ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍຮັບ ໃນພາກການທ່ອງທ່ຽວ ຂອງລາວ ຍັງຕ່ຳກວ່າ ກຸ່ມອາຊ່ຽນ


ການທ່ອງທ່ຽວແບບທຳມະຊາດ ເຊັ່ນຂະບວນຂີ່ຊ້າງ ເປັນກິດຈະກຳນຶ່ງ ທີ່ພວກນັກທ່ອງທ່ຽວ ນິຍົມຫຼາຍສົມຄວນ ຢູ່ໃນລາວ
ການທ່ອງທ່ຽວແບບທຳມະຊາດ ເຊັ່ນຂະບວນຂີ່ຊ້າງ ເປັນກິດຈະກຳນຶ່ງ ທີ່ພວກນັກທ່ອງທ່ຽວ ນິຍົມຫຼາຍສົມຄວນ ຢູ່ໃນລາວ

ລາຍຮັບໃນພາກການທ່ອງທ່ຽວຂອງລາວ ຢູ່ໃນລະດັບທີ່ຕ່ຳກວ່າ ອັດຕາສະເລ່ຍ
ໃນກຸ່ມອາຊ່ຽນດ້ວຍກັນ ໂດຍທາງການລາວ ຈະແກ້ໄຂບັນຫາ ດ້ວຍການປັບໃຊ້
ຍຸດທະສາດການທ່ອງທ່ຽວອາຊ່ຽນ 2016-2025.

ທ່ານສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ຂອງກະຊວງຖະແຫລງຂ່າວ-
ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງຍອມຮັບວ່າ ລາຍຮັບໃນພາກບໍລິການ ແລະ
ທ່ອງທ່ຽວຂອງລາວ ໃນປັດຈຸບັນນີ້ ຖືວ່າຍັງມີສັດສ່ວນ ໃນລະດັບທີ່ຕ່ຳກວ່າອັດຕາ
ສະເລ່ຍ ໃນກຸ່ມອາຊ່ຽນດ້ວຍກັນ ໃນຂະນະທີ່ລາຍຮັບໃນພາກການທ່ອງທ່ຽວຂອງ
ອາຊ່ຽນ ຢູ່ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP)
ຂອງອາຊ່ຽນ ຫາກແຕ່ລາຍຮັບໃນພາກການທ່ອງທ່ຽວຂອງລາວ ກັບຄິດໄລ່ເປັນ 7
ເປີເຊັນ ຂອງ GDP ພາຍໃນລາວເທົ່ານັ້ນ.

ຮ້ານອາຫານແຫ່ງນຶ່ງຢູ່ວັງວຽງ ມີຈຸດເດັ່ນຄືທິວທັດຂອງທຳມະຊາດ ຊຶ່ງບັນດານັກທ່ອງທ່ຽວ ຕິດອົກຕິດໃຈ
ຮ້ານອາຫານແຫ່ງນຶ່ງຢູ່ວັງວຽງ ມີຈຸດເດັ່ນຄືທິວທັດຂອງທຳມະຊາດ ຊຶ່ງບັນດານັກທ່ອງທ່ຽວ ຕິດອົກຕິດໃຈ

ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວໄດ້ກຳນົດແນວທາງ
ແກ້ໄຂບັນຫາດ້ວຍການນຳເອົາແຜນຍຸດທະສາດ ການພັດທະນາດ້ານການທ່ອງທ່ຽວ
ອາຊ່ຽນແຕ່ປີ 2016-2025 ມາປັບໃຊ້ໃນລາວ ທັງໃນພາກສ່ວນກ່ຽວກັບ ການຈັດກິດ ຈະກຳການທ່ອງທ່ຽວ ແລະການສົ່ງເສີມການລົງທຶນ ໃນພາກບໍລິການ ແລະທ່ອງທ່ຽວ
ຢ່າງຄົບວົງຈອນ ດັ່ງທີ່ທ່ານສູນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາປັດຈຸບັນນີ້ ແມ່ນກຳລັງຜັນຂະຫຍາຍ ຍຸດທະສາດການທ່ອງທ່ຽວອາຊ່ຽນ
2016-2025 ຢູ່ໃນຍຸດທະສາດນີ້ ພວກເຮົາຈະໄຈ້ແຍກເອົາ ຫຼືວ່າ ຈັດບູລິມະສິດ
ບັນດາກິດຈະກຳ ຈາກຍຸດທະສາດຂອງອາຊ່ຽນ ມາສູ່ຍຸດທະສາດຂອງລາວ ໂດຍ
ສະເພາະ ບັນດາກິດຈະກຳທີ່ຈະດຶງດູດນັກທ່ອງທ່ຽວ ຈະດຶງດູດການລົງທຶນ ເພາະ
ວ່າ ຢູ່ໃນອາຊ່ຽນ ຖ້າວ່າທຽບໃສ່ອາຊ່ຽນໂດລວມ ສຳລັບລາວເຮົາ ກໍຍັງຖືວ່າ ຢູ່ໃນ
ລະດັບທີ່ບໍ່ທັນສູງ ເປັນຕົ້ນວ່າ ການທ່ອງທ່ຽວຂອງລາວນີ້ ແມ່ນປະກອບສ່ວນຢູ່ໃນ
GDP ຂອງອາຊ່ຽນ ໂດຍລວມແມ່ນ 12 ເປີເຊັນ.”

ທາງດ້ານທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ໃຫ້
ການຢືນຢັນວ່າ ຄະນະລັດຖະບານລາວ ໄດ້ມີມະຕິຕົກລົງ ແລະເຫັນດີທີ່ຈະປະກາດ
ໃຫ້ປີ 2018 ເປັນປີທ່ອງທ່ຽວລາວ ຢ່າງເປັນທາງການແລ້ວ ໃນຂະນະນີ້ ໂດຍໄດ້ມອບ ໝາຍໃຫ້ກະຊວງຖະແຫລງຂ່າວ ຮັບຜິດຊອບທັງການກະກຽມຄວາມພ້ອມ ໃນທຸກໆ
ດ້ານ ແລະການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນລະດັບສູນກາງ ແລະ
ທ້ອງຖິ່ນ ໃນທົ່ວປະເທດເພື່ອຮ່ວມກັນກຳນົດບັນດາກິຈະກຳຕ່າງໆ ໃນຕະຫຼອດປີ
2018 ດັ່ງກ່າວ.

ທ່ານບໍ່ແສງຄຳ ບອກວ່າ ເປົ້າໝາຍສຳຄັນຂອງການປະກາດປີການທ່ອງທ່ຽວລາວ
ໃນປີ 2018 ແລະ ຈະຕໍ່ເນື່ອງໄປເຖິງປີ 2020 ດ້ວຍນັ້ນ ກໍຄືການດຶງດູດເອົາຊາວ
ຕ່າງຊາດ ໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນລາວ ໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍ
ສະເພາະແມ່ນປີ 2020 ຊຶ່ງເປັນປີສິ້ນສຸດ ຂອງການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ນັ້ນ ກໍໄດ້ມີການ ວາງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ
ຊຶ່ງຈະເຮັດໃຫ້ພາກການທ່ອງທ່ຽວ ແລະບໍລິການມີລາຍຮັບລວມເຖິງ 953 ລ້ານ
ໂດລາ ໃນປີ 2020 ດັ່ງກ່າວ.

ໂດຍທາງການລາວ ໄດ້ວາງແຜນການພັດທະນາໄວ້ໃນ 3 ໜ້າວຽກດ້ວຍກັນ ກໍຄື
ການຄຸ້ມຄອງການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງ
ທ່ອງທ່ຽວ ແລະສະຖານບໍລິການຕ່າງໆ ທີ່ສະດວກສະບາຍ ແລະຮັບປະກັນຄວາມ
ປອດໄພ ໃຫ້ກັບນັກທ່ອງທ່ຽວໄດ້ຢ່າງຄັກແນ່ ຮວມທັງມີບ່ອນພັກເຊົາ ສຳລັບນັກທ່ອງ
ທ່ຽວຊາວຕ່າງຊາດ ຢ່າງພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ໂດຍພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ມີໂຮງແຮມ ແລະບ້ານພັກ
ທັງໝົດ 1,926 ແຫ່ງ ທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງໃນປີ 2011 ແລະ
ເພີ່ມຂຶ້ນເປັນ 2,426 ແຫ່ງ ມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015
ແລ້ະເພີ່ມຂຶ້ນເປັນ 2,540 ກວ່າແຫ່ງ ມີຈຳນວນຫ້ອງພັກກວ່າ 50,000 ຫ້ອງໃນປີ
2016 ທັງຍັງຄາດວ່າ ຈຳນວນຫ້ອງພັກ ຈະເພີ່ມຂຶ້ນເປັນ 60,000 ຫ້ອງໃນປີ 2020
ອີກດ້ວຍ.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດບໍລິການ
ແລະການທ່ອງທ່ຽວໃນລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດ ໄດ້ເພີ່ມ
ຂຶ້ນທຸກປີອີກດ້ວຍ ກໍຄືຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4 ລ້ານ 1 ແສນກວ່າ
ຄົນໃນປີ 2014 ແລະຫຼາຍກວ່າ 4 ລ້ານ 3 ແສນຄົນໃນປີ 2015 ທັງຍັງເຮັດໃຫ້ພາກ
ທຸລະກິດບໍລິການຂອງລາວ ມີລາຍຮັບເພີ່ມຂຶ້ນຈາກ 400 ລ້ານໂດລາ ໃນປີ 2011
ແລະ 560 ລ້ານໂດລາ ໃນປີ 2014 ເປັນຫລາຍກວ່າ 670 ລ້ານໂດລາ ໃນປີ 2015
ແລະ ປີ 2016 ສ່ວນໃນປີ 2017 ຄາດວ່າຈະມີນັກທ່ອງທ່ຽວຕ່າງຊາດເດີນທາງມາ
ໃນລາວ 4 ລ້ານ 5 ແສນຄົນ ແລະເພີ່ມຂຶ້ນເປັນ 5 ລ້ານຄົນ ໃນປີ 2018.

XS
SM
MD
LG