ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກທຸລະກິດ ທ່ອງທ່ຽວ ໃນລາວ ຕ້ອນຮັບ ນັກທ່ອງທ່ຽວ ຫຼາຍກວ່າ 4 ລ້ານ 3 ແສນຄົນ ໃນປີ 2015


ການທ່ອງທ່ຽວ ທາງດ້ານທຳມະຊາດ ເປັນພາກສ່ວນນຶ່ງທີ່ດຶງດູດ ຄວາມສົນໃຈ ຈາກນັກທ່ອງທ່ຽວຕ່າງຊາດ ຢ່າງຫລວງຫຼາຍ.
ການທ່ອງທ່ຽວ ທາງດ້ານທຳມະຊາດ ເປັນພາກສ່ວນນຶ່ງທີ່ດຶງດູດ ຄວາມສົນໃຈ ຈາກນັກທ່ອງທ່ຽວຕ່າງຊາດ ຢ່າງຫລວງຫຼາຍ.

ພາກທຸລະກິດການທ່ອງທ່ຽວໃນລາວ ໃຫ້ການຮັບຕ້ອນນັກທ່ອງ
ທ່ຽວຊາວຕ່າງຊາດ ຫຼາຍກວ່າ 4 ລ້ານ 3 ແສນຄົນ ແລະ ມີລາຍ
ຮັບຄິດເປັນມູນຄ່າລວມຫຼາຍກວ່າ 672 ລ້ານໂດລາ ໃນຕະຫຼອດ
ປີ 2015 ນີ້.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ
ພາກທຸລະກິດບໍລິການ ແລະການທ່ອງທ່ຽວໃນລາວ ໄດ້ໃຫ້ການຕ້ອນຮັບ ນັກທ່ອງທ່ຽວ
ຊາວຕ່າງຊາດ ຫຼາຍກວ່າ 4 ລ້ານຄົນແລ້ວ ໃນຊ່ວງ 11 ເດືອນທີ່ຜ່ານມາຂອງປີ 2015 ນີ້
ຈຶ່ງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ໃນຕະຫຼອດປີ 2015 ຈະມີນັກທ່ອງທ່ຽວ ຊາວຕ່າງ
ຊາດເດີນທາງເຂົ້າມາໃນລາວ ຫຼາຍກວ່າ 4 ລ້ານ 3 ແສນຄົນ ຢ່າງແນ່ນອນ ຊຶ່ງຈະເຮັດ
ໃຫ້ພາກທຸລະກິດບໍລິການ ແລະການທ່ອງທ່ຽວ ມີລາຍຮັບລວມຫຼາຍກວ່າ 672 ລ້ານ
ອີກດ້ວຍ.

ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະພາສົ່ງເສີມຕະຫຼາດການທ່ອງທ່ຽວ ໃນລາວ
ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະພາສົ່ງເສີມຕະຫຼາດການທ່ອງທ່ຽວ ໃນລາວ

ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະລາຍຮັບຈາກ
ການທ່ອງທ່ຽວດັ່ງກ່າວນີ້ ຖືເປັນສະພາວະທີ່ເພີ້ມຂຶ້ນ ຈາກປີ
2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ
ຕາມລຳດັບ ຊຶ່ງເປັນຜົນຈາກການພັດທະນາ ໃນຫຼາຍດ້ານ
ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຊັ່ນສະ
ຖານທີ່ພັກ ຮ້ານອາຫານການບໍລິການຂົນສົ່ງ ແລະການບໍລິ
ການນຳທ່ຽວ ດັ່ງຈະເຫັນໄດ້ຈາກການທີ່ລາວ ມີບໍລິສັດທ່ອງ
ທ່ຽວຫຼາຍກວ່າ 340 ລາຍ ແລະມີໂຮງແຮມ ບ້ານພັກ 2,400
ກວ່າແຫ່ງ ທີ່ປະກອບມີ 44,600 ກວ່າຫ້ອງນອນໃນທົ່ວປະເທດ.

ພ້ອມກັນນັ້ນ ລັດຖະບານລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການເສີມສ້າງ
ຄວາມ ຮ່ວມມື ດ້ານການທ່ອງທ່ຽວກັບປະເທດເພື່ອນບ້ານ ໂດຍຫລ້າສຸດ ລັດຖະມົນຕີ
ດ້ານທ່ອງທ່ຽວ ຂອງມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ກໍໄດ້ຕົກລົງກັນຢູ່ທີ່
ນະຄອນຫຼວງເນປິດໍ ຂອງມຽນມາ ເພື່ອເສີມຂະຫຍາຍການຮ່ວມມື ໃນດ້ານການທ່ອງ
ທ່ຽວຮອບດ້ານ ດ້ວຍການພັດທະນາ 5 ປະເທດ ໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງ
ຮັບນັກທ່ອງທ່ຽວ ທັງໃນອາຊຽນ ແລະຈາກພູມິພາກອື່ນໆ ໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ທ່ານນາງກອບການ ວັດທະນະວະຣາງກູນ ລັດຖະມົນຕີວ່າການ ທ່ອງທ່ຽວ ແລະກີລາຂອງໄທ ກໍຍອມຮັບວ່າ ແຜນການຮ່ວມມື ດ້ານການທ່ອງທ່ຽວ
ລະຫວ່າງປະເທດ ໃນກຸ່ມແມ່ນ້ຳຂອງ ດັ່ງກ່າວນີ້ ຍັງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ຢ່າງ
ແທ້ຈິງ ໂດຍສະເພາະແມ່ນການນຳໃຊ້ ລະບົບການກວດ ແລະລົງກາ Visa ຄັ້ງດຽວ
(Single Visa) ນັ້ນ ຖືເປັນບັນຫາ ທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ ໂດຍມີສາ
ເຫດມາຈາກຄວາມບໍ່ພ້ອມ ໃນປະເທດສະມາຊິກ ສ່ວນໃຫຍ່ທັງໃນດ້ານບຸຄະລາກອນ
ແລະເທັກນິກ ແຕ່ທີ່ນັບວ່າເປັນບັນຫາສຳຄັນທີ່ສຸດ ກໍຄືການທີ່ລັດຖະບານ ຂອງປະ
ເທດສະມາຊິກ ເຊັ່ນລາວນັ້ນ ຍັງໄດ້ໃຫ້ຄວາມສຳຄັນກັບດ້ານຄວາມໝັ້ນຄົງ ສູງກວ່າ
ໃນດ້ານການທ່ອງທ່ຽວ ດັ່ງທີ່ທ່ານນາງກອບການ ໄດ້ໃຫ້ການຢືນຢັນວ່າ:

“ການເຊື່ອມໂຍງ ຂອງການທ່ອງທ່ຽວ ລະຫວ່າງກັນນັ້ນ ທີ່ຍັງມີບັນຫາຢູ່ ກໍຄື
ເລື້ອງຂອງ Single Visa ໃນແງ່ຂອງຄວາມຕັ້ງໃຈ ທຸກປະເທດນີ້ ກໍບອກວ່າ
ໜ້າຈະເຮັດໄດ້ ແຕ່ໃນຄວາມເປັນຈິງແລ້ວ ໃນແງ່ຂອງການທຳງານຈິງ ກໍຍັງ
ຕິດຂັດບັນຫາເລື້ອງກ່ຽວກັບ ເລື້ອງຄວາມໝັ້ນຄົງ ດັ່ງນັ້ນແລ້ວ ຈຸດນີ້ເປັນຈຸດ
ທີ່ທາງກະຊວງເອງນັ້ນ ກຳລັງຈະເລັ່ງໂອ້ລົມວ່າ ຈະເຮັດຢ່າງໃດໃຫ້ເກີດ
Single Visa ໄດ້ຢ່າງແທ້ຈິງ.”

ທ່ານນາງກອບການ ຢືນຢັນວ່າ ໄທໄດ້ທຳການຮ່າງແຜນການຮ່ວມມື ທາງດ້ານການ
ທ່ອງທ່ຽວ ກັບປະເທດເພື່ອນບ້ານໃນລຸ່ມແມ່ນ້ຳຂອງດ້ວຍກັນສຳເລັດສົມບິນແລ້ວ ແລະ
ກໍໄດ້ນຳສະເໜີຕໍ່ລັດຖະບານ ຂອງປະເທດເພື່ອບ້ານ ໃນໂອກາດການປະຊຸມລະດັບ
ລັດຖະມົນຕີທ່ອງທ່ຽວຂອງອາຊຽນ ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນທ້າຍເດືອນມັງກອນ
2015 ຢູ່ນະຄອນຫຼວງເນປິດໍ ຂອງສະຫະພາບມຽນມາດັ່ງກ່າວ.

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວຂອງລາວ ລາຍງານວ່າ
ໃນຕະຫຼອດປີ 2014 ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວຫຼາຍກວ່າ
3 ລ້ານ 9 ແສນຄົນ ຊຶ່ງກໍເຮັດໃຫ້ພາກບໍລິການໃນລາວມີລາຍຮັບຫຼາຍກວ່າ 650 ລ້ານ
ໂດລາ ຫຼືເພີ້ມຂຶ້ນເກີນກວ່າ 10 ເປີເຊັນ ທຽບກັບປີ 2013 ແລະຖ້າຫາກວ່າ ສະພາບ
ການຍັງຄົງສາມາດຮັກສາ ລະດັບການເຕີບໂຕດັ່ງກ່າວນີ້ໄດ້ ຢ່າງຕໍ່ເນື່ອງ ຍັງເຮັດໃຫ້
ສາມາດຄາດໝາຍໄດ້ວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາໃນລາວ ເພີ້ມຂຶ້ນເປັນ
10 ລ້ານຄົນ ໃນປີ 2020 ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບເພີ້ມຂຶ້ນ
ເປັນຫຼາຍກວ່າ 1,600 ລ້ານໂດລາອີກດ້ວຍ.

ທັງນີ້ໂດຍ New York Times ໄດ້ຈັດໃຫ້ລາວເປັນ 1 ໃນ 53 ປະເທດທີ່ໜ້າທ່ອງທ່ຽວ
ທີ່ສຸດຂອງໂລກ ນັບແຕ່ປີ 2008 ເປັນຕົ້ນມາ ສ່ວນຫລວງພະບາງ ກໍໄດ້ຫລຽນຄຳ ໃນ ຖານະເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ຈາກວາລະສານ Wanderlust ຂອງອັງກິດ
ເຖິງ 6 ປີຕໍ່ກັນ ແລະສະພາການທ່ອງທ່ຽວ ແລະການຄ້າຂອງສະຫະພາບຢູໂຣບນັ້ນ ກໍ
ໄດ້ຍົກຍ້ອງໃຫ້ລາວເປັນປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກດ້ວຍເຊັ່ນກັນ.

XS
SM
MD
LG