍ່​ໃສ່​ແຂວງ​ຄຳ​ມ່ວນ ​ໂດຍ​ຜ່ານ​ເສັ້ນທາງ​ເລກ 8 ​ໄປ​ຫາ​ໜ້າ​ເຂື່ອນ​ນ້ຳ​ເທີນ 2 ​ແລ້ວ​ກະ​ກ້ຽວ​ໄປ​ຫາ​ແຂວງ​ຄຳ​ມ່ວນ. ອັນ​ນີ້ ​ແມ່ນ​ຈະ​ມີ​ຫຼາຍ​ຈຸດທີ່​ມີ​ຄວາມ​ໂດດ​ເດັ່ນ ແລະ​ເປັນ​ຈຸດ​ແຫວະ​ພັກ​ເຊົາຊົມ​ທີ​ວທັດ ກໍ​ຄື​ຜະລິດຕະ​ພັນ​ການທ່ອງທ່ຽວ​ຂອງ​ຊາວບ້ານ​ແລະ​ອື່ນໆ.”

ທາາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງລາວ ໃນປັດຈຸບັນຍັງມີລາຍຮັບ ຕ່ຳກວ່າອັດຕາສະເລ່ຍ ໃນ
ກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນຢູ່ທີ່ອັດຕາ
ສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍ
ຮັບໃນພາກການທ່ອງທ່ຽວຂອງລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP ເທົ່ານັ້ນ.

ສ່ວນ ADB ກໍລະບຸດ້ວຍວ່າ ລັດຖະບານລາວ ຈະຕ້ອງດຳເນີນມາດຕະການຢ່າງຮອບ
ດ້ານ ເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບຄຸນນະພາບການທ່ອງທ່ຽວ ໃນທົ່ວ
ປະເທດ​ໃຫ້​ໄດ້​ມາດຕະຖານ​ສາກົນ ທັງ​ຍັງຈະ​ຕ້ອງ​ສ້າງ​ນິຕິ​ກໍາ​ໃໝ່ໆ ສໍາລັບ​ຄຸ້ມ​ຄອງ​
ທຸລະ​ກິດການທ່ອງທ່ຽວ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍຫາກບໍ່ສະນັ້ນແລ້ວ ຜົນປະໂຫຍດຈາກ
ການທ່ອງທ່ຽວໃນລາວ ກໍຈະຕົກເປັນຂອງຕ່າງຊາດ ເຊັ່ນ ນັກທຸລະກິດຈີນ ຜູ້ທີ່ເປັນເຈົ້າ
ຂອງໂຮງແຮມຮ້ານອາຫານສະຖານບັນເທີງ ແລະບໍລິສັດນຳທ່ຽວຢ່າງຄົບວົງຈອນໃນ
ລາວ.

ທັງ​ນີ້ ADB ຍັງ​ລະບຸ​ວ່າ ການພັດທະນາພາກ​ບໍລິການ ​ແລະ​ທ່ອງ​ທ່ຽວ​ໃນ​ລາວ​ຕ້ອງ​ເນັ້ນໜັກ ການພັດທະນາດ້ານບຸກຄະລາກອນ ແລະມາດຕະຖານດ້ານບໍລິການ ທີ່
ມີຄຸນນະພາບທີ່ສາມາດຕອບສະໜອງ ຕໍ່ຄວາມຕ້ອງການຂອງນັກທ່ອງທ່ຽວພາຍໃນ ແລະຈາກຕ່າງປະເທດ ໄດ້ຢ່າງແທ້ຈິງ ທັງນີ້ ລວມເຖິງການເພີ່ມຄວາມສາມາດໃນການ
ປະດິດສ້າງຜະລິດຕະພັນ ແລະລາຍການທ່ອງທ່ຽວໃໝ່ໆ ບົນພື້ນຖານດ້ານສິນລະປະ
ວັດທະນະທຳ ແລະຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນຂອງລາວເປັນສຳຄັນ

ປັດຈຸບັນ ທົ່ວປະເທດມີສະຖານທີ່ທ່ອງທ່ຽວທີ່ຖືກຄົ້ນພົບ ແລະຂຶ້ນທະບຽນແລ້ວ 2,104
ແຫ່ງ ໃນນີ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດ 1,194 ແຫ່ງ ວັດທະນະທຳ 628 ແຫ່ງ
ແລະປະຫວັດຕິສາດ 282 ແຫ່ງ ຫາກແຕ່ໃນປີ 2017 ກໍມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າມາລາວທັງໝົດ 3,868,831 ຄົນ ຊຶ່ງຫລຸດລົງເຖິງ 8.73 ເປີເຊັນ ທຽບໃສ່
ປີ 2016 ທີ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວຫຼາຍກວ່າ 4,230,000 ຄົນ
ໂດຍນັກທ່ອງທ່ຽວ ຈາກປະເທດໃນກຸ່ມອາຊຽນດ້ວຍກັນ ລົດລົງຫຼາຍທີ່ສຸດຊຶ່ງທະນາ
ຄານພັດທະນາແຫ່ງເອເຊຍ (ADB) ລະບຸວ່າ ເປັນຍ້ອນສະພາວະຄ່າຄອງຊີບໂດຍ
ລວມ ໃນອາຊຽນ ໄດ້ປັບຕົວສູງຂຶ້ນ ຈຶ່ງເຮັດໃຫ້ອຳນາດການຊື້ສິນຄ້າ ແລະບໍລິການ ຂອງພົນລະເມືອງໃນອາຊຽນ ເກີດການເຄັ່ງຕຶງຢ່າງກວ້າງຂວາງ.

ແຕ່ຢ່າງໃດກໍຕາມ ພາຍຫລັງລັດຖະບານລາວ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018
ຢ່າງເປັນທາງການ ໃນວັນທີ 28 ຕຸລາ ປີ 2017 ທີ່ຜ່ານມາ ກໍປາກົດວ່າ ມີນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງເຂົ້າມາລາວ ເຖິງ 1,041,744 ຄົນ ໃນໄລຍະບໍ່ເຖິງ 3 ເດືອນ
ທ້າຍປີ 2017 ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດ
ໃຫ້ເຂົ້າມາທ່ອງທ່ຽວໃນລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ເພື່ອເຮັດໃຫ້ພາກບໍລິການໃນ
ລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະ
ກຳ ແລະງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ ການຈັດຄາລາວານ
ລົດທ່ອງທ່ຽວແຕ່ເໜືອຮອດໃຕ້ ບຸນມະໂຫລານການສະແດງສິນລະປະ ວັດທະນະທຳ
ພື້ນເມືອງບັນດາເຜົ່າ ການແຂ່ງລົດວິບາກ ກິດຈະກຳປີນໜ້າຜາ ການຈັດງານວັນລາວ
ໃນຕ່າງປະເທດ ເຊັ່ນ ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ອັງກິດ ທີ່ທາງການລາວ ເຊື່ອວ່າຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ.

XS
SM
MD
LG